ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ຜົນສຳເລັດຂອງການຢ້ຽມຢາມລັດຖະກິດຢູ່ ສປປ ລາວ ຂອງ ປະທານາທິບໍດີ ແຫ່ງ ສ. ເກົາຫຼີ

 

LaoKorea2019-2LaoKorea2019-1

LaoKorea2019-3 LaoKorea2019-4

LaoKorea2019-5 LaoKorea2019-6

LaoKorea2019-7 LaoKorea2019-8

 

ໂດຍຕອບສະໜອງຕາມຄຳເຊີນຂອງ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ມູນ ແຈ ອິນ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫຼີ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນລະຫວ່າງວັນທີ 5-6 ກັນຍາ 2019, ເພື່ອເສີມຂະຫຍາຍ, ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ. ເກົາຫຼີ ຕະຫຼອດໄລຍະກວ່າສອງທົດສະວັດ ໃຫ້ແຕກດອກອອກຜົນຍິ່ງຂຶ້ນ ເພື່ອຜົນປະໂຫຍດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນສອງຊາດ ລາວ-ສ.ເກົາຫຼີ.

ໃນຕອນບ່າຍຂອງວັນທີ 05 ກັນຍາ 2019, ທີ່ທຳນຽບປະທານປະເທດ ໄດ້ຈັດພິທີຕ້ອນຮັບ ພະນະທ່ານ ມູນ ແຈ ອິນ, ປະທານາທິບໍດີ ແຫ່ງ ສາ​ທາ​ລະ​ນະ​ລັດ ເກົາຫຼີ ຢ່າງ​ເປັນ​ທາງ​ການ ແລະ ​ສົມ​ກຽດ ໂດຍ​ມີ ພະນະທ່ານ ບຸນ​ຍັງ ວໍ​ລະ​ຈິດ, ປະ​ທານ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ແລະ ບັນ​ດາ​ຜູ້ແທນຂັ້ນສູງ​ຂອງ​ລາວ ​ເຂົ້າ​ຮ່ວມ​ຢ່າງ​ພ້ອມ​ພຽງ. ພາຍຫຼັງສຳເລັດພິທີຕ້ອນຮັບຢ່າງເປັນທາງການ, ພະນະທ່ານປະທານປະເທດ ບຸນຍັງ ວໍລະຈິດ ພ້ອມດ້ວຍການນຳຂັ້ນສູງຂອງລາວ ໄດ້ດຳເນີນການພົບປະສອງຝ່າຍກັບ ພະນະທ່ານປະທານາທິບໍດີ ມູນ ແຈ ອິນ ແລະ ຄະນະຜູ້ແທນຂັ້ນສູງຂອງຝ່າຍ ສ.ເກົາຫຼີ, ໃນການພົບປະສອງຝ່າຍ ພະນະທ່ານປະທານປະເທດ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ພະນະທ່ານປະທານາທິບໍດີ ມູນ ແຈ ອິນ ທີ່ໄດ້ນຳພາຄະນະຜູ້ແທນຂັ້ນສູງຂອງ ສ.ເກົາຫຼີ ເດີນທາງມາຢ້ຽມຢາມລັດຖະກິດ ສປປ ລາວ ໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຂອງສອງປະເທດ ລາວ-ສ.ເກົາຫຼີ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ, ສອງ​ຝ່າຍ​​ ໄດ້ຕີລາຄາສູງ ແລະ ທົບທວນຄືນການພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ພາຍຫຼັງທີ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດນຳກັນແຕ່ປີ 1995 ເປັນຕົ້ນມາ, ການພົວພັນຮ່ວມມືສອງຝ່າຍນັບມື້ໄດ້ຮັບການເສີມຂະຫຍາຍຢ່າງກວ້າງອອກ, ໄດ້ມີການແລກປ່ຽນການຢ້ຽມຢາມລະຫວ່າງການນຳຂັ້ນສູງຂອງສອງປະເທດຢ່າງເປັນປົກກະຕິ, ຊຶ່ງໃນປີ 2020 ທີ່ຈະມາເຖິງນີ້ ເປັນປີທີ່ມີຄວາມໝາຍສໍາຄັນ ໂດຍສອງຝ່າຍຈະໄດ້ຮ່ວມກັນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ ຄົບຮອບ 25 ປີ. ສອງຝ່າຍ ໄດ້ສະແດງຄວາມຢືນຢັນທີ່ຈະສືບຕໍ່ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ສປປ ລາວ-ສ.