ຕອບສະໜອງຕາມຄຳເຊີນຂອງ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງພັກ-ລັດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການ ແຕ່ວັນທີ 24-25 ກຸມພາ 2019.
ອອກຮັບຕ້ອນ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະ ທີ່ສະໜາມບິນສາກົນວັດໄຕ ມີ ສະຫາຍ ພັນຄຳ ວິພາວັນ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ສປປ ລາວ, ສະຫາຍ ສິນລະວົງ ຄຸດໄພທູນ, ກຳມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາສະຫາຍການນຳຂັ້ນສູນກາງ ແລະ ນະຄອນຫຼວງວຽງຈັນ, ພະນັກງານສະຖານທູດ, ຊາວໜຸ່ມ, ນັກສຶກສາ, ຊາວຫວຽດນາມ ແລະ ມວນຊົນຊາວນະຄອນຫຼວງວຽງຈັນເປັນຈຳນວນຫຼວງຫຼາຍ ທີ່ ສະໜາມບິນວັດໄຕ ແລະ ຕາມເສັ້ນທາງທີ່ຄະນະຜູ້ແທນຜ່ານໄດ້ມີມວນຊົນ ໂບກທຸງຊາດສອງປະເທດ ໃຫ້ການຕ້ອນຮັບ ການເດີນທາງມາຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະຢ່າງມ່ວນຊື່ນຟົດຟື້ນ.
ພິທີຕ້ອນຮັບ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ທຳນຽບປະທານປະເທດ ໂດຍມີ ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ບັນດາສະຫາຍການນຳຂັ້ນສູງຂອງລາວເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ນຳ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ ໄປຍັງແທ່ນກຽດຕິຍົດ ເພື່ອເຄົາລົບທຸງຊາດ ຫວຽດນາມ-ລາວ ຕາມລຳດັບ, ຫຼັງຈາກນັ້ນ ສະຫາຍ ບຸນຍັງ ວໍລະຈິດ ນຳພາ ສະຫາຍ ຫງວຽນຟູຈ້ອງ ກວດແຖວທະຫານກອງກຽດຕິຍົດກອງທັບປະຊາຊົນລາວ ແລະ ແນະນຳຄະນະຕ້ອນຮັບທາງການຝ່າຍລາວ ແລະ ຄະນະຜູ້ແທນຝ່າຍຫວຽດນາມ.
ພາຍຫຼັງສຳເລັດພິທີຕ້ອນຮັບຢ່າງເປັນທາງການ ທີ່ທຳນຽບປະທານປະເທດແລ້ວ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍການນຳຂັ້ນສູງພັກ-ລັດ ສປປ ລາວ ໄດ້ດຳເນີນການພົບປະເຈລະຈາກັບ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດ ສສ ຫວຽດນາມ, ເຊິ່ງຄະນະຝ່າຍຫວຽດນາມ ມີບັນດາສະຫາຍ: ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ; ສະຫາຍ ນາງ ຕ່ອງທິຟ້ອງ, ກໍາມະການກົມການເມືອງ, ຮອງປະທານຜູ້ປະຈໍາການສະພາແຫ່ງຊາດ; ສະຫາຍ ນາງ ເຈືອງທິມາຍ, ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ; ສະຫາຍ ຟາມບິ່ງມິງ, ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ; ສະຫາຍ ຫງວຽນວັນເນນ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກພ້ອມດ້ວຍບັນດາສະຫາຍການນຳຂອງຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຫວຽດນາມ. ຄະນະຝ່າຍລາວ ມີບັນດາສະຫາຍ: ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ; ສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງ, ປະທານສູນກາງແນວລາວສ້າງຊາດ; ສະຫາຍ ຄຳພັນ ພົມມະທັດ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ; ສະຫາຍ ພົທ ແສງນວນ ໄຊຍະລາດ, ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ສະຫາຍ ສົມດີ ດວງດີ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນພ້ອມດ້ວຍບັນດາສະຫາຍການນຳຂອງຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນຂອງລາວ.
