ໃນຕອນເຊົ້າຂອງວັນທີ 03 ພຶດສະພາ 2019 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ,ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ແລະ ຍື່ນຈົດໝາຍແຕ່ງຕັ້ງຂອງ ທ່ານ ນາງ ຊາຣາ ເຊເກັນເນັສ ໂທເຣັຟເຊັນ (Ms. Sara Sekeness-Tollefsen), ເພື່ອມາດຳລົງຕຳແໜ່ງເປັນຜູ້ປະສານງານຂອງ ອົງການສະຫະປະຊາຊາດ (UNRC) ຄົນໃໝ່ ປະຈຳ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງຜູ້ປະສານງານ ຂອງ ອົງການ ສປຊ ຄົນໃໝ່ ປະຈຳ ສປປ ລາວ ພ້ອມທັງສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການມາຮັບໜ້າທີ່ຂອງຜູ້ກ່ຽວ ເຊິ່ງເປັນຜູ້ທຳອິດ ທີ່ມາດຳລົງຕຳແໜ່ງດັ່ງກ່າວ ພາຍຫລັງທີ່ອົງການສະຫະປະຊາຊາດ ໄດ້ມີການປະຕິຮູບກົນໄກການເຮັດວຽກຂອງຕົນ ໂດຍສະເພາະແມ່ນການແຍກຫ້ອງການ ຜູ້ປະສານງານຂອງອົງການ ສປຊ ອອກຈາກ ອົງການ ສປຊ ເພື່ອການພັດທະນາ (UNDP) ຢ່າງຂາດຕົວ, ທັງນີ້ກໍເພື່ອຍົກບົດບາດວຽກງານປະສານງານຂອງ ສປຊ ໃນລະດັບຊາດໃຫ້ມີປະສິດຕິພາບ ແລະ ປະສິດຕິຜົນສູງກວ່າເກົ່າ. ໃນນັ້ນ, ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ສະແດງຄວາມເຊື່ອໝັັ້ນວ່າ ພາຍໃຕ້ການນຳພາຂອງ ທ່ານ ນາງ Sara Sekness-Tollefsen, ໃນຖານະເປັນຜູ້ສານງານຂອງອົງການ ສປຊ, ອົງການ ສປຊ ແລະ ອົງການເຄືອຂ່າຍ ສປຊ ປະຈຳ ສປປ ລາວ ຈະເພີ່ມທະວີການຮ່ວມມື ແລະ ສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດບັນດາວຽກງານທີ່ເປັນບູລິມະສິດຂອງລັດຖະບານໂດຍສະເພາະແມ່ນວຽກງານລົບລ້າງຄວາມທຸກຍາກ ແລະ ຫລຸດຜ່ອນຄວາມແຕກໂຕນດ້ານການພັດທະນາ ໂດຍສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງລັດຖະບານໃນແຕ່ລະໄລຍະ, ແນ່ໃສ່ນຳພາປະເທດຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ, ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ການກວດກູ້ລະເບີດບໍ່ທັນແຕກ ຢູ່ ສປປ ລາວ ພ້ອມທັງເຮັດໃຫ້ການພັດທະນາຂອງ ສປປ ລາວ ຄ່ອຍໆຍັບເຂົ້າໃກ້ລະດັບການພັດທະນາຂອງພາກພື້ນ ແລະ ສາກົນ. ຕອນທ້າຍນີ້, ທ່ານ ລັດຖະມົນຕີ ກໍ່ຍັງສະແດງຄວາມຂອບໃຈ ພ້ອມທັງອວຍພອນໃຫ້ທ່ານ ນາງ ຊາຣາ ເຊເກັນເນັສ ໂທເຣັຟເຊັນ ຈົ່ງປະສົບຜົນສຳເລັດໃນການມາປະຕິບັດໜ້າທີ່ຂອງທ່ານ ຢູ່ ສປປ ລາວ ໃນຄັ້ງນີ້.
ໃນໂອກາດດຽວກັນນີ້, ທ່ານ ນາງ ຊາຣາ ເຊເກັນເນັສ ໂທເຣັຟເຊັນ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອົບອຸ່ນຂອງ ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ສະແດງຄວາມຂອບໃຈມາຍັງລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ອະນຸມັດໃຫ້ທ່ານ ມາປະຕິບັດໜ້າທີ່ຢູ່ ສປປ ລາວ. ທ່ານຍັງໄດ້ໃຫ້ຄຳໝັ້ນສັນຍາວ່າ ໃນນາມ UNRC ທ່ານຈະສືບຕໍ່ເພີ່ມທະວີບົດບາດຂອງຕົນໃນການປະສານງານ ແລະ ເປັນຂົວຕໍ່ໃຫ້ແກ່ການຮ່ວມມື ແລະ ເຮັດວຽກຢ່າງໃກ້ຊິດ ລະຫວ່າງ ອົງການເຄືອຄ່າຍ ສປຊ ແລະ ລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນງານຕ່າງໆ ທີ່ເປັນບູລິມະສິດຂອງ ສປປ ລາວ ໃຫ້ໄດ້ຮັບໝາກຜົນທີ່ດີໃນຕໍ່ໜ້າ.