ເກົາຫຼີ ເພື່ອໃຫ້ມີບາດກ້າວອັນໃໝ່ໃນອະນາຄົດ, ສືບຕໍ່ຊຸກຍູ້ເສີມຂະຫຍາຍການຮ່ວມມືໃນຂະແໜງການຕ່າງໆ ເປັນຕົ້ນແມ່ນ ການແລກປ່ຽນການຢ້ຽມຢາມສອງຝ່າຍ, ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ການ​ທູດ, ​ການ​ຄ້າ-ການ​ລົງທຶນ, ດ້ານ​ກະສິກຳ, ດ້ານ​ພະລັງງານ, ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ດ້ານ​ນະ​ວັດຕະ​ກຳ, ດ້ານ​ການທ່ອງທ່ຽວ, ດ້ານ​ສາທາລະນະ​ສຸກ, ​ດ້ານ​ແຮງ​ງານ, ການ​ພັດທະນາ​ຊົນນະບົດ ກໍ​ຄື​ການ​ຮ່ວມ​ມື ​ເພື່ອ​ການ​ພັດທະນາ ​ແລະ ອື່ນໆ. ປະຈຸບັນ ການລົງທຶນຂອງ ສ.ເກົາຫຼີ ໄດ້ຈັດຢູ່ໃນອັນດັບທີ 5 ຂອງການລົງທຶນຕ່າງປະເທດຢູ່ ສປປ ລາວ, ລວມມູນຄ່າ 750 ກວ່າລ້ານໂດລາສະຫະລັດ, ໃນນັ້ນ ໂຄງການໃຫຍ່ທີ່ພົ້ນເດັ່ນຄື: ໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ, ໂຄງການປູກໄມ້ວິກ ແລະ ສ້າງຕັ້ງໂຮງງານປຸງແຕ່ງໄມ້ ແລະ ອື່ນໆ. ພ້ອມດຽວກັນນີ້, ສອງຝ່າຍ ຕ່າງກໍ່ໄດ້ແຈ້ງໃຫ້ກັນຊາບ ກ່ຽວກັບ ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ, ຊຶ່ງ ສ.​ເກົາຫລີ ໄດ້ໃຊ້ເວລາ​ໄລຍະ 50-60 ປີຜ່ານມາ ໃນການພັດທະນາ ໃຫ້​ກາຍ​ເປັນ​ປະ​ເທດທີ່ມີ​ລາຍ​ຮັບ​ສູງ, ທັນ​ສະ​ໄໝ ​ແລະ ຈະເລີນຮຸ່ງເຮືອງ; ​ໃນ​ຂະນະທີ່ ສປປ ລາວ ກຳລັງ​ສູ້​ຊົນ​ ເພື່ອລົບ​ລ້າງ​ຄວາມທຸກ​ຍາກ ແລະ ບັນ​ລຸເປົ້າໝາຍໃຫ້ຫຼຸດພົ້ນອອກ​ຈາກ​ສະຖານະ​ພາບ​ດ້ອຍ​ພັດທະນາໃນອານາຄົດ. ນອກນັ້ນ, ຜູ້ນຳສອງ​ຝ່າຍ ຍັງໄດ້​​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ​ຕໍ່​ການ​ຮ່ວມ​ມື​ໃນ​ຂອບ​ພາກ​ພື້ນ ​ແລະ ສາກົນ ​ໂດຍ​ສະ​ເພາະແມ່ນ ການ​ຮ່ວມ​ມື​ອາ​ຊຽນ - ສ.​ເກົາຫລີ ແລະ ການ​ຮ່ວມ​ມື​ແມ່​ນໍ້າ​ຂອງ-ສ.​ເກົາຫລີ.

ໃນໂອກາດນີ້, ພະນະທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຂອບໃຈຕໍ່ ລັດຖະບານ ແລະ ປະຊາຊົນ ສ.ເກົາຫລີ ທີ່ໃຫ້ການຊ່ວຍເຫລືອ ແລະ ສະໜັບສະໜູນ ສປປ ລາວ ​ໄລຍະ​ຜ່ານ​ມາ​. ພິ​ເສດ, ໃນໄລຍະທີ່ ສປປ ລາວ ໄດ້ປະສົບກັບໄພພິບັດທຳມະຊາດ ທີ່ແຂວງອັດຕະປືໃນປີ 2018, ໂດຍລັດຖະບານ ສ.​ເກົາຫລີ ​ໄດ້​ເອົາ​ໃຈ​ໃສ່​ໃຫ້ການ​ຊ່ວຍ​ເຫລືອ​ດ້ານ​ມະນຸ​ດສະ​ທຳ, ວັດຖຸ​ປັດ​ໃຈ ​ແລະ ທີ​ມ​ແພດ​ຕ່າງໆ ໃຫ້ແກ່ ສປປ ລາວ.

