ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດລາວ ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ລະຫວ່າງ ອາຊຽນ ກັບ ບັນດາປະເທດຄູ່ເຈລະຈາ

 

AMMday2-1 AMMday2-2 AMMday2-3 AMMday2-4

 

ໃນວັນທີ 31 ກໍລະກົດ 2019,ທີ່ບາງກອກ,ປະເທດໄທ, ພາຍຫຼັງສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 52, ທ່ານສະເຫຼີໄຊກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ​​ຕ່າງປະເທດລະຫວ່າງ ອາຊຽນກັບບັນດາປະເທດຄູ່ເຈລະຈາຊຶ່ງລວມມີ: ກອງປະຊຸມລັດຖະມົນ​​ຕີຕ່າງປະເທດ ອາຊຽນ-ຈີນ, ອາຊຽນ-ລັດເຊຍແລະອາຊຽນ-ນິວຊີແລນ.

ກອງປະຊຸມລັດຖະມົນຕີ​​ຕ່າງປະເທດອາຊຽນ-ຈີນໄດ້ສະແດງຄວາມຍິນດີຕໍ່ຜົນສໍາເລັດຂອງການຮ່ວມມືອາຊຽນ-ຈີນໃນໄລຍະໜຶ່ງປີຜ່ານມາໂດຍສະເພາະການຈັດຕັ້ງປະຕິບັດປີນະວັດຕະກໍາອາຊຽນ-ຈີນ 2018, ການຜັນຂະຫຍາຍຜົນກອງປະຊຸມສຸດຍອດອາຊຽນ-ຈີນຄັ້ງທີ 21, ການຈັດຕັ້ງປະຕິບັດຖະແຫຼງການວິໄສທັດຄູ່ຮ່ວມຍຸດທະສາດອາຊຽນ-ຈີນ 2030, ຖະແຫຼງການຮ່ວມອາຊຽນ-ຈີນວ່າດ້ວຍການຮ່ວມມືດ້ານວິທະຍາສາດ, ເຕັກໂນໂລຊີແລະນະວັດຕະກຳ, ແລະການຈັດຕັ້ງປະຕິບັດບັນດາກິດຈະກຳສຳລັບປີແລກປ່ຽນສື່ມວນຊົນອາຊຽນ-ຈີນ 2019.ພ້ອມນີ້, ກອງປະຊຸມສະແດງຄວາມເພິ່ງພໍໃຈຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ຈີນ 2016-2020 ແລະເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດທີ່ເປັນບູລິມະສິດ ແລະມີທ່າແຮງຮ່ວມກັນເຊັັ່ນ: ການພັດທະນາຕົວເມືອງອັດສະລິຍະ, ການສຶກສາ, ການເຊື່ອມຈອດ, ການເຊື່ອມໂຍງເສດຖະກິດ, ການພົວພັນລະຫວ່າງປະຊາຊົນກັບປະຊາຊົນແລະອື່ນໆ. ກອງປະຊຸມໄດ້ຮັບຊາບຄວາມຄືບໜ້າການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ-ຈີນຄັ້ງທີ 22, ຊຶ່ງຈະຈັດຂຶ້ນໃນເດືອນພະຈິກ 2019 ທີ່ບາງກອກ, ປະເທດໄທໂດຍສະເພາະການຮ່າງເອກະສານຜົນໄດ້ຮັບກອງປະຊຸມສຸດຍອດດັ່ງກ່າວເຊັ່ນ: ຖະແຫຼງການຮ່ວມວ່າດ້ວຍການຮັດແໜ້ນການແລກປ່ຽນດ້ານສື່ມວນຊົນ, ຖະແຫຼງການວ່າດ້ວຍການເຊື່ອມສານລະຫວ່າງຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງແລະແຜນແມ່ບົດວ່າດ້ວຍການເຊື່ອມຈອດອາຊຽນ 2025, ຖະແຫຼງການວ່າດ້ວຍການເປັນຄູ່ຮ່ວມເສດຖະກິດສີຟ້າ, ຖະແຫຼງການຮ່ວມມືຕົວເມືອງອັດສະລິຍະອາຊຽນ-ຈີນ, ການກຳນົດເອົາປີ 2020 ເປັນປີການຮ່ວມມືເສດຖະກິດຕີຈີຕອນອາຊຽນ-ຈີນແລະການປະກາດການສ້າງແຜນປະຕິບັດງານອາຊຽນ-ຈີນສະບັບໃໝ່ສໍາລັບປີ 2021-2025. ພິເສດ, ກອງປະຊຸມໄດ້ສະແດງຄວາມຍິນດີຕໍ່ການສໍາເລັດການເຈລະຈາຮ່າງກົດແຫ່ງການປະພຶດໃນທະເລຈີນໃຕ້ຮອບທໍາອິດແລະພິທີເປີດໂຄງການທຶນການສຶກສາຜູ້ນຳໜຸ່ມນ້ອຍອາຊຽນ-ຈີນ. ສຸດທ້າຍ, ກອງປະຊຸມ​ ​ຍັງໄດ້ແລກປ່ຽນຄວາມຄິດເຫັນຕໍ່ບັນຫາເດັ່ຢູ່ພາກພື້ນແລະສາກົນທີ່ມີຄວາມສົນໃຈຮ່ວມກັນ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ລັດເຊຍໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດຜົນກອງປະຊຸມສຸດຍອດອາຊຽນ-ລັດເຊຍຄັ້ງທີ3ຜ່ານມາໂດຍສະເພາະການຜັນຂະຫຍາຍຖະແຫຼງການຜູ້ນໍາອາຊຽນ-ລັດເຊຍວ່າດ້ວຍການເປັນ​       ຄູ່ຮ່ວມຍຸດທະສາດ, ຖະແຫຼງການຜູ້ນໍາອາຊຽນ-ລັດເຊຍວ່າດ້ວຍກາຮ່ວມມືດ້ານຄວາມໝັ້ນຄົງແລະການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານແລະບົດບັນທຶກຄວາມເຂົ້າໃຈລະຫວ່າງອາຊຽນແລະຄະນະກຳມະທິການອົງການຮ່ວມມືເສດຖະກິດຢູເຣເຊຍເພື່ອສົ່ງເສີມການຮ່ວມືດ້ານເສດຖະກິດ(EEC)ໃຫ້ເປັນຮູບປະທຳ. ພ້ອມນີ້, ກອງປະຊຸມໄດ້ສະແດງຄວາມເພີ່ງພໍໃຈຕໍ່ຄວາມຄືບໜ້າການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ລັດເຊຍ2016-2020ລວມທັງການເລີ່ມຮ່າງແຜນປະຕິບັດງານສະບັບໃໝ່ສຳລັບປີ2021-2025. ສອງຝ່າຍໄດ້ເຫັນດີສືບຕໍ່ຮ່ວມມືກັນດ້ານຕ່າງໆເຊັ່ນ: ການຕ້ານອາຊະຍາກໍາຂ້າມຊາດແລະການຕ້ານຢາເສບຕິດ, ເຕັກໂນໂລຊີຂໍ້ມູນຂ່າວສານ (ICT), ການຄ້າແລະການລົງທຶນ, ການແລກປ່ຽນລະຫວ່າງພາກທຸລະກິດລວມທັງຜ່ານສະພາທຸລະກິດອາຊຽນ-ລັດເຊຍແລະການພົວພັນລະຫວ່າງປະຊາຊົນກັບປະຊາຊົນໂດຍສະເພາະການຈັດກອງປະຊຸມສຸດຍອດຊາວໜຸ່ມອາຊຽນ-ລັດເຊຍຄັ້ງທີ 5 ໃນທ້າຍປີ 2019 ທີ່ຟີລິບປິນ, ແລະການຮ່ວມມືດ້ານການສຶກສາ. ນອກນີ້, ກອງປະຊຸມຍັງໄດ້ແລກປ່ຽນກ່ຽວກັບບັນຫາພາກພື້ນແລະສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

