ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພົບປະກັບ ສະຫາຍ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ

 

3042019LC2 3042019LC1

3042019LC3 3042019LC4

 

ໃນຕອນແລງວັນທີ 30 ເມສາ 2019, ໃນໂອກາດຢ້ຽມຢາມລັດຖະກິດ ສປຈີນ, ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຂົ້້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ຈັດຂຶ້ນໃນລະດັບສູງສຸດ ແລະ ສົມກຽດ ທີ່ຫໍສະພາປະຊາຊົນຈີນ ໂດຍມີການນຳຂັ້ນສູງຂອງສອງພັກ, ສອງລັດ ເຂົ້າຮ່ວມ.

ພາຍຫລັງພິທີຕ້ອນຮັບຢ່າງເປັນທາງການແລ້ວ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ພົບປະກັບ ສະຫາຍເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ. ໃນການພົບປະ, ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນ ແລະ ການຕ້ອນຮັບອັນອົບອຸ່ນ ສະໜິດສະໜົມ ຂອງ ສະຫາຍ ສີຈິ້ນຜິງ, ບັນດາການນໍາຂັ້ນສູງຂອງພັກ, ລັດຈີນ ທັງຢູ່ສູນກາງ ແລະ ແຂວງຟູຈ້ຽນ ທີ່ຄະນະໄດ້ໄປຢ້ຽມຢາມ ເຊິ່ງສະແດງໃຫ້ເຫັນເຖິງມູນເຊື້ອອັນດີງາມແຫ່ງສາຍພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານ ຕາມທິດ 4 ດີ ລະຫວ່າງ ສອງປະເທດ ລາວ-ຈີນ. ສະຫາຍ ບຸນຍັງ ວໍລະຈິດ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດອັນຈົບງາມຂອງກອງປະຊຸມເວທີປາໄສການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2 ທີ່ ສປ ຈີນ. ພ້ອມນັ້ນ ຍັງໄດ້ຕີລາຄາສູງຕໍ່ຜົນສຳເລັດອັນສໍາຄັນ ຮອບດ້ານ ຂອງປະຊາຊົນຈີນ ໃນພາລະກິດສ້າງສາສັງຄົມນິຍົມຕາມສີສັນພິເສດຂອງຈີນ, ໂດຍສະເພາະແມ່ນຜ່ານການຢ້ຽມຢາມຄັ້ງນີ້ ໄດ້ຮັບຮູ້ຢ່າງເລິກເຊິ່ງຕໍ່ບົດຮຽນ ແລະ ຜົນສຳເລັດອັນໂດດເດັ່ນໃນການແກ້ໄຂຄວາມທຸກຍາກຂອງ ສປ ຈີນ, ເຊິ່ງໄດ້ເປັນບົດຮຽນອັນປະເສີດ, ສຳຄັນໃຫ້ແກ່ຝ່າຍລາວ. ສະຫາຍ ບຸນຍັງ ວໍລະຈິດ ໄດ້ອວຍພອນໃຫ້ປະຊາຊົນຈີນ ພາຍໃຕ້ການນໍາພາອັນໜັກແໜ້ນ ຂອງພັກກອມມູນິດຈີນ ອັນມີ ສະຫາຍ ສີຈິ້ນຜິງ ເປັນແກນກາງ ຈະສືບຕໍ່ບັນລຸຜົນສໍາເລັດ ໃໝ່ ໃຫຍ່ຫຼວງກວ່າເກົ່າ ໃນການສ້າງສັງຄົມອີ່ມໜຳສຳລານຢ່າງຮອບດ້ານໃນປີ 2020 ກໍຄື ການບັນລຸເປົ້າ  ໝາຍ 100 ປີສອງເຫດການທີ່ກອງປະຊຸມໃຫຍ່ ຄັ້ງທີ 19 ຂອງພັກກອມມູນິດຈີນ ວາງອອກ ທັງເປັນການຂໍ່ານັບຮັບຕ້ອນ ວັນຄົບຮອບ 70 ປີ ແຫ່ງການສະຖາປະນາ ສປ ຈີນ ໃນເດືອນຕຸລາ 2019.

ສະຫາຍ ບຸນຍັງ ວໍລະຈິດ ຢືນຢັນຄືນເຖິງທັດສະນະສະເໝີຕົ້ນສະເໝີປາຍໃນການເສີມຂະຫຍາຍມິດຕະພາບອັນເປັນມູນເຊື້ອ ລາວ-ຈີນ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ຕາມທິດ 4 ດີ ທີ່ພວມນໍາເອົາຜົນປະໂຫຍດມາໃຫ້ແກ່ປະຊາຊົນທັງສອງປະເທດ, ສະແດງຄວາມຂອບໃຈຕໍ່ຝ່າຍຈີນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອອັນໃຫຍ່ຫຼວງໃຫ້ແກ່ພາລະກິດຕໍ່ສູ້ເພື່ອເອກະລາດແຫ່ງຊາດໃນເມື່ອກ່ອນ ກໍ່ຄືພາລະກິດສ້າງສາພັດທະນາະເທດຊາດໃນປັດຈຸບັນຂອງປະຊາຊົນລາວ, ສະແດງຄວາມເປັນເອກະພາບຕໍ່ທິດທາງການຮ່ວມມືໃນຂະແໜງການຕ່າງໆໃນຕໍ່ໜ້າ ໃຫ້ນັບມື້ນັບມີປະສິດທິຜົນ, ພ້ອມກັນຈັດຕັ້ງປະຕິບັດເນື້ອໃນຈິດໃຈແຫ່ງການເປັນຄູ່ຮ່ວມຊາຕາກຳ ລາວ-ຈີນ ທີ່ສອງຝ່າຍໄດ້ລົງນາມກັນໃນຄັ້ງນີ້ໃຫ້ເປັນຮູບປະທໍາ, ສືບຕໍ່ປະຕິບັດບັນດາໂຄງການຮ່ວມມືສຳຄັນຂອງສອງຝ່າຍໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້; ຍິນດີຊຸກຍູ້ເຮັດໃຫ້ຍຸດທະສາດ “ການຫັນປະເທດບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງເຊື່ອມຈອດ” ຂອງລາວ ເຊື່ອມຈອດເຂົ້າກັບ ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ.

