ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມເຜີຍແຜ່ ກົດໝາຍ ວ່າດ້ວຍ ສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ

 

FMtalksTreaty1 FMtalksTreaty2

 

ໃນວັນທີ 19 ກໍລະກົດ 2019 ທີ່ຫ້ອງປະຊຸມກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ກົດໝາຍ ວ່າດ້ວຍ ສຳນັກງານຜູ້ຕາງໜ້າ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳຢູ່ຕ່າງປະເທດ ໃຫ້ແກ່ພະນັກງານ-ລັດຖະກອນຂອງກະຊວງການຕ່າງປະເທດ ໂດຍການເປັນປະທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ຊຶ່ງມີບັນດາທ່ານຮອງລັດຖະມົນຕີ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ຜູ້ຕາງໜ້າຈາກແຕ່ລະກົມພາຍໃນກະຊວງ ເຂົ້າຮ່ວມລວມ 200 ກ່ວາທ່ານ.

ກອງປະຊຸມໃນຄັ້ງນີ້ ແມ່ນມີຈຸດປະສົງ ເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈ ກ່ຽວກັບ ທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງສຳນັກງານຜູ້ຕາງໜ້າ ກໍຄື ສິດ ແລະ ໜ້າທີ່ ລວມທັງພັນທະຂອງສະມາຊິກຂອງສຳນັກງານຜູ້ຕາງໜ້າ ແນໃສ່ເຮັດໃຫ້ມີຄວາມເປັນເອກະພາບກັນໃນການຈັດຕັ້ງປະຕິບັດກົດໝາຍສະບັບນີ້ໃຫ້ຖືກຕ້ອງ ແລະ ມີປະສິດທິຜົນສູງ. ການສ້າງ ແລະ ຈັດຕັ້ງປະຕິບັດກົດໝາຍ ດັ່ງກ່າວ ໃນຄວາມເປັນຈິງກໍແມ່ນ ການຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດຂອງພັກ “ສັນຕິພາບ,ເອກະລາດ, ມິດຕະພາບ, ການຮ່ວມມື ແລະ ການເຊື່ອມໂຍງບົນພື້ນຖານຫຼັກການເຄົາລົບເຊິ່ງກັນ ແລະ ກັນ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ແບບຫຼາຍທິດ, ຫຼາຍຝ່າຍ ແລະ ຫຼາຍລະດັບ” ກໍຄືການປະຕິບັດນະໂຍບາຍການຕ່າງປະເທດຂອງ ສປປ ລາວ ໃຫ້ແທດເໝາະກັບສະພາບຄວາມເປັນຈິງ ແຫ່ງການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ກໍຄືການຮ່ວມມືກັບຕ່າງປະເທດຂອງ ສປປ ລາວ ທີ່ນັບມື້ນັບເລິກເຊິ່ງ ແລະ ໄດ້ຮັບການເປີດກວ້າງ ຊຶ່ງໃນໄລຍະຜ່ານມາກໍໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ກົດໝາຍສະບັບນີ້ ຈະເປັນບ່ອນອີງອັນສຳຄັນໃຫ້ແກ່ບັນດາ ສຳນັກງານຜູ້ຕາງໜ້າໃນການຈັດຕັ້ງ ແລະ ການເຄື່ອນໄຫວ ກໍຄື ການຄຸ້ມຄອງ ການເຄື່ອນໄຫວວຽກງານການຕ່າງປະເທດ ຢູ່ຕ່າງປະເທດ ແລະ ອົງການຈັດຕັ້ງສາກົນ ໃຫ້ລວມສູນ ແລະ ເປັນເອກະພາບ ທັງເປັນການເພີ່ມທະວີ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ການປະຕິບັດວຽກງານການຄຸ້ມຄອງລັດຂອງຂະແໜງການຕ່າງປະເທດ ດ້ວຍກົດໝາຍ ແລະ ລະບຽບການເທື່ອລະກ້າວ.

ກົດໝາຍ ວ່າດ້ວຍ ສຳນັກງານຜູ້ຕາງໜ້າ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳຢູ່ຕ່າງປະເທດເປັນກົດໝາຍສະບັບທີສອງຂອງຂະແໜງການຕ່າງປະເທດ ແລະ ເປັນໜຶ່ງໃນບາດກ້າວສຳຄັນຂອງກະຊວງການຕ່າງປະເທດ ໃນການພັດທະນາ ລະບົບນິຕິກຳຂອງຂະແໜງການຕ່າງປະເທດ ຕາມແນວທາງນະໂຍບາຍຂອງພັກ-ລັດໃນການຄຸ້ມຄອງລັດດ້ວຍກົດໝາຍເທື່ອລະກ້າວ ປະກອບສ່ວນເຂົ້າໃນການປະຕິບັດນະໂຍບາຍການຕ່າງປະເທດຂອງ ສປປ ລາວ ເວົ້າລວມ, ເວົ້າສະເພາະ ແມ່ນການເຄື່ອນໄຫວວຽກງານການຕ່າງປະເທດ ຢູ່ຕ່າງປະເທດ ໃຫ້ມີປະສິດທິຜົນສູງ, ລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ແນໃສ່ສ້າງສະພາບແວດລ້ອມພາຍນອກທີ່ເອື້ອອຳນວຍ,ເຊື່ອມໂຍງກັບພາກພື້ນ ແລະ ສາກົນ, ຂະຫຍາຍການຮ່ວມມືກັບຕ່າງປະເທດ ທັງຍາດແຍ່ງການຊ່ວຍເຫຼືອ ແລະ ດຶງດູດການລົງທຶນຈາກຕ່າງປະເທດ ປະກອບສ່ວນອັນສຳຄັນເຂົ້າໃນພາລະກິດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480304
ມື້ນີ້134
ມື້ວານ157
ອາທິດນີ້702
ເດືອນນີ້6535