ຕອນບ່າຍຂອງ ວັນທີ 19 ສິງຫາ 2019, ທີ່ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ເຊື່ອມຊຶມເອກະສານກ່ຽວກັບການກະກຽມດຳເນີນກອງປະຊຸມໃຫຍ່ 03 ຂັ້ນ, ໂດຍການເປັນປະທານ ຂອງ ສະຫາຍ ສະເຫລີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການຕ່າງປະເທດ. ມີບັນດາຄະນະພັກ, ຄະນະນຳ, ສະມາຊິກພັກ, ພະນັກງານ - ລັດຖະກອນ ທົ່ວກະຊວງເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດນີ້ ສະຫາຍ ສະເຫລີມໄຊ ກົມມະສິດ, ໄດ້ຂຶ້ນເຜີຍແຜ່ເອກະສານ ຄຳສັ່ງ ຂອງຄະນະເລຂາທິການສູນກາງພັກເລກທີ 04/ຄລສພ, ລົງວັນທີ 07/05/2018 ວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ ອົງຄະນະພັກກະຊວງ-ອົງການ, ແຂວງ, ນະຄອນຫຼວງ; ອົງຄະນະພັກເມືອງ-ນະຄອນ ແລະ ຮາກຖານພັກໃນຂອບເຂດທົ່ວປະເທດ. ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍສຳຄັນ, ດ້ານລະບຽບຫຼັກການ ແລະ ຂັ້ນຕອນຕ່າງໆ ໃນການກະກຽມດຳເນີນກອງປະຊຸມໃຫຍ່ 03 ຂັ້ນ ເພື່ອ ເຮັດໃຫ້ການຈັດຕັ້ງປະຕິບັດຄຳສັ່ງດັ່ງກ່າວ ດຳເນີນໄປຖືກຕ້ອງຕາມກົດລະບຽບຂອງພັກ ແລະ ຮັບປະກັນຄວາມເປັນເອກະພາບດ້ານເນື້ອໃນ, ທັດສະນະ ແລະ ວິທີການຈັດຕັ້ງດຳເນີນໃຫ້ຖືກຕ້ອງຕາມຄະນະພັກຂັ້ນເທິງວາງອອກ; ສ່ວນເອກະສານທີສອງຄື: ບົດແນະນຳ ຂອງຄະນະກວດກາສູນກາງພັກ ສະບັບເລກທີ 358/ຄກສພ, ລົງວັນທີ 19/10/2018 ກ່ຽວກັບການດຳເນີນຊີວິດການເມືອງພາຍໃນພັກ ກ່ອນກ້າວເຂົ້າສູ່ກອງປະຊຸມໃຫຍ່ 03 ຂັ້ນ, ເຊິ່ງທ່ານໄດ້ເວົ້າເຖິງຄວາມໝາຍສຳຄັນຂອງບັ້ນດຳເນີນຊີວິດການເມືອງ ແລະ ໄດ້ເນັ້ນໜັກໃຫ້ບັນດາຮາກຖານໜ່ວຍພັກ ແລະ ສະມາຊິກພັກພາຍໃນກະຊວງເຂົ້າໃຈແຈ້ງວ່າ: ບັ້ນດຳເນີນຊີວິດການເມືອງພາຍໃນພັກ ແມ່ນຫຼັກການ, ແມ່ນແບບແຜນທາງດ້ານການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກແຕ່ລະຂັ້ນນັບແຕ່ສູນກາງຈົນຮອດຮາກຖານໜ່ວຍພັກ, ກ່ອນຈະດຳເນີນກອງປະຊຸມໃຫຍ່ຢູ່ຂັ້ນໃດຄະນະພັກຂັ້ນນັ້ນ ຕ້ອງໄດ້ດຳເນີນຊີວິດການເມືອງພາຍໃນພັກ ແລະ ການດຳເນີນຊີວິດການເມືອງ ແມ່ນແນ່ໃສ່ເພື່ອປັບປຸງປົວແປງພາຍໃນການຈັດຕັ້ງພັກແຕ່ລະຂັ້ນ ແລະ ສະມາຊິກພັກແຕ່ລະສະຫາຍ ດ້ວຍການເສີມຂະຫຍາຍປະຊາທິປະໄຕພາຍໃນພັກ, ກ້າຕຳນິຕິຊົມຕົນເອງຊ່ວຍເຫຼືອກໍ່ສ້າງຊຶ່ງກັນ ແລະ ກັນ ເພີ່ມທະວີຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ. ການດຳເນີນຊີວິດການເມືອງ ແມ່ນຄວາມຮັບຮູ້ອັນຖືກຕ້ອງຂອງພັກ ແລະ ຄວາມສາມັກຄີເປັນເອກະພາບ ບົນພື້ນຖານແນວທາງ ແລະ ລະບຽບຫຼັກການນຳພາຂອງພັກທີ່ຖືກຕ້ອງ. ພ້ອມກັນນັ້ນ, ທັງເປັນການປັບປຸງຄຸນທາດ ແລະ ທັດສະນະຫຼັກໝັ້ນການເມືອງ ກໍຄື: ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນດຳລົງຊີວິດ, ແບບແຜນວິທີເຮັດວຽກ ແລະ ອື່ນໆ ຂອງໂຕສະມາຊິກພັກ ເພື່ອແນ່ໃສ່ເຮັດໃຫ້ພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນໃນຕໍ່ໜ້າ.
ນອກຈາກນີ້ ສະຫາຍ ສະເຫລີມໄຊ ກົມມະສິດ, ຍັງໄດ້ຮຽກຮ້ອງມາຍັງ ສະມາຊິກພັກ, ພະນັກງານຫຼັກແຫຼ່ງ ແລະ ພະນັກງານ-ລັດຖະກອນທຸກຖ້ວນໜ້າ ຈົ່ງພ້ອມກັນເພີ່ມທະວີເຊີດຊູສະຕິປັນຍາ ແລະ ຍົກສູງຄວາມຮັບຜິດຊອບຂອງຕົນ ປະກອບສ່ວນເຂົ້າໃນຂະບວນການກະກຽມ ແລະ ຈັດຕັ້ງດຳເນີນກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກກະຊວງການຕ່າງປະເທດທີ່ຈະມາເຖິງ, ເວົ້າສະເພາະກໍຄື: ກອງປະຊຸມໃຫຍ່ຢູ່ຂັ້ນຮາກຖານໜ່ວຍພັກຂອງຕົນເອງ, ປະຕິບັດຕາມລະບຽບຫຼັກການ ແລະ ຂັ້ນຕອນການດຳເນີນຕ່າງໆໃຫ້ຖືກຕ້ອງ ເພື່ອແນ່ໃສ່ໃຫ້ບັນລຸຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍຂອງຄະນະພັກຂັ້ນເທິງວາງອອກ.