ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນໍາພັກ-ລັດຖະບານລາວ ເຂົ້າຮ່ວມພິທີວາງພວງມາລາ ຢູ່ ສະຖານທູດຫວຽດນາມ ທີ່ ນະຄອນຫຼວງວຽງຈັນ ຕໍ່ການເສຍຊີວິດຂອງ ສະຫາຍ ເລ ດຶກ ແອັງ, ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານປະເທດຫວຽດນາມ

 

PSshowrespectLeDuekAng1PSshowrespectLeDuekAng2

 

ໃນວັນທີ 03 ພຶດສະພາ 2019, ທີ່ ສະຖານເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ພະນະທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍການນຳຂັ້ນສູງຂອງ ສປປ ລາວ ຕາງໜ້າ ພັກ, ລັດຖະບານ, ສະພາແຫ່ງຊາດ ແລະ ສູນກາງແນວລາວສ້າງຊາດ ໄດ້ເຂົ້າຮ່ວມພິທີວາງພວງມາລາ ແລະ ຂຽນປື້ມໄຫວ້ອາໄລ ຕໍ່ການເສຍຊີວິດ ຂອງສະຫາຍ ເລ ດຶກ ແອັງ, ອະດີດກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ສະໄໝທີ V,VI,VII,VIII; ອະດີດເລຂາທິການສູນກາງພັກ ສະໄໝທີ VII, ອະດີດສະມາຊິກສະພາແຫ່ງຊາດ ສະໄໝທີ VI,VII,VIII ແລະ IX, ອະດີດປະທານປະເທດແຫ່ງສສຫວຽດນາມ. ດັ່ງມີເນື້ອໃນລະອຽດລຸ່ມນີ້:

 

“ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສູນກາງແນວລາວສ້າງຊາດ ຮູ້ສຶກໂສກເສົ້າເສຍໃຈເປັນຢ່າງຍີ່ງເມື່ອໄດ້ຮັບຂ່າວການຈາກໄປໂດຍບໍ່ມີວັນກັບຄືນມາຂອງ ສະຫາຍ ເລ ດຶກ ແອັງ, ອະດີດກໍາມະການກົມການເມືອງສູນກາງພັກ, ອະດີດປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ. ການຈາກໄປຂອງສະຫາຍ ເລ ດຶກ ແອັງ ບໍ່ພຽງແຕ່ເປັນການສູນເສຍຜູ້ນໍາທີ່ເຄົາລົບຮັກ ຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ແຕ່ຍັງເປັນການສູນເສຍເພື່ອນມິດ ສະຫາຍທີ່ສະໜິດສະໜົມ ແລະ ໃກ້ຊິດ ຂອງພັກ, ລັດ ແລະ ປະຊາຊົນລາວພວກຂ້າພະເຈົ້າອີກດ້ວຍ.

ສະຫາຍ ເລ ດຶກ ແອັງ ເປັນຜູ້ໜຶ່ງທີ່ປະກອບສ່ວນອັນໃຫຍ່ຫຼວງ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດຂອງຫວຽດນາມ ຕະຫຼອດຊີວິດຂອງການເຄື່ອນໄຫວປະຕິວັດຫຼາຍກວ່າ 80 ປີ ຂອງຕົນ ທັງໃນຂະບວນການຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຜູ້ຮຸກຮານ, ກອບກູ້ ແລະ ທ້ອນໂຮມປະເທດຊາດ ຫວຽດນາມ, ແລະ ໃນສະໄໝປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ​. ສະຫາຍ ເລ ດຶກ ແອັງ ຍັງເປັນຜູ້ໜຶ່ງທີ່ປະກອບສ່ວນສຳຄັນ ໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ຕະຫຼອດມາ.

ໃນຊ່ວງເວລາໂສກເສົ້າເສຍດາຍນີ້, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສູນກາງແນວລາວສ້າງຊາດ ແລະ ປະຊາຊົນລາວ ຂໍສະແດງຄວາມອາໄລອາວອນຢ່າງສຸດຊື້ງ ແລະ ຂໍແບ່ງເບົາຄວາມທຸກໂສກເສຍໃຈ ມາຍັງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ລັດຖະບານ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ກໍ່ຄືຄອບຄົວ, ຍາດພີ່ນ້ອງ ແລະ ເພື່ອນມິດຂອງສະຫາຍ ເລ ດຶກແອັງ ມານະໂອກາດນີ້ດ້ວຍ.

ຂໍສະແດງຄວາມອາໄລຮັກຢ່າງສຸດຊື້ງເຖິງດວງວິນຍານ ຂອງ ສະຫາຍ ເລ ດຶກແອັງ ຈົ່ງໄປສູ່ສຸຂະຕິດ້ວຍເຖິນ.

ໃນວັນດຽວກັນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ນຳພາບັນດາຄະນະກົມພາຍໃນກະຊວງການຕ່າງປະເທດ ເຂົ້າຮ່ວມພິທີວາງພວງມາລາ ແລະ ຂຽນປື້ມໄຫວ້ອາໄລ ຢູ່ ສະຖານທູດຫວຽດນາມ ທີ່ ນະຄອນຫຼວງວຽງຈັນ ເຊັ່ນດຽວກັນ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480337
ມື້ນີ້167
ມື້ວານ157
ອາທິດນີ້735
ເດືອນນີ້6568