ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການຢ້ຽມຢາມ ແຂວງຢຸນນານ ຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ

2019.6.17-slx-visit-Yunnan1

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ Chen Hao, ເລຂາພັກແຂວງ ແຂວງຢຸນນານ, ສປ ຈີນ, ສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກກັບບັນດາສະຫາຍການນໍາ ແລະ ອໍານາດການປົກຄອງແຂວງຢຸນນານ ສປ ຈີນ ໃນລະຫວ່າງວັນທີ 17-19 ມິຖຸນາ 2019 ເພື່ອສົ່ງເສີມການພົວພັນຮ່ວມມືສອງຝ່າຍລະຫວ່າງສອງປະເທດ ລາວ-ຈີນ.

ໃນຕອນແລງ ວັນທີ 17 ມິຖຸນາ 2019, ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ພົບປະ ແລະ ເຮັດວຽກກັບ ສະຫາຍ Chen Hao, ເລຂາພັກແຂວງຢຸນນານ, ສປ ຈີນ ພ້ອມຄະນະ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ແຈ້ງສະພາບການພັດທະນາເສດຖະກິດຂອງກັນແລະກັນ ທີ່ໄດ້ມີການພັດທະນາເປັນກ້າວໆມາ, ສະຫາຍ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ຮູ້ສຶກເປັນກຽດຢ່າງສູງຕໍ່ການເຊື້ອເຊີນຄະນະຜູ້ແທນກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ, ຊຶ່ງການຢ້ຽມຢາມຄັ້ງນີ້ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ ສປປ ລາວ ແລະ ສປ ຈີນ ເວົ້າລວມ, ເວົ້າສະເພາະແມ່ນການພົວພັນລະຫວ່າງ ສປປ ລາວ ແລະ ແຂວງຢຸນນານ. ທັງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລາວ-ຈີນ ແບບຄູ່ຮ່ວມມືຍຸດທະສາດ ຮອບດ້ານ, ໝັ້ນຄົງ, ຍາວນານຕາມທິດ 4 ດີ (ເພື່ອນທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ, ບ້ານໃກ້ເຮືອນຄຽງທີ່ດີ) ແລະ ຄູ່ຮ່ວມຊະຕາກໍາ ລາວ-ຈີນ ທີ່ສອງຜູ້ນໍາສູງສຸດຂອງສອງປະເທດໄດ້ຕົກລົງກັນໃນທ້າຍເດືອນເມສາ 2019 ທີ່ຜ່ານມາ.

ໃນໂອກາດນີ້, ສະຫາຍ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ວັດທະນະທໍາ ລະຫວ່າງ ສອງປະເທດທີ່ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງຢຸນນານ ທີ່ໄດ້ເຮັດໃຫ້ມີຄວາມຈະເລີນຮຸ່ງເຮືອງຢ່າງຕໍ່ເນື່ອງ. ແຂວງຢຸນນານ ຍັງເປັນແຂວງທີ່ມີທີ່ຕັ້ງອັນສໍາຄັນ ແລະ ເປັນແຂວງດຽວຂອງ ສປ ຈີນ ທີ່ມີຊາຍແດນຕິດກັບ ສປປ ລາວ, ປະຊາຊົນສອງປະເທດເຄີຍມີມູນເຊື້ອຄວາມສາມັກຄີມິດຕະພາບ ແລະ ໄດ້ມີການໄປມາຫາສູ່ຊຶ່ງກັນ ແລະ ກັນ ມາແຕ່ບູຮານນະການ, ຊຶ່ງໄດ້ເຮັດໃຫ້ແຂວງຢຸນນານ ແລະ ສປປ ລາວ ມີເງື່ອນໄຂສະດວກໃຫ້ແກ່ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສປປ ລາວ ກັບ ແຂວງຢຸນນານ ຫຼາຍກວ່າແຂວງອື່ນໆຂອງ ສປ ຈີນ, ທັງເປັນແຂວງທີ່ມີຍຸດທະສາດເປັນປະຕູເຊື່ອມຕໍ່ຂອງ ສປ ຈີນ ລົງສູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ໄດ້ສະແດງຄວາມຂອບໃຈຕໍ່ການນໍາຂອງແຂວງຢຸນນານ ທີ່ໄດ້ຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ກຸ່ມວິສາຫະກິດໃຫຍ່ຂອງ ແຂວງຢຸນນານ ໄປລົງທຶນຢູ່ ສປປ ລາວ ພ້ອມທັງໄດ້ເອົາໃຈໃສ່ໃນການສ້າງເຂດເສດຖະກິດພິເສດບໍ່ເຕນ-ບໍ່ຫານ ແລະ ເຂດເສດຖະກິດພິເສດໄຊເສດຖາກວມລວມ.

ສປປ ລາວ ຢືນຢັນສືບຕໍ່ສະແດງການສະໜັບສະໜູນຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ ຊຶ່ງມີນະໂຍບາຍເສີມຂະຫຍາຍ ແລະ ຮັດແໜ້ນການເຊື່ອມຈອດໃນພາກພື້ນກໍຄືສາກົນ. ສອງຝ່າຍຕົກລົງສືບຕໍ່ເອົາໃຈໃສ່ປະສານສົມທົບກັນໃຫ້ລະອຽດເລິກເຊິ່ງ ແລະ ທັນການຂຶ້ນກວ່າເກົ່າ ເພື່ອຮັບປະກັນການຈັດຕັ້ງປະຕິບັດໂຄງການຮ່ວມມືກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້, ຝ່າຍລາວໄດ້ສະເໜີໃຫ້ ສປ ຈີນ ສືບຕໍ່ຊຸກຍູ້ນັກລົງທຶນຈີນ ໄປລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ ແລະ ພ້ອມນັ້ນສອງຝ່າຍຍັງໄດ້ປຶກສາຫາລືແຜນການຮ່ວມມືໃນອານາຄົດຂອງກະຊວງການຕ່າງປະເທດ ກັບ ແຂວງຢຸນນານ; ຫຼັງຈາກພົບປະແລ້ວສອງຝ່າຍຍັງໄດ້ເປັນສັກຂີພິຍານໃນພິທີລົງນາມເອກະສານບົດບັນທຶກການຮ່ວມມືມິດຕະພາບ ລະຫວ່າງ ຫ້ອງການກະຊວງການຕ່າງປະເທດ ແລະ ຫ້ອງການພົວພັນຕ່າງປະເທດແຂວງຢຸນນານ ແຫ່ງ ສປ ຈີນ.

ນອກນັ້ນ, ສະຫາຍ ລັດຖະມົນຕີ ພ້ອມຄະນະ ກໍໄດ້ໄປຢ້ຽມຢາມມະຫາວິທະຍາໄລວິທະຍາສາດເຕັກໂນໂລຊີ, ໄດ້ພົບປະກັບການນໍາມະຫາວິທະຍາໄລ ແລະ ນັກສຶກສາລາວທີ່ກໍາລັງສຶກສາຢູ່ມະຫາວິທະຍາໄລດັ່ງກ່າວ ແລະ ຢ້ຽມຢາມຫ້ອງການແກ້ໄຂຄວາມທຸກຍາກຂອງ ແຂວງຢຸນນານ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484473
ມື້ນີ້177
ມື້ວານ273
ອາທິດນີ້911
ເດືອນນີ້3778