ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ເຢຍລະມັນ ຊຸກຍູ້ສົ່ງເສີມການພົວພັນຮ່ວມມືສອງຝ່າຍ

SLXGermany1

 

SLXGermany2

 

ໃນວັນທີ 28 ກຸມພາ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນໍເບີດ ບາດໂທ (Norbert Barthle), ຮອງລັດຖະມົນຕີກະຊວງຮ່ວມມື, ເສດຖະກິດ ແລະ ການພັດທະນາ ແຫ່ງ ສສ. ເຢຍລະມັນ, ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ.

 

ໃນ​ໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນຕໍ່ ທ່ານ​ຮອງ​ລັດຖະມົນຕີ ​ພ້ອມ​ດ້ວຍ​ຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມມາແຕ່ດົນນານ ແລະ ມີການປຶກສາຫາລືກັນຢ່າງເປັນປະຈຳ ໂດຍຕ່າງຝ່າຍຕ່າງເຂົ້າໃຈເຊິ່ງກັນ ແລະ ກັນ ໃນຖານະຄູ່ຮ່ວມພັດທະນາ. ພ້ອມນີ້, ທ່ານ ສະເຫຼີມໄຊ ກົມມະສິດ ຍັງໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງສູງ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງເຢຍລະມັນ ແກ່ ສປປ ລາວ, ເຊິ່ງເຢຍລະມັນ ເປັນ​ປະ​ເທດ​ລະດັບ​ຕົ້ນໆ​​ທີ່​ໃຫ້ການ​ຊ່ວຍ​ເຫຼືອ ​ແລະ ສະໜັບສະໜູນ ສປປ ລາວ​ ຕະຫຼອດມາ ໂດຍສະເພາະແມ່ນການຊ່ວຍເຫຼືອປະຊາຊົນ ຜູ້ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ ຢູ່ ເມືອງສະໜາມໄຊ, ແຂວງອັດຕະປື ແລະ ໃນຂົງເຂດທົ່ວປະເທດ. ນອກຈາກນີ້, ຍັງໄດ້ສະເໜີໃຫ້ສືບຕໍ່ຊຸກຍູ້ການຊ່ວຍເຫຼືອເພື່ອການພັດທະນາແກ່ ສປປ ລາວ ໃຫ້ນັບມື້ນັບເພີ່ມຂື້ນໃນຊຸມປີຕໍ່ໜ້າເຊັ່ນ: ວຽກງານອາຊີວະສຶກສາ, ການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME), ສະເໜີໃຫ້ສອງຝ່າຍຊຸກຍູ້ໃຫ້ມີການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນທັງສອງປະເທດໃຫ້ຫຼາຍຂື້ນ ແລະ ຊ່ວຍ​ຊຸກຍູ້ນັກທຸລະກິດ, ນັກລົງທຶນ​ ​ແລະ ເຊີນຊວນປະຊາຊົນ, ນັກ​ທ່ອງທ່ຽວ​ເຢຍລະມັນ​ ມາ​ທ່ອງທ່ຽວ ແລະ ​ລົງທຶນ​ຢູ່ລາວ ​ໃຫ້ຫຼາຍຂຶ້ນໃນຊຸມປີຕໍ່ໜ້າ. ທັງສອງຝ່າຍ ຍັງໄດ້ສະແດງຄວາມຊົມເຊີຍໃນປີ 2018 ທີ່ຜ່ານມາ, ຊຶ່ງເປັນປີແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ເຢຍລະມັນ ຄົບຮອບ 60 ປີ ແລະ ການຮ່ວມມື ລາວ-ເຢຍລະມັນ ຄົບຮອບ 55 ປີ ທີ່ໄດ້ຮ່ວມກັນຈັດກິດຈຳກຳສະເຫລີມສະຫລອງວັນສຳຄັນດັ່ງກ່າວ ອັນເປັນມິດໝາຍໃໝ່ໃຫ້ແກ່ການຮັດແໜ້ນສາຍພົວພັນຮ່ວມມືຂອງສອງປະເທດ ໃຫ້ນັບມື້ນັບດີຂຶ້ນ. ໃນຕອນທ້າຍ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ອວຍພອນໃຫ້ທ່ານຮອງລັດຖະມົນຕີ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສໍາເລັດການຢ້ຽມຢາມ ຢູ່ ສປປ ລາວ ໃນຄັ້ງນີ້ ແລະ ເດີນທາງກັບປະເທດໂດຍສະຫວັດດີພາບ.

 

ໃນໂອກາດດຽວກັນ, ທ່ານຮອງລັດຖະມົນຕີ ນໍເບີດ ບາດໂທ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີງາມມີມູນເຊື້ອມາແຕ່ຍາວນານ ລະຫວ່າງສອງປະເທດ ໃນໄລຍະຜ່ານມາ​ເຖິງ​ປັດຈຸບັນ ແລະ ຈະສືບຕໍ່ຮັກສາມູນເຊຶ້ອ ພ້ອມທັງເສີມຂະຫຍາຍໃຫ້ນັບມື້ນັບດີຂຶ້ນ ເພື່ອເຮັດໃຫ້ການພົວພັນຮ່ວມມືຂອງສອງຝ່າຍ ໃຫ້ໄດ້ຮັບການພັດທະນາ ແລະ ເກີດດອກອອກຜົນຍິ່ງໆຂຶ້ນ.

 

ສປປ ລາວ ແລະ ສສ ເຢຍລະມັນ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 31 ມັງກອນ 1958. ເຢຍລະມັນ ໄດ້ໃຫ້ການຮ່ວມມືຊ່ວຍເຫຼືອແກ່ ສປປ ລາວ ຢູ່ໃນສອງຂະແໜງການບຸລິມະສິດຄື: ການຮ່ວມມືທາງດ້ານເຕັກນິກ ແລະການຮ່ວມມືທາງດ້ານການເງິນ, ໂດຍອີງໃສ່ເປົ້າໝາຍລວມຂອງແຜນພັດທະນາເສດຖະກິດ-ສັງຄົມຂອງລັດຖະບານລາວ ເປັນຕົ້ນແມ່ນ ເນັ້ນໜັກໃສ່ການພັດທະນາຊົນນະບົດ, ວຽກງານອາຊີວະສຶກສາ, ການພັດທະນາເສດຖະກິດແບບຍືນຍົງ, ການພັດທະນາຊັບພະຍາກອນມະນຸດ, ການອະນຸລັກສິ່ງແວດລ້ອມ, ກໍ່ສ້າງ ແລະ ປັບປຸງເສັ້ນທາງຄົມມະນາຄົມ ແລະ ສົ່ງເສີມທຸລະກິດພາກເອກະຊົນ. ມາເຖິງປັດຈຸບັນ ເຢຍລະມັນ ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ມີມູນຄ່າປະມານ 427,1 ລ້ານເອີໂຣ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
483937
ມື້ນີ້61
ມື້ວານ183
ອາທິດນີ້375
ເດືອນນີ້3242