ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຮັບລາງວັນກຽດຕິຄຸນ ຈາກສະຖາບັນຍຸດທະສາດຄິງສະລີ

PMAward34b

PMAward34a

 

ຕອນຄ່ຳຂອງວັນທີ 23 ມິຖຸນາ 2019, ພາຍຫລັງສຳເລັດການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34, ທີ່ ບາງກອກ, ພະນະທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເປັນກຽດເຂົ້າຮ່ວມງານລ້ຽງ ຈັດໂດຍ ສະຖາບັນຍຸດທະສາດ ຄິງສະລີ ຂອງມາເລເຊຍ, ສະຖາບັນສ້າງຊາດ ປະເທດໄທ, ຫ້ອງການ​ເສດຖະກິດ-ການ​ຄ້າ​ຮົງ​ກົງ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຮັບລາງວັນກຽດຕິຄຸນ (Distinguished ASEAN Lifetime Achievement Awardອັນສູງສົ່ງໜຶ່ງຂອງອາຊຽນ ໂດຍຍ້ອງຍໍສະເພາະລະດັບຜູ້ນຳອາຊຽນທີ່ມີຜົນງານດີເດັ່ນ ໃນການຊີ້ນຳ-ນຳພາ ການພັດທະນາເສດຖະກິດ-ສັງຄົມຂອງປະເທດຕົນ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການສ້າງປະຊາຄົມອາຊຽນ. ໃນໂອກາດດັ່ງກ່າວ, ພະນະທ່ານ ນາຍົກລັດຖະມົນຕີ ໄດ້ຂຶ້ນກ່າວຄວາມຮູ້ສຶກທີ່ໄດ້ຮັບກຽດຢ່າງສູງ ທີ່ສະຖາບັນຍຸດທະສາດຄິງສະລີ ແລະ ພາກສ່ວນກ່ຽວຂ້ອງ ໄດ້ເຊີນເຂົ້າຮ່ວມງານລ້ຽງ ແລະ ມອບລາງວັນກຽດຕິຄຸນນີ້ ຊຶ່ງມີຄວາມໝາຍບໍ່ສະເພາະແຕ່ຕໍ່ຂ້າພະເຈົ້າ ແຕ່ຍັງຕໍ່ກັບປະຊາຊົນລາວນຳອີກ ໂດຍສະແດງເຖິງການຮັບຮູ້ຜົນງານການປະກອບສ່ວນອັນເລັກນ້ອຍ ເຂົ້າໃນການພັດທະນາລວມຂອງພາກພື້ນ ກໍ່ຄືການຫລຸດຜ່ອນລະດັບຄວາມແຕກໂຕນດ້ານການພັດທະນາຂອງອາຊຽນ, ໃນນີ້, ຍັງໄດ້ຕີລາຄາສູງຕໍ່ບົດບາດສໍາຄັນ ຂອງສະຖາບັນຍຸດທະສາດຄິງສະລີ ທີ່ໄດ້ສົ່ງເສີມການຮ່ວມມືຢ່າງໃກ້ຊິດ, ເປັນຂົວຕໍ່ທີ່ສໍາຄັນລະຫວ່າງພາກລັດ ແລະ ເອກະຊົນໃນພາກພື້ນ ທີ່ສະຖາບັນໄດ້ສະໜອງບັນດາຂໍ້ສະເໜີແນະທາງດ້ານນະໂຍບາຍ ທີ່ມີລັກສະນະຍຸດທະສາດຕໍ່ພາກລັດ ແລະ ໃຫ້ຄຳປຶກສາແກ່ພາກທຸລະກິດ ເພື່ອຊຸກຍູ້ໃຫ້ການພົວພັນ ລະຫວ່າງ ພາກລັດ ແລະ ເອກະຊົນໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ.

ພ້ອມກັນນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ມີຄຳເຫັນວ່າ ສປປ ລາວ ຈະສືບຕໍ່ສຸມໃສ່ປັບປຸງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການຄ້າ ແລະ ການລົງທຶນ ດ້ວຍການປັບປຸງລະບຽບກົດໝາຍ ແລະ ກົນໄກໃຫ້ມີຄວາມສອດຄອງຂຶ້ນ ແລະ ຫັນໄປສູ່ການເປັນທັນສະໄໝເທື່ອລະກ້າວ.

ທ້າຍສຸດ ກໍໄດ້ສະແດງຄວາມຂອບໃຈ ໂດຍສະເພາະ ທ່ານ ໄມເຄີນ ໂຢ, ປະທານສະຖາບັນຍຸດທະສາດຄິງສະລີ ແລະ ສະແດງຄວາມຊົມເຊີຍ ທ່ານ ອານັນ ປັນຍາລາຊຸນ, ອາດີດນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ທີ່ໄດ້ຮັບລາງວັນກຽດຕິຄຸນໃນມື້ດຽວກັນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484542
ມື້ນີ້58
ມື້ວານ188
ອາທິດນີ້980
ເດືອນນີ້3847