ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ ຄົນໃໝ່ ປະຈຳ ສປປ ລາວ

 2019716-slx-hup-UNDP

      ໃນຕອນເຊົ້າຂອງວັນທີ 16 ກໍລະກົດ 2019, ທີ່ ກະຊວງການຕ່າງປະເທດ,​ ທ່ານ ສະເຫຼີມໄຊ ກົມມະສິດ, ​ລັດຖະມົນຕີກະຊວງການຕ່າງປະເທດໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບທາງການຂອງແລະ ທ່ານ ນາງ ຣິຄາດ້າ ຣິເຈີ (Ms. Ricarda Rieger), ຜູ້ຕາງໜ້າຄົນໃໝ່ຂອງອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ.

       ​ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ​ ​ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນມາຍັງຜູ້ຕາງໜ້າຂອງອົງການ UNDP ຄົນໃໝ່ປະຈຳສປປລາວພ້ອມທັງສະແດງຄວາມຂອບໃຈແລະຕີລາຄາສູງຕໍ່ການຮ່ວມມືທີ່ດີແລະການຊ່ວຍເຫຼືອຂອງ ອົງການ UNDP ຕໍ່ ສປປ ລາວໃນໄລຍະທີ່ຜ່ານມາ.​ ໃນນັ້ນ, ທ່ານສະເຫຼີມໄຊ ກົມມະສິດຍັງໄດ້ສະແດງຄວາມເຊື່ອໝັ້ນວ່າພາຍໃຕ້ການນຳພາຂອງຜູ້ຕາງໜ້າຄົນໃໝ່, ອົງການ UNDP ຈະເພີ່ມທະວີການຮ່ວມມືແລະສືບຕໍ່ໃຫ້ການສະໜັບສະໜູນແກ່ ສປປ ລາວໃນການຈັດຕັ້ງປະຕິບັດ​​ແຜນຍຸດທະສາດໂດຍສະເພາະແມ່ນດ້ານການພັດທະນາລະຫວ່າງສປປລາວແລະອົງການ UNDP, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການຫລຸດພົ້ນຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ການປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ເພື່ອໃຫ້ສອດຄ່ອງກັບແຜນຍຸດທະສາດການພັດທະນາໃນພາກພື້ນ ແລະ ສາກົນ. ນອກຈາກນີ້, ທ່ານລັດຖະມົນຕີ ກໍ່ຍັງສະແດງຄວາມຂອບໃຈຕໍ່ອົງການດັ່ງກ່າວພ້ອມທັງອວຍພອນໃຫ້ທ່ານຜູ້ຕາງໜ້າອົງການ UNDP ຄົນໃໝ່ປະສົບຜົນສຳເລັດໃນການມາປະຕິບັດໜ້າທີ່ຂອງທ່ານຢູ່ ສປປ ລາວ ໃນຄັ້ງນີ້.​

​         ໃນໂອກາດດຽວກັນນີ້,​ ທ່ານ ນາງ ຣີຄາດ້ າຣິເຈີ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອົບອຸ່ນຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ​ລັດຖະມົນຕີກະຊວງການຕ່າງປະເທດແລະ ສະແດງຄວາມຂອບໃຈມາຍັງລັດຖະບານແຫ່ງ ສປປ ລາວ ທີ່ໄດ້ອະນຸມັດໃຫ້ທ່ານມາປະຕິບັດໜ້າທີ່ຢູ່ ສປປ ລາວ. ທ່ານຍັງໄດ້ໃຫ້ຄຳໝັ້ນສັນຍາວ່າອົງການ UNDP ຈະສືບຕໍ່ເພີ່ມທະວີການຮ່ວມມືກັບລັດຖະບານ ສປປ ລາວໃນການຈັດຕັ້ງປະຕິບັດແຜນງານຕ່າງໆທີ່ເປັນບູລິມະສິດຂອງ ສປປ ລາວໃຫ້ໄດ້ຮັບໝາກຜົນທີ່ດີໃນອະນາຄົດຂ້າງໜ້າ.​

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484560
ມື້ນີ້76
ມື້ວານ188
ອາທິດນີ້998
ເດືອນນີ້3865