ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ທູດສະຫະ ອາຣັບ ເອມີເຣດ ປະຈຳ ສປປ ລາວ

2019517-slx-UAE

ໃນວັນທີ 17 ພຶດສະພາ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂອໄບ ຊາອີດ ໂອໄບ ບິນຕາເຣັຊ ອາລດາເຮຣີ(Obaid Saeed Obaid Bintaresh AlDhaheri) ໃນໂອກາດເດີນທາງມາຍື່ນສານຕາຕັ້ງ ຕໍ່ ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ, ເພື່ອດໍາລົງຕໍາແໜ່ງເປັນ ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສະຫະ ອາຣັບ ເອມີເຣດ ປະຈໍາ ສປປ ລາວ, ຊຶ່ງມີສໍານັກງານສະຖານທູດ ຕັ້ງຢູ່ ຮ່າໂນ້ຍ, ສສ ຫວຽດນາມ.

ໃນໂອກາດນີ້, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ການມາດໍາລົງຕໍາແໜ່ງດັ່ງກ່າວຂອງ ທ່ານເອກອັກຄະລັດຖະທູດ ແລະ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະ ອາຣັບ ເອມີເຣດ, ນັບຕັ້ງແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ຕຸລາ 1996 ເປັນຕົ້ນມາ. ສອງຝ່າຍໄດ້ມີການພົວພັນທາງການທູດທີ່ດີ ແລະ ໃຫ້ການສະໜັບສະໜູນ ຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ສອງຝ່າຍ ໄດ້ສະແດງຄວາມຊົມເຊີຍຕໍ່ ການລົງນາມໃນສັນຍາ ວ່າດ້ວຍ ການຂົນສົ່ງທາງອາກາດ ໃນປີ 2013 ແລະ ມີຜົນບັງຄັບໃຊ້ ໃນເດືອນມີນາ 2016 ເປັນຕົ້ນມາ, ຊຶ່ງສັນຍາດັ່ງກ່າວຈະເປັນພື້ນຖານໃຫ້ແກ່ການເປີດກວ້າງການໄປມາຫາສູ່ກັນລະຫວ່າງປະຊາຊົນສອງປະເທດໃຫ້ຫຼາຍຂຶ້ນໃນອະນາຄົດ. ພ້ອມນີ້, ໃນໄລຍະຜ່ານມາ ການນໍາຂອງສອງຝ່າຍກໍໄດ້ມີການແລກປ່ຽນການຢ້ຽມຢາມ ຊຶ່ງກັນ ແລະ ກັນ, ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.ນອກນີ້, ສອງຝ່າຍ ໄດ້ຊຸກຍູ້ໃຫ້ມີການສືບຕໍ່ປຶກສາຫາລືກັນ ເພື່ອຊອກຊ່ອງທາງໃນການຂະຫຍາຍການຮ່ວມມື ດ້ານການຄ້າ ແລະ ການລົງທຶນ ໃຫ້ຫຼາຍຂຶ້ນ, ຊຶ່ງມູນຄ້າການຄ້າສອງຝ່າຍ ໃນປີ 2018 ສະເລ່ຍປະມານ 20 ລ້ານໂດລາ ສະຫະລັດ. ພ້ອມນີ້, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດຍັງໄດ້ສະແດງຄວາມຍື້ຢາມຖາມຂ່າວ ໄປຍັງ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມືສາກົນ ແຫ່ງ ສະຫະ ອາຣັບ ເອມີເຣດ ແລະ ຫວັງວ່າ ໃນຂະນະທີ່ ທ່ານ ໂອໄບ ຊາອີດ ໂອໄບ ບິນຕາເຣັຊ ອາລດາເຮຣີ ປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ປະຈໍາ ສປປ ລາວ ນີ້, ທ່ານຈະເປັນຂົວຕໍ່ອັນສໍາຄັນ ເພື່ອເຮັດໃຫ້ສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສະຫະ ອາຣັບ ເອມີເຣດ ມີການຂະຫຍາຍຕົວຢ່າງເປັນຮູບປະທໍາຍິ່ງຂຶ້ນ ແລະ ໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຂອງຕົນ ຢູ່ ສປປ ລາວ ດ້ວຍຜົນສໍາເລັດອັນຈົບງາມ.

ໃນໂອກາດດຽວກັນ, ທ່ານເອກອັກຄະລັດຖະທູດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ທ່ານລັດຖະມົນຕີ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ແລະ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຕະຫຼອດໄລຍະເວລາທີ່ປະຕິບັດໜ້າທີ່ເປັນ ເອກອັກຄະລັດຖະທູດ ປະຈໍາ ສປປ ລາວ ນີ້ ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອເຮັດໃຫ້ສາຍພົວພັນມິດຕະພາບ ລະຫວ່າງສອງປະເທດ ນັບ​ມື້ຂະຫຍາຍຕົວ ແລະ ຈະເລີນງອກງາມຍິ່ງຂຶ້ນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485509
ມື້ນີ້14
ມື້ວານ196
ອາທິດນີ້545
ເດືອນນີ້4814