ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ສືບຕໍ່ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ລະຫວ່າງ ອາຊຽນ ກັບ ບັນດາປະເທດຄູ່ເຈລະຈາ

 

AMMday3-1 AMMday3-2

AMMday3-3 AMMday3-4

AMMday3-5 AMMday3-6

 

ໃນວັນທີ 1 ສິງຫາ2019 ທີ່ ບາງກອກ, ປະເທດໄທ, ທ່ານສະເຫຼີໄຊກົມມະສິດ, ລັດຖະມົນຕີ​​ຕ່າງປະເທດໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີ​​ຕ່າງປະເທດ ອາຊຽນກັບບັນດາປະເທດຄູ່ເຈລະຈາ ຊຶ່ງລວມມີ: ກອງປະຊຸມລັດຖະມົນ​​ຕີຕ່າງປະເທດອາຊຽນ-ອົດສະຕຣາລີ, ອາຊຽນ-ຍີ່ປຸ່ນ,ອາຊຽນ-ອິນເດຍ, ອາຊຽນ-ການາດາ, ອາຊຽນ-ສະຫະລັດ ອາເມລິກາ, ອາຊຽນ-ອີຢູ ແລະ ອາຊຽນ-ສ. ເກົາຫລີ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອົດະຕຣາລີ ໄດ້ສະແດງຄວາມຍິນດີຕໍ່ຜົນສໍາເລັດການຈັດຕັ້ງປະຕິບັດ ແຜນປະຕິບັດງານ ອາຊຽນ-ອົດສະຕຣາລີ ໄລຍະປີ 2015-2019 ໂດຍ​ສະ​ເພາະ ໄດ້​ຮັບ​ຊາບ​ຄວາມ​ຄືບ​ໜ້າ​ຂອງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ລິ​ເລີ່ມ ທີ່​ຮັບ​ຮອງ​ເອົາ​ໃນ​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ-ອົດ​ສະ​ຕ​ຣາ​ລີ ສະ​ໄໝ​ພິ​ເສດ ທີ່ ອົດ​ສະ ຕ​ຣາ​ລີ ຜ່ານ​ມາ. ກອງປະຊຸມຄັ້ງ​ນີ້ ໄດ້ຮັບຮອງເອົາແຜນປະຕິບັດງານອາຊຽນ-ອົດສະຕຣາລີ ສະບັບໃໝ່ສໍາລັບໄລ​ຍະ 5 ປີ​ຕໍ່​ໜ້າ (2020-2024), ໄດ້​ເປັນ​ສັກຂີ​ພິ​ຍາ​ນ​ໃນ​ພິ​ທີ​ເປີດ ​ຂໍ້​ລິ​ເລີ່ມວ່າ​ດ້ວຍການ​ຕ້ານ​ການ​ຄ້າ​ມະ​ນຸດ ອາ​ຊຽ​ນ-ອົດ​ສະ​ຕ​ຣາ​ລີ ແນໃສ່ຮັດແໜ້ນການຮ່ວມມືດ້ານການຕ້ານການຄ້າມະນຸດ ໂດຍສະເພາະ ໃນຂົງເຂດລະບົບຍຸຕິທໍາ, ການນໍາເອົາຜູ້ກະທໍາຜິດມາລົງໂທດ ແລະ ການປົກປ້ອງສິດທິຂອງຜູ້ເຄາະຮ້າຍ ແລະ ໄດ້​ສະ​ແດງ​ຄວາມ​ຍິນ​ດີຕໍ່ໂອກາດຄົບ​ຮອບ 45 ປີ ແຫ່ງການພົວພັນອາຊຽນ-ອົດສະຕຣາລີ ໃນປີ 2019 ແລະ ຢໍ້າຄືນຄວາມໝາຍໝັ້ນຂອງທັງສອງຝ່າຍເພື່ອສືບຕໍ່ຮັດແໜ້ນການເປັນຄູ່ຮ່ວມຍຸດທະສາດ ໃນຕໍ່ໜ້າ. ພ້ອມ​ນີ້, ກອງປະຊຸມ ຍັງໄດ້ສະແດງຄວາມຂອບໃຈຕໍ່ອົດສະຕຣາລີ ທີ່ໄດ້​ຕໍ່​ໄລ​ຍະ​ເວ​ລາ ຂອງໂຄງ​ການສະໜັບສະໜູນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ພາຍໃຕ້ສັນຍາເຂດການຄ້າເສລີອາຊຽນ-ອົດສະຕຣາລີ-ນິວຊີແລນ ຮອດທ້າຍປີ 2019ແລະໂຄງການຮ່ວມມືເພື່ການພັດທະນາອາຊຽ-ອົດສະຣາລີໄລຍະII ຮອດທ້າຍປີ 2021. ພິ​ເສດ, ກອງປະຊຸມ ໄດ້ຮັບຊາບຂໍ້ສະເໜີຂອງອົດສະຕຣາລີ ເພື່ອຈັດກອງປະຊຸມສຸດຍອດອາຊຽນ-ອົດສະຕຣາລີ ແບບປະຈໍາປີ ແລະ ສະ​ເໜີ​ໃຫ້​ສືບ​ຕໍ່​ປຶກ​ສາ​ຫາ​ລື​ກັນ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ຍີ່ປຸ່ນ ໄດ້ຢໍ້າຄືນຄວາມໝາຍໝັ້ນຂອງທັງສອງຝ່າຍ ໃນການຮັດ     ແໜ້ນການເປັນຄູ່ຮ່ວມຍຸດທະສາດອາຊຽນ-ຍີ່ປຸ່ນ ໃນຕໍ່ໜ້າ ແລະ ການເພີ່ມທະວີການຮ່ວມມື ໂດຍຜ່ານການຈັດຕັ້ງປະຕິບັດ ແຜນງານສະບັບປຸງ ເພື່ອຈັດຕັ້ງປະຕິບັດຖະແຫຼງການວິໄສທັດ ວ່າດ້ວຍມິດຕະພາບ ແລະ ການຮ່ວມມືອາຊຽນ-ຍີ່ປຸ່ນ ທີ່ໄດ້ຮັບຮອງໃນປີ 2013 ກໍຄື ການຜັນຂະຫຍາຍຖະແຫຼງການຮ່ວມຂອງກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນຄັ້ງທີ 21 ເພື່ອສະເຫຼີມສະຫຼອງຄົບຮອບ 45 ປີ ແຫ່ງການພົວພັນອາຊຽນ-ຍີ່ປຸ່ນ ໃນປີ 2018. ກອງປະຊຸມ ໄດ້ສະແດງຄວາມຍິນດີ ຕໍ່ການລົງນາມໃນສັນຍາການຮ່ວມມືດ້ານວິຊາການລະຫວ່າງ ອາຊຽນ ແລະ ຍີ່ປຸ່ນ ໃນເດືອນ ພຶດສະພາ 2019 ເພື່ອເປັນບ່ອນອີງສໍາລັບການຈັດຕັ້ງປະຕິບັດບັນດາໂຄງການຮ່ວມມືດ້ານການພັດທະນາ ໃນບັນດາປະເທດສະມາຊິກອາຊຽນ ໂດຍການນຳໃຊ້ກອງທຶນການເຊື່ອມໂຍງອາຊຽນ-ຍີ່ປຸ່ນ(JAIF). ກອງປະຊຸມ ໄດ້ເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ການຕ້ານອາຊະຍາກໍາຂ້າມຊາດ ແລະ ຄວາມໝັ້ນຄົງທາງຄອງພິວເຕີ ລວມທັງການຈັດຕັ້ງປະຕິບັດແຜນວຽກອາຊຽນ-ຍີ່ປຸ່ນ ສະບັບໃໝ່ ເພື່ອການຮ່ວມມືໃນການຕ້ານການກໍ່ການຮ້າຍ ແລະ ອາຊະຍາກໍາຂ້າມຊາດ ສໍາລັບປີ 2018-2022 ແລະ ສູນສ້າງຂີດຄວາມສາມາດດ້ານຄວາມໝັ້ນຄົງທາງຄອມພິວເຕີອາຊຽນ-ຍີ່ປຸ່ນ ທີ່ໄດ້ສ້າງຕັ້ງຂຶ້ນ ໃນປີ 2018 ທີ່ ປະເທດໄທ. ທັງສອງຝ່າຍ ໄດ້ຊຸກຍູ້ໃຫ້ເລັ່ງລັດການໃຫ້ສັດຕະຍາບັນແກ່ອະນຸສັນຍາ ສະບັບທໍາອິດ ເພື່ອປັບປຸງສັນຍາຄູ່ຮ່ວມມືເສດຖະກິດແບບຮອບດ້ານອາຊຽນ-ຍີ່ປຸ່ນ. ໃນໂອກາດນີ້, ກອງປະຊຸມ ໄດ້ແລກປ່ຽນຄວາມຄິດເຫັນ ກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ແລະ ຍັງໄດ້ຮັບ​ຊາບ​ຄວາມ​ຄືບ​ໜ້າ​ການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 22 ໃນເດືອນພະຈິກ 2019 ທີ່ ປະເທດໄທ ໂດຍສະເພາະການ​ຮ່າງເອກະສານຜົນຂອງກອງປະຊຸມສຸດຍອດດັ່ງກ່າວ ຄື: ຖະແຫຼງການຮ່ວມອາຊຽນ-ຍີ່ປຸ່ນ ວ່າດ້ວຍ ການເຊື່ອມຈອດ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອິນເດຍໄດ້ຕີລາຄາສູງຕໍ່ຄວາມຄືບໜ້າການຈັດຕັ້ງປະຕິບັດ ແຜນປະຕິບັດງານອາຊຽນ-ອິນເດຍ 2016-2020 ແລະ ການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດສະເຫຼີມສະຫຼອງ ຄົບຮອບ 25 ປີ ແຫ່ງການພົວພັນອາຊຽນ-ອິນເດຍ ປີ 2018. ກອງປະຊຸມຄັ້ງ​ນີ້, ໄດ້ເຫັນດີໃຫ້​ມີ​ການ​ເລີ່ມ​ຮ່າງ ແຜນປະຕິບັດງານອາຊຽນ-ອິນເດຍ ສະບັບໃໝ່ ສໍາລັບປີ 2021-2025, ໄດ້ຊົມເຊີຍຕໍ່ຂໍ້ສະເໜີຂອງ ອິນເດຍ ໃນການປະກາດປີ 2019 ເປັນປີການຮ່ວມມືດ້ານການທ່ອງທ່ຽວອາຊຽນ-ອິນເດຍ, ເຫັນດີໃຫ້​ສອງ​ຝ່າຍເພີ່ມທະວີຄວາມພະຍາຍາມບັນລຸເປົ້າໝາຍການຄ້າສອງຝ່າຍ 200 ຕື້ໂດລາສະຫະລັດ ພາຍໃນປີ 2022 ລວມທັງການຈັດຕັ້ງປະຕິບັດສັນຍາການຄ້າເສລີອາຊຽນ-ອິນເດຍ ໃຫ້​ມີ​ປະສິດທິພາບ ກວ່າ​ເກົ່າ. ນ​ອນ​ຈາກ​ນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ການເພີ່ມທະວີການຮ່ວມມືດ້ານການເຊື່ອມຈອດ ໂດຍສະເພາະ ການເຊື່ອມຈອດດ້ານດີຈີຕອນ ແລະ ການກໍ່ສ້າງທາງດ່ວນອິນເດຍ-ມຽນມາ-ໄທ ແລະ ການຂະຫຍາຍເສັ້ນທາງດັ່ງກ່າວ ໄປສູ່ ກໍາປູເຈຍ, ສປປ ລາວ ແລະ ຫວຽດນາມ ກໍຄື ການເລັ່ງລັດການເຈລະຈາສັນຍາການຂົນສົ່ງທາງອາກາດອາຊຽນ-ອິນເດຍ ແລະ ສັນຍາການຂົນສົ່ງທາງທະເລອາຊຽນ-ອິນເດຍ.

