ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 52 ແລະ ກອງປະຊຸມອື່ນໆທີ່ກ່ຽວຂ້ອງ

20190731AMM320190731AMM2

20190731AMM1

 

ໃນຕອນ​ບ່າຍຂອງວັນທີ 30 ກໍລະກົດ 2019 ທີ່ ບາງກອກ, ປະເທດໄທ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ​​​ຕ່າງປະ​ເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມຄະນະກໍາມາທິການ ວ່າດ້ວຍ ເຂດປອດອາວຸດນິວເຄລຍອາຊີ ຕາເວັນອອກສ່ຽງໃຕ້ (SEANWFZCommission), ເຊິ່ງໄດ້ສະແດງຄວາມເພິ່ງພໍໃຈຕໍ່ຄວາມ​ຄືບໜ້າ​ການຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ປະຕິບັດ​ງານຂອງ​ສົນທິສັນຍາ​ ວ່າ​ດ້ວຍ ເຂດປອດອາວຸດນິວເຄລຍ​ໃນອາຊີຕາເວັນອອກສ່ຽງໃຕ້ ໄລຍະ 2018-2022 ​​ແລະ ຮັບ​ຊາບ​ຜົນ​ກອງ​ປະຊຸມ​ເຄືອ​ຂ່າຍ​ອົງການ​ພະລັງງານ​ປະລາ​ມະນູອາຊຽນ ຄັ້ງ​ທີ 6 (6th ASEANTOM). ພ້ອມ​ນີ້, ໃນຕອນບ່າຍຂອງວັນດຽວກັນ ລັດຖະມົນຕີຕ່າງປະເທດເຮົາ ກັບບັນດາລັດຖະມົນຕີອາຊຽນອືື່ນໄດ້​ພົບ​ປະ​ກັບ​ຜູ້ຕາງໜ້າຄະນະ​ກໍາມາ​ທິການ​ລະຫວ່າງ​ຊາດ​ອາຊຽນ ວ່າ​ດ້ວຍ​ ສິດ​ທິມະນຸດ (AICHR), ເຊິ່ງໄດ້​ຮັບ​ຊາບ​ບົດ​ລາຍ​ງານ​ປະ​ຈໍາປີ 2019 ​ແລະ ​ຖະ​ແຫຼງການສະເຫລີມສະຫລອງຄົບຮອບ 10 ປີ ຂອງ AICHR. ໃນຕອນຄ່ຳຂອງວັນດຽວກັນ, ທ່ານ ລັດຖະມົນຕີ ສະເຫລີມໄຊ ໄດ້ເຂົ້າຮ່ວມກອງປະຊຸມອາຫານຄ່ຳແບບເຮັດວຽກ, ເຊິ່ງໄດ້ປຶກສາຫາລື 3 ບັນຫາ: 1. ຜົນຂອງກອງປະຊຸມ G 20 ຢູ່ ເມືອງ ໂອສະະ, ຍີ່ປຸ່ນ; 2. ຜັນຂະຫຍາຍເອກະສານແນວຄວາມຄິດອາຊຽນຕໍ່ຂອບການຮ່ວມມືອິນໂດປາຊີຟິກ; ແລະ 3. ການແກ້ໄຂບັນຫາຄວາມຫຍຸ້ງຍາກ ຢູ່ ລັດຣະຄາຍ, ມຽນມາ.  