ໃນການພົບປະເຈລະຈາ, ສະຫາຍ ບຸນຍັງ ວໍລະຈິດ ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງທີ່ ສະຫາຍ ຫງວຽນຟູຈ້ອງ ໄດ້ເລືອກເອົາ ສປປ ລາວ ເປັນປະເທດທຳອິດໃນການເຄື່ອນໄຫວຕ່າງປະເທດພາຍຫຼັງຖືກເລືອກຕັ້ງເປັນເລຂາທິການໃຫຍ່, ປະທານປະເທດ ສສຫວຽດນາມ ມາຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການເຊິ່ງໄດ້ນຳເອົາໄມຕີຈິດມິດຕະພາບ ແລະ ຄວາມຮັກແພງທີ່ເຕັມໄປດ້ວຍມິດຈິດມິດໃຈອັນດູດດື່ມ, ສະໜິດສະໜົມຖານສະຫາຍອ້າຍນ້ອງ ແລະ ຄວາມສາມັກຄີພິເສດຈາກພັກ-ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງມາສູ່ພັກ-ລັດ ແລະ ປະຊາຊົນລາວ. ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ສປປ ລາວ ໄດ້ຕີລາຄາສູງການມາຢ້ຽມຢາມຂອງ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດ ສສ ຫວຽດນາມ ແລະ ຖືເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ປະທານໂຮ່ຈິມິນຜູ້ຍິ່ງໃຫຍ່, ປະທານໄກສອນພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກເປັນຜູ້ສ້າງ, ຖະນຸຖະໜອມ ແລະ ໄດ້ຮັບການເສີມຂະຫຍາຍໂດຍບັນດາການນຳຮຸ່ນຕ່າງໆ, ບັນດານັກຮົບປະຕິວັດ ແລະ ປະຊາຊົນສອງປະເທດ ຈົນໄດ້ກາຍເປັນມໍລະດົກລວມອັນລ້ຳຄ່າຂອງສອງຊາດ, ເປັນກົດເກນແຫ່ງການຄົງຕົວ ແລະ ຂະຫຍາຍຕົວຂອງສອງປະເທດ, ເປັນໜຶ່ງໃນປັດໃຈຕັດສິນໄຊຊະນະຂອງການປະຕິວັດຂອງແຕ່ລະປະເທດ.
ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງພັກ-ລັດ ສສ ຫວຽດນາມ ເດີນທາງມາຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການເປັນຄັ້ງທຳອິດພາຍຫຼັງທີ່ໄດ້ຮັບເລືອກຕັ້ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ ໃນກອງປະຊຸມສະພາແຫ່ງຊາດເທື່ອທີ 6 (ສະໄໝທີ່ XIV) ໃນປີ 2018 ຜ່ານມາເຊິ່ງເປັນການສະແດງເຖິງຄວາມມີຊີວິດຊີວາແຫ່ງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວ, ພ້ອມທັງສະແດງຄວາມຂອບອົກຂອບໃຈຢ່າງສູງຕໍ່ການຕ້ອນຮັບຢ່າງອົບອຸ່ນ, ສົມກຽດບົນນ້ຳໃຈໄມຕີຈິດມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດຖານສະຫາຍອ້າຍນ້ອງອັນສະໜິດສະໜົມຂອງບັນດາສະຫາຍການນຳຂັ້ນສູງພັກ-ລັດແລະປະຊາຊົນລາວທີ່ມີຕໍ່ຄະນະ.
ການນຳຂັ້ນສູງຂອງສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການທີ່ພົ້ນເດັ່ນຂອງແຕ່ລະພັກ, ແຕ່ລະປະເທດນັບແຕ່ຕົ້ນສະ ໄໝຂອງກອງປະຊຸມໃຫຍ່ຂອງແຕ່ລະພັກເປັນຕົ້ນມາ, ຕີລາຄາການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດໃນໄລຍະທີ່ຜ່ານມາແລະປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າເພື່ອນຳເອົາການພົວພັນຮ່ວມມືແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດກ້າວໄປສູ່ຈຸດສູງອັນໃໝ່, ໂດຍສະເພາະໄດ້ຕີລາຄາສູງຕໍ່ຜົນສຳເລັດຮອບດ້ານ, ສຳຄັນຂອງແຕ່ລະປະເທດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງຫຼ້າສຸດຂອງພັກຕົນແລະ ສະແດງຄວາມເຊື່ອໝັ້ນວ່າພາຍໃຕ້ການນຳພາອັນຖືກຕ້ອງຂອງພັກທັງສອງ, ພາລະກິດປ່ຽນແປງໃໝ່ຢູ່ແຕ່ລະປະເທດຈະສືບຕໍ່ມີຜົນສຳເລັດໃໝ່, ນຳເອົາປະເທດຊາດກ້າວຂຶ້ນຢ່າງໜັກແໜ້ນໂດຍສະເພາະແມ່ນການປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ປປລາວ ແລະ ຄັ້ງທີ XII ຂອງພັກກອມມູນິດຫວຽດນາມເພື່ອກ້າວໄປສູ່ການກະກຽມດຳເນີນກອງປະຊຸມໃຫຍ່ຄັ້ງຕໍ່ໄປຂອງພັກຕົນໃຫ້ປະສົບຜົນສຳເລັດຕົວຈິງ. ການນຳຂັ້ນສູງຂອງ ລາວ-ຫວຽດນາມ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເຊິ່ງກັນ ແລະ ກັນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອເຊິ່ງກັນມາໂດຍຕະຫຼອດທັງໃນໄລຍະຕໍ່ສູ້ກູ້ຊາດໃນເມື່ອກ່ອນ ແລະ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນປັດຈຸບັນຢູ່ແຕ່ລະປະເທດ.
ພາຍຫຼັງການພົບປະສອງຝ່າຍ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ເປັນສັກຂີພິຍານໃນການລົງນາມບັນດາເອກະສານຮ່ວມມືລະຫວ່າງສອງປະເທດ ຈຳນວນ 09 ສະບັບ, ໃນນັ້ນມີ ສັນຍາວ່າດ້ວຍການຮ່ວມມືດ້ານການເງິນ; ບົດບັນທຶກສັນຍາວ່າດ້ວຍການກໍ່ສ້າງ ແລະ ນຳໃຊ້ ເສັ້ນທາງລົດໄຟຫວຸ້ງອ້າງ-ວຽງຈັນ; ສັນຍາວ່າດ້ວຍການຮ່ວມມືດ້ານການພັດທະນາໂຄງການພະລັງງານໄຟຟ້າ ແລະ ບໍ່ແຮ່ ແລະ ບົດບັນທຶກ, ຂໍ້ຕົກລົງຈຳນວນໜຶ່ງກ່ຽວກັບການຮ່ວມມືລະຫວ່າງສອງປະເທດ.
ພາຍຫຼັງສຳເລັດການພົບປະສອງຝ່າຍ, ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ ຫວຽດນາມ ແລະ ຄະນະຜູ້ແທນ ໄດ້ພົບປະຢ້ຽມຢາມ ສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ທີ່ ສຳນັກງານນາຍົກລັດຖະມົນຕີ; ພົບປະຢ້ຽມຢາມ ສະຫາຍ ນາງ ປານີ ຢາທໍ່ຕູ້, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ທີ່ສຳນັກງານສະພາແຫ່ງຊາດ. ໃນການພົບປະ, ການນຳຂັ້ນສູງຂອງສອງປະເທດ ໄດ້ຕີລາຄາສູງຕໍ່ໝາກຜົນການພົບປະເຈລະຈາ ລະຫວ່າງ ສອງເລຂາທິການໃຫຍ່, ປະທານປະເທດລາວ ແລະ ຫວຽດນາມ ໃນການຢ້ຽມຢາມ ສປປ ລາວ ຂອງ ສະຫາຍ ຫງວຽນຟູຈ້ອງ ແລະ ຄະນະ ຄັ້ງນີ້, ຕີລາຄາການພົວພັນຮ່ວມມື ລະຫວ່າງ ສອງລັດຖະບານ ແລະ ສະພາແຫ່ງຊາດທັງສອງ. ສະຫາຍນາຍົກລັດຖະມົນຕີ ແລະ ປະທານສະພາແຫ່ງຊາດ ຕ່າງກໍ່ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລ້ຳຄ່າ, ໃຫຍ່ຫຼວງ ມີປະສິດທິຜົນ ແລະ ທັນການຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ມີໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວຕະຫຼອດໄລຍະຜ່ານມາ. ສະຫາຍ ຫງວຽນຟູຈ້ອງ ພ້ອມຄະນະ ຍັງໄດ້ໄປຢ້ຽມຢາມ ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ເຊິ່ງເປັນຂອງຂວັນຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ ໃຫ້ແກ່ພັກ, ລັດ ແລະ ປະຊາຊົນລາວ. ພ້ອມດຽວກັນີ້, ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສສ ຫວຽດນາມ ຍັງໄດ້ຢ້ຽມຢາມ ສະຫາຍ ຈູມມາລີ ໄຊຍະສອນ, ອະດີດເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ.
