ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີເປີດການບໍລິການນຳໃຊ້ວີຊາອອນລາຍຢ່າງເປັນທາງການ (eVisa)

 

Evisa1 Evisa2 Evisa3

 

ໃນວັນທີ 09 ກໍລະກົດ 2019, ທີ່ ສະໜາມບິນສາກົນວັດໄຕ ກະຊວງການຕ່າງປະເທດໂດຍສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງຂອງລັດຖະບານໄດ້ຈັດພິທີເປີດການບໍລິການນຳໃຊ້ວີຊາອອນລາຍ (eVisa) ຢ່າງເປັນທາງການ, ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ບັນດາຮອງ​ລັດ​ຖະ​ມົນ​ຕີ, ​ທູ​ຕາ​ນຸ​ທູດ ​ແລະ ຜູ້​ຕາງ​ໜ້າຈາກ​ອົງ​ການ​ຈັດ​ຕັ້​ງ​ສາ​ກົນ ປະ​ຈຳ ສ​ປ​ປ ລາວ ເຂົ້າຮ່ວມ 100 ກວ່າທ່ານ.

ໃນພິທີດັ່ງກ່າວ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ກ່າວວ່າ: ມາເຖິງປະຈຸບັນ ສປປລາວໄດ້ມີຂໍ້ຕົກລົງຍົກເວັ້ນວີຊາປະເພດຕ່າງໆແບບສອງຝ່າຍແລະຍົກເວັ້ນຝ່າຍດຽວກັບ46 ປະເທດໃນທົ່ວໂລກ. ພ້ອມ​ດຽວ​ກັນ​ນັ້ນ, ກໍ​ຍັງ​ໄດ້​ບໍລິການ​ອອກ​ວີ​ຊາ​ໃຫ້​ແກ່​ຄົນ​ຕ່າງປະ​ເທດ ທີ່​ມີ​ຈຸດປະສົງ​ເຂົ້າມາ ສປປ ລາວ ຜ່ານ​ ບັນດາສະຖານທູດ, ສະຖານກົສຸນໃຫຍ່ແລະຫ້ອງການກົງສຸນຂອງ​ລາວຢູ່​ຕ່າງປະເທດ ກໍຄື​ຜ່ານ​ໜ່ວຍງານອອກວີຊາປະຈຳຢູ່ດ່າສາກົນຕ່າງໆ 21 ດ່ານ ໃນຂອບເຂດທົ່ວປະເທດເພື່ອເປັນທາງເລືອກສຳລັບການຂໍວີຊາ​ເຂົ້າ    ສລາວ ຕື່ມອີກ. ແຕ່ການ​ບໍລິການ​ອອກ​ວີ​ຊາ​​ໃຫ້ແກ່​ຄົນ​ຕ່າງປະ​ເທດ ຍັງ​ມີ​ຂີດ​ຈຳກັດ ​ແລະ ບໍ່​ທົ່ວ​ເຖິງ, ທັງ​ນີ້ ກໍ​ຍ້ອນ​ຈຳນວນ​ສຳນັກງານ​ຜູ້ຕາງໜ້າ ກໍ​ຄືສະຖານກົງສຸນ​ ແຫ່ງ ສປປ ລາວ ຢູ່​ຕ່າງປະ​ເທດ ຍັງມີຈຳນວນ​ຈຳກັດ, ອັນ​ໄດ້​ເຮັດ​ໃຫ້​ຂະ​ບວນການ​ຂໍ​ວີ​ຊາ​ເຂົ້າ ສປປ ລາວ ພົບຄວາມ​ຫຍຸ້ງຍາກ, ໂດຍສະເພາະແມ່ນຢູ່ໃນບັນດາປະເທດທີ່ບໍ່ມີສຳນັກງານຕາງໜ້າການທູດລາວເຮົາຕັ້ງຢູ່. ໂດຍ​ປະ​ຕິ​ບັດ​ນະ​ໂຍ​ບາຍເປີດກວ້າງການພົວພັນຮ່ວມມືກັບຕ່າງປະເທດໃນ​ການ​ຍົກ​ລະ​ດັບ​ລະບົບ​ການ​ອອກວີ​ຊາເຂົ້າ ສ​ປ​ປ ລາວ ໄປ​ສູ່​ລະ​ດັບ​ທັນ​ສະ​ໄໝ​,​​ ວ່ອງໄວ, ມີປະສິດທິພາບ ແລະ ໂປ່ງໃສ ເທື່ອລະກ້າວ ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງໃຫ້ມີການພັດທະນາລະບົບອອກວີຊາອອນລາຍ ເພື່ອເປັນທາງເລືອກໃໝ່ໜຶ່ງອີກໃຫ້ແກ່ຄົນຕ່າງປະເທດ ໂດຍແນໃສ່ຊຸກຍູ້ສົ່ງເສີມການພົວພັນຮ່ວມມືໃນດ້ານຕ່າງໆ ກໍ່ຄືການໄປມາຫາສູ່ ລະຫວ່າງ ຄົນລາວ ແລະ ຄົນຕ່າງປະເທດໃຫ້ມີການຂະຫຍາຍຕົວຍິ່ງຂຶ້ນ. ລະບົບດັ່ງກ່າວນີ້ຈະໄດ້ນຳໃຊ້ໄປຄຽງຄູ່ກັບລະບົບທີ່ປະຕິບັດຢູ່ໃນປະຈຸບັນ.ສໍາລັບລະບົບອອກວີ​ຊາ​ອອນ​ລາຍ ​ໄດ້​ອອກ​ແບບມີລັກສະນະງ່າຍດາຍ, ບໍ່ສັບສົນ, ສາມາດເຂົ້າໃຈງ່າຍ, ມີຄວາມ​​ສະດວກ, ວ່ອງໄວ ​ແລະ ມີ​ຄວາມ​ປອດ​ໄພ ສຳລັບຜູ້ຊົມໃຊ້, ຊຶ່ງທຸກຄົນສາມາດສະເໜີຂໍວີຊາເຂົ້າ    ສປ ລາວ ທາງອອນລາຍໄດ້ທຸກເວລາ ແລະ ທຸກສະຖານທີ່ ທີ່ມີອິນເຕີແນັດ ແລະ ​ເປັນ​ການ​ປະຢັດ​ຄ່າໃຊ້ຈ່າຍ ຖ້າ​ທຽບ​ໃສ່​ການໄປເອົາຢູ່ບັນດາສະຖານທູດ, ສະຖານກົງສຸນໃຫຍ່, ຫ້ອງ​ການ​ກົງ​ສຸນ​ຂອງລາວທີ່ຕ່າງປະເທດ, ລວມ​ທັງເອົາຢູ່ກັບດ່ານສາກົນຕ່າງໆ. ລັດຖະບານ ​ໄດ້​ອະນຸຍາດ​ໃຫ້​ນໍາ​ໃຊ້ 7 ດ່ານ ​ຄື:ສະ​ໜາມ​ບິນ​ສາ​ກົນ​ວັດ​ໄຕ; ຂົວ​ມິດ​ຕະ​ພາບ 1; ​ຂົວ​ມິດ​ຕະ​ພາບ 2; ຂົວ​ມິດ​ຕະ​ພາບ 4; ສະ​ໜາມ​ບິນ​ສາກົນຫຼວງ​ພະ​ບາງ; ສະ​ໜາມ​ບິນ​ສາກົນປາກ​ເຊ ແລະ ດ່ານ​ບໍ່​ເຕັນ ​ເພື່ອ​ເປັນ​ດ່ານ​ໃນ​ການ​ຮອງ​ຮັບ ​ແລະ ບໍລິການ​ສຳລັບ​ຄົນ​ຕ່າງປະ​ເທດ​ທີ່​ນຳ​ໃຊ້​ວີ​ຊາອອນລາຍ ​ເຂົ້າ​ມາ ສປປ ລາວ. ​ແຕ່​ໃນ​ໃນ​ໄລຍະ​​ເລີ່​ມຕົ້ນ​ຈະ​ເລີ່​ມ​ໃຫ້​ບໍລິການຢູ່ 2 ບ່ອນ​ກ່ອນ​ຄື: ສະໜາມ​ບິນ​ສາກົນວັດ​ໄຕ ​ແລະ ຂົວ​ມິດຕະພາບ 01 ນະຄອນຫຼວງວຽງຈັນ-ໜອງຄາຍ, ຊຶ່ງ​​ໃນ​ປະຈຸ​ບັນ ຜູ້​ທີ່​​ໃຊ້​ວີ​ຊາອອນ​ລາຍ ສາມາດ​ເຂົ້າ ສປປ ລາວ ​ໄດ້ ​ໂດຍຜ່ານ 02 ດ່ານ​ ຕາມ Website: www.laoevisa.gov.la​, ຫຼັງ​ຈາກ​ນັ້ນ, ​ໃນ​ເວລາ​ອັນ​ໃກ້​ນີ້ ຈະ​ຂະຫຍາຍລະບົບ​ໄປ​ສູ່​ດ່ານ​ອື່ນ​ທີ່​ຍັງ​ເຫຼືອ ຈົນ​ກວ່າ​ສໍາ​ເລັດທັງ​ໝົດ 7 ດ່ານ. ສ່ວນ​ໄລຍະ​ທີ 2 ຈະ​ໄດ້​ມີ​ການ​ຄົ້ນຄວ້າ ​ແລະ ສະ​ເໜີຂໍອະນຸມັດ ຈາກ​ລັດຖະບານ ​ໃນ​ການສືບ​ຕໍ່​ພັດທະນາ ຢູ່​ດ່ານ​ສາກົນ​ອື່ນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ, ​ໂດຍ​ອີງ​ໃສ່​​ເງື່ອນ​ໄຂ ​ແລະ ​ຄວາມ​ຈໍາ​ເປັນຕົວ​ຈິງໃນ​ອະນາຄົດ.