ໃນຕອນເຊົ້າຂອງ​ວັນ​ທີ 31 ກໍລະກົດ 2019, ທ່ານ ສະ​ເຫຼີ​ມ​ໄຊ ກົມມະ​ສິດ, ໄດ້ນຳພາ​ຄະນະ ເຂົ້າຮ່ວມພິທີເປີດກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 52 ຢ່າງເປັນທາງການ ແລະ ​ສືບ​ຕໍ່​ເຂົ້າ​ຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນແບບຄົບຄະນະ ຄັ້ງທີ 52 ແລະ ກອງ​ປະຊຸມແບບວົງແຄບ. ກອງປະຊຸມລັດຖະມົນຕີຕ່າງປະເທດຄົບຄະນະ ຄັ້ງທີ 52 ໄດ້ຕີລາຄາສູງຕໍ່ການຈັດຕັ້ງປະຕິບັດຜົນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ຜ່ານມາ ໂດຍສະເພາະ ການສືບຕໍ່ສ້າງປະຊາຄົມອາຊຽນໃຫ້​ມີ​ຄວາມ​ເຂັ້ມ​ແຂງ ທີ່ ປິ່ນອ້ອມບັນດາບູລິມະສິດການເປັນປະທານອາຊຽນຂອງ ໄທ ປີ 2019​ ພາຍ​ໃຕ້​ຄຳ​ຂວັນ:“ຮ່ວມແຮງຮ່ວມໃຈ ກ້າວໄກຍືນຍົງ” ເຊັ່ນ: ການພັດທະນາແບບຍືນຍົງ, ການ​ເຊື່ອມ​ສານ​ລະຫວ່າງ ວິ​ໄສ​ທັດ​ອາຊຽນ 2025 ​ແລະ ເປົ້າໝາຍ​ການ​ພັດທະນາ​ແບບ​ຍົນ​ຍົງ 2030 ຂອງ ສປຊ. ພ້ອມນີ້, ກອງ​ປະຊຸມຍັງ​ໄດ້​ເອກະພາບກັນຕໍ່ການກະກຽມດ້ານເນື້ອໃນ ແລະ ພິທີການໃຫ້ແກ່ ກອງປະຊຸມລັດຖະມົນຕີກັບຄູ່ເຈລະຈາ (PMC) ໃນວັນທີ 1-2 ສິງຫາ 2019, ກອງປະຊຸມ ສະມັດຊາ​ໃຫຍ່ ອົງການ ສປຊ ຄັ້ງ​ທີ 74​ ແລະ ກອງ​ປະຊຸມ​ສຸດ​ຍອດ​ອາຊຽນ ຄັ້ງທີ 35 ໃນເດືອນ ກັນຍາ ແລະ ເດືອນ ພະຈິກ 2019 ຕາມລຳດັບ.

ພິເສດ, ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 52 ນີ້ໄດ້​ຮັບຮອງ​ເອົາ​ຖະ​ແຫຼງການ​ຮ່ວມ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ ຄັ້ງ​ທີ 52; ຮັບ​ຊາບ​ບົດ​ລາຍ​ງານ​ການ​ປະ​ເມີນ​ຄວາມ​ຄືບໜ້າ​ໃນ​ການ​ຮັດ​ແຄບ​ຄວາມ​ແຕກ​ໂຕນ​ພາຍ​ໃນ​ອາຊຽນ; ແລະ ໄດ້ຮັບຮອງເອົາແຜນງານໂຄງບູລິມະສິດ ແລະ ແຜນງົບປະມານປະຈຳປີ 2020 ຂອງຄະນະກຳມະທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ຫລື ໄອຈາ (AICHR).

ໃນກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບວົງແຄບ ບັນດາລັດຖະມົນຕີ ໄດ້ແລກປ່ຽນທັດສະນະນຳກັນຢ່າງກົງໄປກົງມາ ຕໍ່ບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ, ເຊັ່ນບັນຫາແຫລມເກົາຫລີ, ທະເລຈີນໃຕ້, ບັນຫາອາຊະຍາກຳຂ້າມຊາດ, ການຕ້ານການກໍ່ການຮ້າຍ ແລະ ລັດທິຫົວຮຸນແຮງ, ສະພາບການຢູ່ຕາເວັນອອກກາງ, ການປ່ຽນແປງດິນຟ້າອາກາດ ແລະ ອື່ນໆ.

ໃນ​ຕອນ​ບ່າຍ​ຂອງ​ວັນ​ດຽວກັນ, ບັນດາ​ລັດຖະມົນຕີ​ຕ່າງປະ​ເທດ​ອາຊຽນ ໄດ້​​ຮ່ວມ​ລົງ​ນາມ​ເພື່ອ​ຮັບ​ເອົາ ​ປະເທດ ເປຣູ ເຂົ້າ​ເປັນ​ພາຄີ​ສົນ​ທິ​ສັນຍາ​ໄມຕີ​ຈິດ ​ແລະ ການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (TAC); ແລະ ​ເຂົ້າ​ຮ່ວມພິທີເປີດທຶນການສຶກສາຜູ້ນໍາໜຸ່ມນ້ອຍ ອາຊຽນ-ຈີນ; ແລະ ພິທິປະກາດຂໍ້ລິເລີ່ມອາຊຽນ-ອົດສະຕາລີ ກ່ຽວກັບ ການຕ້ານການຄ້າມະນຸດ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480228
ມື້ນີ້58
ມື້ວານ157
ອາທິດນີ້626
ເດືອນນີ້6459