ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສປປ ລາວ ແລະ ຕີມໍ-ເລສເຕ ເພີ່ມທະວີການຮ່ວມມືສອງຝ່າຍ

201967-slx-timor1

201967-slx-timor2

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ສະເຫຼີມໄຊ ກົມມະສິດລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວທ່ານ ດິໂອນິຊິໂອ ດາ ຄອສ໌ຕາ ບາໂບ ໂຊອາເຣສ໌, (Dionisio da Costa Babo Soares),ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນລະຫວ່າງວັນທີ 5-8 ມິຖຸນາ 2019, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ.

ໃນວັນທີ 6 ມິຖຸນາ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະສອງຝ່າຍກັບ ທ່ານ ດິໂອນິຊິໂອ ດາ ຄອສ໌ຕາ ບາໂບ ໂຊອາເຣສ໌, ລັດຖະມົນຕີກະຊວງການຕ່າງປະເທດແລະການຮ່ວມມືຕີມໍ-ເລສເຕ ພ້ອມດ້ວຍຄະນະ. ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ເປັນຄັ້ງທຳອິດ ຂອງ ທ່ານລັດຖະມົນຕີ ດິໂອນິຊິໂອ ດາ ຄອສ໌ຕາ ບາໂບ ໂຊອາເຣສ໌ ແລະ ຄະນະ ໃນຄັ້ງນີ້, ພາຍຫຼັງທີ່ໄດ້ດຳລົງຕຳແໜ່ງເປັນລັດຖະມົນຕີຕ່າງປະເທດ ແລະ ການຮ່ວມມື ຂອງ ຕີມໍ-ເລສເຕ, ຊຶ່ງເປັນການປະກອບສ່ວນອັນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ ແລະ ຕີມໍ-ເລສເຕ ໃຫ້ມີບາດກ້າວໃໝ່ ແລະ ຂະຫຍາຍຕົວສູງຂຶ້ນຕື່ມອີກກ້າວໜຶ່ງ. ພ້ອມນີ້, ສອງຝ່າຍ ກໍ່ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືຂອງສອງປະເທດ ລາວ ແລະ ຕີມໍ-ເລສເຕ ທີ່ມີບາດກ້າວຂະຫຍາຍຕົວຢ່າງຕັ້ງໜ້າຕະຫຼອດໄລຍະ 17 ກວ່າປີ ແຫ່ງການສ້າງຕັ້ງສາຍພົວພັນການທູດຮ່ວມກັນ ແຕ່ວັນທີ 29 ກໍລະກົດ 2002 ເປັນຕົ້ນມາ, ຊຶ່ງເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມຂອງການນຳສອງປະເທດ, ການໃຫ້ການສະໜັບສະໜູນ ຊຸກຍູ້ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທັງໃນເວທີພາກພື້ນ ແລະ ສາກົນ ຢ່າງສະເໝີຕົ້ນສະເໝີປາຍ. ການຮ່ວມມືສອງຝ່າຍທາງດ້ານການຄ້າ-ການລົງທຶນ ເຫັນວ່າ ຍັງມີຂໍ້ຈຳກັດ, ສອງຝ່າຍ ສະແດງຄວາມຍິນຈະສືບຕໍ່ຊຸກຍູ້ໃຫ້ມີການຮ່ວມມືກັນຫຼາຍຂຶ້ນ ເປັນຕົ້ນແມ່ນ ການສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ, ຂະແໜງການອຸດສາຫະກຳ,​ ຂະແໜງການປູກຝັງ ແລະ ລ້ຽງສັດ, ການຂົນສົ່ງສິນຄ້າ, ແຮງງານ, ການທ່ອງທ່ຽວ,​ ການຝຶກອົບຮົມວິຊາຊີບ, ການພົບປະແລກປ່ຽນຂອງພາກທຸລະກິດ, ສະພາການຄ້າ ແລະ ອຸດສາຫະກຳ ແລະ ອື່ນໆ, ສືບຕໍ່ຄົ້ນຄວ້າທ່າແຮງບົ່ມຊ້ອນຂອງສອງຝ່າຍ ເພື່ອຮ່ວມມືກັນໃນອະນາຄົດ ເປັນຕົ້ນແມ່ນ ການແລກປ່ຽນຄວາມຮູ້ດ້ານການປະມົງ,​ ການຂຸດຄົ້ນນໍ້າມັນ ແລະ ອາຍກາສ,​ ການປູກກາເຟ ແລະ ເຂົ້າ, ການຮ່ວມມືດ້ານການທ່ອງທ່ຽວ ແລະ ການບິນ ເພື່ອສົ່ງເສີມໃຫ້ມີການໄປມາຫາສູ່ກັນ ແລະ ຮັດແໜ້ນຄວາມເຂົ້າອົກເຂົ້າໃຈ ລະຫວ່າງ ປະຊາຊົນຂອງທັງສອງປະເທດ ແລະ ສືບຕໍ່ຈັດຕັ້ງປະຕິບັດສັນຍາທີ່ໄດ້ລົງນາມຮ່ວມກັນແລ້ວນັ້ນ ໃຫ້ໄດ້ຮັບໝາກຜົນຢ່າງເປັນຮູບປະທຳ. ນອກຈາກນີ້, ສອງຝ່າຍ ຍັງໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ໂດຍລວມຂອງສອງຝ່າຍ ແລະ ແລກປ່ຽນທັດສະນະຕໍ່ບັນຫາພາກພື້ນ ແລະ ສາກົນ ໃຫ້ກັນຊາບ.

ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈ ມາຍັງ ລັດຖະບານ ແລະ ປະຊາຊົນ ຕີມໍ-ເລສເຕ ທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຕໍ່ເຫດການເຂື່ອນໄຟຟ້າ ເຊປຽນ-ເຊນ້ຳ ນ້ອຍແຕກ, ລວມມູນຄ່າ 750,000 ໂດລາ ສະຫະລັດ, ຊຶ່ງໄດ້ປະກອບສ່ວນອັນສຳຄັນໃນການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນລາວ ທີ່ໄດ້ຮັບຜົນກະທົບຢູ່ໃນເຂດດັ່ງກ່າວ ໃຫ້ກັບສູ່ສະພາບປົກກະຕິໂດຍໄວ, ສະແດງຄວາມຍິນດີທີ່ ຕີມໍ-ເລສເຕ ມີແຜນຈະຈັດພິທີສະເຫຼີມສະຫຼອງວັນຄົບຮອບ 20 ປີ ແຫ່ງການລົງປະຊາມະຕິຂອງປະຊາຊົນ ຕີມໍ-ເລສເຕ ໃນທ້າຍເດືອນ ສິງຫາ ນີ້ ແລະ ຊົມເຊີຍຕໍ່ຜົນສຳເລັດທີ່ ຕີມໍ-ເລສເຕ ຍາດມາໄດ້ຕະຫຼອດໄລຍະ 20 ກວ່າປີ ພາຍຫຼັງທີ່ແຍກຕົວເປັນເອກະລາດ ເຫັນໄດ້ຈາກປະເທດຊາດ ໄດ້ຮັບການພັດທະນາ,​ ເສດຖະກິດ ມີການຂະຫຍາຍຕົວ, ສັງຄົມມີຄວາມສະຫງົບສຸກ ແລະ ມີສະຖຽນລະພາບທາງດ້ານການເມືອງ ເຮັດໃຫ້ບົດບາດຂອງ ຕີມໍ-ເລສເຕ ນັບມື້ນັບສູງເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ, ຊຶ່ງຈະເປັນປະຖົມປັດໄຈອັນສຳຄັນ ເພື່ອເຮັດໃຫ້ ຕີມໍ-ເລສເຕ ເຂົ້າເປັນສະມາຊິກອາຊຽນໃນອະນາຄົດ. ພ້ອມນີ້ ສປປ ລາວ ປຶກສາຫາລື ກ່ຽວກັບ ການສະໜັບສະໜູນ ຕີມໍ-ເລສເຕ ໃນການສະໝັກເຂົ້າເປັນສະມາຊິກອາຊຽນ, ຊຶ່ງໃນໄລຍະຜ່ານມາ ສປປ ລາວ ໄດ້ໃຫ້ການສະໜັບສະໜູນໃນຂະບວນການຕ່າງໆ. ໃນຕອນທ້າຍ ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ອວຍພອນໃຫ້ ທ່ານລັດຖະມົນຕີ ດິໂອນິຊິໂອ ດາ ຄອສ໌ຕາ ບາໂບ ໂຊອາເຣສ໌ ແລະ ຄະນະ ຈົ່ງປະສົບຜົນສຳເລັດໃນການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້.

ໃນໂອກາດດຽວກັນນີ້, ທ່ານລັດຖະມົນຕີ ດິໂອນິຊິໂອ ດາ ຄອສ໌ຕາ ບາໂບ ໂຊອາເຣສ໌ ກໍ່ໄດ້ສະແດງຄວາມຂອບໃຈມາຍັງ ພັກ, ລັດຖະບານ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນຕໍ່ການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແລະ ສະແດງຄວາມຂອບໃຈ ທີ່ຝ່າຍລາວ ໄດ້ໃຫ້ການຊ່ວຍເຫຼືອປຶກສາຫາລື ການສະໝັກເຂົ້າເປັນສະມາຊິກອາຊຽນຂອງ ຕີມໍ-ເລສເຕ ໃນໄລຍະຜ່ານມາ, ພ້ອມທັງ ສະແດງຍິນດີສືບເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ໃຫ້ນັບມື້ໄດ້ຮັບການຍົກລະດັບສູງຂຶ້ນ ແລະ ມີບາດກ້າວອັນໃໝ່ໃນອະນາຄົດ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ຕີມໍ-ລາວ ລາວ-ຕີມໍ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480285
ມື້ນີ້115
ມື້ວານ157
ອາທິດນີ້683
ເດືອນນີ້6516