ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ຕີມໍ-ເລສເຕ

201967-slx-timor3

201967-slx-timor4

ໃນວັນທີ 6 ມິຖຸນາ 2019, ທີ່ ສຳນັກງານນາຍົກລັດຖະມົນຕີ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ດິໂອນິຊິໂອ ດາ ຄອສ໌ຕາ ບາໂບ ໂຊອາເຣສ໌(Dionisio da Costa Babo Soares), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຮ່ວມມື ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ພ້ອມດ້ວຍຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ໃນລະຫວ່າງວັນທີ 5-8 ມິຖຸນາ 2019.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານລັດຖະມົນຕີ ດິໂອນິຊິໂອ ດາ ຄອສ໌ຕາ ບາໂບ ໂຊອາເຣສ໌ ພ້ອມດ້ວຍຄະນະ ທີ່ເດີນທາງມາຢ້ຽມຢາມທາງການ ສປປ ລາວ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສຳຄັນ ໃນການສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ລາວ ແລະ ຕີມໍເລສເຕ ໃຫ້ໄດ້ຮັບການຮັດແໜ້ນ ແລະ ຂະຫຍາຍຕົວກວ່າເກົ່າ;​ ຕີລາຄາສູງຕໍ່ສາຍພົວພັນທາງດ້ານການທູດ ລະຫວ່າງ ສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍຂຶ້ນເລື້ອຍໆ ນັບຕັ້ງແຕ່ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນວັນທີ 29 ກໍລະກົດ 2002 ເປັນຕົ້ນມາ, ຄົບຮອບ 17 ປີ; ສະແດງຄວາມຊົມເຊີຍ ຕີມໍ-ເລສເຕ ໃນໂອກາດຄົບຮອບ 20 ປີແຫ່ງການການລົງປະຊາມະຕິ ຂອງປະຊາຊົນ ຕີມໍ-ເລສເຕ ໃນທ້າຍເດືອນສິງຫາຈະມານີ້, ເຊິ່ງເປັນການສະແດງໃຫ້ເຫັນເຖິງການຕັດສິນໃຈຂອງປະຊາຊົນຕີມໍ-ເລສເຕ ທົ່ວປະເທດ ກ່ຽວກັບ ຊະຕາກໍາ ແລະ ອະນາຄົດຂອງຕົນ. ຕະຫລອດໄລຍະ 20 ປີທີ່ຜ່ານມາ, ເຫັນໄດ້ວ່າ ຕີມໍ-ເລສເຕ ໄດ້ມີຄວາມພະຍາຍາມ ແລະ ໄດ້ຮັບຜົນສໍາເລັດເປັນກ້າວໆ ໃນການພັດທະນາເສດຖະກິດ-ສັງຄົມ, ສາມາດພັດທະນາຊັບພະຍາກອນມະນຸດ ແລະ ລຶບລ້າງຄວາມທຸກຍາກຂອງປະຊາຊົນໄດ້ພໍສົມຄວນ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍ່ໄດ້ຝາກຄວາມຢື້ຢາມຖາມຂ່າວ ໄປຍັງ ພະນະທ່ານ ຕາອູ ມາຕານ ຣູອັກ (Taur Matan Ruak), ນາຍົກລັດຖະມົນຕີ ແຫ່ງ ຕີມໍ-ເລສເຕ ແລະ ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ຄົບຮອບ 20 ປີ ແຫ່ງວັນລົງປະຊາມະຕິ (Popular Consultation Day), ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນ ຕີມໍ-ເລສເຕ ທີ່ໄດ້ໃຫ້ການຊ່ວຍເຫຼືອມອບເງິນ ຈຳນວນ 750,000 ໂດລາ ສະຫະລັດ ໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມທາງພາກໃຕ້ຂອງລາວ ຊຶ່ງເປັນການປະກອບສ່ວນອັນສຳຄັນໃນການຟື້ນຟູ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບໃນເຂດດັ່ງກ່າວ. ໃນໂອກາດດຽວກັນນີ້, ສອງຝ່າຍ ໄດ້ປຶກສາຫາລື ກ່ຽວກັບ ການສະເໜີເຂົ້າເປັນສະມາຊິກຂອງອາຊຽນຢ່າງກົມໄປກົງມາ. ໃນຕອນທ້າຍ ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍ່ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ຈົ່ງໝັ່ນຄົງຂະໜົງແກ່ນຕະຫຼອດໄປ, ອວຍພອນໃຫ້ ທ່ານລັດຖະມົນຕີ ແລະ ຄະນະ ຕີມໍ-ເລສເຕ ຈົ່ງປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນມີກຽດ ແລະ ການເດີນທາງຢ້ຽມຢາມ ສປປ ລາວ ໃນຄັ້ງນີ້.

ໃນຂະນະດຽວກັນ, ທ່ານລັດຖະມົນຕີ ດິໂອນິຊິໂອ ດາ ຄອສ໌ຕາ ບາໂບ ໂຊອາເຣສ໌ກໍ່ໄດ້ສະແດງຄວາມຂອບໃຈຕໍ່ ພະນະທ່ານນາຍົກ ທອງລຸນ ສີສຸລິດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ສະແດງຄວາມຂອບໃຈຕໍ່ ສປປ ລາວ ໃນການປຶກສາຫາລື ການສະໝັກເຂົ້າເປັນສະມາຊິກອາຊຽນ ຂອງຕີມໍ-ເລສເຕ ແລະ ສະແດງຄວາມຍິນດີຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງສອງປະເທດ ໃຫ້ນັບມື້ມີບາດກ້າວອັນໃໝ່. ໃນໂອກາດຢ້ຽມຢາມ ສປປ ລາວ ຄັ້ງນີ້, ທ່ານລັດຖະມົນຕີ ດິໂອນິຊິໂອ ດາ ຄອສ໌ຕາ ບາໂບ ໂຊອາເຣສ໌ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດລາວ ແລະ ໄປຢ້ຽມຢາມມະຫາວິທະຍາໄລແຫ່ງຊາດລາວ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485519
ມື້ນີ້24
ມື້ວານ196
ອາທິດນີ້555
ເດືອນນີ້4824