ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ເນື່ອງໃນໂອກາດວັນສ້າງຕັ້ງອາຊຽນ ຄົບຮອບ 52 ປີ ແລະ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ຄົບຮອບ 22 ປີ

2019.8.6-sukthong1

20190807ASEANday

2019.8.6-sukthong2

    ໃນຕອນເຊົ້າຂອງວັນທີ 6 ສິງຫາ 2019 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຕ່າງປະເທດ ແຫ່ງ ສປປ ລາວ ໄດ້ເປັນປະທານໃນພິທີ​​ເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນ ຄົບຮອບ 52 ປີ (8 ສິງຫາ 1967-8 ສິງຫາ 2019) ແລະ ສປປ ລາວ ເຂົ້າເປັນສະມາຊິກອາຊຽນ ຄົບຮອບ 22 ປີ (23 ກໍລະກົດ 1997-23 ກໍລະກົດ 2019). ເຂົ້າຮ່ວມໃນພິທີສຳຄັນຄັ້ງນີ້ ມີບັນດາລັດຖະມົນຕີທັງສາມເສົາຄໍ້າປະຊາຄົມອາຊຽນ, ບັນດາຮອງລັດຖະມົນຕີ, ເອກອັກຄະລັດຖະທູດປະເທດສະມາຊິກອາຊຽນ ແລະ ປະເທດຄູ່ເຈລະຈາອາຊຽນ ປະຈຳ ສປປ ລາວ, ຕາງໜ້າຈາກອົງການຈັດຕັ້ງສາກົນ, ຄະນະກົມ ແລະ ພະນັກງານລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີສະເຫຼີມສະຫຼອງນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຢໍ້າເຖິງຜົນສຳເລັດຂອງອາຊຽນໃນໄລຍະ 52 ປີຜ່ານມາ ໂດຍສະເພາະໃນປີ 2015 ໄດ້ປະກາດສ້າງຕັ້ງປະຊາຄົມອາຊຽນ, ເຊິ່ງປະກອບດ້ວຍສາມເສົາຄໍ້າ: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ສັງຄົມ-ວັດທະນາທຳ ອັນໄດ້ປະກອບສ່ວນສຳຄັນ ເຂົ້າໃນການສ້າງສ້າງສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນ ໃນພາກພື້ນ ແລະ ໃນໂລກ. ຜົນສຳເລັດອັນໜຶ່ງ ແມ່ນອາຊຽນ ໃນນາມເປັນອົງການຈັດຕັ້ງພາກພື້ນລະຫວ່າງລັດຖະບານ ໄດ້ສືບຕໍ່ຮັດແໜ້ນການພົວພັນຮ່ວມມືລະຫວ່າງປະເທດສະມາຊິກອາຊຽນ ດ້ວຍກັນ ກໍ່ຄືການຮ່ວມມືກັບພາຍນອກບົນພື້ນຖານຫຼັກການທີ່ໄດ້ກຳນົດໄວ້ໃນກົດບັດອາຊຽນ, ສົນທິສັນຍາໄມຕີຈິດ ແລະ ການຮ່ວມມື ແລະ ບັນດາກົນໄກທີ່ອາຊຽນເປັນຜູ້ສ້າງຂື້ນເຊັ່ນ: ຫຼັກການແຫ່ງການ​ຢູ່​ຮ່ວມ​ກັນໂດຍ​ສັນຕິ, ​ເຄົາລົບ​ເອກະ​ລາດ, ອະທິ​ປະ​ໄຕ, ຜືນ​ແຜ່ນດິນອັນ​ຄົບ​ຖ້ວນ, ການ​ບໍ່​ແຊກ​ແຊງເຂົ້າ​ໃນວຽກງານ​ພາຍ​ໃນ​ຂອງກັນ ​ແລະ ກັນ, ແກ້ໄຂບັນຫາໂດຍສັນຕິວິທີ, ຫຼັກການຄວາມເປັນເອກະສັນ ​ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ແລະ ອີງໃສ່ຄວາມຫຼາກຫຼາຍຂອງປະເທດສະມາຊິກ ທີ່ເອີ້ນວ່າ ວິຖີທາງຂອງອາຊຽນ (ASEAN Way).

