ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທູດກາຕາ ປະຈຳ ສປປ ລາວ

SLXKatarA

 

SLXKatarB

 

ໃນຕອນເຊົ້າຂອງວັນທີ 04 ກັນຍາ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ເຊັກຄ໌ ຈາຊິມ ບິນ ອັບດຸລຣາມັນ ອາລ-ທານີ (Sheikh Jassim Bin Abdulraman Al-Thani)​, ເອກອັກຄະລັດຖະທູດ ແຫ່ງ ລັດກາຕາ ປະຈຳ ສປປ ລາວ ທີ່ມີສຳນັກງານຕັ້ງຢູ່ບາງກອກ, ໃນໂອກາດທີ່ສຳເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

 

ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ຂອງທ່ານທູດ ຕະຫຼອດໄລຍະດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ, ຊຶ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນລະຫວ່າງສອງປະເທດ ໃຫ້ມີຄວາມແໜ້ນແຟ້ນຍິ່ງຂຶ້ນ ໂດຍສະເພາະແມ່ນໝາກຜົນຂອງການຮ່ວມມືສອງຝ່າຍທີ່ຍາດມາໄດ້ ໃນໄລຍະຜ່ານມາ ເຮັ​ດ​ໃຫ້ວຽກງານ​​ການ​ທູດ ແລະ ການ​ເມືອງຂອງສອງປະເທດ ໄດ້ຮັບການເສີມຂະຫຍາຍຢ່າງຕັ້ງໜ້າ. ພ້ອມນີ້, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມ​ຂອບ​ໃຈ ມາຍັງລັດ​ຖະ​ບານ ກາ​ຕາ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາທີ່ ສປປ ລາວ ປະສົບກັບໄພທໍາມະຊາດ ໂດຍສະເພາະແມ່ນບັນຫາ ສັນກັ້ນນໍ້າ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ແຕກ ຢູ່ ເມືອງສະໜາມໄຊ, ແຂວງອັດຕະປື, ໃນປີ 2018 ທີ່ຜ່ານມາ, ຊຶ່ງ ກາຕາ ໄດ້ໃຫ້ເງິນຊ່ວຍເຫຼືອເປັນເງິນ ຈໍານວນ 100.000 ໂດລາ ສະຫະລັດ. ນອກຈາກນີ້, ທ່ານລັດຖະມົນຕີ ຍັງໄດ້ສະເໜີໃຫ້ມີການແລກປ່ຽນການຢ້ຽມຢາມ ລະຫວ່າງຄະນະຜູ້ແທນລະດັບສູງຂອງທັງສອງປະເທດໂດຍສະເພາະແມ່ນການຢ້ຽມຢາມ ລະຫວ່າງສອງກະຊວງການຕ່າງປະເທດເພື່ອແລກປ່ຽນທັດສະນະແລະສ້າງຄວາມເຂົ້າອົກເຂົ້າໃຈກັນໃຫ້ຫຼາຍຂຶ້ນຕື່ມ, ພ້ອມທັງສະເໜີໃຫ້ມີການຊຸກຍູ້ການ​ຮ່ວມ​ມື​ສອງ​ຝ່າຍ ໃນ​ຂົງ​ເຂດເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ ແລະ ຂົງ​ເຂດອື່ນໆ ໃຫ້​ເປັນ​ຮູບ​ປະ​ທຳ. ໃນຕອນທ້າຍ, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຫວັງວ່າ ສາຍພົວພັນ ແລະ ການຮ່ວມມື ລະຫວ່າງສອງປະເທດ ລາວ ແລະ ກາຕາ ຈະມີບາດກ້າວອັນໃໝ່ໃນຊຸມປີຕໍ່ໜ້າ ແລະ ອວຍພອນໃຫ້ທ່ານທູດ ຈົ່ງເດີນທາງກັບຄືນປະເທດ ດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສໍາເລັດໃນໜ້າທີ່ໃໝ່.

 

ໃນຂະນະດຽວກັນ, ທ່ານເອກອັກຄະລັດຖະທູດ ເຊັກຄ໌ ຈາຊິມ ບິນ ອັບດຸລຣາມັນ ອາລ-ທານີ ກໍໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ ລັດຖະບານ ແລະ ປະຊາຊົນລາວ ກໍຄື ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອແລະ ອໍານວຍຄວາມສະດວກເປັນຢ່າງດີ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປລາວ ໃນຄັ້ງນີ້ ຈົນໄດ້ຮັບຜົນສໍາເລັດອັນຈົບງາມ, ຊຶ່ງເປັນ​ການ​ປະກອບສ່ວນອັນສຳຄັນ ​ເຂົ້າ​ໃນ​ການ​ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

 

ສປປ ລາວ ແລະ ກາຕາ ​ໄດ້ສ້າງ​ຕັ້ງ​ສາຍ​ພົວພັນ​ການ​ທູດ​ນຳ​ກັນ ​ໃນ​ວັນ​ທີ 03 ກຸມພາ 2005, ຊຶ່ງໄລຍະຜ່ານມາເຫັນວ່າ ສອງປະເທດ ມີການພົພັນກັນດີທາງດ້ານການທູດ, ການເມືອງແລະການສະໜັບສະໜູນເຊິ່ງກັນແລະກັນ ໃນເວທີພາກພື້ນ ແລະ ສາກົນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
485645
ມື້ນີ້150
ມື້ວານ196
ອາທິດນີ້681
ເດືອນນີ້4950