ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ລັດຖະມົນຕີພັດທະນາສາກົນ, ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ນອກແວ

 

PMreceivedNorway1 PMreceivedNorway2

 ໃນວັນທີ 29 ມີນາ 2019, ທີ່ ສຳນັກງານນາຍົກລັດຖະມົນຕີ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ດັກອິນ ອຸນສະເຕນ (Dag-Inge Ulstein), ລັດຖະມົນຕີພັດທະນາສາກົນ, ກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກ ນອກແວພ້ອມດ້ວຍ ຄະນະ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

ໃນໂອກາດນີ້, ພະນະທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບຕໍ່ການມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງ ທ່ານ ດັກອິນ ອຸນສະເຕນ ພ້ອມດ້ວຍຄະນະ ໃນຄັ້ງນີ້, ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ-ນອກແວ, ຊຶ່ງໄດ້ມີການຈັດຕັ້ງປະຕິບັດແຜນງານຮ່ວມມືສອງຝ່າຍ ບົນພື້ນຖານຂອງຖະແຫຼງການວຽງຈັນ ໂດຍສະເພາະແມ່ນ ການໃຫ້ການຊ່ວຍເຫຼືອໃນຂົງເຂດບູລິມະສິດຂອງ ລັດຖະບານ ສປປ ລາວ ໃນການສ້າງຄວາມເຂັ້ມແຂງ ແລະ ຄວາມເປັນເຈົ້າການແກ່ລັດຖະບານລາວ ໃຫ້ບັນລຸເປົ້າໝາຍສະຫັດສະວັດ ແລະ ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາໃນປີ 2024. ພ້ອມດຽວກັນນີ້, ລັດຖະບານ ແລະ ປະຊາຊົນ ນອກແວ ຍັງໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນວຽກງານການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ໂດຍຜ່ານອົງການ NPA (Norwegian People’s Aid) ແລະ UNDP Trust Fund ຊ່ວຍໃນການເກັບກູ້ລະເບີດ ແລະ ປິ່ນປົວຜູ້ທີ່ໄດ້ຮັບເຄາະຮ້າຍຈາກລະເບີດທີ່ບໍ່ທັນແຕກ, ການໃຫ້ການຮ່ວມມື ແລະ ຊ່ວຍເຫຼືອທາງດ້ານພະລັງງານໄຟຟ້ານ້ຳຕົກ ແລະ ພະລັງງານທົດແທນ, ການຮ່ວມມືດ້ານການຄ້າ ແລະ ການລົງທຶນໃນຂອບອາຊຽນ-ນອກແວ. ໃນໂອກາດນີ້, ພະນະທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຂອບໃຈ ມາຍັງ ລັດຖະບານ ແລະ ປະຊາຊົນ ນອກແວ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ໃນໄລຍະຜ່ານມາ, ພ້ອມທັງສະເໜີໃຫ້ສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຕື່ມອີກ ເປັນຕົ້ນແມ່ນການຊ່ວຍເຫຼືອດ້ານການເກັບກູ້ລະເບີດ ເນື່ອງຈາກວ່າ ສປປ ລາວ ຍັງມີຜູ້ໄດ້ຮັບຜົນກະທົບ ແລະ ຮັບເຄາະຮ້າຍຈາກລະເບີດທີ່ບໍ່ທັນແຕກ, ຊຸກຍູ້ໂຄສະນາຂົນຂວາຍນັກທຸລະກິດ-ນັກລົງທຶນ ແລະ ນັກທ່ອງທ່ຽວ ໃຫ້ມາຢ້ຽມຢາມ ແລະ ດຳເນີນທຸລະກິດຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ ແລະ ຊ່ວຍພັດທະນາບຸກຄະລາກອນດ້ານຕ່າງໆໃນຕໍ່ໜ້າ.

ໃນຂະນະດຽວກັນ, ທ່ານລັດຖະມົນຕີ ດັກອິນ ອຸນສະເຕນ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ ພະນະທ່ານນາຍົກ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນ, ທ່ານ ກໍ່ໄດ້ສະແດງຄວາມຮູ້ສຶກຕໍ່ຄວາມສຳຄັນໃນການ ສະໜັບສະໜູນສ້າງສົນທິສັນຍາ ວ່າດ້ວຍ ລະເບີດລູກຫວ່ານ ໃນປີ 2008. ນັບແຕ່ນັ້ນມາ ນອກແວ ໄດ້ໃຫ້ການຊ່ວຍເຫຼືອໃນຂົງເຂດການເກັບກູ້ລະເບີດບໍ່ທັນແຕກແກ່ ສປປ ລາວ ເປັນຈຳນວນຫຼາຍພໍສົມຄວນ ແລະ ສະແດງຄວາມເຫັນດີຈະສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຕື່ມອີກໃນອານາຄົດ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485814
ມື້ນີ້113
ມື້ວານ206
ອາທິດນີ້850
ເດືອນນີ້5119