ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຄະນະໂຄສະນາອົບຮົມສູນກາງພັກ ຈັດພິທີປາຖະກະຖາ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ແລະ ການຈັດຕັ້ງປະຕິບັດ ນະໂຍບາຍການຕ່າງປະເທດ ໃນໄລຍະໃໝ່

 2019422-slx-speech-khosana1

2019422-slx-speech-khosana2

ໃນຕອນບ່າຍຂອງວັນທີ 22 ເມສາ 2019, ຄະນະ​ໂຄສະນາ ​ອົບຮົມ​ສູນ​ກາງ​ພັກໄດ້ຈັດພິທີ​ປາຖະກະຖາ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ແລະ ການຈັດຕັ້ງປະຕິບັດ ນະໂຍບາຍການຕ່າງປະເທດ ໃນໄລຍະໃໝ່, ໂດຍ​ການເປັນ​ກຽດ​ປາຖະກະຖາ​ຂອງ ​ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ, ມີ​ບັນດາຮອງເລຂາຄະນະພັກ, ຄະນະນຳຂອງບັນດາກະຊວງ-ອົງການຂັ້ນສູງກາງ, ບັນດາຫົວໜ້າ-ຮອງຫົວໜ້າສື່ມວນຊົນ, ພະນັກງານທີ່ເຮັດວຽກງານການເມືອງ-ແນວຄິດຂອງອົງການພັກ ແລະ ລັດ ​ເຂົ້າ​ຮ່ວມຢ່າງພ້ອມພຽງ.

ໃນ​ໂອກາດ​ນີ້, ທ່ານລັດຖະມົນຕີສະເຫຼີມໄຊ ກົມມະສິດ ​ໄດ້ຍົກໃຫ້ເຫັນເຖິງສະພາບການພາກພື້ນ ແລະ ສາກົນ ທີ່ນັບມື້ນັບມີການຜັນແປຢ່າງວ່ອງໄວ, ສະຫຼັບຊັບຊ້ອນ ແລະ ຄາດຄະເນໄດ້ຍາກ ເປັນຕົ້ນແມ່ນ ບັນຫາຄວາມຂັດແຍ່ງລະຫວ່າງປະເທດມະຫາອຳນາດ, ບັນຫາການກໍ່ການຮ້າຍ, ຄວາມຂັດແຍ່ງໃນຂົງເຂດຕາເວັນອອກກາງ, ບັນຫາອະທິປະໄຕ, ເຊື້ອ ຊາດ, ສາສະໜາ, ການປະທ້ວງຮຽກຮ້ອງສິດ, ບັນຫາຊາວອົບພະຍົບ, ຄວາມຂັດແຍ່ງທາງດ້ານເສດຖະກິດ-ການຄ້າ, ການຊ່ວງເສັງປະກອບອາວຸດ, ການຖອນຕົວອອກຈາກສະຫະພາບເອີຣົບຂອງອັງກິດ (Brexit) ແລະ ອື່ນໆ ທີ່ໄດ້ມີການຜັນແປໄປໃນຮູບການຕ່າງໆ ໂດຍມີລັກສະນະຮຸນແຮງ ແລະ ເປັນວົງກວ້າງ. ຕໍ່ກັບສະພາບການສັບສົນທີ່ມີທັງກາລະໂອກາດ ແລະ ສິ່ງທ້າທາຍນີ້, ສປປ ລາວ ພາຍໃຕ້ການນຳພາອັນສະຫຼາດສ່ອງໃສຂອງພັກ ກໍ່ຄື ການນໍາຂັ້ນສູງຂອງ ສປປ ລາວ ໃນແຕ່ລະຍຸກ ແຕ່ລະສະໄໝ, ເຮັດໃຫ້ການເຄື່ອນໄຫວວຽກງານການຕ່າງປະເທດ ດໍາເນີນໄປຢ່າງຄ່ອງແຄ້ວ, ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ສ້າງຄວາມໄວ້ເນື້ອເຊື່ອໃຈ ໃຫ້ແກ່ບັນດາປະເທດເພື່ອນມິດທັງຢູ່ໃກ້ ແລະ ໄກ, ເຮັດໃຫ້ບົດບາດ ແລະ ອິດທິພົນຂອງ ສປປ ລາວ ນັບມື້ນັບສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ ຈົນສາມາດຍາດມາໄດ້ຜົນສຳເລັດໃນຫຼາຍດ້ານ, ສືບຕໍ່ຍຶດໝັ້ນປະຕິບັດແນວທາງການຕ່າງປະເທດ ອັນສະເໝີຕົ້ນ ສະເໝີປາຍຄື ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື;​ ພ້ອມທັງຍຶດໝັ້ນທິດນໍາ ເພີ່ມມິດຫຼຸດຜ່ອນສັດຕູ, ຍຶດໝັ້ນປະຕິບັດຄຳຂວັນຂອງກອງປະຊຸມວຽກງານການຕ່າງປະເທດ “ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດ”, ເສີມສ້າງສາຍພົວພັນກັບບັນດາປະເທດເພື່ອນມິດຍຸດທະສາດຮ່ວມອຸດົມການສັງຄົມນິຍົມ, ໂດຍສະເພາະແມ່ນ ການພົວພັນແບບພິເສດ ກັບ ສສ. ຫວຽດນາມ ແລະ ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ກັບ ສປ ຈີນ, ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມທີ່​ດີມີໝາກຜົນກັບປະເທດເພື່ອນບ້ານ, ເພີ່ມທະວີການເຄື່ອນໄຫວໃນຂອບອາຊຽນ, ຊຸກຍູ້ການເຊື່ອມໂຍງ ແລະ ເຊື່ອມຈອດກັບພາກພື້ນ, ຮັດແຄບຄວາມແຕກໂຕນດ້ານການພັດທະນາ, ເພີ່ມທະວີການພົວພັນກັບບັນດາປະເທດມະຫາອຳນາດ. ພ້ອມກັນນັ້ນ, ກໍ່ຫັນການພົວພັນກັບສາກົນໃຫ້ມີຄວາມຫຼາກຫຼາຍ, ຫຼາຍທິດ, ຫຼາຍຝ່າຍ, ຫຼາຍລະດັບ ແລະ ຫຼາຍຮູບແບບ, ເຄື່ອນໄຫວຢ່າງສ້າງສັນ ແລະ ເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງວົງຄະນາຍາດສາກົນ, ປະກອບສ່ວນຢ່າງເໝາະສົມເຂົ້າໃນການສ້າງລະບຽບຂອງໂລກທີ່ເປັນທຳ ແລະ ສະ ເໝີພາບ.

