ໂດຍຕອບສະໜອງການເຊື້ອເຊີນຂອງ ທ່ານ ວິກຕໍຣ ອໍຣບານ, ນາຍົກລັດຖະມົນຕີ ແຫ່ງ ຮົງກາຣີ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນຳພາຄະນະຜູ້ແທນລັດຖະບານລາວ ເດີນທາງໄປຢ້ຽມຢາມ ຮົງກາຣີ ຢ່າງເປັນທາງການ, ໃນລະຫວ່າງວັນທີ 10-12 ມີນາ 2019, ຊຶ່ງເປັນການຢ້ຽມຢາມຄັ້ງປະຖົມມະລືກ ທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດສາດ ນັບແຕ່ໄດ້ດໍາລົງຕໍາແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ການຢ້ຽມຢາມຄັ້ງນີ້ ເປັນນິມິດໝາຍອັນດີອັນຍິ່ງໃຫຍ່ໃນການເພີ່ມທະວີຮັດແໜ້ນສາຍພົວພັນ ແລະ ເສີມຂະຫຍາຍມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອຍາວນານ ລະຫວ່າງ ສປປ ລາວ ແລະ ຮົງກາຣີ ໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ໃນວັນທີ 11 ມີນາ 2019, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍຢ່າງເປັນທາງການກັບ ທ່ານ ວິກຕໍຣ ອໍຣບານ, ນາຍົກລັດຖະມົນຕີ ແຫ່ງ ຮົງກາຣີ, ທີ່ ສໍານັກງານນາຍົກລັດຖະມົນຕີຂອງ ຮົງກາຣີ. ຊຶ່ງໃນນັ້ນ, ສອງຝ່າຍ ໄດ້ທົບທວນ ແລະ ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອຍາວນານ ລະຫວ່າງ ລາວ-ຮົງກາຣີ. ສອງປະເທດ ເຄີຍໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ທັງໃນຂອບສອງຝ່າຍ ກໍຄື ຫຼາຍຝ່າຍຕະຫຼອດມາ, ຄຽງຄູ່ກັນນັ້ນ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງ ຕໍ່ການຊ່ວຍເຫຼືອອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນ ຮົງກາຣີ ໃຫ້ແກ່ ສປປ ລາວ ໃນພາລະກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປັດຈຸບັນ. ສອງຝ່າຍ ໄດ້ປຶກສາຫາລືກັນ ກ່ຽວກັບ ການເພີ່ມທະວີການຮ່ວມມືໃນຕໍ່ໜ້າ ໂດຍໄດ້ຕົກລົງກັນຍົກລະດັບການພົວພັນສອງຝ່າຍຂຶ້ນເປັນຄູ່ຮ່ວມຍຸດທະສາດ, ຊຶ່ງເປັນການຢັ້ງຢືນຄືນ ແລະ ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ລະຫວ່າງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ຮົງກາຣີ. ເພື່ອຜັນຂະຫຍາຍການຕົກລົງດັ່ງກ່າວ, ສອງຝ່າຍ ເຫັນດີເປັນເອກະພາບກັນ ໃຫ້ມີການແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ໃນທຸກລະດັບ ແລະ ທຸກຂະແໜງ, ນັບແຕ່ການນໍາຂັ້ນສູງຈົນຮອດລະດັບວິຊາການຂອງສອງປະເທດ, ລວມທັງລະດັບທ້ອງຖິ່ນ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການຮ່ວມມືຕ່າງໆ ໃຫ້ປະກົດຜົນເປັນຈິງ. ພ້ອມກັນນັ້ນ, ສອງຝ່າຍ ໄດ້ຕົກລົງສີືບຕໍ່ການຮ່ວມມືສອງຝ່າຍໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ກະສິກຳ, ການເງິນ ແລະ ຂະແໜງການອື່ນໆ ທີ່ສອງຝ່າຍມີທ່າແຮງ ແລະ ມີຄວາມສົນໃຈຮ່ວມກັນ. ສິ່ງສໍາຄັນແມ່ນສອງຝ່າຍ ໄດ້ຕົກລົງເຫັນດີຈັດກອງປະຊຸມປຶກສາຫາລືດ້ານການເມືອງ ລະຫວ່າງສອງກະຊວງການຕ່າງປະເທດ ຢ່າງເປັນປົກກະຕິນຳກັນ, ແນ່ໃສ່ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ລາວ-ຮົງກາຣີ ໃຫ້ກວ້າງຂວາງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ. ພ້ອມກັນນັ້ນ, ລັດຖະບານ ຮົງກາຣີ ໄດ້ຕົກລົງເພີ່ມທຶນການສຶກສາ ໃຫ້ແກ່ ສປປ ລາວ ຕື່ມອີກ ຈາກ 50 ທຶນ ມາເປັນ 100 ທຶນ ຕໍ່ປີ ນັບແຕ່ປີ 2019 ເປັນຕົ້ນໄປ. ໃນປັດຈຸບັນ ນັກສຶກສາລາວກໍາລັງສຶກສາຮໍ່າຮຽນ ຢູ່ ມະຫາວິທະຍາໄລຕ່າງໆ ຂອງ ຮົງກາຣີ ມີຈໍານວນທັງໝົດ 86 ຄົນ ໃນລະດັບປະລິນຍາຕີປະລິນຍາໂທ ແລະ ປະລິນຍາເອກ. ໃນໂອກາດດັ່ງກ່າວ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນ ຮົງກາຣີ ທີ່ໄດ້ຊ່ວຍກໍ່ສ້າງຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ກໍຄື ໃນປັດຈຸບັນ, ຊຶ່ງນັກສຶກສາລາວ ທີ່ໄດ້ຮຽນຈົບຈາກ ຮົງກາຣີ ໃນເມື່ອກ່ອນ ໄດ້ກາຍເປັນຊັບພະຍາກອນມະນຸດທີ່ມີຄຸນນະພາບ ແລະ ປະສົບຄວາມສຳເລັດສູງ, ຊຶ່ງຈຳນວນໜຶ່ງ ມີໜ້າທີ່ຕຳແໜ່ງສຳຄັນຢູ່ພາກລັດ ແລະ ຈຳນວນໜຶ່ງ ກໍປະສົບຜົນສຳເລັດຢູ່ໃນພາກທຸລະກິດ. ນອກນັ້ນ, ຍັງໄດ້ສະແດງຄວາມຂອບໃຈ ຕໍ່ລັດຖະບານ ຮົງກາຣີ ທີ່ໄດ້ສະໜອງເງິນກູ້ທີ່ມີເງື່ອນໄຂຜູກພັນບໍ່ມີດອກເບ້ຍ (Tied Aid Credit) ໃຫ້ແກ່ ສປປ ລາວ ໃນໄລຍະທີ 1 ມູນຄ່າ 8,6 ລ້ານໂດລາ, ໄລຍະທີ 2 ມູນຄ່າ 30 ລ້ານໂດລາ, ໄລຍະທີ 3 ມູນຄ່າ 160 ລ້ານໂດລາ ແລະ ຍັງເຫັນດີຈະເພີ່ມຈໍານວນເງິນກູ້ຢືມດັ່ງກ່າວຂຶ້ນຕື່ມອີກໃນຕໍ່ໜ້າ, ຊຶ່ງເປັນການຊ່ວຍເຫຼືອທີ່ມີມູນຄ່າປະກອບສ່ວນສຳຄັນ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ. ສອງຝ່າຍ ຈະຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມື ລາວ-ຮົງກາຣີ ທີ່ກໍາລັງດໍາເນີນ ຢູ່ ສປປ ລາວ ໃຫ້ສຳເລັດຜົນຕາມຄາດໝາຍທີ່ກຳນົດໄວ້. ຝ່າຍຮົງກາຣີ ເຫັນດີທີ່ຈະໄປເປີດຫ້ອງການຕາງໜ້າກົງສຸນຂອງຕົນ ຢູ່ ນະຄອນຫຼວງວຽງຈັນ ໃນອານາຄົດອັນໃກ້ໆນີ້. ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະນໍາກັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ແລະ ອື່ນໆ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.
ໃນໂອກາດຢ້ຽມຢາມຄັ້ງນີ້, ສອງຝ່າຍ ໄດ້ລົງນາມເອກະສານຮ່ວມກັນສອງສະບັບຄື: ສັນຍາວ່າດ້ວຍການຍົກເວັ້ນວີຊາການທູດ ແລະ ລັດຖະການ ແລະ ແຜນການຮ່ວມມືດ້ານການສຶກສາ ສຳລັບໄລຍະ ປີ 2020-2022, ຊຶ່ງຈະສ້າງເງື່ອນໄຂໃຫ້ສອງປະເທດ ໄດ້ເພີ່ມທະວີ ແລະ ເສີມຂະຫຍາຍການພົວພັນຮ່ວມມື ໃຫ້ແໜ້ນແຟ້ນກວ່າເກົ່າ.
ໃນໂອກາດຢ້ຽມຢາມຄັ້ງນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ຢາໂນສ ອາເດຣ, ປະທານາທິບໍດີ ຮົງກາຣີ ແລະ ພະນະທ່ານ ລາຊໂລ ໂກເວີ, ປະທານສະພາແຫ່ງຊາດ ຮົງກາຣີ, ແລ້ວຈາກນັ້ນ ກໍໄດ້ໄປວາງພວງມາລາ ຢູ່ ອານຸສາວະລີນັກຮົບນິລະນາມ ແລະ ຢ້ຽມຊົມສະຖານທີ່ທ່ອງທ່ຽວດ້ານວັດທະນະທໍາ ແລະ ປະຫວັດສາດທີ່ສຳຄັນຂອງ ຮົງກາຣີ ຈໍານວນໜຶ່ງ.
ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຖືເອົາໂອກາດນີ້ ເຊື້ອເຊີນ ທ່ານນາຍົກລັດຖະມົນຕີ ວິກຕໍຣ ອໍຣບານ ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເວລາທີ່ເຫັນວ່າສະດວກ, ຊຶ່ງທ່ານນາຍົກລັດຖະມົນຕີ ວິກຕໍຣ ອໍຣບານ ກໍມີຄວາມຍິນດີຕອບຮັບການເຊື້ອເຊີນດັ່ງກ່າວ.