ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ໂອ້ລົມພະນັກງານອອກພັກການ-ຮັບອຸດໜຸນບຳນານ ຂອງກະຊວງການຕ່າງປະເທດ

Olom1

Olom2

 

Olom3

 

ໃນຕອນເຊົ້າຂອງ ວັນທີ 11 ມັງກອນ 2019, ທີ່ ກະຊວງການຕ່າງປະເທດ, ໄດ້ຈັດພິທີລຸລ່ວງ, ໂອ້ລົມ ແລະ ຈັດພາເຂົ້າສາມັກຄີ ໃຫ້ແກ່ພະນັກງານ-ລັດຖະກອນ ກະຊວງການຕ່າງປະເທດ ເພື່ອອອກພັກການ-ຮັບອຸດໜຸນບຳນານຂຶ້ນ. ພິທີດັ່ງກ່າວ ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການຕ່າງປະເທດ. ມີຕາງໜ້າຈາກຫ້ອງການກະຊວງ, ບັນດາກົມ, ຫ້ອງການຄະນະກຳມະການຊາຍແດນແຫ່ງຊາດ, ສະຖາບັນການຕ່າງປະເທດ ແລະ ຫ້ອງການບໍລິການສະຖານທູດ ພາຍໃນກະຊວງ ເຂົ້າຮ່ວມທັງໝົດ 45 ທ່ານ. ພ້ອມດຽວກັນນີ້, ຍັງມີພະນັກງານ-ລັດຖະກອນ ອອກພັກການ-ຮັບອຸດໜູນບຳນານ ຂອງກະຊວງການຕ່າງປະເທດ ປະຈຳປີ 2019 ລວມທັງໝົດ 29 ທ່ານ, ຍິງ 1 ທ່ານ.

 

ໃນພິທີໄດ້ມີການມອບ-ຮັບ ເງິນອຸດໜຸນກ່ອນຮັບບຳນານ, ເງິນກອງທຶນຊ່ວຍເຫລືອເຊິ່ງກັນ ແລະ ກັນ ຂອງກະຊວງ ແລະ ຂອງທີ່ລະນຶກ ໂດຍທ່ານລັດຖະມົນຕີເປັນຜູ້ມອບ. ພິທີໄດ້ດຳເນີນໄປດ້ວຍບັນຍາກາດອັນອົບອຸ່ນ ແລະ ສະໜິດສະໜົມ, ເຊິ່ງບັນດາທ່ານທີ່ຈະຮັບອຸດໜຸນບຳນານໃໝ່ ໄດ້ສະແດງຄວາມຄິດເຫັນເປັນເອກະພາບ ແມ່ນສະແດງເຖິງຄວາມຮູ້ບຸນຄຸນຕໍ່ພັກ-ລັດ, ຕໍ່ການຈັດຕັ້ງ ກໍ່ຄື ຄະນະພັກ-ຄະນະນຳກະຊວງ ໃນຮຸ່ນກ່ອນ ແລະ ຮຸ່ນປຈຸບັນ ທີ່ໃຫ້ໂອກາດ ແລະ ກໍ່ສ້າງຊ່ວຍເຫລືອ ຈຶ່ງສາມາດຜ່ານຜ່າໄດ້ຫລາຍປະສົບການ ແລະ ນຳຜົນສຳເລັດມາຫລາຍດ້ານຈົນມາເຖິງວັນນີ້. ໃນນັ້ນ, ຜ່ານການປະກອບຄຳຄິດເຫັນ ທ່ານລັດຖະມົນຕີ ໄດ້ມີຄວາມຮູ້ສຶກໃນສອງດ້ານຄື: 1. ມີຄວາມປິຕິຍິນດີ, ຊົມເຊີຍຢ່າງສຸດອົກສຸດໃຈ ທີ່ເຫັນບັນດາທ່ານປະສົບຜົນສຳເລັດຢ່າງຈົບງາມ, 2. ມີຄວາມຄ້ອຍໃຈຍ້ອນວ່າໄດ້ຮັກແພງ, ຮ່ວມທຸກ, ຮ່ວມທຸກມາເປັນເວລາຫລາຍປີ, ແຕ່ເຖິງຢ່າງໃດກໍຕາມ ຍັງແມ່ນຄອບຄົວດຽວກັນ ແລະ ພ້ອມທີ່ໃຫ້ຄວາມຮ່ວມມືຢູ່ສະເໝີ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484540
ມື້ນີ້56
ມື້ວານ188
ອາທິດນີ້978
ເດືອນນີ້3845