ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ທີ່ ບາງກອກ, ປະເທດໄທ

20190623ASEANSummitPM120190623ASEANSummitPM

ໃນລະຫວ່າງວັນທີ 22-23 ມິຖຸນາ 2019, ພະນະທ່ານ ທອງລຸນ ສີສຸລິດ, ນາ​ຍົກລັດ​ຖະ​ມົນ​ຕີ ແຫ່ງ ສປປ ລາວ, ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ທີ່ ບາງກອກ, ປະ​ເທດໄທ.

 

ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ຄັ້ງ​ທີ 34 ແບບ​ຄົບ​ຄະ​ນະ ໄດ້​ເລີ່ມ​ຂຶ້ນ​ໃນ​ຕອນ​ບ່າຍ​ຂອງວັນ​ທີ 22 ມິ​ຖຸ​ນາ 2019, ເຊິ່ງບັນດາຜູ້ນຳອາຊຽນໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນເພື່ອສືບຕໍ່ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງເສດຖະກິດຂະຫຍາຍຕົວໄປຄຽງຄູ່ກັບການພັດທະນາແບບຍືນຍົງ ແລະ ບໍ່ປະປ່ອຍຜູ້ໃດໄວ້ທາງຫລັງ ພາຍໃຕ້ຄຳຂວັນ: “ຮ່ວມແຮງຮ່ວມໃຈ ກ້າວໄກຍືນຍົງ”. ໃນນີ້, ຜູ້ນຳອາຊຽນ ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວິໄສທັດອາຊຽນ ຮອດປີ 2025, ເຊິ່ງກວມເອົາສາມເສົາຄ້ຳ ຄື: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ສັງຄົມ-ວັດທະນະທຳ ແລະ ປຶກສາຫາລືກັນກ່ຽວກັບທິດທາງໃນຕໍ່ໜ້າຂອງອາຊຽນ. ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕີລາຄາສູງກ່ຽວກັບຜົນສຳເລັດຂອງອາຊຽນໃນປີຜ່ານມາ ແລະ ສະເໜີໃຫ້ສືບຕໍ່ຜັນຂະຫຍາຍບັນດາບູລິມະສິດໃນການສ້າງປະຊາຄົມອາຊຽນ ເຊັ່ນ: ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການເຊື່ອມຈອດອາຊຽນ, ການກະກຽມຄວາມພ້ອມຮອບດ້ານເພື່ອຮອງຮັບຍຸກເສດຖະກິດີຈີຕອນ ແລະ ການປະຕິວັດອຸດສາຫະກຳ 4.0 ແລະ ການພັດທະນາເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ. ກອງປະຊຸມໄດ້ຮັບຮອງເອົາ 4 ເອກະສານສຳຄັນຄື: 1. ຖະແຫຼງການວິໄສທັດຂອງຜູ້ນຳອາຊຽນ      ວ່າດ້ວຍ ການເປັນຄູ່ຮ່ວມເພື່ອຄວາມຍືນຍົງ; 2. ຖະແຫຼງການບາງກອກ ວ່າດ້ວຍ ການສະກັດກັ້ນຂີ້ເຫຍື້ອທະເລໃນພາກພື້ນອາຊຽນ; 3. ຖະແຫຼງການຂອງຜູ້ນໍາອາຊຽນ ວ່າດ້ວຍ ປີແຫ່ງວັດທະນະທໍຳອາຊຽນ 2019ແລະ 4. ແນວຄວາມຄິດ      ອິນໂດ-ປາຊີຟິກຂອງອາຊຽນ ເຊິ່ງທັງ 4 ເອກະສານນີ້ ຈະເປັນພື້ນຖານໃນການສືບຕໍ່ຮ່ວມມືກັນພາຍໃນອາຊຽນ ແລະ ລະຫວ່າງອາຊຽນກັບຄູ່ເຈລະຈາ ແລະ ຮ່ວມມືພາຍນອກ ເພື່ອເຮັດແນວໃດເຮັດໃຫ້ຂົງເຂດອາຊຽນ ກາຍເປັນຂົງເຂດແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນ ແລະ ຮັບຊາບເອກະສານຕ່າງໆອີກ 13 ສະບັບ.

