ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ຢ້ຽມຢາມແຂວງຟູຈ້ຽນ.

2Fujo 1Fujo 

3Fujo 4Fujo

 

ໃນວັນທີ 28-29 ເມສາ 2019,ສະຫາຍ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ-ລັດ ລາວ ໄດ້ໄປຢ້ຽມຢາມແຂວງຟູຈ້ຽນ ແລະ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຢູເວີຍກົວ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຟູຈ້ຽນ. ສະຫາຍ ຢູເວີຍກົວ ໄດ້ຕາງໜ້າຄະນະພັກ, ອຳນາດການປົກຄອງແຂວງ ແລະ ປະຊາຊົນທົ່ວແຂວງຟູຈ້ຽນ ສະແດງຄວາມຍິນດີຕ້ອນຮັບ ສະຫາຍເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ແລະ ຄະນະຜູ້ແທນຂັ້ນສູງພັກ-ລັດລາວ ແລະ ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຈະເປັນການປະກອບສ່ວນເຂົ້າໃນການຜັນຂະຫຍາຍການພົວພັນມິດຕະພາບທີ່ເປັນມູນເຊື້ອ ແບບຄູ່ຮ່ວມຍຸດທະສາດຮອບດ້ານ ຕາມທິດ 4 ດີ ລະຫວ່າງສອງປະເທດ, ພ້ອມທັງໄດ້ແຈ້ງໃຫ້ຄະນະຊາບ ກ່ຽວກັບ ການຈັດຕັ້ງຜັນຂະຫຍາຍແນວຄິດສີຈິ້ນຜິງ ວ່າດ້ວຍ ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄໝໃໝ່, ກໍຄື ບັນດາຜົນສຳເລັດຮອບດ້ານໃນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍສະເພາະແມ່ນບັນດາຜົນສໍາເລັດໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນຟູຈ້ຽນ. ສະຫາຍເລຂາພັກແຂວງຟູຈ້ຽນ ໄດ້ສະແດງຄວາມພາກພູມໃຈທີ່ເຫັນວ່າ ການຮ່ວມມື ລະຫວ່າງ ສອງປະເທດ ຈີນ-ລາວ ພວມໄດ້ຮັບບການເສີມຂະຫຍາຍ ແລະ ແຂວງຟູຈ້ຽນ ຍິນດີທີ່ຈະຜັນຂະຫຍາຍເນື້ອໃນແຜນແມ່ບົດ ວ່າດ້ວຍ ຄູ່ຮ່ວມຊາຕາກຳ ຈີນ-ລາວ ທີ່ ເລຂາທິການໃຫຍ່ຂອງພັກ ຈີນ-ລາວ ຈະເຊັນກັນໃນໂອກາດຂອງການຢ້ຽມຢາມລັດຖະກິດ ສປ ຈີນ ໃນຄັ້ງນີ້ ໃຫ້ເປັນຮູບປະທຳ.

ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ ສະຫາຍ ຢູເວີຍກົວ ພ້ອມດ້ວຍຄະນະນຳຂອງແຂວງ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ສະໜິດສະໜົມ ໃຫ້ແກ່ຄະນະໃນໂອກາດຢ້ຽມຢາມ ສປ ຈີນ ຄັ້ງນີ້, ທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດຂອງແຂວງ ທີ່ຍາດໄດ້ໃນໄລຍະຜ່ານມາ ໃນການປະຕິບັດນະໂຍບາຍການເປີດປະຕູສູ່ພາຍນອກຂອງຈີນ ແລະ ບົດຮຽນໃນການລົບລ້າງຄວາມທຸກຍາກ, ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດຈີນ ທີ່ຖື ສະຫາຍ ສີ ຈິ້ນຜິງ ເປັນແກນນຳ, ແຂວງຟູຈ້ຽນ ຈະສືບຕໍ່ບັນລຸໄດ້ຕາມເປົ້າໝາຍທີ່ວາງໄວ້. ສອງຝ່າຍ ເປັນເອກະພາບກັນສືບຕໍ່ຊຸກຍູ້ໃຫ້ນັກລົງທຶນຂອງທັງສອງຝ່າຍຮ່ວມມືກັນໃນຫຼາຍຂົງເຂດ ທີ່ແຕ່ລະຝ່າຍມີທ່າແຮງ.

ໃນໂອກາດຢ້ຽມຢາມແຂວງຟູຈ້ຽນເທື່ອນີ້, ຄະນະຜູ້ແທນ ຍັງໄດ້ເຂົ້າຮ່ວມເປັນສັກຂີພິຍານໃນການເຊັນສັນຍາສ້າງສາຍພົວພັນມິດຕະພາບ ລະຫວ່າງ ແຂວງຫຼວງພະບາງ ກັບ ແຂວງຟູຈ້ຽນ ແລະ ເຂົ້າຮ່ວມງານວາງສະແດງສົ່ງເສີມການທ່ອງທ່ຽວລາວ ທີ່ນະຄອນຟູໂຈ. ນອກນັ້ນ, ຄະນະໄດ້ຢ້ຽມຢາມສູນກາງເຕັກໂນໂລຊີ ທີ່ທັນສະໄໝ, ສະຖານທີ່ປະຫວັດສາດ ແລະ ວັດທະນະທຳ ໃນນະຄອນຟູໂຈ, ນະຄອນນິງເຕີ ແລະ ນະຄອນເຊັ້ຍເມິນ, ແຂວງຟູຈ້ຽນ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484456
ມື້ນີ້160
ມື້ວານ273
ອາທິດນີ້894
ເດືອນນີ້3761