ກອງປະຊຸມລັດຖະມົນຕີ​​ຕ່າງປະເທດອາຊຽນ-ການາດາໄດ້ສະແດງຄວາມເພີ່ງພໍໃຈຕໍ່ຄວາມຄືບໜ້າໃນການການຈັດຕັ້ງປະຕິບັດ ແຜນປະຕິບັດງານອາຊຽນ-ການາດາ 2016-2020 ແລະ ໄດ້ເຫັນດີໃຫ້​ມີ​ການ​ເລີ່ມ​ຮ່າງແຜນປະຕິບັດງານອາຊຽນ-ການາດາ ສະບັບໃຫມ່ ສໍາລັບປີ 2021-2025. ກອງປະຊຸມຄັ້ງ​ນີ້, ໄດ້ຊຸກ​ຍູ້ໃຫ້ເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລວມທັງການສຶກສາຄວາມເປັນໄປໄດ້ໃນການສ້າງສັນຍາການຄ້າເສລີອາຊຽນ-ການາດາ ແລະ ໄດ້ເຫັນດີຮັດແໜ້ນການຮ່ວມມືໃນຂົງເຂດຕ່າງໆທີ່ມີຄວາມສົນໃຈ ແລະ ທ່າແຮງຮ່ວມກັນ ເຊັ່ນ: ການຕ້ານການກໍ່ການຮ້າຍ ແລະ ອາຊະຍາກໍາຂ້າມຊາດ, ການພັດທະນາແບບຍືນຍົງ, ການສຶກສາ ແລະ ການພົວພັນລະຫວ່າງປະຊາຊົນ ກັບ ປະຊາຊົນ.

