ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມຄົບຄະນະ ຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X

20190130matee120190130matee7

   ເພື່ອຈັດຕັ້ງຜັນຂະຫຍາຍຜົນສຳເລັດຂອງກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ X ໃຫ້ເຂົ້າສູ່ລົງເລິກຊີວິດຕົວຈິງ, ໃນຕອນເຊົ້າຂອງ ວັນທີ 30 ມັງກອນ 2019 ທີ່ ກະຊວງການຕ່າງປະເທດ ໄດ້ຈັດພິທີເຊື່ອມຊຶມມະຕິດັ່ງກ່າວຂຶ້ນ ໂດຍການເປັນປະທານ ຂອງ ສະຫາຍ ສະເຫລີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ມີບັນດາຄະນະພັກ, ຄະນະນຳ, ສະມາຊິກພັກ, ພະນັກງານ - ລັດຖະກອນ ອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

  ໃນບັ້ນເຊື່ອມຊຶມຄັ້ງນີ້, ປະກອບດ້ວຍສອງເອກະສານສຳຄັນຄື: ມະຕິ ສະບັບເລກທີ 057/ຄບສພ, ລົງວັນທີ 19/12/2018 ວ່າດ້ວຍການເພີ່ມທະວີການນໍາພາແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງການຄຸ້ມຄອງມະຫາພາກ ແລະ ມະຕິ ສະບັບເລກທີ 056/ຄບສພ, ລົງວັນທີ 19/12/2018 ວ່າດ້ວຍ ການປັບປຸງວຽກຮາກຖານການເມືອງຂອງລະບອບປະຊາທິປະໄຕປະຊາຊົນ ໃຫ້ເຂັ້ມແຂງ ແລະ ໜັກແໜ້ນ. ສະຫາຍ ສະເຫລີມໄຊ ກົມມະສິດ ໄດ້ຍົກໃຫ້ເຫັນບັນຫາ ແລະ ບັນດາສາເຫດຕົ້ນຕໍຂອງສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນທີ່ປະເທດເຮົາພວມປະເຊີນໜ້າຢູ່ໃນປັດຈຸບັນ ໂດຍສະເພາະແມ່ນ ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດບໍ່ບັນລຸຕາມຄາດໝາຍ, ບັນຫາໜີ້ສິນຄຸມເຄືອ, ການຂາດດູນງົບປະມານ, ການລະເມີດລະບຽບວິໄນແຜນການ-ການເງິນ ແລະ ອື່ນໆ ລວມທັງທິດທາງ ແລະ ມາດຕະການຈຸດສຸມໃນການແກ້ໄຂສະເພາະໃນຕໍ່ໜ້າ. ສຳລັບ ວຽກງານປັບປຸງຮາກຖານການເມືອງ ທ່ານປະທານ ກໍໄດ້ເນັ້ນບັນຫາສຳຄັນການສ້າງຮາກ​ຖານ​ການ­ເມືອງ​ຂອງ​ລະບອບ​ປະ­ຊາ­ທິ­ປະ­ໄຕ​ປະ­ຊາ­ຊົນ ເພື່ອໃຫ້​ຕິດ​ພັນ​ກັບ​ພຶດ­ຕິ​ກຳ​ຕົວ​ຈິງ​ໃນ​ວຽກງານພົວພັນກັບຕ່າງປະເທດ, ໂດຍສະເພາະແມ່ນການແກ້​ໄຂ​ບັນດາ​ຈຸດ​ອ່ອນ ແລະ ຂໍ້ຄົງຄ້າງ, ຊອກ​ໃຫ້​ເຫັນ​ບັນດາສາ​ເຫດ​ຕົ້ນຕໍທີ່​ເປັນ​ພື້ນຖານ ​ເພື່ອ​ວາງ​ມາດ​ຕະການ, ​ທິດ​ທາງ ແລະ ວິທີ​ການແກ້ໄຂ​ທີ່​ຖືກຕ້ອງ ສາມາດ​ປະ​ຕິ​ບັດໄດ້​ຢ່າງ​ມີ​ປະສິດທິພາບ ແລະ ປະສິດທິຜົນ. ພາຍຫຼັງທີ່ໄດ້ຮັບຟັງການເຜີຍແຜ່ແລ້ວ ທ່ານປະທານຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມສະເໜີປະກອບຄຳເຫັນທີ່ມີລັກສະນະສ້າງສັນ, ກົງໄປກົງມາ, ພາວະວິໄສ ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ບັ້ນເຊື່ອມຊຶມໃນເທື່ອນີ້ ແລະ ນຳເອົາເນື້ອໃນຈິດໃຈທີ່ໄດ້ເຊື່ອມຊຶມໄປຈັດຕັ້ງຜັນຂະຫຍາຍເຂົ້າສູ່ການແກ້ໄຂວຽກງານຕົວຈິງໃຫ້ເປັນຮູບປະທຳໃນສະເພາະໜ້າ ແລະ ຍາວນານ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480402
ມື້ນີ້60
ມື້ວານ172
ອາທິດນີ້800
ເດືອນນີ້6633