ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການນໍາລາວ ເຂົ້າຮ່ວມພິທີລົງນາມປຶ້ມສະແດງຄວາມຊົມເຊີຍ ຕໍ່ການຂຶ້ນຄອງລາດຊະບັນລັງ ຂອງ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງ ປະເທດຍີ່ປຸ່ນ

 

DPMsignCongrateofJapan

 

ໃນວັນທີ 09 ພຶດສະພາ 2019, ທີ່ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ລົງນາມປຶ້ມສະແດງຄວາມຊົມເຊີຍ ຕໍ່ການຂຶ້ນຄອງລາດຊະບັນລັງຂອງ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງ ປະເທດຍີ່ປຸ່ນ, ຊຶ່ງມີເນື້ອໃນລະອຽດດັ່ງນີ້:

“ ຂ້າພະເຈົ້າ ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວທຸກຖ້ວນໜ້າ ກໍຄືໃນນາມສ່ວນຕົວ ຂໍໍຖືເປັນກຽດຢ່າງສູງ ສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ອວຍພອນໄຊອັນປະເສີດມາຍັງ ສົມເດັດ ເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງ ປະເທດຍີ່ປຸ່ນ ເນື່ອງໃນໂອກາດຂຶ້ນຄອງລາດຊະບັນລັງຂອງ ສົມເດັດ ໃນວັນທີ 01 ພຶດສະພາ 2019 ຜ່ານມາ.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ພະບໍຣົມໂພທິສົມພານຂອງ ສົມເດັດ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ ແລະ ຍີ່ປຸ່ນ ແລະ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາສັນຕິພາບ, ສະຖຽນລະພາບ ກໍຄືການສົ່ງເສີມການຮ່ວມມື ເພື່ອການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.

ຂ້າພະເຈົ້າ ຂໍອວຍພອນໄຊອັນປະເສີດມາຍັງ ສົມເດັດ ກໍຄືພະບໍຣົມວົງສານຸວົງທຸກພະອົງ ຈົ່ງມີພະລານາໄມສົມບູນ ແລະ ຊົງພະກະເສມສໍາລານຍິ່ງຍືນນານ, ປະຊາຊົນຍີ່ປຸ່ນ ມີຄວາມຢູ່ເຢັນເປັນສຸກ ແລະ ວັດທະນາຖາວອນຕະຫຼອດໄປ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485657
ມື້ນີ້162
ມື້ວານ196
ອາທິດນີ້693
ເດືອນນີ້4962