ການຈັດ​ຕັ້ງ​ປະຕິບັດ​ລະບົບອອກວີຊາອອນລາຍນີ້ ຈະເປັນສິ່ງກະ​ຕຸກຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ໃນ​ດ້ານ​ຕ່າງໆ​ ລະ​ຫວ່າງ ​ລັດ​ຖະ​ບານ ກໍ​ຄື​ອົງ​ການ​ຈັດ​ຕັ້ງ​ຕ່າງໆ ຂອງ ສ​ປ​ປ ລາວ ກັບ ປະ​ເທດ​ຕ່າງໆ ທີ່​ບໍ່​ມີສັນ​ຍາ​ຍົກ​ເວັ້ນ​ວີ​ຊາ ກັບ ສປ​ປ​ລາວ ​ໃຫ້​ມີ​ການ​ຂະ​ຫຍາຍ​ຕົວແຂງ​ແຮງກວ່າ​ເກົ່າ, ໂດຍສະເພາະ​ໃນ​ດ້ານ​ການທ່ອງທ່ຽວ, ຊຶ່ງຈະເປັນການປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-​ສັງຄົມຂອງ ສປປ ລາວ ໃນ​ສະ​ເພາະ​ໜ້າ ແລະ ຍາວ​ນານ.

ໃນໂອກາດດຽວກັນນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ຍັງໄດ້ສະເໜີຂໍການຮ່ວມມືມາຍັງບັນດາທູຕານຸທູດ ແລະ ຜູ້ຕາງໜ້າຈາກອົງການຈັດຕັ້ງສາກົນທີ່​ປະ​ຕິ​ບັດ​ໜ້າ​ທີ່ຢູ່ ສ​ປ​ປ ລາວ​ ຊ່ວຍນຳເອົາຂໍ້ມູນກ່ຽວກັບການບໍລິການວີຊາອອນລາຍນີ້ເຜີຍແຜ່ໄປ​ຍັງປະຊາຊົນໃນປະເທດຂອງບັນດາທ່ານໄດ້ຮັບຊາບ ແລະ ຫວັງ​ວ່າບັນດາສື່ມວນຊົນຈະຊ່ວຍໂຄສະນາດ້ວຍ​ຮູບ​ການ​ຕ່າງໆ ເພື່ອ​ໃຫ້​ຂໍ້​ມູນ​ໄດ້​ຖືກ​ເຜີຍ​ແຜ່​ອອກ​ໄປ​ສູ່​ຕ່າງ​ປະ​ເທດຢ່າງກວ້າງ​ຂວາງ.

 

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480387
ມື້ນີ້45
ມື້ວານ172
ອາທິດນີ້785
ເດືອນນີ້6618