ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມໂຕະມົນບັນດາຜູ້ນຳວ່າດ້ວຍການຮ່ວມມືສາກົນ ໜຶ່ງແລວ ໜຶ່ງເສັ້ນທາງ ໃນຫົວຂໍ້ ເພີ່ມທະວີການເຊື່ອມສານດ້ານນະໂຍບາຍ ແລະ ການຮັດແໜ້ນການເປັນຄູ່ຮ່ວມມືທີ່ໃກ້ຊິດ

 

 

RoundTable1 RoundtableXinhua1 RoundtableXinhua2

 

ໃນຕອນເຊົ້າວັນທີ 27 ເມສາ 2019, ພະພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ສືບຕໍ່ເຂົ້າກອງປະຊຸມໂຕະມົນບັນດາຜູ້ນຳວ່າດ້ວຍການຮ່ວມມືສາກົນ ໜຶ່ງແລວ ໜຶ່ງເສັ້ນທາງ ໃນຫົວຂໍ້ ເພີ່ມທະວີການເຊື່ອມສານດ້ານນະໂຍບາຍ ແລະ ການຮັດແໜ້ນການເປັນຄູ່ຮ່ວມມືທີ່ໄກ້ຊິດ”. ສໍາລັບກອງປະຊຸມ ໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ຄັ້ງທີ 2 ນີ້, ພາຍໃຕ້ການເປັນປະທານຂອງພະນະທ່ານ ສີ ຈີ້ນຜີງ, ປະທານປະເທດ ແຫ່ງ ສປ ຈີນ, ຊຶ່ງມີປະມຸກລັດ ແລະ ຫົວໜ້າລັດຖະບານ 37 ປະເທດເຂົ້າຮ່ວມ, ລວມທັງເລຂາທິການໃຫຍ່ ສປຊ ແລະ ອົງການຈັດຕັ້ງສາກົນ. ສປປ ລາວ ເຫັນວ່າກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນຫຼາຍ ເພາະມັນເປັນການເປີດໂອກາດໃຫ້ຜູ້ເຂົ້າຮ່ວມທັງໝົດໄດ້ທົບທວນການຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຊຶ່ງປະທານ ສີ ຈິ້ນຜິງ ໄດ້ປະກາດໃນປີ 2013 ເປັນຕົ້ນມາ, ກໍ່ຄືຂອງກອງປະຊຸມ ໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນຄັ້ງທີ່ 1 ໃນປີ 2017, ອັນເປັນການເປີດສັງກາດໃໝ່ໃນການເສີມຂະຫຍາຍການຮ່ວມມືຕົວຈີງລະຫວ່າງປະເທດຕາມແລວໜຶ່ງເສັ້ນທາງທີ່ໄດ້ມີຄວາມຄືບໜ້າເປັນກ້າວໆມາ. ຊື່ງທ່ານປະທານປະເທດສະແດງເຂົ້າຮ່ວມ ໄດ້ຊົມເຊີຍຕໍ່ການກຳນົດເອົາຫົວຂໍ້ນີ້ເປັນໜຶ່ງໃນຫົວຂໍ້ມາປຶກສາຫາລືໃນກອງປະຊຸມໂຕະມົນຂອງຜູ້ນຳໃນຄັ້ງນີ້ ເພາະມັນສອດຄ່ອງກັບທ່າອ່ຽງລວມຂອງໂລກທີ່ຮຽກຮ້ອງໃຫ້ມີການເພີ່ມທະວີການເຊື່ອມສານໃນດ້ານນະໂຍບາຍ ແລະ ສ້າງຄວາມເປັນຄູ່ຮ່ວມທີ່ໃກ້ຊິດກັນອັນເປັນປັດໃຈຕັດສິນທີ່ສຳຄັນໜຶ່ງເພື່ອການເຊື່ອມໂຍງ ແລະ ຈັດຕັ້ງປະຕິບັດໂຄງການຮ່ວມມືສາກົນ. ທ່ານປະທານປະເທດ ແຫ່ງ ສປປ ລາວ ໄດ້ຖືເອົາໂອກາດນີ້ ສະແດງຄວາມຊົມເຊີຍມາຍັງລັດຖະບານ ສປ ຈີນ ຕໍ່ຜົນສຳເລັດຂອງນະໂຍບາຍເປີດກ້ວາງການຮ່ວມມືກັບສາກົນ. ຕະຫຼອດໄລຍະ 70 ປີ ແຫ່ງການສະຖາປະນາ ສປ ຈີນ ກໍ່ຄື 4 ທົດສະຫວັດແຫ່ງການປະຕິບັດນະໂຍບາຍເປີດກ້ວາງ, ສປ ຈີນ ໄດ້ບັນລຸການສ້າງຄວາມເປັນຄູ່ຮ່ວມດ້ານການພັດທະນາຢ່າງກ້ວາງຂວາງອັນໄດ້ນຳຜົນປະໂຫຽດຕົວຈີງມາສູ່ ສປ ຈີນ ກໍ່ຄືບັນດາປະເທດໃນອານຸພາກພື້ນ ແລະ ໃນໂລກ. ຜົນສຳເລັດຂອງການພັດທະນາເສດຖະກິດ-ສັງຄົມ ກໍ່ຄືການຫຼຸດຜ່ອນຄວາມທຸກຍາກຢູ່ໃນ ສປ ຈີນ ນັ້ນໄດ້ກາຍເປັນຕົວແບບຂອງການພັດທະນາທີ່ປະເທດກຳລັງພັດທະນາຫຼາຍປະເທດກຳລັງສຶກສາຄົ້ນຄ້ວາເພື່ອນຳໄປຈັດຕັ້ງປະຕິບັດຢູ່ໃນປະເທດຂອງຕົນ.