ກອງປະຊຸມລັດຖະມົນຕີ​​ຕ່າງປະເທດອາຊຽນ-​ນິວຊີແລນໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ນິວຊີແລນ 2016-2020 ໃນໄລຍະໜຶ່ງປີຜ່ານມາໂດຍສະເພາະການຈັດຕັ້ງປະຕິບັດຂໍ້ລິເລີ່ມເພື່ອການພົວພັນລະຫວ່າງປະຊາຊົນແລະຂໍ້ລິເລີ່ມເພື່ອຄວາມສົມບູນພູນສຸກຊຶ່ງໄດ້ຮັດແໜ້ນການຮ່ວມມືລະຫວ່າງອາຊຽນແລະນິວຊີແລນແລະປະກອບສ່ວນເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ. ກອງປະຊຸມໄດ້ສະແດງຄວາມຍິນດີຕໍ່ການເລີ່ມຂະບວນການປຶກສາຫາລືເພື່ອສ້າງແຜນປະຕິບັດງານອາຊຽນ-ນິວຊິແລນສະບັບໃໝ່ສໍາລັບປີ 2021-2025 ແນໃສ່ຮັດແໜ້ນການຮ່ວມມືການເປັນຄູ່ຮ່ວມຍຸດທະສາດອາຊຽນ-ນິວຊິແລນ. ກອງປະຊຸມໄດ້ຮັບຊາບຂໍ້ສະເໜີຂອງນິວຊີແລນເພື່ອຈັດກອງປະຊຸມສຸດຍອດອາຊຽນ-ນິວຊີແລນເພື່ອສະເຫຼີມສະຫຼອງຄົບຮອບ 45 ປີແຫ່ງການພົວພັນອາຊຽນ-ນິວຊີແລນໃນປີ 2020. ກອງປະຊຸມໄດ້ເຫັນດີຮັດແໜ້ນການຮ່ວມມືດ້ານຕ່າງໆທີ່ມີຄວາມສົນໃຈຮ່ວມກັນເຊັ່ນ: ການຄ້າແລະການລົງທຶນ, ການຄຸ້ມຄອງໄພພິບັດ, ການເຊື່ອມຈອດ, ແລະການຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ. ກອງປະຊຸມຍັງໄດ້ແລກປ່ຽນກ່ຽວກັບບັນຫາພາກພື້ນແລະສາກົນທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ.

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485695
ມື້ນີ້200
ມື້ວານ196
ອາທິດນີ້731
ເດືອນນີ້5000