ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບ ທ່ານທູດ ຣັດເຊຍ ເຂົ້າຢ້ຽມອຳລາ

 

RussianAmFinish1 RussianAmFinish2

 

 

ໃນຕອນເຊົ້າຂອງ ວັນທີ 23 ສິງຫາ 2019, ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້້າຢ້ຽມອໍາລາ ຂອງ ທ່ານ ມີຄາອີນ ບາຣານນົບ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະພັນ ຣັດເຊຍ ປະຈໍາ ສປປ ລາວ, ເນື່ອງໃນໂອກາດທີ່ທ່ານ ໄດ້ສໍາເລັດການປະຕິບັດໜ້າທີ່ ເປັນເອກອັກຄະລັດຖະທູດ ປະຈໍາ ສປປ ລາວ.

ພະນະທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ທ່ານເອກອັກຄະລັດຖະທູດ ທີ່ໄດ້ ສໍາເລັດໜ້າທີ່ການທູດຂອງຕົນ ຢ່າງມີຜົນສໍາເລັດອັນຈົບງາມ ແລະ ຕີລາຄາສູງຕໍ່ການປະກອບສ່ວນອັນສໍາຄັນຢ່າງຕັ້ງໜ້າໃນການຊຸກຍູ້ ແລະ ເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ. ຣັດເຊຍ ຕະຫລອດໄລຍະທີ່ທ່ານໄດ້ມາປະຕິບັດໜ້າທີ່ ຢູ່ ສປປ ລາວ.

ໃນໂອກາດດັ່ງກ່າວ ສອງຝ່າຍ ໄດ້ຕີລາຄາສູງ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ເປັນມູນເຊື້ອດີງາມມາແຕ່ດົນນານ ລະຫວ່າງ ສອງປະເທດ ໄດ້ສືບຕໍ່ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ຜົນສໍາເລັດດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ໃນການປະສານງານ, ຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຄະນະຜູ້ແທນໃນລະດັບຕ່າງໆນໍາກັນ ຢ່າງເປັນປະຈໍາ. ໃນນີ້ ທ່ານທູດ ຣັດເຊຍ ກໍ່ໄດ້ຢືນຢັນເຖິງຄວາມມຸ້ງມາດປາຖະນາຂອງ ຣັດເຊຍ ທີ່ຈະສືບຕໍ່ການຮ່ວມມືທີ່ມີຮູບປະທໍາ ແລະ ມີໝາກຜົນ ກັບ ສປປ ລາວ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ສືບຕໍ່ພັດທະນາ ເພື່ອຍົກການຮ່ວມມືຂຶ້ນສູ່ລະດັບໃໝ່ໃນຕໍ່ໜ້າ.

ໃນຕອນທ້າຍ, ທ່ານ ສະເຫລີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ອວຍພອນໃຫ້ທ່ານທູດ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ອັນໃໝ່ຂອງເພິ່ນ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480211
ມື້ນີ້41
ມື້ວານ157
ອາທິດນີ້609
ເດືອນນີ້6442