ສຳລັບລັດຖະບານ ສປປ ລາວ, ໄດ້ດຳເນີນນະໂຍບາຍການປ່ຽນແປງໃໝ່ມາຕັ້ງແຕ່ປີ 1986 ເປັນຕົ້ນມາ ແລະ ໄດ້ປັບປຸງບັນດານະໂຍບາຍຕ່າງໆຂອງຕົນເປັນແຕ່ລະໄລຍະເພື່ອເປີດກ້ວາງການຮ່ວມມືກັບພາຍນອກພ້ອມທັງເອົາໃຈໃສ່ການພັດທະນາ ແລະ ຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ສາມາດເຊື່ອມໂຍງ ແລະ ເຊື່ອມຈອດເຂົ້າກັບພາກພື້ນ ແລະ ສາກົນໄດ້ເທື່ອລະກ້າວ. ສະນັ້ນ, ສປປ ລາວ ເຫັນວ່າຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ແມ່ນສອດຄ່ອງກັບນະໂຍບາຍການຫັນປະເທດຈາກບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດເຊື່ອມຈອດ. ບົນຈິດໃຈດັ່ງກ່າວ, ສປປ ລາວ ຈຶ່ງໄດ້ສະໜັບສະໜູນ ແລະ ປະກອບສ່ວນຢ່າງຕັ້ງໜ້າໃນການເຂົ້າຮ່ວມການຈັດຕັ້ງປະຕິບັດຂໍ້ລິເລີ່ມດັ່ງກ່າວນີ້, ຊຶ່ງໃນການຮ່ວມມືໃນກອບດັ່ງກ່າວນີ້ກໍ່ແມ່ນໂຄງການຮ່ວມມືລົດໄຟຄວາມໄວສູງ ລາວ-ຈີນ ອັນເປັນໂຄງການຮ່ວມມືໜຶ່ງທີ່ໃຫຍ່ ແລະ ສຳຄັນທີ່ສຸດສຳລັບ ສປປ ລາວ, ຊຶ່ງມາເຖີງປະຈຸບັນການກໍ່ສ້າງດັ່ງກ່າວມີຄວາມຄືບໜ້າຫຼາຍກວ່າ 60% ແລະ ຄາດວ່າຈະສໍາເລັດຕາມແຜນການໃນປີ 2021.

ສປປ ລາວ ຂໍຢືນຢັນຄືນອີກເທື່ອໜຶ່ງຕໍ່ຄວາມມຸ້ງໝັ້ນຂອງຕົນທີ່ຈະສືບຕໍ່ສະໜັບສະໜູນ ແລະ ປະກອບສ່ວນຢ່າງຈິງຈັງຕາມຄວາມສາມາດຂອງຕົນທີ່ມີຢູ່ໃນການປະກອບສ່ວນໃນການຈັດຕັ້ງປະຕິບັດຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ, ຊຶ່ ສປປ ລາວ ຖືວ່າເປັນຍຸດທະສາດສຳຄັນໜຶ່ງໃນການສົ່ງເສີມການພັດທະນາແບບຍືນຍົງ, ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຽດ ອັນເປັນປັດໃຈສຳຄັນໃຫ້ແກ່ການສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ສາກົນ ແລະ ນຳເອົາຄວາມສີວິໄລມາສູ່ປະຊາຊົນຂອງບັນດາປະເທດຢູ່ລຽບຕາມໜຶ່ງແລວ ໜຶ່ງເສັ້ນທາງຢ່າງແທ້ຈີງ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484293
ມື້ນີ້270
ມື້ວານ147
ອາທິດນີ້731
ເດືອນນີ້3598