ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກະຊວງການຕ່າງປະເທດ ແລະ ບັນດາທູຕານຸທູດຕ່າງປະເທດ ຮ່ວມກັນ ສະເຫຼີມສະຫຼອງປີໃໝ່ລາວ ພ.ສ 2562

20190406LaoNewYear1

20190406LaoNewYear220190406LaoNewYear3

ໃນວັນທີ 06 ເມສາ 2019, ກະຊວງການຕ່າງປະເທດ ຮ່ວມກັບ ບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ໄດ້ຈັດພິທີບາສີສູ່ຂວັນສະເຫຼີມສະຫຼອງບຸນປີໃໝ່ລາວ ທີ່ ສວນພຶກສາ, ບ້ານໃໝ່ດ່ານຊີ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ, ເພື່ອເປັນການສົ່ງທ້າຍປີເກົ່າ ພ.ສ 2561 ແລະ ຕ້ອນຮັບປີໃໝ່ ພ.ສ 2562. ໃນພິທີສະເຫຼີມສະຫຼອງບຸນປະເພນີປີໃໝ່ລາວໃນຄັ້ງນີ້ ເປັນກຽດເຂົ້າຮ່ວມໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມດ້ວຍພັນລະຍາ, ຄະນະພັກ-ຄະນະນໍາກະຊວງ ພ້ອມດ້ວຍຄອບຄົວ, ພະນັກງານອາວຸໂສບໍານານ, ບັນດາຄະນະຫ້ອງການ-ຄະນະກົມ, ຄະນະພະແນກ, ອົງການຈັດຕັ້ງມະຫາຊົນ ແລະ ພະນັກງານ ກະຊວງການຕ່າງປະເທດ ເຂົ້າຮ່ວມຢ່າງພ້ອມພຽງ. ພ້ອມດຽວກັນນັ້ນ ບັນດາທູຕານຸທູດ, ກົງສູນ-ກົງສູນກິດຕິມະສັກ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ພ້ອມດ້ວຍຄອບຄົວ ແລະ ແຂກ ກໍໄດ້ຮັບກຽດເຊື້ອເຊີນເຂົ້າຮ່ວມ.

ໃນໂອກາດສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່ ໃນຄັ້ງນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນໍາກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ອວຍພອນປີໃໝ່ລາວ ຕໍ່ບັນດາພະນັກງານ, ທູຕານຸທູດ ແລະ ແຂກທີ່ເຂົ້າຮ່ວມ ດ້ວຍຄວາມອົບອຸ່ນ ແລະ ສະໜິດສະໜົມ. ພ້ອມນີ້, ທ່ານລັດຖະມົນຕີ ຍັງໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງບຸນປີໃໝ່ລາວ, ຊຶ່ງແມ່ນບຸນປະເພນີທີ່ສໍາຄັນຂອງລາວ ແລະ ເປັນຮີດຄອງປະເພນີອັນດີງາມຂອງຊາດ ທີ່ໄດ້ສືບສານກັນມາຕັ້ງແຕ່ບູຮານນະການ; ບັນດາ​ສຳນັກງານ​ອົງການ​ຕ່າງໆ​ທັງ​ພາກ​ລັດ ແລະ ເອກະ​ຊົນ, ຫົວໜ່ວຍ​ທຸລະ​ກິດຕະຫຼອດ​ຮອດ​ພໍ່​ແມ່​ປະຊາຊົນ ກໍ​ໄດ້​ຈັດ​ພິທີ​ບາສີສູ່ຂວັນ  ແລະຫົດສົງ​ນ້ຳ​ໃຫ້ການ​ນຳ​ພັກ-ລັດ, ຜູ້​ອາວຸໂສ, ຜູ້​ເຖົ້າ​ຜູ້​ແກ່ ແລະຜູ້​ເປັນ​ພໍ່​ເປັນ​ແມ່ ກໍ​ຄື​ຜູ້​ທີ່​ມີ​ບຸນຄຸນເພື່ອ​ເປັນ​ການ​ປັດ​ເປົ່າ​ສິ່ງ​ທີ່​ບໍ່​ດີ​ບໍ່​ງາມ​ໃຫ້​ໄປ​ຕາມ​ປີ​ເກົ່າແລະ ອວຍພອນ​ປີ​ໃໝ່​ໃຫ້ມີ​ແຕ່​ໂຊກ​ແຕ່​ໄຊ.