ໃນວັນທີ 23 ມິຖຸນາ 2019, ພະນະທ່ານ ທອງລຸນ ສີສຸລິດ, ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງ​ທີ 34 ແບບວົງແຄບ. ບັນດາຜູ້ນຳອາຊຽນໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະກ່ຽວກັບການພົວພັນຮ່ວມມືອາຊຽນກັບພາຍນອກ ແລະ ບັນ ຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ. ໃນນີ້, ບັນດາຜູ້ນຳອາຊຽນ ໄດ້ຕີລາຄາສູງຕໍ່ຜົນສຳເລັດໃນການພົວພັນຮ່ວມມືກັບພາຍນອກໃນໄລຍະຜ່ານມາບົນພື້ນຖານຍົກສູງບົດບາດນຳພາ ແລະ ຄວາມເປັນແກນກາງຂອງອາຊຽນ ໂດຍຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ລິເລີ່ມ. ຕໍ່ບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ, ບັນດາຜູ້ນຳອາຊຽນໄດ້ແລກປ່ຽນຄວາມຄິດເຫັນນຳກັນ ໂດຍສະເພາະສິ່ງທ້າທາຍຮູບແບບໃໝ່ຂ້າມຊາຍແດນເຊັ່ນ: ຄວາມໝັ້ນຄົງໄຊເບີ, ຂ່າວທີ່ບໍ່ມີມູນຄວາມຈິງ, ການກໍ່ການຮ້າຍ ແລະ ອາຊະຍາກຳຂ້າມຊາດ, ໄພພິບັດທຳມະຊາດ, ໂລກລະບາດ, ມົນລະພິດສິ່ງແວດລ້ອມ​ ​ແລະ ບັນຫາ​ອຶ່ນໆ.

ໃນຕອນຄ່ຳຂອງວັນດຽວກັນ, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເປັນກຽດເຂົ້າຮ່ວມງານລ້ຽງ ຈັດໂດຍ ລັດຖະບານ​ໄທ, ສະຖາບັນຍຸດທະສາດ ຄິງສະລີ ຂອງ ມາເລເຊຍ ແລະ ຫ້ອງການ​ເສດຖະກິດ-ການ​ຄ້າ​ຮົງ​ກົງ, ​ແລະ ຂຶ້ນຮັບລາງວັນກຽດຕິຄຸນ, ເຊິ່ງເປັນລາງວັນສູງສົ່ງໜຶ່ງຂອງອາຊຽນ ໂດຍຍ້ອງຍໍສະເພາະລະດັບຜູ້ນຳອາຊຽນທີ່ມີຜົນງານດີເດັ່ນໃນການຊີ້ນຳ-ນຳພາ ການພັດທະນາເສດຖະກິດ-ສັງຄົມຂອງປະເທດຕົນ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການສ້າງປະຊາຄົມອາຊຽນ. ຜ່ານມາບັນດາຜູ້ນຳອາຊຽນທີ່ໄດ້ຮັບລາງ ວັນກຽດຕິຄຸນນີ້ມີ ທ່ານ ລີ ກວນ ຢູ (ສິງກະໂປ), ທ່ານ ດຣ ມາຫາເທຍ ບິນໂມຮາແມັດ (ມາເລເຊຍ), ທ່ານ ຊູຊິໂລ ບຳບັງ (ອິນໂດເນເຊຍ), ທ່ານ ນ. ອອງຊານ ຊູຈີ (ມຽນມາ), ທ່ານ ສົມເດັດ ເຕໂຊ ຮຸນເຊັນ (ກຳປູເຈຍ), ແລະ ທ່ານ ໂກ ຈົກ ຕົງ (ສິງກະໂປ). ໃນປີນີ້, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ທ່ານ ອານັນ ປັນຍາຣະຊຸນ (ອາດິດນາຍົກ ລັດຖະມົນຕີ ໄທ) ໄດ້ເປັນກຽດຮັບລາງວັນກຽດຕິຄຸນດັ່ງກ່າວ.

ໃນໄລຍະກອງປະຊຸມສຸດຍອດຄັ້ງນີ້, ບັນ​ດາ​ຜູ້​ນຳ​ອາ​ຊຽນ ຍັງ​ໄດ້​ພົບ​ປະກັບສະມັດຊາລັດຖະສະພາອາຊຽນ (AIPA), ສະພາທີ່ປຶກສາທຸລະກິດອາຊຽນ (ASEAN BAC) ແລະ ຊາວໜຸ່ມອາຊຽນ, ເຊິ່ງ​ບັນ​ດາ​ຜູ້​ນຳໄດ້​ຕີລາຄາສູງຕໍ່ການປະກອບ ສ່ວນອັນສຳຄັນເຂົ້າໃນການສ້າງປະຊາຄົມອາຊຽນຂອງ 3 ອົງການຈັດຕັ້ງດັ່ງກ່າວ ແລະ ໄດ້ສະເໜີໃຫ້ສືບຕໍ່.

ກອງປະຊຸມສຸດຍອດອາຊຽນຄັ້ງທີຕໍ່ໄປ ຈະຈັດຂຶ້ນໃນໄລຍະວັນທີ 31 ຕຸລາ ເຖິງ 4 ພະຈິກ 2019 ທີ່ ບາງກອກ, ປະເທດໄທ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485821
ມື້ນີ້120
ມື້ວານ206
ອາທິດນີ້857
ເດືອນນີ້5126