ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ້ອນຮັບ ຄະນະຜູ້ແທນ ສະພາແຫ່ງລັດ ແຫ່ງ ສາທາລະນະລັດ ກູບາ

2019.6.4-slx-hup-cuba1

2019.6.4-slx-hup-cuba2

ໃນຕອນເຊົ້າຂອງວັນທີ 07 ມິຖຸນາ 2019, ຢູ່ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໄດ້ໃຫ້ກຽດຕ້ອນຮັບ ທ່ານ ໂອເມໂຣ ອາໂກດສຕາ ອານວາເຣັດສ (Homero Acosta Alvarez), ກໍາມະການສູນກາງພັກຄອມ​ມູນິດກູບາ, ເລຂາທິການສະພາແຫ່ງລັດ, ສະ​ມາຊິກສະພາແຫ່ງຊາດອໍານາດປະຊາຊົນ ແຫ່ງ ສາທາລະນະລັດ ກູບາ, ພ້ອມດ້ວຍຄະນະ, ໃນໂອກາດເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 06-07 ມິຖຸນາ 2019.

ໃນໂອກາດດັ່ງກ່າວນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຄວາມສໍາຄັນຂອງການຢ້ຽມຢາມຄັ້ງນີ້ ເຊິ່ງເປັນນິມິດໝາຍທີ່ສໍາຄັນໃນການສືບຕໍ່ຮັດແໜ້ນ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບຖານອ້າຍນ້ອງ ແລະ ການຮ່ວມມືອັນເປັນມູນເຊື້ອດີງາມ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ກູບາ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນໃນຊຸມປີຕໍ່ໜ້າ. ຄຽງຄູ່ກັນນັ້ນ, ກໍ່ໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ໂອເມໂຣ ອາໂກດສຕາ ອານວາເຣັດສ ທີ່ໄດ້ແຈ້ງໃຫ້ຊາບ ກ່ຽວກັບ ການພັດທະນາເສດຖະກິດ-ສັງຄົມ ແລະ ການປັບປຸງລັດຖະທໍາມະນູນສະບັບໃໝ່ ຂອງ ກູບາ. ໃນໂອກາດດຽວກັນນີ້, ທ່ານລັດຖະມົນຕີ ກໍໄດ້ອວຍພອນອັນປະເສີດໃຫ້ແກ່ ທ່ານ ໂອເມໂຣອາໂກດສຕາອານວາເຣັດສ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສໍາເລັດອັນຈົບງາມໃນການມາເຄື່ອນໄຫວວຽກງານ ຢູ່ ສປປ ລາວ ຄັ້ງນີ້ດ້ວຍ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484635
ມື້ນີ້151
ມື້ວານ188
ອາທິດນີ້1073
ເດືອນນີ້3940