ໃນຕອນຄ່ຳຂອງວັນດຽວກັນ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເປັນເຈົ້າພາບຈັດງານລ້ຽງເພື່ອເປັນກຽດແກ່ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງພັກ-ລັດ ສສ ຫວຽດນາມ ທີ່ທຳນຽບປະທານປະເທດ. ໃນບົດປາໄສກ່າວໃນງານລ້ຽງ, ສະຫາຍ ບຸນຍັງວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂ່ຳນັບຮັບຕ້ອນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະພ້ອມທັງສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງການພົບປະເຈລະຈາສອງຝ່າຍ, ເຊິ່ງຈະເປັນການປະກອບສ່ວນນຳເອົາການພົວພັນພິເສດກ້າວສູ່ຈຸດສູງອັນໃໝ່; ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນສຳເລັດທີ່ສຳຄັນໃຫຍ່ຫຼວງຮອບດ້ານທີ່ປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ ທີ່ມີ ສະຫາຍ ຫງວຽນຟູຈ້ອງ ເປັນຜູ້ນຳໜ້າ ເຊິ່ງໄດ້ເຮັດໃຫ້ປະເທດຊາດຫວຽດນາມ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດຂະຫຍາຍຕົວເກີນຄາດໝາຍ, ຖານະບົດບາດຂອງຫວຽດນາມໄດ້ຮັບການຍົກສູງຂຶ້ນຢ່າງເດັ່ນຊັດ ໃນເວທີພາກພື້ນ ແລະ ສາກົນ; ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນລ້ຳຄ່າ, ທັນການ ແລະ ມີປະສິດທິຜົນແກ່ພາລະກິດຕໍ່ສູ້ກູ້ຊາດລາວໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງລາວໃນປັດຈຸບັນ ພ້ອມທັງຢືນຢັນວ່າຈະພ້ອມກັນກັບພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ສືບຕໍ່ເພີ່ມທະວີ ແລະ ເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລາວ-ຫວຽດນາມ, ຫວຽດນາມ-ລາວທີ່ໄດ້ຜ່ານການທົດສອບດ້ວຍເລືອດເນື້ອ ແລະ ການເວລາເປັນເວລາຫຼາຍທົດສະວັດນັ້ນໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ ແລະ ອວຍພອນໃຫ້ປະຊາຊົນຫວຽດນາມອ້າຍນ້ອງ ຈົ່ງສືບຕໍ່ຍາດໄດ້ຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດສ້າງສາພັດທະນາປະເທດຊາດ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໃຫ້ປະກົດຜົນເປັນຈິງ.
ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສສ ຫວຽດນາມ ສະແດງຄວາມພາກພູມໃຈເປັນຢ່າງຍິ່ງທີ່ໄດ້ມາຢ້ຽມຢາມ ສປປ ລາວ ເປັນປະເທດທຳອິດພາຍຫຼັງທີ່ຖືກເລືອກຕັ້ງເປັນປະທານປະເທດ ແຫ່ງ ສສ ຫວຽດນາມ ໃນກອງປະຊຸມສະພາແຫ່ງຊາດເທື່ອທີ 6 (ສະໄໝທີ XIV) ຜ່ານມາ, ເຊິ່ງສະແດງໃຫ້ເຫັນເຖິງຄວາມໃກ້ຊິດສະໜິດສະໜົມ ແລະ ຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ເຊິ່ງໄດ້ກາຍເປັນມູນເຊື້ອອັນດີງາມມາແຕ່ດົນນານ; ໄດ້ຕີລາຄາການພົວພັນຮ່ວມມືສອງຝ່າຍທີ່ຍາດໄດ້ຜົນສຳເລັດໃນຫຼາຍດ້ານ ແລະ ຈະພ້ອມກັບສະຫາຍລາວສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວໃຫ້ສືບຕໍ່ນັບມື້ແໜ້ນແຟ້ນແລະເກີດດອກອອກຜົນຍິ່ງໆຂຶ້ນ. ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ຕີລາຄາສູງ ແລະ ຊົມເຊີຍບັນດາຜົນສຳເລັດທີ່ສຳຄັນຫຼາຍດ້ານທີ່ປະຊາຊົນລາວອ້າຍນ້ອງ ຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ ພາຍໃຕ້ການນຳພາອັນຖືກຕ້ອງຂອງພັກປະຊາຊົນ ປະຕິວັດລາວ ແລະ ອວຍພອນໃຫ້ພັກ, ລັດ ແລະ ປະຊາຊົນລາວ ຈົ່ງຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກປະຊາຊົນປະຕິວັດລາວ ຢ່າງມີໄຊບັນລຸເປົ້າໝາຍສ້າງປະເທດລາວຕາມທິດປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ສັງຄົມມີຄວາມປອງດອງ, ຍຸຕິທຳ ແລະ ສີວິໄລ.
ໃນວັນທີ 25 ກຸມພາ 2019, ສະຫາຍ ຫງວຽນຟູຈ້ອງ ພ້ອມດ້ວຍຄະນະ ເດີນທາງໄປວາງພວງມາລາ ທີ່ອານຸສາວະລີນັກຮົບນິລະນາມ; ຢ້ຽມຢາມສະຖານທູດຫວຽດນາມ ແລະ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະຫາຍ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ແລະ ສະຫາຍ ວິໄລວົງ ບຸດດາຄຳ, ກຳມະການສູນກາງພັກ, ປະທານກຳມາທິການແຜນການ, ການເງິນ ແລະ ກວດສອບສະພາແຫ່ງຊາດ ທັງເປັນປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ.
ການຢ້ຽມຢາມສັນຖະວະໄມຕີ ສປປ ລາວ ຢ່າງເປັນທາງການຂອງ ສະຫາຍ ຫງວຽນຟູຈ້ອງ ໃນຄັ້ງນີ້ ເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ນຳເອົາການພົວພັນພິເສດ ລາວ-ຫວຽດນາມ ກ້າວສູ່ຈຸດສູງອັນໃໝ່.