ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີມອບບັດສະມາຊິກພັກໃຫ້ສະມາຊິກພັກສົມບູນ ຊຸດທີ VIII ແລະ ປາຖະກະຖາ ປະຫວັດມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 64 ປີ

20190325Partycard

20190325Partycard1

ໃນຕອນເຊົ້າຂອງ ວັນທີ 25 ມີນາ 2018, ທີ່ກະຊວງການຕ່າງປະເທດ ໄດ້ຈັດພິທີມອບບັດສະມາຊິກພັກໃຫ້ສະມາຊິກພັກສົມບູນ ຊຸດທີ VIII ແລະ ປາຖະກະຖາ ປະຫວັດມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 64 ປີ (22/03/1955– 22/03/2019), ໂດຍພາຍໃຕ້ການເປັນປະທານ ຂອງສະຫາຍ ສະເຫລີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການຕ່າງປະເທດ. ມີບັນດາຄະນະພັກ, ຄະນະນຳ, ສະມາຊິກພັກ, ພະນັກງານ - ລັດຖະກອນ ອ້ອມຂ້າງກະຊວງເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດນີ້ ສະຫາຍ ສະເຫລີມໄຊ ກົມມະສິດ, ໄດ້ໃຫ້ກຽດຂຶ້ນມອບບັດໃຫ້ສະມາຊິກພັກສົມບູນ ຈຳນວນ 49 ສະຫາຍ, ຍິງ 16 ສະຫາຍ, ຈາກນັ້ນ ສະຫາຍ ໄດ້ມີຄຳເຫັນໂອ້ລົມຕໍ່ສະມາຊິກພັກສົມບູນຜູ້ທີ່ໄດ້ຮັບບັດໃນຄັ້ງນີ້, ໂດຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງ ບັນດາຮາກຖານໜ່ວຍພັກ ທີ່ໄດ້ເອົາໃຈໃສ່ກະຕຸກຊຸກຍູ້ກໍ່ສ້າງສະມາຊິກພັກພາຍໃນໜ່ວຍຂອງຕົນ ຈົນສາມາດປະຕິບັດໄດ້ຕາມມາດຖານ, ເງື່ອນໄຂຮັບບັດ, ໄດ້ເນັ້ນໜັກຄວາມໝາຍສຳຄັນຂອງບັດສະມາ ຊິກພັກ, ບັນດາມາດຖານ, ເງື່ອນໄຂຕ່າງໆຂອງສະມາຊິກພັກຜູ້ທີ່ຈະໄດ້ຮັບບັດ ແລະ ລວມທັງການຄຸ້ມຄອງຮັກສາ ແລະ ນຳໃຊ້ບັດສະມາຊິກພັກຢ່າງຖືກຕ້ອງ.

ໃນໂອກາດດຽວກັນນີ້ ສະຫາຍ ສະເຫລີມໄຊ ກົມມະສິດ, ຍັງໄດ້ປາຖະກະຖາ ປະຫວັດມູນເຊື້ອການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 64 ປີຜ່ານມາ, ໂດຍຍົກໃຫ້ເຫັນ ມູນເຊື້ອອັນປີຊາສາມາດສະຫຼາດສ່ອງໃສຂອງພັກ ທີ່ໄດ້ນຳພາກອງທັບ ແລະ ປະຊາຊົນລາວບັນດາເຜົ່າລຸກຂຶ້ນຕໍ່ສູ້ ແລະ ຍາດເອົາເອກະລາດ, ອຳນາດອະທິປະໄຕ ແລະ ຄວາມມີອິດສະຫຼະພາບມາສູ່ປະຊາຊົນລາວບັນດາເຜົ່າ, ເຊິ່ງສະເດງໃຫ້ເຫັນວິວັດທະນາການແຫ່ງການເຕີບໃຫຍ່ ແລະ ຂະຫຍາຍຕົວ, ຜົນງານວິລະກຳອັນລ້ຳເລີດ, ທາດແທ້ມູນເຊື້ອປະຕິວັດອັນອົງອາດສະຫງ່າງາມຂອງພັກຕະຫຼອດໄລຍະ 64 ປີຜ່ານມາເພື່ອແນ່ໃສ່ສຶກສາອົບຮົມໃຫ້ສະມາຊິກພັກ-ພະນັກງານລັດຖະກອນໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ພ້ອມກັນນັ້ນ ເອົາໃຈໃສ່ສຶບຕໍ່ປົກປັກຮັກສາ ແລະເສີມຂະຫຍາຍມູນເຊື້ອທາດແທ້ອັນດີງາມຂອງພັກໄວ້ໃຫ້ໝັ້ນຄົງຕະຫຼອດໄປ. ເພື່ອເປັນແກນນຳພາທົ່ວປວງຊົນລາວບັນດາເຜົ່າປົກປັກຮັກສາ ແລະ ພັດທະນາປະເທດຊາດ ເຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະສີວິໄລ.ສຸດທ້າຍ ສະຫາຍປະທານ ຍັງໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະນຳ, ສະມາຊິກພັກ-ພະນັກງານລັດຖະ ກອນ ກະຊວງການຕ່າງປະເທດ ຈົ່ງພ້ອມກັນເອົາໃຈໃສ່ສຶກສາຄົ້ນຄວ້າ, ເຊື່ອມຊຶມ ແລະ ກຳແໜ້ນ ແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານແນວຄິດ-ທິດສະດີ ແລະ ວິຊາສະເພາະປະກອບສ່ວນຢ່າງຕັ້ງໜ້າໃນຂະບວນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈ ມະຕິກອງປະຊຸມໃຫຍ່ ຄັ້ງທີ Xຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IIIຂອງອົງຄະນະພັກກະຊວງການຕ່າງປະເທດ, ເຂົ້າໃນໜ້າທີ່ການເມືອງໃນວຽກງານທີ່ຕົນຮັບຜິດຊອບ ດ້ວຍຈິດໃຈບຸກທະລຸຢ່າງຕັ້ງໜ້າ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480217
ມື້ນີ້47
ມື້ວານ157
ອາທິດນີ້615
ເດືອນນີ້6448