ສຳ​ລັບກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດອາ​ຊຽນ​-ສະ​ຫະ​ລັດ, ທ່ານສະເຫຼີມໄຊກົມມະສິດ, ລັດຖະມົນຕີ ຕ່າງປະເທດ ແຫ່ງ ສປປ ລາວໄດ້ເປັນປະທານຮ່ວມກັບທ່ານ ໄມ​ຄ໌ ປົມ​ເປ​ໂອ (Mike Pompeo), ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ ສະ​ຫະ​ລັດ ອາ​ເມ​ລິ​ກາ, ໃນ​ຖາ​ນະທີ່ ສ​ປ​ປ ລາວ ເປັນ​ປະ​ເທດ​ປະ​ສານ​ງານ ການ​ພົວ​ພັນຮ່ວມ​ມື ອາ​ຊຽນ-ສະ​ຫະ​ລັດ. ກອງ​ປະ​ຊຸມ ໄດ້ຕີລາຄາສູງຕໍ່ ຄວາມຄືບໜ້າໃນການຈັດ​ຕັ້ງ​ປະ​ຕິ​ບັດ ແຜນ​ປະ​ຕິ​ບັດ​ງານອາ​ຊຽນ-ສະ​ຫະ​ລັດ ສຳ​ລັບ​ປີ 2016-2020​ ກໍຄື ​ການຜັນຂະຫຍາຍຜົນຂອງກອງປະຊຸມສຸດຍອດອາຊຽນ-ສະຫະລັດ ຄັ້ງທີ 6 ທີ່ ສິງກະໂປ ຜ່ານ​ມາ ໂດຍ​ສະ​ເພາະ ການຮ່ວມມືດ້ານຄວາມໝັ້ນຄົງທາງຄອມພິວເຕີແລະເຄືອ​ຂ່າຍຕົວເມືອງອັດສະລິຍະອາ​ຊຽນ. ກອງປະຊຸມ ຍັ​ງໄດ້​ສະແດງຄວາມຍິນດີຕໍ່ການເລີ່ມຕົ້ນຈັດຕັ້ງປະຕິບັດໂຄງການອາຊຽນ-ສະຫະລັດ ເພື່ອການເຕີບໂຕໃນອາຊຽນ ທີ່ຂັບເຂື່ອນໂດຍ ນະວັດຕະກໍາ, ການຄ້າ ແລະ ການຄ້າເອເລັກໂຕຼນິກ (IGNITE) ແລະ ໂຄງການຮ່ວມມືດ້ານການເມືອງ-ຄວາມໝັ້ນຄົງ ແລະ ວັດທະນະທໍາ-ສັງຄົມ (PROSPECT). ພ້ອມ​ນີ້, ກອງປະຊຸມ ຍັງໄດ້ສະແດງຄວາມຍິນດີຕໍ່ບັນ​ດາ​ຂໍ້​ລິ​ເລີ່ມໃໝ່​ ຂ​ອງ ສະ​ຫະ​ລັດ ເຊັ່ນ: ການຈັດກອງປະຊຸມປຶກສາຫາລືອາຊຽນ-ສະຫະລັດ ດ້ານຄວາມໝັ້ນຄົງທາງຄອມພິວເຕີ ໃນເດືອນຕຸລາ 2019 ທີ່ສິງກະໂປ ແລະ ຖະແຫຼງການຜູ້ນຳອາຊຽນ-ສະຫະລັດ ວ່າດ້ວຍຄວາມໝັ້ນຄົງດ້ານພະລັງງານ, ເຊິ່ງ​ຈະ​ຮັບ​ຮອງ​ເອົາໃນກອງປະຊຸມສຸດຍອດອາຊຽນ-ສະຫະລັດ ຄັ້ງທີ 7 ໃນເດືອນ ພະຈິກ 2019 ທີ່ ປະເທດໄທ. ນອກນີ້, ກອງປະຊຸມ ໄດ້ເຫັນດີມອບໃຫ້ເຈົ້າໜ້າທີ່ຂອງສອງຝ່າຍ ເລີ່ມການປຶກສາຫາລື ກ່ຽວກັບ ກັບ ການສ້າງແຜນປະຕິບັດງານອາຊຽນ-ສະຫະລັດ ສະບັບໃໝ່ ສໍາລັບປີ 2021-2025. ສຸດ​ທ້າຍ, ກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ອີຢູ. ໄດ້ຕີ​ລາ​ຄາ​ສູງ​ຕໍ່​ຄວາມ​ຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານອາຊຽນ-ອີຢູ ໄລ​ຍະ​ 2018-2022 ແລະ ໄດ້ເຫັນດີເພີ່ມທະວີການຮ່ວມມືໃນດ້ານຕ່າງໆ ເຊັ່ນ: ການຕ້ານການກໍ່ການຮ້າຍ ແລະ ອາຊະຍາກໍາຂ້າມຊາດ, ການພັດທະນາແບບຍືນຍົງ, ການເຊື່ອມຈອດ, ຄວາມໝັ້ນຄົງທາງທະເລ, ເສດຖະກິດຮອບວຽນ, ຄວາມໝັ້ນຄົງດ້ານພະລັງງານ, ຕົວເມືອງອັດສະລີຍະ, ການປົກປັກຮັກສາສິ່ງແວດລ້ອມ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງທາງຄອມພິວເຕີ ແລະ ອື່ນໆ. ໃນໂອກາດນີ້, ກອງປະຊຸມ ໄດ້ຮັບຮອງເອົາ ຖະແຫຼງການອາຊຽນ-ອີຢູ ວ່າດ້ວຍການຮ່ວມມືດ້ານຄວາມໝັ້ນຄົງທາງຄອມພິວເຕີ ເພື່ອແກ້ໄຂບັນຫາສິ່ງທ້າທາຍທາງຄອມພິວເຕີ ລວມທັງການຕ້ານອາຊະຍາກໍາທາງຄອມພິວເຕີ. ໃນຖານະເປັນຄູ່ຄ້າທີ່ສໍາຄັນ ແລະ ມີທ່າແຮງທາງດ້ານການເຊື່ອມໂຍງເສດຖະກິດພາກພື້ນ, ອາຊຽນ ແລະ ອີຢູ ໄດ້ເນັ້ນຄວາມສໍາຄັນຂອງການສືບຕໍ່ປຶກສາຫາລືກ່ຽວກັບ ການສ້າງເງື່ອນໄຂສໍາລັບ ການຟື້ນຄືນການເຈລະຈາສັນຍາການຄ້າເສລີອາຊຽນ-ອີຢູ ແລະ ການເພີ່ມທະວີການເຊື່ອມຈອດທາງອາກາດລະຫວ່າງສອງພາກພື້ນ ລວມທັງ ການເລັ່ງລັດການເຈລະຈາສັນຍາການຂົນສົ່ງທາງອາກາດແບບຮອບດ້ານອາຊຽນ. ໃນໂອກາດນີ້, ກອງປະຊຸມຍັງໄດ້ແລກປ່ຽນຄໍາຄິດຄໍາເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ພິ​ເສດ, ກອງ​ປະ​ຊຸມ ຍັງ​ໄດ້​ຢ້ຳ​ຄືນ​ການ​ເຫັນ​ດີດ້ານຫຼັກການ ກ່ຽວກັບ ການຍົກລະດັບການພົວພັນອາຊຽນ-ອີຢູ ຂຶ້ນເປັນຄູ່ຮ່ວມຍຸດທະສາດ ແຕ່ຍັງຈະໄດ້ສືບຕໍ່ປຶກສາຫາລື ກ່ຽວກັບ ວັນເວລາຕົວຈິງໃນການຍົກລະດັບການພົວພັນດັ່ງ​ກ່າວ.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-​.ເກົາຫລີໄດ້ຕີລາຄາສູງຕໍ່ ຄວາມຄືບໜ້າຂອງການຮ່ວມມື ອາຊຽນ-ສ.ເກົາຫລີໃນໄລຍະໜຶ່ງປີຜ່ານມາ ກໍຄື ການຈັດຕັ້ງປະຕິບັດ ແຜນປະຕິບັດງານອາຊຽນ-ສ.ເກົາຫລີ 2016-2020 ແລະ ໄດ້ເຫັນດີມອບໃຫ້ເຈົ້າໜ້າທີ່ຂອງທັງສອງຝ່າຍເລີ່ມການປຶກສາຫາລື ເພື່ອສ້າງແຜນປະຕິບັດງານອາຊຽນ-ສ.ເກົາຫລີ ສະບັບໃໝ່ ສໍາລັບປີ 2021-2025. ກອງປະຊຸມ ໄດ້ເຫັນດີ ເພີ່ມທະວີການຮ່ວມມືໃນຂົງເຂດ ຕ່າງໆທີ່ມີຄວາມສົນໃຈຮ່ວມກັນ ເຊັ່ນ: ການຄ້າ ແລະ ການລົງທຶນ, ການເຊື່ອມຈອດ, ເຕັກໂນໂລຊີ ແລະ ນະວັດຕະກຳ, ການສຶກສາ, ການຕ້ານການກໍ່ການຮ້າຍ ແລະ ອາຊະຍາກຳຂ້າມຊາດ, ການພັດທະນາ MSMEs, ຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ພະລັງງານ, ການຮັບມືກັບໄພພິບັດທຳມະຊາດ, ການໄປມາຫາສູ່ລະຫວ່າງປະຊາຊົນ ກັບ ປະຊາຊົນ, ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ແລະ ອື່ນໆ. ພິ​ເສດ, ກອງປະຊຸມ ໄດ້ສະແດງຄວາມຍິນດີຕໍ່ ໂອກາດຄົບຮອບ 30 ປີ ແຫ່ງການພົວພັນ ອາຊຽນ-ສ. ເກົາຫຼີ ໃນປີ 2019 ແລະ ໄດ້ປຶກສາຫາລື ກ່ຽວກັບ ການ​ກະ​ກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫລີເພື່ອສະເຫລີມສະຫລອງໂອກາດສຳຄັນດັ່ງກ່າວ ຊຶ່ງຈະຈັດຂຶ້ນໃນເດືອນພະຈິກ 2019ທີ່ປູຊານ, ສ.ເກົາຫລີ ລວມທັງບັນດາກິດຈະກຳສະເຫຼີມສະຫຼອງ ແລະ ເອກະສານຜົນກອງປະຊຸມດັ່ງກ່າວ. ໃນໂອກາດນີ້, ກອງປະຊຸມ ຍັງ​​ໄດ້ແລກປ່ຽນຄຳຄິດ​​ເຫັນກ່ຽວກັບບັນຫາພາກພື້ນແລະສາກົນທີ່ມີຄວາມສົນໃຈຮ່ວມກັນ.

 

 

 

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480279
ມື້ນີ້109
ມື້ວານ157
ອາທິດນີ້677
ເດືອນນີ້6510