ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ສຳເລັດການຢ້ຽມຢາມ ຣາຊະອານາຈັກ ລຸກຊຳບວກ

 

FMvisitLuxumberg

 

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານ ຊອນ ອັສ​ແຊນ​ລ໌ບອນ (H.E. Mr. Jean ASSELBORN), ລັດຖະມົນຕີກະຊວງການຕ່າງປະເທດ ແລະ ວຽງານເອີຣົບ ແຫ່ງ ຣາຊະອານາຈັກ ລຸກຊຳບວກ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ຣາຊະອາຈັກ ລຸກຊຳບວກ ຢ່າງເປັນທາງການ, ໃນລະຫວ່າງວັນທີ 26-27 ມິຖຸນາ 2019, ເຊິ່ງເປັນການຢ້ຽມຢາມຄັ້ງປະຖົມມະລືກ ແລະ ເປັນນິມິດໝາຍອັນສຳຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປ ລາວ ແລະ ຣາຊະອານາຈັກ ລຸກຊຳບວກ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ໃນຕອນບ່າຍຂອງວັນທີ 26 ມິຖຸນາ 2019, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ຊອນ ອັສ​ແຊນ​ລ໌ບອນ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ວຽງານເອີຣົບ ແຫ່ງ ຣາຊະອານາຈັກ ລຸກຊຳບວກ, ເຊິ່ງໄດ້ດຳເນີນໄປພາຍໃຕ້ບັນຍາກາດອັນສະໜິດສະໜົມ ແລະ ສ້າງສັນ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ລຸກຊໍາບວກ ນັບແຕ່ ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 25 ກັນຍາ 1997 ເປັນຕົ້ນມາ. ພ້ອມກັນນັ້ນ,​ ກໍ່ໄດ້ທົບທວນຄືນການຊ່ວຍເຫຼືອຂອງ ຣາຊະອານາຈັກ ລຸກຊຳບວກ ແກ່ ສປ ລາວ ເຊິ່ງສຸມໃສ່ຂະແໜງການບຸລິມະສິດຂອງແຜນພັດທະນາເສດຖະກິດ-ສັງຄົມ ໃນໄລຍະຜ່ານມາຮອດປັດຈຸບັນ ເຊັ່ນ: ດ້ານ​ການ​ສຶກສາ, ສາທາລະນະ​ສຸກ, ອຸດສາ​ຫະກຳການທ່ອງທ່ຽວ, ການເກັບກູ້ລະເບີດບໍ່ທັນແຕກຢູ່ລາວ, ໂຮງ​ແຮມ ແລະ ການບໍລິ​ການ, ການ​ເງິນ-ການ​ທະນາຄານ, ພັດທະນາ​ຊົນນະບົດ ​ແລະ ພື້ນຖານ​ໂຄງ​ລ່າງ. ສຳລັບການຊ່ວຍເຫຼືອຂອງລຸກຊຳບວກ ແມ່ນເປັນແຜນງານ​ຮ່ວມ​ມືໄລຍະຍາວ ​ລະ​ຫວ່າງ ​ສອງ​ລັດ​ຖະ​ບານ (Indicative Cooperation Programme (ICP) ແລະ ຈັດເປັນ​ແຕ່​ລະ​ໄລ​ຍະ, ຊຶ່ງ​ມາ​ເຖິງ​ປັດ​ຈຸ​ບັນ​ ​ປະ​ຕິ​ບັດໄດ້​ 4 ໄລ​ຍະ​ແລ້ວ​ ຄື: 1) ICP I ແຕ່ປີ 2003-2006 ມູນ​ຄ່າ 18 ລ້ານ​ເອີ​ໂຣ, 2) ICP II ແຕ່ປີ 2007-2010 ​ມູນ​ຄ່າ 35 ລ້ານ​ເອີ​ໂຣ, 3) ICP III ແຕ່ປີ 2011-2015 ມູນ​ຄ່າ 50 ລ້ານ​ເອີ​ໂຣ ແລະ 4) ICP IVແຕ່ປີ 2016-2020 ມູນ​ຄ່າ 75 ລ້ານເອີໂຣ, ຊຶ່ງລວມມູນຄ່າການຊ່ວຍເຫຼືອທັງໝົດ ນັບແຕ່ປີ 2003 ເປັນຕົ້ນມາ ມີເຖິງ 178 ລ້ານເອີໂຣ. ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ສະແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ການຊ່ວຍເຫຼືອອັນລ້ຳຄ່າຂອງ ລັດຖະບານ ແລະ ປະຊົນ ລຸກຊຳບວກ ໃຫ້ແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງຕົນໃຫ້ມີຄວາມກ້າວໜ້າ ແລະ ປະສົບຜົນສຳເລັດເປັນຢ່າງດີ, ອັນເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ໃຫ້ດີຂຶ້ນເທື່ອລະກ້າວ. ຄຽງຄູ່ກັນນັ້ນ, ສອງຝ່າຍ ໄດ້ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ ລວມທັງການຮ່ວມມື ລະຫວ່າງສອງກະຊວງການຕ່າງປະເທດ າວ-ລຸກຊໍາບວກ. ໃນຂະນະດຽວກັນນັ້ນ, ຝ່າຍລຸກຊຳບວກ ກໍ່ໄດ້ຢືນຢັນທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອ​​ເພີ່ມຕື່ມ ເພື່ອປະກອບສ່ວນຊ່ວຍເຫຼືອໃຫ້ ສປ ລາວ ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນປີ 2024 ແລະ ບັນລຸເປົ້າໝາຍການພັດທະນາແບບຍືນຍົງເທື່ອລະກ້າວ. ນອກຈາກນັ້ນ, ສອງຝ່າຍ ຍັງໄດ້ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຮ່ວມກັນ.

ໃນໂອກາດຢ້ຽມຢາມທາງການ ທີ່ ຣາຊະອານາຈັກລຸກຊຳບວກ ໃນຄັ້ງນີ້, ນອກຈາກການພົບປະສອງຝ່າຍ ກັບ ທ່ານ ຊອນ ອັສ​ແຊນ​ລ໌ບອນ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ວຽງານເອີຣົບ ແລະ ພົບປະກັບ ທ່ານ ນາງ Paulette Lenert, ລັດຖະມົນຕີຮ່ວມມື ເພື່ອການພັດທະນາ ແລະ ມະນຸດສະທຳ ແຫ່ງ ຣາຊະອານາຈັກ ລຸກຊຳບວກ ແລ້ວ, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ແລະ ຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ຊາວີເອ ແບນແຕນ (Xavier Bettel), ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ລຸກຊໍາບວກ ແລະ ທ່ຽວຊົມ ສະຖານທີ່ທ່ອງທ່ຽວທີ່ສຳຄັນທາງປະຫວັດສາດ ຈໍານວນໜຶ່ງໃນ ລຸກຊຳບວກ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484471
ມື້ນີ້175
ມື້ວານ273
ອາທິດນີ້909
ເດືອນນີ້3776