ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈຳລາວ

 

AwardMedalJapan1 AwardMedalJapan2

 

ໃນວັນທີ 19 ສິງຫາ 2019, ທີ່ ກະຊວງການຕ່າງປະເທດ,  ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ຕາເກຊິ ຮິກິຮາຣະ, ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ, ໃນໂອກາດທີ່ສຳເລັດໜ້າທີ່ການທູດຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານເອກອັກຄະຣາຊະທູດ ຕາເກຊິ ຮິກິຮາຣະ ທີ່ໄດ້ສຳເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ນັບແຕ່ເດືອນທັນວາ 2015 ເປັນຕົ້ນມາ ຢ່າງຈົບງາມ. ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ພາຍຫຼັງທີ່ສອງປະເທດ ໄດ້ຍົກລະດັບເປັນຄູ່ຮ່ວມຍຸດທະສາດ ແຕ່ປີ 2015 ເປັນຕົ້ນມາ, ຊຶ່ງລັດຖະບານຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອທາງການ ເພື່ອການພັດທະນາ (ODA) ໃນດ້ານຕ່າງໆເຊັ່ນ:

ການພັດທະນາພື້ນຖານໂຄງລ່າງ, ຂະແໜງການກະສິກຳ-ປ່າໄມ້, ສາທາລະນະສຸກ, ການສຶກສາ-ກິລາ, ວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວິທະຍາສາດ-ເຕັກໂນໂລຊີ, ວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO), ວັດທະນະທໍາ ແລະ ການທ່ອງທ່ຽວ. ທ່ານທູດ ຕາເກຊິ ຮິກິຮາຣະ ໄດ້ປະຕິບັດໜ້າທີ່ເຄື່ອນໄຫວຢ່າງຕັ້ງໜ້າ, ຊຸກຍູ້ ການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງຂອງສອງປະເທດ ລາວ-ຍີ່ປຸ່ນ ຢ່າງເປັນປົກກະຕິ, ຂົນຂວາຍ ນັກທຸລະກິດ-ນັກລົງທຶນ ຍີ່ປຸ່ນ ເຂົ້າມາລົງທຶນຢູ່ ສປປ ລາວ ຫຼາຍຂຶ້ນ, ປະຈຸບັນ ການລົງທຶນຂອງຍີ່ປຸ່ນ ຈັດຢູ່ໃນອັນດັບທີ 13 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ, ມີຈໍານວນ 160 ບໍລິສັດ ລວມມູນຄ່າ 158 ລ້ານ ໂດລາສະຫະລັດ, ມູນຄ່າການຄ້າສອງຝ່າຍ 205 ລ້ານໂດລາ ສະຫະລັດ ໃນປີ 2018; ຊຸກຍູ້ ແລະ ປະສານງານການເປີດສາຍການບິນໂດຍກົງລະຫວ່າງ ປະເທດ ລາວ-ຍີ່ປຸ່ນ ໂດຍຈະເປີດນຳໃຊ້ຢ່າງເປັນທາງການໃນເດືອນພະຈິກ ໃນປີ 2019; ຂົນຂວາຍບັນດາອາສາສະໝັກຍີ່ປຸ່ນ ເຂົ້າມາຊ່ວຍເຫຼືອ ສປປ ລາວ ພາຍໃຕ້ໂຄງການຊ່ວຍເຫຼືອຂອງ JICA; ໃນໄລຍະທີ່ ທ່ານທູດ ຕາເກຊິ ຮິກິຮາຣະ ປະຕິບັດໜ້າທີ່ການທູດນີ້ ທ່ານໄດ້ຊ່ວຍເຫຼືອ ແລະ ຊຸກຍູ້ລັດຖະບານຍີ່ປຸ່ນ ສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ຫຼາຍໂຄງການ ເຊັ່ນ: ໂຄງການຊ່ວຍເຫຼືອລ້ານອກໂຄງການ (None Project) ຈໍານວນ 2 ໂຄງການ, ໂຄງການຂະຫຍາຍອາຄານຜູ້ໂດຍສານສະໜາມບິນສາກົນວັດໄຕ, ໂຄງການຮ່ວມມືດ້ານວິຊາການ ແລະ ຊ່ຽວຊານ, ໂຄງການພັດທະນາຊັບພະຍາກອນມະນຸດລະດັບຕ່າງໆ, ໂຄງການຮ່ວມມືຊ່ວຍເຫຼືອຂັ້ນພື້ນຖານ ໃຫ້ແກ່ບັນດາແຂວງຂອງລາວ, ໂຄງການຮ່ວມມືຊ່ວຍເຫຼືອພັດທະນາ ແລະ ຍົກລະດັບໃນຂະ ແໜງການຕ່າງໆຂອງລາວ, ໂຄງການປັບປຸງຊົນລະປະທານທ່າງ່ອນ ແລະ ພິເສດແມ່ນ ການຂົນຂວາຍເອົາການຊ່ວຍເຫຼືອດ້ານມະນຸດສະທໍາ ມາສູ່ປະຊາຊົນລາວ ທີ່ປະສົບກັບໄພພິບັດນໍ້າຖ້ວມ ທີ່ແຂວງອັດຕະປື ຢ່າງທັນການ ແລະ ໂຄງການຮ່ວມມືຊ່ວຍເຫຼືອອື່ນໆ.

ໃນໂອກາດດຽວກັນນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າ ລັດຖະບານ ແລະ ປະຊາຊົນລາວ ປະດັບຫຼຽນໄຊມິດຕະພາບ ໃຫ້ແກ່ ທ່ານທູດ ຕາເກຊິ ຮິກິຮາຣະ ເພື່ອສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຈາລຶກຜົນງານຄຸນງາມຄວາມດີ ທີ່ໄດ້ອຸທິດສຸມເຫື່ອແຮງ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ, ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງ ລາວ-ຍີ່ປຸ່ນ ຕະຫຼອດໄລຍະການປະຕິບັດໜ້າທີ່ທາງການທູດຢູ່ ສປປ ລາວ ເປັນເວລາເກືອບ 4 ປີ, ຊຶ່ງເປັນການປະກອບສ່ວນອັນສຳຄັນ ໃຫ້ແກ່ການຈັດຕັ້ງແຜນພັດທະນາເສດຖະກິດຂອງ ສປປ ລາວ ແລະ ເຮັດໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ-ຍີ່ປຸ່ນ ນັບມື້ແໜ້ນແຟ້ນ ແລະ ເຂົ້າສູ່ລວງເລີກ.

ໃນຂະນະດຽວກັນ, ທ່ານທູດ ຕາເກຊິ ຮິກິຮາຣະ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວປະຕິບັດວຽກງານການທູດຂອງຕົນ ຢູ່ ສປປ ລາວ ຢ່າງມີປະສິດທິຜົນ, ສະແດງຄວາມຮູ້ບຸນຄຸນຢ່າງສູງ ມາຍັງ ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ມອບຫຼຽນໄຊມິດຕະພາບອັນສົມກຽດ ໃຫ້ແກ່ທ່ານ ແລະ ຢືນຢັນຈະສືບຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ຍີ່ປຸ່ນ-ລາວ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480302
ມື້ນີ້132
ມື້ວານ157
ອາທິດນີ້700
ເດືອນນີ້6533