ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ມອບ-ຮັບ ຕຳແໜ່ງຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ

MorpAS1

 

MorpAS2

 

ໃນຕອນບ່າຍຂອງ ວັນທີ 15 ມັງກອນ 2019, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງການຕ່າງປະເທດ, ໄດ້ຈັດຕັ້ງພິທີປະກາດການແຕ່ງຕັ້ງຫົວໜ້າກົມອາຊຽນຜູ້ໃໝ່ ແລະ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າກົມຜູ້ເກົ່າ ແລະ ຜູ້ໃໝ່ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຄີພະຍານໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ບັນດາຮອງລັດຖະມົນຕີ, ຫົວໜ້າກົມ ແລະ ຮອງຫົວໜ້າກົມ ຂອງກະຊວງການຕ່າງປະເທດ ທີ່ໄດ້ຖືກເຊີນເຂົ້າຮ່ວມໃນພີທີຄັ້ງນີ້ ມີຈຳນວນທັງໝົດ 25 ກວ່າທ່ານ. ໃນພີທີໄດ້ປະກາດການແຕ່ງຕັ້ງ ທ່ານ ລັດສະໜີ ແກ້ວມະນີ, ເປັນຫົວໜ້າກົມອາຊຽນຄົນໃໝ່ ຕາມ​ດຳລັດ​ວ່າ​ດ້ວຍ​ການ​ແຕ່ງຕັ້ງຫົວໜ້າ​ກົມອາຊຽນ ສະບັບ​ເລກທີ 493/ນຍ, ລົງ​ວັນ​ທີ 26/12/2018. ສະນັ້ນ, ​ເພື່ອ​ປະຕິບັດ​ຕາມ​ດຳລັດ​ວ່າ​ດ້ວຍ​ການ​ແຕ່ງຕັ້ງຫົວໜ້າ​ກົມ​ດັ່ງກ່າວ, ຈຶ່ງ​ໄດ້​ມີ​ພິທີ​ລົງນາມມອບ​-ຮັບ​ໜ້າ​ທີ່​ຫົວໜ້າ​ກົມຜູ້​ເກົ່າ ​ແລະ ຜູ້​ໃໝ່ ຄື: ລະຫວ່າງ ທ່ານ ພົງສະຫວັນ ສີສຸລາດ, ຫົວໜ້າກົມອາຊຽນຜູ້ເກົ່າ ແລະ ທ່ານ ລັດສະໝີ ແກ້ວມະນີ, ຫົວໜ້າກົມອາຊຽນຜູ້ໃໝ່. ສ່ວນຫົວໜ້າກົມອາຊຽນຜູ້ເກົ່າ ທ່ານ ພົງສະຫວັນ ສີສຸລາດ ແມ່ນໄດ້ຮັບການແຕ່ງຕັ້ງເປັນ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ປະເທດ ສະຫະຣາຊະອານາຈັກ ອັງກິດ, ຊຶ່ງຈະໄປປະຕິບັດໜ້າທີ່ອັນມີກຽດດັ່ງກ່າວ ຕາມການແຕ່ງຕັ້ງນັ້ນ ໃນເດືອນ ກຸມພາ 2019 ເປັນຕົ້ນໄປ.

 

ໃນພິທີມອບ-ຮັບໜ້າທີ່ໃໝ່ ໃນຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ຄຳໂອວາດແກ່ຜູ້ໄດ້ຮັບການແຕ່ງຕັ້ງຫົວໜ້າກົມອາຊຽນຜູ້ໃໝ່ ໃຫ້ມີຄວາມໝັກແໜ້ນ ແລະ ຍົກສຸງຄວາມເປັນແບບຢ່າງນຳໜ້າທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ,ແບບແຜນການນຳພາ, ຄວາມເສຍສະຫຼະເພື່ອສ່ວນລວມ, ຄວາມສາມັກຄີ ແລະ ເປັນເອກະພາບກັນ, ເດັດດ່ຽວສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ. ຕ້ານແນວຄິດສວຍໂອກາດ, ສວຍໃຊ້ໜ້າທີ່ຕຳແໜ່ງ, ພະຍາດອາດຍາສິດ, ເອກະຊົນ, ສໍ້ລາດບັງຫຼວງ ແລະ ຂາດຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍ ແລະ ຊີ້ນຳ ວຽກງານວິຊາສະເພາະ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483934
ມື້ນີ້58
ມື້ວານ183
ອາທິດນີ້372
ເດືອນນີ້3239