ພ້ອມດຽວກັນນັ້ນ, ໃນໂອກາດສະເຫຼີມສະຫຼອງປີໃໝ່ລາວ ໃນຄັ້ງນີ້ ຍັງເປັນໂອກາດທີ່ສໍາຄັນໃນການເຜີຍແຜ່ວັດທະນະທໍາ ແລະ ຮີດຄອງປະເພນີອັນດີງາມຂອງລາວ ໃຫ້ແກ່ ບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນປະຈໍາ ສປປ ລາວ ກໍຄືຊາວຕ່າງຊາດໃຫ້ໄດ້ຮັບຮູ້, ໄດ້ສໍາພັດ ແລະ ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບ ບຸນປະເພນີປີໃໝ່ຂອງລາວເຮົາ. ພ້ອມດຽວກັນນີ້, ຍັງເປັນການສົ່ງເສີມຄວາມເຂົ້າອົກເຂົ້າໃຈ ແລະ ຮັດແໜ້ນການພົວພັນຮ່ວມມືອັນດີງາມ ລະຫວ່າງ ພະນັກງານກະຊວງການຕ່າງປະເທດ ກໍຄືນັກການທູດລາວ ກັບບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ກໍຄືບັນດາປະເທດເພື່ອນມິດໃນພາກພື້ນ ແລະສາກົນ.

ໃນຕອນທ້າຍ, ທ່ານລັດຖະມົນຕີ ກໍໄດ້ອວຍພອນໄຊອັນປະເສີດ ໃນໂອກາດສະເຫຼີມສະຫຼອງປີໃໝ່ລາວ ໃນຄັ້ງນີ້ ໃຫ້ແກ່ ທຸກໆທ່ານທີ່ໄດ້ມາຮ່ວມງານ ຈົ່ງມີສຸຂະພາບແຂງແຮງ, ມີພະລານາໄມທີ່ສົມບູນ, ມີ​ຄວາມ​ເບີກບານ​ມ່ວນຊື່ນ, ປະສົບຜົນສໍາເລັດໃນໜ້າທີ່ວຽກງານ ແລະ ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ ທຸກປະການ ຕະຫຼອດປີ ພ.ສ 2562 ແລະ ຕະຫຼອດໄປ.

ຈາກນັ້ນ, ກໍໄດ້ມີພິທີບາສີສູ່ຂວັນ ອວຍພອນປີໃໝ່ ຊຶ່ງກັນ ແລະ ກັນ, ຮ່ວມຮັບປະທານອາຫານທ່ຽງ, ຊົມການສະແດງສີລະປະ ແລະ ປະກອບສ່ວນມ່ວນຊື່ນຮ່ວມກັນຢ່າງຄຶກຄື້ນ ດ້ວຍໄມຕີຈິດມິດຕະພາບອັນດີ ແລະ ມີຄວາມໝາຍສໍາຄັນ, ຊຶ່ງເຮັດໃຫ້ພິທີສະເຫຼີມສະຫຼອງປີໃໝ່ລາວ ພ.ສ 2562 ຄັ້ງນີ້ ມີບັນຍາກາດຟົດຟື້ນມ່ວນຊື່ນ ລະຫວ່າງ ພະນັກງານກະຊວງການຕ່າງປະເທດ, ບັນດາທູຕານຸທູດ, ອົງການຈັດຕັ້ງສາກົນ ປະຈໍາ ສປປ ລາວ ແລະ ແຂກຖືກເຊີນເຂົ້າຮ່ວມ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485767
ມື້ນີ້66
ມື້ວານ206
ອາທິດນີ້803
ເດືອນນີ້5072