ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທູດອັງກິດ ແລະ ອຽກລັງເໜືອ ປະຈໍາ ສປປ ລາວ

2019.7.17-slx-hup-eng

ໃນວັນທີ 17 ກໍລະກົດ 2019, ທີ່ກະຊວງການຕ່າງປະເທດ, ທ່ານສະເຫຼີມໄຊກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານDavid Hugh Evans, ເອກອັກຄະຣາຊະທູດແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ປະ​​ຈໍາ ລາວ.

ຊຶ່ງໃນໂອກາດນີ້, ທ່ານລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍທ່ານທູດທີ່ໄດ້ປະຕິບັດໜ້າທີ່ການທູດຂອງຕົນດ້ວຍຜົນສຳເລັດອັນຈົບງາມຢູ່ ສປປ ລາວ ໂດຍໄດ້ປະກອບສ່ວນເຂົ້າໃນການຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນມີໝາກຜົນລະຫວ່າງ ສປປ ລາວ ແລະ ສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ. ນອກຈາກນັ້ນ, ທ່ານລັດຖະມົນຕີກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອອັນມີຄ່າຂອງລັດຖະບານ ແລະ ປະຊາຊົນອັງກິດໃຫ້ແກ່ ລາວ ໃນໄລຍະຜ່ານມາຈົນເຖິງປັດຈຸບັນ, ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ, ເປັນຕົ້ນແມ່ນວຽກງານການສຶກສາ, ສາທາລະນະສຸກ, ການອະນຸລັກສັດປ່າ ແລະ ສິ່ງແວດລ້ອມ, ດ້ານເສດຖະກິດ ແລະ ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ ລວມມູນຄ່າຫຼາຍກວ່າ 10 ລ້ານໂດລາສະຫະລັດ. ພ້ອມກັນນັ້ນ, ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການເຊັນ MoU ດ້ານການສຶກສາລະຫວ່າງລັດຖະບານ ແຫ່ງ ລາວ ກັບລັດຖະບານແຫ່ງສະຫະຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ, ເຊິ່ງເປັນການເພີ່ມທະວີການພົວພັນຮ່ວມມືທາງດ້ານການສຶກສາ ລະຫວ່າງ ສອງປະເທດ. ນອກຈາກນັ້ນ, ທັງສອງຝ່າຍກໍ່ໄດ້ປຶກສາຫາລືກ່ຽວກັບການສ້າງຕັ້ງສະມາຄົມມິດຕະພາບ ລາວ-ອັງກິດ ເຊິ່ງເປັນຂໍ້ລິເລີ້ມອັນດີໃນການສົ່ງເສີມການພົວພັນຮ່ວມມືລະຫວ່າງ ລາວ-ອັງກິດ ພາຍຫຼັງອັງກິດ ສຳເລັດການດຳເນີນງານການອອກຈາກ ອີຢູ ແລ້ວ.

ຄຽງຄູ່ກັນນັ້ນ, ທັງສອງຝ່າຍຍັງໄດ້ແລກປ່ຽນຄຳຄິດເຫັນເຊິ່ງກັນ ແລະ ກັນ ກ່ຽວກັບທິດທາງໃນການເສີມຂະຫຍາຍການພົວພັນຮ່ວມມືທີ່ມີມູນເຊື້ອອັນ​ດີ ​ລະ​ຫວ່າງ ສອງປະເທດ​ໃຫ້​ເຂັ້ມ​ແຂງ ແລະ ແຕກດອກ​ອອກ​ຜົນ​ຍິ່ງໆ​ຂຶ້ນໃນຕໍ່ໜ້າ. ​ໃນ​ຕອນ​ທ້າຍ​ນີ້, ທ່ານລັດ​ຖະ​ມົນ​ຕີກະຊວງການຕ່າງປະເທດ ກໍ່​ໄດ້​ອວຍ​ພອນ​ໃຫ້​ ທ່ານ​ David Hugh Evans, ​ຈົ່ງ​ເດີ​ນ​ທາງ​ກັບ​ຄືນ​ປະ​ເທດດ້ວຍ​ຄວາມ​ສະ​ຫວັດ​ດີ​ພາບ ແລະ​ ປະ​ສົບຜົນ​ສຳ​ເລັດ​ທຸກ​ປະ​ການໃນການປະຕິບັດ​ໜ້າ​ທີ່ວຽກງານ​ໃໝ່​ຂອງ​ທ່ານ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485709
ມື້ນີ້8
ມື້ວານ206
ອາທິດນີ້745
ເດືອນນີ້5014