ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບຜູ້ລາຍງານພິເສດ ສປຊ

20190318UNrepresentative

ໃນວັນທີ 18 ມີນາ 2019, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ຟີລິບ ອໍສ໌ຕອນ (Mr. Philip Alston), ຜູ້ລາຍງານພິເສດ ສປຊ ດ້ານຄວາມທຸກຍາກທີ່ສຸດ ແລະ ສິດທິມະນຸດ (UN Special Rapporteur on Extreme Poverty and Human Rights) ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 18-28 ມີນາ 2019 ຕາມການເຊື້ອເຊີນຂອງລັດຖະບານລາວ.

ໃນການພົບປະດັ່ງກ່າວ ທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຕ້ອນຮັບຜູ້ລາຍງານພິເສດ ພ້ອມຄະນະ ໃນການມາເຄື່ອນໄຫວຢ່າງເປັນທາງການຢູ່ ສປປ ລາວ ໃນຄັ້ງນີ້. ທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕີລາຄາການມາຢ້ຽມຢາມ ສປປ ລາວ ຂອງຜູ້ລາຍງານພິເສດ ຊຶ່ງຖືເປັນການຮ່ວມມືທີ່ສໍາຄັນລະຫວ່າງ ສປປ ລາວ ກັບກົນໄກພິເສດຂອງສະພາສິດທິມະນຸດ ສປຊ.

ໃນໄລຍະຜ່ານມາ, ບົນພື້ນຖານນະໂຍບາຍການຕ່າງປະເທດສະເໝີຕົ້ນສະເໝີປາຍຂອງ ລັດຖະບານລາວ, ສປປ ລາວ ເຄີຍໄດ້ເຊື້ອເຊີນ ແລະ ຕ້ອນຮັບຜູ້ລາຍງານພິເສດ ສປຊ ຄື: ຜູ້ລາຍງານພິເສດ ສປຊ ກ່ຽວກັບເສລີພາບທາງດ້ານສາສະໜາ ໃນປີ 2009 ແລະ ຜູ້ລາຍງານພິເສດ ສປຊ ກ່ຽວກັບການຄ້າຂາຍເດັກ ແລະ ການຂູດຮີດທາງເພດເດັກ ໃນປີ 2017. ການເຊື້ອເຊີນ ແລະ ຕ້ອນຮັບຜູ້ລາຍງານພິເສດ ສປຊ ດ້ານຄວາມທຸກຍາກທີ່ສຸດ ແລະ ສິດທິມະນຸດໃນຄັ້ງນີ້ ແມ່ນຢືນຢັນອີກເທື່ອໜຶ່ງເຖິງຄວາມເອົາໃຈໃສ່ຂອງລັດຖະບານລາວ ໃນການສືບຕໍ່ປະຕິບັດຄໍາໝັ້ນສັນຍາຂອງ ສປປ ລາວ ໃນຖານະເປັນສະມາຊິກອົງການສະຫະປະຊາຊາດ.

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ຍົກໃຫ້ຜູ້ລາຍງານພິເສດ ເຫັນເຖິງຜົນສໍາເລັດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ແຕ່ລະໄລຍະ, ການຈັດຕັ້ງປະຕິບັດເປົ້າໝາຍສະຫະສະວັດດ້ານການພັດທະນາ ໃນໄລຍະຜ່ານມາ, ການຈັດຕັ້ງປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ໃນປະຈຸບັນ ໂດຍຜ່ານການສ້າງ ແລະ ຈັດຕັ້ງປະຕິບັດເປົ້າຫມາຍແຫ່ງຊາດ ໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ, ອັນໄດ້ເຮັດໃຫ້ອັດຕາຄວາມທຸກຍາກຂອງປະຊາຊົນລາວ ຫລຸດລົງເທື່ອລະກ້າວ.

ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຍົກໃຫ້ຜູ້ລາຍງານພິເສດ ເຫັນໄດ້ເຖິງສິ່ງທ້າທາຍ ແລະ ສາເຫດຂອງຄວາມທຸກຍາກ ຢູ່ ສປປ ລາວ, ເປັນຕົ້ນ ຜົນຮ້າຍຈາກສົງຄາມ ໂດຍສະເພາະລະເບີດບໍ່ທັນແຕກທີ່ຍັງຝັງຢັງຢາຍຢູ່ໃນເນື່ອທີ່ 2/3 ຂອງປະເທດ ໄດ້ສືບຕໍ່ທຳລາຍຊີວິດ ແລະ ຊັບສິນຂອງປະຊາຊົນບັນດາເຜົ່າ, ກີດຂວາງຕໍ່ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ. ໃນໄລຍະຂອງສົງຄາມ ປະຊາຊົນລາວບັນດາເຜົ່າ ບໍ່ມີໂອກາດເຂົ້າເຖິງການສຶກສາ, ບໍ່ມີໂອກາດໄດ້ພັດທະນາຕົວເອງ, ພ້ອມດຽວກັນ ປະຊາຊົນບາງຊົນເຜົ່າ ມີຮີດຄອງປະເພນີຄວາມເຊື່ອແບບດັ່ງເດີມ ເຊິ່ງກໍພາໃຫ້ມີຄວາມຫຍຸ້ງຍາກ ໃນການແກ້ໄຂຄວາມທຸກຍາກຂອງເຂົາເຈົ້າ. ນອກນີ້, ໃນຊຸມປີຫລັງມານີ້ ສປປ ລາວ ໄດ້ຮັບຜົນກະທົບຈາກໄພທໍາມະຊາດ ທີ່ບໍ່ເຄີຍມີມາກ່ອນ.

ການມາຢ້ຽມຢາມ ສປປ ລາວ ຂອງຜູ້ລາຍງານພິເສດ ແມ່ນມີຄວາມສໍາຄັນ ເຊິ່ງຜູ້ລາຍງານພິເສດຈະສາມາດເກັບກໍາຂໍ້ມູນກ່ຽວກັບ ນະໂຍບາຍ, ຄວາມພະຍາຍາມ, ຜົນສໍາເລັດຂອງລັດຖະບານລາວ ໃນການແກ້ໄຂຄວາມທຸກຍາກ, ພ້ອມທັງຈະໄດ້ສໍາພັດກັບສະພາບຄວາມເປັນຈິງຢູ່ ສປປ ລາວ.

ທ່ານ ຟິລິບ ອໍສ໌ຕອນ (Philip Alston) ຜູ້ລາຍງານພິເສດ ສປຊ ວ່າດ້ວຍຄວາມທຸກຍາກທີ່ສຸດ ແລະ ສິດທິມະນຸດ ໄດ້ສະແດງຄວາມຂອບໃຈ ຕໍ່ທ່ານລັດຖະມົນຕີ ກະຊວງການຕ່າງປະເທດ ທີ່ໄດ້ຕ້ອນຮັບ ແລະ ໃຫ້ຂໍ້ມູນທີ່ສໍາຄັນແກ່ຜູ້ລາຍງານພິເສດ ໃນການປະຕິບັດຫນ້າທີ່ຂອງຕົນຢູ່ ສປປ ລາວ, ພ້ອມທັງໄດ້ຕີລາຄາສູງຕໍ່ການເຊື້ອເຊີນແລະ ການຮ່ວມມືຂອງ ລັດຖະບານລາວ.

ໃນໄລຍະເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເປັນເວລາ 10 ວັນ ນັບແຕ່ວັນທີ 18-28 ມີນາ 2019 ຜູ້ລາຍງານພິເສດ ສປຊ ດ້ານຄວາມທຸກຍາກທີ່ສຸດ ແລະ ສິດທິມະນຸດ ຈະພົບປະ ແລະ ເຮັດວຽກກັບບັນດາກະຊວງ ແລະ ອົງການກ່ຽວຂ້ອງຂອງ ສປປ ລາວ ເປັນຕົ້ນ ກະຊວງການຕ່າງປະເທດ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ກະຊວງຍຸຕິທຳ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງພາຍໃນ, ກະຊວງສຶກສາທິການ ແລະ ກິລາ, ກະຊວງສາທາລະນະສຸກ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ສູນສະຖິຕິແຫ່ງຊາດ. ພ້ອມດຽວກັນນີ້, ຜູ້ລາຍງານພິເສດ ກໍຈະພົບປະກັບ ກຳມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ແລະ ສານປະຊາຊົນສູງສຸດ. ຜູ້ລາຍງານພິເສດ ຍັງຈະເດີນທາງໄປຢ້ຽມຢາມ ແຂວງຫົວພັນ ແລະ ແຂວງອັດຕະປື ເພື່ອພົບປະກັບອຳນາດການປົກຄອງຂັ້ນແຂວງ ແລະ ຂັ້ນເມືອງ, ຢ້ຽມຢາມໂຄງການລຶບລ້າງຄວາມທຸກຍາກ ແລະ ເບິ່ງສະພາບຄວາມເປັນຈິງຂອງການຊ່ວຍເຫຼືອປະຊາຊົນ ແລະ ການຟື້ນຟູພື້ນທີ່ ທີ່ໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກໄພທຳມະຊາດ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480402
ມື້ນີ້60
ມື້ວານ172
ອາທິດນີ້800
ເດືອນນີ້6633