ນາຍົກລັດຖະມົນຕີ ລາວ-ຫວຽດນາມ-ກຳປູເຈຍ
ນາຍົກລັດຖະມົນຕີ ລາວ-ໄທ
ໃນໂອກາດເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 34, ທີ່ ບາງກອກ, ປະເທດໄທ, ໃນລະຫວ່າງວັນທີ22-24ມິຖຸນາ 2019, ໄດ້ມີການຮັບປະທານອາຫານເຊົ້າ ແລະ ພົບປະແບບບໍ່ເປັນທາງການ ລະຫວ່າງ ສາມນາຍົກລັດຖະມົນຕີ ກຳປູເຈຍ-ລາວ-ຫວຽດນາມ (CLV),ຕາມຄໍາເຊີນຂອງນາຍົກລັດຖະມົນຕີຫວຽດນາມ, ໃນຕອນເຊົ້າຂອງວັນທີ 23 ມິຖຸນາ 2019 ທີ່ຜ່ານມາ.
ໃນໂອກາດນີ້, ພະນະທ່ານ ນາຍົກລົດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈທີ່ ພະນະທ່ານນາຍົກລັດຖະມົນຕີ ຫງວຽນ ຊວັນ ຟຸກ ໄດ້ເຊື້້ອເຊີນເຂົ້າຮ່ວມພົບປະສາມນາຍົກ CLV ໃນຄັ້ງນີ້ ແລະ ໄດ້ສະແດງຄວາມດີໃຈທີ່ໄດ້ພົບກັບ ພະນະທ່ານ ຫງວຽນ ຊວັນ ຟຸກ ແລະ ສົມເດັດ ຮຸນແຊນ ອີກຄັ້ງ ຊຶ່ງສະແດງໃຫ້ເຫັນເຖິງຄວາມຮັກແພງ ແລະ ຄວາມສາມັກຄີແບບພິເສດ ທີ່ມີມູນເຊື້ອມາແຕ່ດົນນານ ລະຫວ່າງ ສາມ ປະເທດ. ໃນການພົບປະຄັ້ງນີ້, ສາມນາຍົກໄດ້ທົບທວນຄືນການຮ່ວມມື ລະຫວ່າງ ສາມ ປະເທດ ໃນຂອບ CLV ເຊິ່ງກວມເອົາການຮ່ວມມືໃນດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ອື່ນໆ. ພ້ອມນີ້ຍັງໄດ້ປຶກສາຫາລືການພົວພັນຮ່ວມມືນໍາກັນໃນຕໍ່ຫນ້າ ລະຫວ່າງສາມປະເທດ ແລະ ແລກປ່ຽນຄວາມຄິດເຫັນຕໍ່ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.
ໃນຕອນທ້າຍຂອງການພົບປະໂອ້ລົມ, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງອວຍພອນໃຫ້ສາຍພົວພັນມິດຕະພາບແບບພິເສດ ລະຫວ່າງ ສາມຊາດ ລາວ-ຫວຽດນາມ-ກໍາປູເຈຍ ທີ່ມີມາແຕ່ດົນນານ ຈົ່ງໝັ້ນຄົງທະນົງແກ່ນ, ພ້ອມທັງອວຍພອນໃຫ້ສອງນາຍົກລັດຖະມົນຕີຫວຽດນາມ ແລະ ກຳປູເຈຍ ຈົ່ງມີສຸຂະພາບແຂງແຮງ ແລະ ປະສົບຜົນສຳເລັດໃນການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ໃນຄັ້ງນີ້.
ໃນຕອນບ່າຍຂອງວັນດຽວກັນ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ, ຍັງໄດ້ພົບປະສອງຝ່າຍກັບ ພະນະທ່ານ ພົນເອກ ປຣະຢຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ. ໃນການພົບປະດັ່ງກ່າວ ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດອັນຈົບງາມໃນການເລືອກຕັ້ງທົ່ວໄປຂອງໄທເມື່ອບໍ່ດົນຜ່ານມາແລະຊົມເຊີຍຢ່າງຈິງໃຈຕໍ່ ພະນະທ່ານພົນເອກປຣະຢຸດຈັນໂອຊາທີ່ໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີອີກວ່າລະໜຶ່ງ, ພ້ອມທັງສະແດງຄວາມດີໃຈ ແລະ ຍິນດີເຮັດວຽກຮ່ວມກັນໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການເຊື່ອມໂຍງທາງດ້ານພື້ນຖານໂຄງລ່າງ, ດ້ານພະລັງງານໄຟຟ້າ ແລະ ອື່ນໆ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວແລະໄທຕໍ່ໜ້າ ແລະ ສອງຝ່າຍຍັງເຫັນດີຮ່ວມກັນຈັດກິດຈະກຳສະເຫລີມສະຫລອງຄົບຮອບ 70 ປີ ( 19/12/1950-19/12/2020 ) ການສ້າງຕັ້ງສາຍພົວພັນການທູດນຳກັນໃນປີ 2020 ໃຫ້ມີບັນຍາຟົດຟື້ນ. ພ້ອມກັນນີ້, ພະນະທ່ານ ທອງລຸນ ສີສຸລິດ ຍັງໄດ້ນໍາເອົາຄວາມຍິນດີແລະຄຳຊົມເຊີຍຢ່າງຈິງໃຈຂອງ ພະນະທ່ານປະທານປະເທດບຸນຍັງວໍລະຈິດມາຍັງພະບາດສົມເດັດພະເຈົ້າຢູ່ຫົວມະຫາວະຊິຣາລົງກອນບໍດິນທຣະເທບພະຍະວະຣາງກູນແຫ່ງຣາຊະອານາຈັກໄທໃນໂອກາດພິທີບໍຣົມລາຊາພິເສກຂຶ້ນຄອງລາດສະບັນລັງຢ່າງເປັນທາງການແລະຮຽນເຊີນພະອົງພ້ອມດ້ວຍພະລາຊິນີສະເດັດຢ້ຽມຢາມທາງລັດຖະກິດຢູ່ສປປລາວໃນໂອກາດທີ່ສົມເດັດສະດວກ.ສອງຝ່າຍຍັງ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີນຳກັນ ລະຫວ່າງສອງປະເທດ ທີ່ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ, ບົນພຶ້ນຖານຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າອົກເຂົ້າໃຈຊຶ່ງກັນ ແລະ ກັນ ເພື່ອຜົນປະໂຫຍດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນສອງຊາດ ລາວ-ໄທ.
ໃນຕອນທ້າຍ, ພະນະທ່ານ ທອງລຸນ ສີສຸລິດ ຍັງສະແດງຄວາມຊົມເຊີຍ ຕໍ່ການກະກຽມອັນດີເລີດ, ຮອບດ້ານ ແລະ ຜົນສຳເລັດອັນຈົບງາມ ໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ ແລະ ຖືໂອກາດນີ້ ຮຽນເຊີນພະນະທ່ານ ນາຍົກ ປຣະຢຸດ ຈັນໂອຊາ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນອານາຄົດອັນໃກ້ນີ້.