ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ+3, ກອງປະຊຸມ EAS ແລະ ກອງປະຊຸມ ARF

 

AMMday4-1 AMMday4-2 AMMday4-3 AMMday4-4 AMMday4-5 AMMday4-6

 

ໃນວັນທີ 2 ສິງຫາ 2019, ທີ່ ບາງກອກ, ປະເທດ ໄທ, ທ່ານ ສະເຫຼີໄຊ ກົມມະສິດ, ລັດຖະມົນຕີ​​ຕ່າງປະເທດ ໄດ້ສືບຕໍ່ນໍາພາຄະນະຜູ້ແທນລາວເຂົ້າຮ່ວມ ກອງປະຊຸມລັດຖະມົນຕີ​​ຕ່າງປະເທດອາຊຽນບວກສາມ ຄັ້ງທີ 20 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງກອງປະຊຸມສຸດຍອດອາຊີຕາເວັນອອກຄັ້ງທີ 9 ແລະ ກອງປະຊູມເວທີປືກສາຫາລືພາກພື້ນອາຊຽນ ຫຼື ອີເອເອັຟ ຄັ້ງທີ່ 26.

ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນບວກສາມ ຄັ້ງທີ 20 ໄດ້ທົບທວນຄືນການຮ່ວມມື ໃນໄລຍະໜຶ່ງປີຜ່ານມາ ແລະ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ຄວາມຄືບໜ້າໃນການ​ຈັດ​ຕັ້ງ​ປະ​ຕິ​ບັດ ແຜນປະຕິບັດງານອາຊຽນ ບວກສາມ 2018-2020 ໃນຂົງເຂດຕ່າງໆ ໂດຍສະເພາະໃນຂົງເຂດກະສິກໍາ ແລະ ປ່າໄມ້, ການພັດທະນາວິສະຫະກິດຂະໜາດນ້ອຍ ແລະ ກາງ, ການແລກປ່ຽນວັດທະນະທໍາ, ການເຊື່ອມຈອດ ແລະ ຂໍ້ລິເລີ່ມວ່າດ້ວຍການເຊື່ອມໂຍງອາຊຽນ. ບັນດາປະເທດອາຊຽນບວກສາມ ໄດ້ສືບຕໍ່ຢໍ້າຄວາມໝາຍໝັ້ນໃນການສົ່ງເສີມການຮ່ວມມືຫຼາຍຝ່າຍ ແລະ ລະບົບການຄ້າສາກົນແບບເປີດກວ້າງ, ທ່ຽງທໍາ ແລະ ເລັ່ງລັດການເຈລະຈາສັນຍາການເປັນຄູ່ຮ່ວມເສດຖະກິດແບບຮອບດ້ານ ລະດັບພາກພື້ນ (RCEP) ໃຫ້ສໍາເລັດໃນທ້າຍປີ 2019. ພ້ອມນີ້, ກອງປະຊຸມຍັງໄດ້ກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນບວກສາມ ຄັ້ງທີ 22 ທີ່ ຈະຈັດຂຶ້ນໃນເດືອນພະຈິກ 2019 ທີ່ ບາງກອກ, ປະເທດໄທ ໂດຍສະເພາະຄວາມຄືບໜ້າໃນການຮ່າງຖະແຫລງການຜູ້ນໍາອາຊຽນບວກສາມ ວ່າດ້ວຍການເຊື່ອມສານບັນດາຂໍ້ລິເລີ່ມການເຊື່ອມຈອດໃນພາກພື້ນ ທີ່ຈະຮັບຮອງໃນກອງປະຊຸມສຸດຍອດດັ່ງກ່າວ. ນອກນີ້, ກອງປະຊຸມ ໄດ້ຮັບຊາບຂໍ້ລິເລີ່ມ ຂອງ ໄທ ໃນການສ້າງຕັ້ງສູນອາຊຽນຜູ້ສູງອາຍູ (active aging) ແລະ ຮັບຮອງເອົາປີ 2019 ເປັນປີນະວັດຕະກໍາ. ກອງປະຊຸມ ໄດ້ເຫັນດີເພີ່ມທະວີການຮ່ວມມືໃນດ້ານຕ່າງໆນໍາກັນ ເຊັ່ນ: ການຮ່ວມມືດ້ານການຄ້າ, ຄວາມໝັ້ນຄົງດ້ານສະບຽງອາຫານ, ການພັດທະນາເສດຖະກິດດີຈີຕອນ ແລະ ຕົວເມືອງອັດສະລິຍະ, ການເຊື່ອມຈອດ, ການຄຸ້ມຄອງໄພພິບັດ, ການພັດທະນາແບບຍືນຍົງ ແລະ ການຫຼຸດຜ່ອນຄວາມແຕກໂຕນດ້ານການພັດທະນາ ແລະ ອື່ນໆ. ກອງປະຊຸມຄັ້ງນີ້ຍັງໄດ້ເຫັນດີນໍາກັນໃນການສ້າງເວັບໄຊອາຊຽນບວກສາມ ແນໃສ່ສົ່ງເສີມຄວາມຮັບຮູ້ ກ່ຽວກັບ ການຮ່ວມມືໃນຂອບອາຊຽນບວກສາມໃຫ້ກວ້າງຂວາງ ແລະ ພີທີເປີດຕົວເວັບໄຊຈະມີຂື້ນໃນກອງປະຊຸມສຸດຍອດ ໃນທ້າຍປີນີ້. ພິເສດ, ກອງປະຊຸມຄັ້ງນີ້ຍັງໄດ້ເຫັນດີຈະອອກແຮງຮ່ວມກັນເພື່ອສາມາດບັນລູໄດ້ເປົ້າໝາຍສູດທ້າຍຂອງກອບການຮ່ວມມືອາຊຽນບວກສາມຄືການກ້າວໄປສູ່ການສ້າງປະຊາຄົມອາຊີຕະເວັນອອກໂດຍມີອາຊຽນເປັນແກນກາງ.

ກອງປະຊຸມລັດຖະມົນຕີຕ່າງປະເທດ ຂອງກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 9 ໄດ້ຢໍ້າຄືນບົດບາດສຳຄັນຂອງຂອບການຮ່ວມມືກອງປະຊຸມສຸດຍອດອາຊີຕາເວັນອອກ (EAS) ໃນການເປັນເວທີປຶກສາຫາລືລະດັບຜູ້ນໍາ ກ່ຽວກັບ ບັນຫາຍຸດທະສາດ, ການເມືອງ, ເສດຖະກິດ, ແລະ ຄວາມສົມບູນພູນສຸກ ໃນພາກພື້ນອາຊີຕາເວັນອອກ. ກອງປະຊຸມ ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດ ແຜນປະຕິບັດງານການຮ່ວມມືໃນຂອບ EAS 2018-2022 ໃນໄລຍະ 1 ປີຜ່ານມາ ໂດຍສະເພາະຂົງເຂດ : ສິ່ງແວດລ້ອມ ແລະ ພະລັງງານ, ການສຶກສາ, ການເງິນ, ສາທາລະນະສຸກ ແລະ ການຕ້ານພະຍາດລະບາດ, ການຄຸ້ມຄອງໄພພິບັດ, ການເຊື່ອມຈອດອາຊຽນ, ເສດຖະກິດ ແລະ ການຄ້າ, ຄວາມໝັ້ນຄົງດ້ານສະບຽງອາຫານ, ແລະ ການຮ່ວມມືທາງທະເລ ແລະ ໄດ້ຊຸກຍູ້ໃຫ້ສືບຕໍ່ການຈັດຕັ້ງປະຕິບັດແຜ່ນປະຕິບັດງານດັ່ງກ່າວລວມທັງຮ່ວມມືກັນເພື່ອຮັບມືກັບບັນຫາສິ່ງທ້າທາຍຕ່າງໆ. ພ້ອມນີ້, ຍັງໄດ້ສະແດງຄວາມຍິນດີຕໍ່ການຮັບຮອງເອົາ ເອກະສານແນວຄວາມຄິດອາຊຽນ ກ່ຽວກັບ ອິນໂດ-ປາຊີຟິກ ໂດຍຜູ້ນໍາອາຊຽນ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ຊຶ່ງເອກະສານດັ່ງກ່າວ ໄດ້ສ້າງຂຶ້ນບົນພື້ນຖານຫຼັກການສໍາຄັນຕ່າງໆຂອງອາຊຽນ ແລະ ໄດ້ກໍານົດເອົາ 4 ຂົງເຂດຫຼັກເພື່ອການຮ່ວມມືຢູ່ພາກພື້ນອິນໂດ-ປາຊີຟິກ ຄື: ການເຊື່ອມຈອດ, ການພັດທະນາແບບຍືນຍົງ, ການຮ່ວມມືດ້ານເສດຖະກິດ ແລະ ການຮ່ວມມືທາງທະເລ ແລະ ໄດ້ສົ່ງເສີມໃຫ້ບັນດາປະເທດຄູ່ເຈລະຈາໃຫ້ການສະໜັບສະໜູນໃນການຈັດຕັ້ງປະຕິບັດ ເອກະສານແນວຄວາມດັ່ງກ່າວ.ນອກຈາກນີ້, ກອງປະຊຸມ ຍັງໄດ້ກະກຽມໃຫ້ແກ່ ກອງປະຊຸມສຸດຍອດ EAS ຄັ້ງທີ 14 ທີ່ຈະມີຂື້ນໃນທ້າຍປີນີ້ທີ່ ປະເທດໄທ ໂດຍສະເພາະການຮ່າງ ສາມ ຖະແຫຼງການຂອງຜູ້ນຳ EAS : ການຮ່ວມມື ໃນການຕ້ານອາຊະຍາກໍາຂ້າມຊາດ,ການຕ້ານການຄ້າຢາເສບຕິດຜິດກົດໝາຍແລະການເປັນຄູ່ຮ່ວມເພື່ອການພັດທະນາແບບຍືນຍົງ.ພິເສດ,ໃນກອງປະຊຸມນີ້ ຍັງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.