ພ້ອມນີ້,​ ທ່ານລັດຖະມົນຕີ ຍັງໄດ້ແຈ້ງຜົນສໍາເລັດຂອງກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນຄັ້ງທີ 52 ໃນອາທິດຜ່ານມາ ທີ່ບາງກອກ ປະເທດ ໄທ ພາຍໃຕ້ຄຳຂັວນ ຮ່ວມແຮງຮ່ວມໃຈ ກ້າວໄກຍືນຍົງ, ຊຶ່ງເຫັນວ່າໃນ​ໄລຍະໜຶ່ງປີຜ່ານ​ມາ, ການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມ, ມາດຕະການ ແລະ ກິດຈະກຳຮ່ວມມືໃນ       ຂະແໜງຕ່າງໆທັງ 3 ເສົາຄ້ຳ ແມ່ນໄດ້​ຮັບ​ຜົນສຳ​ເລັດ​ຫຼາຍປະການ; ພິເສດ, ຕະຫລອດໄລຍະ 22 ປີ ທີ່ ສປປ ລາວໄດ້ເຂົ້າເປັນສະມາຊິກອາຊຽນ, ສປປ ລາວ ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ຂະ​ບວນການ​ລວມຂອງ​ອາຊຽນ ອັນໄດ້ເຮັດໃຫ້ບົດບາດ ຂອງ ສປປ ລາວ ໃນພາກພື້ນ ແລະ ສາກົນ ​​ນັບ​ມື້ພົ້ນເດັ່ນຂຶ້ນ. ພ້ອມກັນ​ນັ້ນ, ເຂດການ​ຄ້າ​ເສລີ​ ແລະ ການລົງທຶນ ອາຊຽນ ​ແລະ ອາຊຽນ ກັບ ບັນດາປະ​ເທດ​ຄູ່​ເຈລະຈາ ​ໄດ້​ປະກອບສ່ວນ​ອັນ​ສຳຄັນເຂົ້າ​ໃນ​ການ​ເຮັດ​ການ​ຄ້າ ​ແລະ ການ​ລົງທຶນ​ຢູ່​ປະ​ເທດ​ເຮົາ​ໃຫ້ມີການຂະຫຍາຍຕົວ​​ໃນ​ຈັງຫວະ​ສູງ​ຂຶ້ນຢ່າງ​ຕໍ່​ເນື່ອງ.  

ອາຊຽນ, ໃນປັດຈຸບັນ, ເປັນໜຶ່ງໃນອົງການຈັດຕັ້ງພາກພື້ນທີ່ປະສົບຜົນສໍາເລັດທີ່ສຸດໃນໂລກທີ່ມີການເປີດກວ້າງສູ່ພາຍນອກ ແລະ ມີບົດບາດສຳຄັນໃນໂຄງສ້າງພາກພື້ນທີ່ເປີດກວ້າງ ແລະ ກວມລວມ ໂດຍມີອາຊຽນເປັນໃຈກາງ. ສປປ ລາວ ມີຄວາມພາກພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນຄອບຄົວອາຊຽນ ແລະ ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອ, ສະໜັບສະໜູນ ແລະ ຮ່ວມມືຂອງບັນດາປະເທດສະມາຊິກອາຊຽນ ແລະ ປະເທດຄູ່ເຈລະຈາກໍ່ຄືຄູ່ຮ່ວມມືພາຍນອກອາຊຽນ ທີ່ໄດ້ເຮັດໃຫ້ ສປປ ລາວ ສາມາດປະຕິບັດຕາມຄວາມໝາຍໝັ້ນຂອງຕົນໃນຖານະເປັນປະເທດສະມາຊິກຕະຫຼອດໄລຍະ 2 ທົດສະວັດຜ່ານມາ ໄດ້ຢ່າງເຕັມສ່ວນ, ມີປະສິດທິພາບສູງ ແລະ ນໍາເອົາຜົນປະໂຫຍດສູງສຸດມາສູ່ ສປປ ລາວ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485820
ມື້ນີ້119
ມື້ວານ206
ອາທິດນີ້856
ເດືອນນີ້5125