ໃນໂອກາດນີ້, ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ເຊື້ອເຊີນ ສະຫາຍເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ຢ້ຽມຢາມ ສປປ ລາວ.

ໃນການພົບປະດັ່ງກ່າວ, ສະຫາຍ ສີຈິ້ນຜິງ ສະແດງຄວາມຍິນດີຕ້ອນຮັບ ສະຫາຍ ບຸນຍັງ ວໍລະຈິດ ພ້ອມດ້ວຍຄະນະ ທີ່ຢ້ຽມຢາມລັດຖະກິດ ຢູ່ ສປ ຈີນ ແລະ ສະແດງຄວາມຂອບໃຈຕໍ່ການເຂົ້າຮ່ວມກອງປະຊຸມເວທີປາໄສການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2; ຕີລາຄາສູງຕໍ່ຜົນຂອງການພົບປະກັບການນໍາຂັ້ນສູງຂອງຈີນ ແລະ ຜົນການຢ້ຽມຢາມ ແຂວງຟູຈ້ຽນ ຂອງ ສະຫາຍ ບຸນຍັງ ວໍລະຈິດ ພ້ອມດ້ວຍຄະນະ, ເຊິ່ງແຂວງຟູຈ້ຽນ ເປັນແຂວງທີ່ ສະຫາຍ ສີຈິ້ນຜິງ ເຄີຍຊີ້ນໍານໍາພາຢູ່ແຂວງດັ່ງກ່າວ ເປັນເວລາເກືອບ 18 ປີ. ສະຫາຍ ສີຈິ້ນຜິງ ຍັງໄດ້ແລກປ່ຽນທັດສະນະກ່ຽວກັບສະພາບການພາກພື້ນ ແລະ ສາກົນ, ການກໍ່ສ້າງສັງຄົມນິຍົມ ກໍ່ຄືບົດຮຽນ ຂອງ ສປ ຈີນ ໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ, ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການນໍາພາຂອງພັກ ໃນພາລະກິດກໍ່ສ້າງສັງຄົມນິຍົມ. ສອງປະເທດ ລາວ-ຈີນ ຕ້ອງຮ່ວມມືກັນໃຫ້ແໜ້ນແຟ້ນກວ່າເກົ່າ, ມີການແລກປ່ຽນບົດຮຽນບົດຮຽນໃນດ້ານທິດສະດີ, ວຽກງານກໍ່ສ້າງພັກ-ພະນັກງານ, ການປົກຄອງລັດ-ບໍລິຫານປະເທດ, ວຽກງານສຶກສາຄົນຮຸ່ນໜຸ່ມ ໃຫ້ເປັນຜູ້ສືບທອດມິດຕະພາບ ລາວ-ຈີນ ຕໍ່ໄປ.

ສະຫາຍເລຂາທິການໃຫຍ່, ປະທານປະເທດ ສີຈິ້ນຜິງ ໄດ້ສະແດງຄວາມຂອບໃຈ ແລະ ຕອບຮັບການເຊື້ອເຊີນໄປຢ້ຽມຢາມ ສປປ ລາວ ຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ໃນເວລາທີ່ເໝາະສົມ.

ພາຍຫຼັງການພົບປະ, ສະຫາຍເລຂາທິການໃຫຍ່ ຂອງສອງພັກ ໄດ້ຮ່ວມກັນລົງນາມ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ເຊິ່ງເປັນເອກະສານທີ່ເປັນທິດທາງໃຫ້ແກ່ການຮ່ວມມືສອງຝ່າຍໃນຕໍ່ໜ້າ. ນອກນັ້ນ, ສອງເລຂາທິການໃຫຍ່ ຍັງໄດ້ຮ່ວມເປັນສັກຂີພິຍານໃນພິທີເຊັນເອກະສານສັນຍາການຮ່ວມມືສອງຝ່າຍ ໃນຂະແໜງ ເສດຖະກິດ, ການຄ້າ, ການລົງທຶນ, ໄຟຟ້າ, ດ້ານກະສິກຳ ແລະ ອື່ນໆ ຈຳນວນ 10 ສະບັບ.

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485779
ມື້ນີ້78
ມື້ວານ206
ອາທິດນີ້815
ເດືອນນີ້5084