ກອງປະຊຸມລັດຖະມົນຕີເວທີປຶກສາຫາລືອາຊຽນ ຄັ້ງ​ທີ 26 (26th ARF) ໃນຕອນ​ບ່າຍ​ຂອງ​ວັນ​ດຽວກັນ,ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ, ​ໄດ້ສືບຕໍ່ນຳພາຄະນະຜູ້ແທນລາວເຂົ້າຮ່ວມກອງປະຊຸມລັດຖະມົນຕີເວທີປຶກສາຫາລືອາຊຽນ ຄັ້ງ​ທີ 26 (26th ARF)ແບບຄົບຄະນະ ແລະ ແບບວົງແຄບ.

ກອງ​ປະຊຸມ​ລັດຖະມົນຕີ​ເວທີ​ພາກ​ພື້ນ​ອາຊຽນແບບຄົບຄະນະ ຄັ້ງທີ 26 ນີ້ໄດ້ຕີລາຄາສູງຜົນການຈັດຕັ້ງປະຕິບັດການຮ່ວມມືຂອງ ເອອາເອັຟ ໃນໜຶ່ງປີຜ່ານມາ ​ແລະ ໄດ້ຮັບຮອງ​ເອົາ​ບັນດາກິດຈະກໍາ​ ສຳລັບປີ 2019-2020. ພ້ອມ​ກັນ​ນີ້, ກອງ​ປະຊຸມ​​ ຍັງ​ໄດ້​ເຫັນ​ດີ​ຮັບຮອງ​ເອົາ 4 ​ເອກະສານ​ຄື: 1. ແຜນ​ວຽກຂອງ​ເວທີ​ພາກ​ພື້ນອາຊຽນ ກ່ຽວກັບ​ການ​ຕ້າ​ນການ​ກໍ່​ການ​ຮ້າຍ ​ແລະ ອາຊະຍາ​ກຳ​ຂ້າມ​ຊາດ ສຳລັບປີ 2019-2021; 2. ຖະ​ແຫຼ​ງການ​ຮ່ວມ​ກ່ຽວກັບ​ການ​ສົ່ງ​ເສີມ​ແມ່​ຍິງ, ສັນຕິພາບ ​ແລະ ຄວາມໝັ້ນຄົງ​ໃນ​ເວທີ​ພາກ​ພຶ້ນອາຊຽນ; 3. ຖະ​ແຫຼງການ ເອອາເອັຟ ວ່າດ້ວຍ​ການ​ເປັນ​ຄູ່​ຮ່ວມ​ດ້ານ​ການບິນ; ແລະ 4. ຖະ​ແຫຼ​ງການ​ ເອອາເອັຟ ວ່າດ້ວຍ ​ການ​ປົກ​ປ້ອງ ​ແລະ ສະກັດ​ກັ້ນ​ລັດທິ​ຫົວ​ຮຸນ​ແຮງ. ນອກນັ້ນ, ກໍ່​ໄດ້​ອອກ​ຖະ​ແຫຼ​ງການ​ປະທານ​ຂອງ​ກອງ​ປະຊຸມ​ລັດຖະມົນຕີ​ເວທີ​ພາກ​ພື້ນ​ອາຊຽນ ຄັ້ງ​ທີ 26.

ສ່ວນກອງ​ປະຊຸມ​ລັດຖະມົນຕີເວທີປຶກສາຫາລືອາຊຽນແບບວົງແຄບ, ບັນດາລັດຖະມົນຕີໄດ້ແລກປ່ຽນຄວາມຄິດເຫັນຢ່າງກົງໄປກົງມາ​ ແລະ ສ້າງສັນ ກ່ຽວກັບ ບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ ເປັນຕົ້ນ: ບັນຫາຕ້ານລັດທິຫົວຮຸນແຮງ, ບັນຫາຕະເວັນອອກກາງ, ແຫລມເກົາຫລີ, ທະເລຈີນໃຕ້, ບັນຫາການປ່ຽນແປງດິນຟ້າອາກາດ, ບັນຫາຜົນກະທົບຈາກສົງຄາມການຄ້າ ຈີນ-ສະຫະລັດ, ບັນຫາຄວາມໝັ້ນຄົງງທາງຄອມພິວເຕີ ແລະ ອື່ນໆ.

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485626
ມື້ນີ້131
ມື້ວານ196
ອາທິດນີ້662
ເດືອນນີ້4931