ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ສ.ເກົາຫລີ ຄັ້ງທີ 9 ແລະ ແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 12

AMMDay5-0 AMMDay5-1 AMMDay5-2 AMMDay5-3

 

ໃນວັນທີ 3 ສິງຫາ 2019, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ສ.ເກົາ​ຫລີ ຄັ້ງທີ 9 ແລະ ຂອບ​ການ​ຮ່ວມ​ມືແມ່ນໍ້າຂອງ-ຍີ່​ປຸ່ນ ຄັ້ງທີ 12ທີ່ ບາງກອກ, ປະ​ເທດ ໄທ, ຊຶ່ງມີບັນດາລັດຖະມົນຕີ ແລະ ຄະນະຜູ້ແທນ ຈາກປະເທດແມ່ນໍ້າຂອງ (ກໍາປູເຈຍ, ລາວ, ມຽນມາ, ໄທ, ຫວຽດນາມ) ແລະ ບັນດາຄູ່ຮ່ວມພັດທະນາ (ສ. ເກົາ​ຫລີ ແລະ ຍີ່​ປຸ່ນ) ເຂົ້າ​ຮ່ວມ​ຢ່າງພ້ອມພຽງ.

ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ສ. ເກົາຫຼີ ຄັ້ງທີ 9 ພາຍໃຕ້ການເປັນປະທານຮ່ວມລະຫວ່າງ ທ່ານລັດຖະມົນຕີຕ່າງປະເທດ ສ.ເກົາຫລີ ແລະ ລັດຖະມົນຕີຕ່າງປະເທດ ໄທ​. ກອງປະຊຸມໄດ້ທົບທວນຄືນຄວາມຄືບໜ້າການຈັດຕັ້ງປະຕິບັດ ແລະ ຜັນ​ຂະ​ຫຍາຍ ຖະແຫຼງການຮ່ວມ ກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ສ. ເກົາຫຼີ ຄັ້ງທີ 8 ແລະ ແຜນປະຕິບັດງານ ແມ່ນໍ້າຂອງ-ສ.ເກົາຫຼີ 2017-2020, ເປັນ​ຕົ້ນ​ແມ່ນ ການ​ຮ່ວມ​ມື​ໃນ 6 ຂະແໜງການ ບູລິມະສິດ ເຊັ່ນ: ເຕັກ​ໂນ​ໂລ​ຊີ, ຂໍ້​ມູນ​ຂ່າວ​ສານ ແລະ​ ການ​ສື່​ສານ, ການ​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ, ສິ່ງ​ແວດ​ລ້ອມ-ປ່າ​ໄມ້ ເພື່ອ​ເລັ່ງ​ໃສ່​ການ​ພັດ​ທະ​ນາ​ສີ​ຂຽວ, ຊັບ​ພະ​ຍາ​ກອນ​ນ້ຳ, ກະ​ສິ​ກຳ ແລະ ການ​ພັດ​ທະ​ນາ​ຊັບ​ພະ​ຍາ​ກອນ​ມະ​ນຸດ ເພື່ອ​ສະ​ໜັບ​ສະ​ໜູນ 3 ແຜນງານ​ຂອງ​ຂອບ​ການ​ຮ່ວມ​ມື​ດັ່ງ​ກ່າວ (ເສີມ​ຂະ​ຫຍາຍ​ການ​ເຊື່ອມ​ຈອດ​ອາ​ຊຽນ, ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ການ​ພັດ​ທະ​ນາ​ທີ່​ໃຊ້​ທ່າ​ແຮງ​ຂອງ​ຄົນ), ພ້ອມ​ດຽວ​ກັນ​ນີ້, ກອງ​ປະ​ຊຸມ​ຍັງ​ໄດ້ທົບ​ທວນ ຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ ແລະ ການ​ຮັບ​ຮອງ​ເອົາ​ໂຄງ​ການ​ໃໝ່​ ທີ່ໄດ້​ຮັບ​ການ​ຊ່ວຍເຫຼືອຈາກ ກອງທຶນແມ່ນໍ້າຂອງ-ສ. ເກົາຫຼີ ປີ 2019;      ສຳ​ລັບ ສປປ ລາວ ແມ່ນກຳລັງຈັດຕັ້ງປະຕິບັດຢູ່ 2 ໂຄງການ ມີມູນ​ຄ່າ 773.493 ໂດ​ລາ​ສະ​ຫະ​ລັດ ແລະ ອີກ 1 ໂຄງ​ການໄດ້​ຮັບ​ໃໝ່ ມູນ​ຄ່າ 490.000 ໂດ​ລາ​ສະ​ຫະ​ລັດ. ນອກ​ຈາກນີ້, ກອງປະຊຸມໄດ້ຮ່ວມກັນປືກສາຫາລື ແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ແມ່ນ​ກະ​ກຽມ​ໃຫ້​ແກ່ ກອງປະຊຸມສຸດຍອດ ຄັ້ງ​ປະ​ຖົມ​ມະ​ລຶກ ໃນທ້າຍ​ເດືອນ ພະ​ຈິກ 2019 ທີ່ ສ.ເກົາ​ຫລີ ແລະ ໄດ້​ຮັບ​ຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ - ສ. ເກົາຫຼີ ຄັ້ງທີ 9.

