ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຮອງນາຍົກລັດຖະມົນຕີ ແຫ່ງ ສສ.ຫວຽດນາມ ຢ້ຽມຢາມເຮັດວຽກຢູ່ ສປປ ລາວ

 

DPM2019-1 DPM2019-2 DPM2019-3

 

ໂດຍຕອບສະໜອງຕາມຄຳເຊີນຂອງ ສະຫາຍ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຈິງ ດິງ ຢຸງ, ຮອງນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມເຮັດວຽກຢູ່ ສປປ ລາວ, ໃນລະຫວ່າງວັນທີ 24-25 ມິຖຸນາ 2019, ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບຈະເລີນງອກງາມຍິ່ງໆຂຶ້ນ.

ໃນວັນທີ 24 ມິຖຸນາ 2019, ທີ່ ຫໍປະຊຸມແຫ່ງຊາດ, ສະຫາຍ ສອນໄຊ ສີພັນດອນ, ຮອງນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະສອງຝ່າຍກັບ ສະຫາຍ ຈິງ ດິງ ຢຸງ, ຮອງນາຍົກ ລັດຖະມົນຕີ ແຫ່ງ ສສ. ຫວຽດນາມ. ກອງປະຊຸມພົບປະສອງຝ່າຍ ໄດ້ດຳເນີນໄປດ້ວຍບັນຍາກາດອັນອົບອຸ່ນ, ໄມຕີຈິດມິດຕະພາບ ແລະ ຄວາມສາມັກຄີຮັກແພງອັນສະໜິດສະໜົມ. ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເພີ່ມທະວີ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມແຫ່ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ມີຄວາມແໜ້ນແຟ້ນ ແລະ ມີປະສິດທິຜົນສູງຂຶ້ນກວ່າເກົ່າ. ສອງຝ່າຍ ໄດ້ຕີລາຄາຄືນເຖິງໝາກຜົນຂອງການຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ.ການ​ພົວ​ພັນ​ຮ່ວມ​ມືສອງຝ່າຍ​ດ້ານ​ການ​ເມືອງ​ ແມ່ນ​ຢູ່​ໃນ​ລະ​ດັບ​ສູງ​ສຸດ ເຫັນ​ໄດ້​ຈາກ​ການ​ນຳ​ສູງ​ສຸດ​ ​ພັກ-ລັດ ​ທັງສອງ​ປະ​ເທດ​ ໄດ້​​ມີ​ການໄປ​ມາ​ຫາ​ສູ່​ກັນຢ່າງເປັນປົກກະຕິ.ສອງຝ່າຍ ໄດ້ຕີລາຄາສູງຕໍ່ ພັກ-ລັດຖະບານ ຂອງສອງປະເທດ ທີ່ໄດ້ເອົາໃຈໃສ່ໃນການຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດຂອງສອງຝ່າຍ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງການຮ່ວມມືຕ່າງໆ ລະຫວ່າງສອງປະເທດ ໃນບົດບັນທຶກຄວາມເຂົ້າໃຈຂອງສອງກົມການເມືອງ, ບົດບັນທຶກຂອງກອງປະຊຸມຄັ້ງທີ 41 ຂອງ ສອງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ກໍ່ຄືຂໍ້ຕົກລົງຮ່ວມມືປະຈຳປີ 2019 ແລະ ເອກະສານຮ່ວມມືອື່ນໆທີ່ສອງຝ່າຍໄດ້ມີການຕົກລົງຮ່ວມກັນ. ດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນ ແລະ ແນວທາງການພັດທະນາຂອງແຕ່ລະປະເທດ ແນໃສ່ສ້າງເສັ້ນຊາຍແດນໃຫ້ເປັນເສັ້ນຊາຍແດນແຫ່ງສັນຕິພາບ ແລະ ມີການພັດທະນາແບບຍືນຍົງ, ມູນຄ່າການຄ້າສອງຝ່າຍ ເພີ່ມ 13,24% ໃນ 5 ເດືອນຕົ້ນປີ 2019 ແລະ ຊຸກຍູ້ໃຫ້ມີການຮ່ວມມືກັນຫຼາຍຂຶ້ນດ້ານພະລັງງານໄຟຟ້າ ເພື່ອໃຫ້ສາມາດບັນລຸໄດ້ຕາມເປົ້າໝາຍ, ຊຶ່ງໃນປີ 2018 ຜ່ານມາ ການຄ້າສອງຝ່າຍສາມາດບັນລຸໄດ້ 1 ຕື້ໂດລາ ສະຫະລັດ. ພ້ອມນີ້, ສສ.ຫວຽດນາມ ຍັງເປັນປະເທດ ທີ່ຈັດຢູ່ໃນອັນດັບ 3 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ, ຊຶ່ງນັບແຕ່ປີ 1989 ເປັນຕົ້ນມາ ມີທັງໝົດ 413 ໂຄງການ, ມູນຄ່າອະນຸມັດທັງໝົດຫຼາຍກວ່າ 4,1 ຕື້ໂດລາສະຫະລັດ. ໃນປີ 2019, ສສ.ຫວຽດນາມ ໄດ້ສືບຕໍ່ໃຫ້ການຊ່ວຍເຫຼືອແກ່ ສປປ ລາວ ຊຶ່ງແຜນປະຈຳປີ 2019 ແມ່ນ 711 ຕື້ດົ່ງ, ຊຶ່ງໄດ້ຖືກນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານໃນບັນດາໂຄງການຕ່າງໆຢ່າງມີຈຸດສຸມ, ຮັບປະກັນຄຸນນະພາບ ແລະ ມີຄວາມຄືບໜ້າ. ປະຈຸບັນ ໂຄງການປຸກສ້າງຫໍສະພາແຫ່ງຊາດລາວ ຫຼັງໃໝ່ ມູນຄ່າ 111,75 ລ້ານໂດລາສະຫະລັດ ແມ່ນມີຄວາມຄືບໜ້າໄປເລື້ອຍໆ, ໂຄງການກໍ່ສ້າງໂຮງໝໍແຂວງຊຽງຂວາງ ແລະ ໂຮງໝໍແຂວງຫົວພັນ ຄາດວ່າຈະສຳເລັດໃນຕາມກຳນົດໄວໆນີ້; ສຳລັບໂຄງການກໍ່ສ້າງສະໜາມບິນໜອງຄ້າງ ແມ່ນສຳເລັດແລ້ວປະມານ 75%ແລະ ສະເໜີໃຫ້ສືບຕໍ່ຊຸກຍູ້ໃຫ້ສຳເລັດຕາມກຳນົດເວລາ. ນອກຈາກນີ້, ສອງຝ່າຍ ຍັງໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ໂດຍລວມຂອງສອງຝ່າຍ ໃຫ້ກັນຊາບ.

ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ຕີລາຄາສູງຕໍ່ຜົນສຳເລັດໃນການພົບປະສອງຝ່າຍໃນຄັ້ງນີ້, ຊຶ່ງໄດ້ສ້າງພື້ນຖານອັນໜັກແໜ້ນ ທັງເປັນການຊີ້ນຳ ແລະ ຊຸກຍູ້ໃຫ້ບັນດາພາກສ່ວນກ່ຽວຂ້ອງຂອງທັງສອງຝ່າຍ ໄດ້ນຳໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດດອກອອກຜົນ, ມີປະສິດທິຜົນສູງຍິ່ງໆຂຶ້ນ. ພ້ອມດຽວກັນນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລ້ຳຄ່າ, ມີປະສິດທິຜົນ ແລະ ທັນການ ແກ່ພາລະກິດປະຕິວັດລາວ ມາໂດຍຕະຫຼອດ, ອວຍພອນໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່,​ ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.

ໃນຂະນະດຽວກັນ, ສະຫາຍ ຈິງ ດິງ ຢຸງ ກໍ່ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ພັກ-ລັດຖະບານລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ, ເຕັມໄປດ້ວຍໄມຕີຈິດມິດຕະພາບໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ສະແດງຍິນດີສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຂອງສອງປະເທດ ໃຫ້ນັບມື້ໄດ້ຮັບການຍົກລະດັບສູງຂຶ້ນອີກ ແລະ ມີບາດກ້າວອັນໃໝ່ໃນອະນາຄົດ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ຫວຽດນາມ-ລາວ ລາວ-ຫວຽດນາມ.

ພາຍຫຼັງສຳເລັດພິທີພົບປະ, ສອງສະຫາຍຮອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນມ ກໍ່ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີເຊັນສັນຍາ ຊື້-ຂາຍ ໄຟຟ້າ ເຂື່ອນໄຟຟ້ານ້ຳຊຳ 3 ລະຫວ່າງ ບໍລິສັດ ພົງຊັບທະວີ ຂອງລາວ ກັບ ລັດວິສາຫະກິດໄຟຟ້າ ຫວຽດນາມ.

ໃນຕອນບ່າຍຂອງວັນດຽວກັນ, ສະຫາຍ ຈິງ ດິງ ຢຸງ ພ້ອມດ້ວຍຄະນະ ຍັງໄດ້ພົບປະເຮັດວຽກຮ່ວມກັບ ສະຫາຍ ສົມພັນ ແພງຄຳມີ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ທັງເປັນຫົວໜ້າຄະນະຊີ້ນຳໂຄງການປຸກສ້າງຫໍສະພາແຫ່ງຊາດລາວ ຫຼັງໃໝ່. ພາຍຫຼັງສຳເລັດພິທີພົບປະ ກໍ່ໄດ້ມີພິທີເຊັນບົດບັນທຶກການພົບປະເຮັດວຽກຮ່ວມກັນ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480335
ມື້ນີ້165
ມື້ວານ157
ອາທິດນີ້733
ເດືອນນີ້6566