ພ້ອມດຽວກັນນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍ່ໄດ້ຍົກໃຫ້ເຫັນເຖິງມາດຕະການ ແລະ ແຜນການໃນຕໍ່ໜ້າຂອງວຽກງານການຕ່າງປະເທດ, ການເຄື່ອນໄຫວການທູດຂອງພັກ ແລະ ລັດເຮົາ ທີ່ຖືກຕ້ອງສອດຄ່ອງ ເພື່ອຮ່ວມມືກັນພັດທະນາ, ສ້າງເງື່ອນໄຂສະພາບແວດລ້ອມພາຍນອກ ທີ່ເອື້ອອຳນວຍໃຫ້ແກ່ການສ້າງສາພັດທະນາປະເທດຊາດ ໃຫ້ນັບມື້ນັບເຂັ້ມແຂງ, ກ້າວໄປສູ່ເປົ້າໝາຍນຳເອົາປະເທດຊາດຫຼຸດພົ້ນອອກຈາກສະຖານະພາບດ້ວຍພັດທະນາ ແລະ ສ້າງປະເທດໃຫ້ເປັນປະເທດທີ່ມັ່ງຄັ່ງ, ປະຊາຊົນມີຄວາມຜາສຸກ, ສັງຄົມມີຄວາມຍຸດຕິທໍາ, ປະຊາທິປະໄຕ, ປອງດອງ ແລະ ສິວິໄລ. ສະນັ້ນ, ທຸກພາກສ່ວນຕ້ອງໄດ້​ຮ່ວມ​ກັນ​ສຸມ​ໃສ່​ຄົ້ນຄວ້າ​ຢ່າງ​ຈິງ​ຈັງ ​ເພື່ອ​ສ້າງ​ແຜນ​ຍຸດ​ທະ​ສາດ​ໄລຍະ​ຍາວ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ ການ​ທູດ​ຮັບ​ໃຊ້​ເສດຖະກິດ ​ໃຫ້​ມີ​ປະສິດທິ​ຜົນ, ປະສົມ​ປະສານ​ຢ່າງ​ກົມກຽວ ລະຫວ່າງ​ ການ​ທູດ​ການ​ເມືອງ, ການ​ທູດ​ເສດຖະກິດ, ການ​ທູດ​ກິລາ-ວັດທະນະ​ທໍາ ​ແລະ ການ​ທູດ​ປະຊາຊົນ ​ເພື່ອ​ນໍາ​ເອົາ​ຜົນ​ປະ​ໂຫຍ​ດສູງ​ສຸດ ​ມາ​ໃຫ້​ປະ​ເທດ​ຊາດ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485701
ມື້ນີ້0
ມື້ວານ206
ອາທິດນີ້737
ເດືອນນີ້5006