ໃນວັນດຽວກັນ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ຍັງ​ໄດ້​ເຂົ້າ​ຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ ແມ່ນໍ້າຂອງ-ຍີ່​ປຸ່ນ​ ຄັ້ງທີ 12, ພາຍໃຕ້ການເປັນປະທານຮ່ວມລະຫວ່າງທ່ານລັດຖະມົນຕີຕ່າງປະເທດຍີ່ປຸ່ນ ແລະ ທ່ານລັດຖະມົນຕີຕ່າງປະເທດ ໄທ. ກອງປະຊຸມ ໄດ້ທົບທວນຄືນຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານຕ່າງໆພາຍໃຕ້ຂອບການຮ່ວມມືດັ່ງກ່າວ ໃນໄລຍະ 1 ປີຜ່ານມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດບັນດາໂຄງການ ພາຍໃຕ້ ຍຸດທະສາດໂຕກຽວ 2018 ທີ່ບັນດາຜູ້ນຳໄດ້ຮັບຮອງເອົາໃນກອງປະຊຸມສຸດຍອດແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 10 ໃນປີ 2018. ລາວ ໄດ້ສະແດງຄວາມຂອບໃຈຕໍ່ ຍີ່ປຸ່ນ ທີ່ໄດ້ໃຫ້ການຊ່ວຍເຫຼືອບັນດາໂຄງການການເຊື່ອມຈອດພື້ນຖານໂຄງລ່າງ ແລະ ໂຄງບົນ ເຊັ່ນ: ການພັດທະນາຊັບພະຍາກອນມະນຸດ, ການຊ່ວຍເຫຼືອດ້ານເຕັກນິກ ແລະ ການພັດທະນາພື້ນຖານໂຄງລ່າງຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ ແລະ ແລວເສດຖະກິດພາກໃຕ້. ນອກຈາກນີ້ ກອງປະຊຸມຍັງໄດ້ ສະແດງຄວາມຊົມເຊີຍຕໍ່ຂໍ້ລິເລີ່ມຄວາມເປັນຫຸ້ນສວ່ນ ຍີ່ປຸ່ນ-.ອາເມລິກາທີ່ໄດ້ປະກາດຈະໃຫ້ກາຊ່ວຍເຫຼືອມູນຄ່າ29,5 ລ້ານ ໂດລາສະຫະລັດ ໃຫ້ແກ່ ບັນດາປະເທດພາກພື້ນແມ່ນ້ຳຂອງ ເພື່ອພັດທະນາຂະແໜງການພະລັງງານ ແລະ ໂຄງລ່າງ. ພ້ອມດຽວກັນນີ້, ກອງປະຊຸມຍັງໄດ້ປຶກສາຫາລືແລກປ່ຽນຄຳຄິດເຫັນກ່ຽວກັບ ການຮ່ວມມືໃນອານາຄົດ, ການກະກຽມໃຫ້ແກ່ ກອງປະຊຸມສຸດຍອດແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 11, ຊຶ່ງຈະຈັດຂຶ້ນໃນ ເດືອນພະຈິກ 2019 ທີ່ ປະເທດໄທ ແລະ ໄດ້ຮັບຮອງເອົາຖະ​ແຫຼງການ​​ປະທານຮ່ວມ ຂອງ ກອງ​ປະຊຸມ​ລັດຖະມົນຕີ​ຕ່າງປະ​ເທດ​ ແມ່ນ້ຳ​ຂອງ-ຍີ່​ປຸ່ນ ຄັ້ງ​ທີ 12.

 

 

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484542
ມື້ນີ້58
ມື້ວານ188
ອາທິດນີ້980
ເດືອນນີ້3847