ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ປະທານອົງການກອງທຶນສາກົນ ເພື່ອການພັດທະນາກະສິກຳ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ

2019.7.24-slx-hup-IFAD1

2019.7.24-slx-hup-IFAD2

ໃນລະ​ຫວ່າ​ງວັນ​ທີ 22 - 25 ກໍລະກົດ 2019, ທ່ານ ກິວເບີດ ຮຸງໂບ, ປະ​ທານ​ອົງການກອງ​ທຶນ​ສາ​ກົນ ເພື່ອ​ການ​ພັດ​ທະ​ນາ​ກະ​ສິ​ກຳ (IFAD) ພ້ອມດ້ວຍຄະນະ ໄດ້ເດີນ​ທາງ​ມາຢ້ຽມຢາມ ສ​ປ​ປ ລາວ ຢ່າງເປັນທາງການ. ຈຸດປະສົງຂອງການເດີນທາງມາຢ້ຽມຢາມ ສປປ ລາວ ຄັ້ງນີ້ ເພື່ອ​ເປັນ​ການ​ຊຸກ​ຍູ້​ສົ່ງ​ເສີມ​ການ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ສ​ປ​ປ ລາວ ກັບ ອົງ​ການ IFAD. ການຢ້ຽມຢາມຂອງປະທານ IFAD ຄັ້ງນີ້ ເປັນຄັ້ງທີ 2 ນັບແຕ່ ສປປ ລາວ ໄດ້ຮັບການຊ່ວຍເຫຼືອຈາກອົງການດັ່ງກ່າວ ໃນປີ 1980 ເປັນຕົ້ນມາ (ຢ້ຽມຢາມ ສປປ ລາວ ຄັ້ງທໍາອິດ ແມ່ນ ປີ 2010).

ໃນໂອກາດນີ້, ປະທານອົງການ IFAD ໄດ້ເຂົ້າ​ຢ້ຽ​ມ​ຂໍ່າ​ນັບ ພະນະທ່ານ ທອງລຸນ ສີສຸລິດ, ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສປປ ລາວ ແລະ ການນຳກະຊວງກ່ຽວຂ້ອງ ຄື : ທ່ານ ສົມດີ ດວງດີ, ຮອງນາຍົກລັດ ຖະມົນຕີ, ລັດຖະມົນຕີກະຊວງການເງິນ; ທ່ານ ສະ​ເຫຼີມ​ໄຊ​ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ ກະຊວງ​ການ​ຕ່າງ​ປະ​ເທດ; ແລະ ທ່ານ ປອ. ລຽນ ທີແກ້ວ, ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານ ປອ ສຸພັນ ແກ້ວມີ​ໄຊ, ລັດ​ຖະ​ມົນ​ຕີ ກະ​ຊວງ​ແຜ​ນ​ການ ແລະ ການ​ລົງ​ທຶນ ແລະ ຄູ່ຮ່ວມພັດທະນາອື່ນໆ. ພ້ອມດຽວກັນນີ້, ຄະນະດັ່ງກ່າວ ຍັງໄດ້ເດີນທາງໄປຢ້ຽມຢາມ ບັນດາໂຄງການ ຍຸດທະສາດສະໜັບສະໜູນ ການຄໍ້າປະກັນສະບຽງອາຫານ ແລະ ໂພສະນາການ ທີ່ໄດ້ຮັບການຊ່ວຍເຫລືອຈາກ ອົງການ IFAD ຢູ່ ແຂວງ ຊຽງ​ຂວາງ ແລະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ບຸນຕົ້ນ ຈັນທະພອນ, ເຈົ້າແຂວງແຂວງຊຽງຂວາງ ພ້ອມດ້ວຍ ອຳນາດການປົກຄອງແຂວງ ແລະ ອຳນາດການປົກຄອງ ເມືອງຄໍາ.

ການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ອົງການ IFAD ເລີ່ມແຕ່ປີ 1978, ການຮ່ວມມື ສ່ວນໃຫຍ່ແມ່ນອີງໃສ່ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ ໃນແຕ່ລະໄລຍະ ເປັນຫຼັກ, ໂດຍສະເພາະໃນຂົງເຂດການພັດທະນາຊົນນະບົດຮອບດ້ານ ແລະ ການຄໍ້າປະກັນດ້ານສະບຽງ ອາຫານ, ຄຽງຄູ່ກັບການຄຸ້ມຄອງທີ່ດິນ ແລະ ຊັບພະຍາກອນທຳມະຊາດໃຫ້ມີຄວາມຍືນຍົງ. ການຊ່ວຍ ເຫລືອແກ່ ສປປ ລາວ ຂອງ ອົງການ IFAD ເລີ່ມແຕ່ໃນປີ 1980 ລວມມູນຄ່າ 148 ລ້ານໂດລາ ສະຫະລັດ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດ 15 ໂຄງການ/ແຜນງານ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484636
ມື້ນີ້152
ມື້ວານ188
ອາທິດນີ້1074
ເດືອນນີ້3941