ໃນຂະນະດຽວກັນນີ້, ພະນະທ່ານ ປະທານາທິບໍດີ ມູນ ແຈ ອິນ ກໍ່ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງ ລັດຖະບານ ແລະ ປະຊາຊົນລາວ ໃຫ້ແກ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງຕົນໃນຄັ້ງນີ້, ພ້ອມທັງ ສະແດງຄວາມຍິນດີສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ລາວ-ສ.ເກົາຫຼີ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍເຂົ້າສູ່ລວງເລີກ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ ສ.ເກົາຫຼີ-ລາວ.

ພາຍຫຼັງພົບປະສອງຝ່າຍ, ຜູ້ນໍາຂອງສອງປະເທດ ກໍ່ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມເອກະສານການຮ່ວມມື 4 ສະບັບໃນຂົງເຂດ ICT, ອຸດສາຫະກຳ ​ແລະ ການ​ຄ້າ, ກະສິກຳ ແລະ ການພັດທະນາເສດຖະກິດ.

ໃນຕອນ​ບ່າຍຂອງວັນດຽວກັນ, ພະນະທ່ານ ມູນ ແຈ ອິນ ພ້ອມດ້ວຍຄະນະ ກໍ່ໄດ້ພົບປະສອງຝ່າຍກັບ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ. ສອງຝ່າຍ ໄດ້ມີການປຶກສາຫາລືໂດຍໄດ້​ລົງ​ເລິກໃນ​ຂະ​ແໜງ​ການ​ຮ່ວມ​ມື​ສອງ​ຝ່າຍຮອບດ້ານ ໃນໄລຍະ 2 ທົດສະວັດທີ່ຜ່ານມາ ​ແລະ ສືບ​ຕໍ່ປຶກສາຫາລືກ່ຽວກັບ ການຮ່ວມມືໃນຕໍ່ໜ້າ ເປັນຕົ້ນແມ່ນ ບັນດາ​ໂຄງການຮ່ວມມືເພື່ອການພັດທະນາ: ການຮ່ວມມືທາງດ້ານການພັດທະນາຊົນນະບົດ, ການແພດ, ເຕັກໂນໂລຊີ, ພະລັງງານ, ການກໍ່ສ້າງພື້ນຖານໂຄງລ່າງ, ສືບຕໍ່ໂຄງການປ້ອງກັນຕະຝັ່ງເຈື່ອນ ແລະ ພັດທະນາແຄມຂອງ, ການບໍລິຫານນໍ້າ ແລະ ອື່ນໆ. ສອງຝ່າຍ ເຫັນດີສືບຕໍ່ເພີ່ມທະວີແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຂອງສອງປະເທດ, ຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ແກ່ການໄປມາຫາສູ່ກັນລະຫວ່າງປະຊາຊົນສອງຊາດ ລາວ- ສ.ເກົາຫຼີ ໃຫ້ຫລາຍຂຶ້ນ. ນອກຈາກນີ້, ສອງຝ່າຍ ຍັງໄດ້ແລກປ່ຽນຄຳຄິດຄຳເຫັນຕໍ່ບັນຫາໃນພາກພື້ນ ແລະ ສາກົນ ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈຮ່ວມກັນ.

ນອກຈາກເຄື່ອນໄຫວພົບປະກັບການນໍາຂັ້ນສູງຂອງ ສປປ ລາວ ແລ້ວ, ພະນະທ່ານປະທານາທິບໍດີ ມູນ ແຈ ອິນ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຮ່ວມພິທີວາງພວງມະລາ ທີ່ອານຸສາວະລີນັກຮົບນິລະນາມ ແລະ ປູກຕົ້ນໄມ້ຮ່ວມກັບ ພະນະທ່ານປະທານປະເທດ ບຸນຍັງ ວໍລະຈິດ ທີ່​ໂຄງການ​ປ້ອງ​ກັນ​ຕາ​ຝັ່ງ​ເຈື່ອນ ​ແລະ ພັດທະນາ​​ແຄ​ມຂອງ ເພື່ອເປັນທີ່ລະນຶກແກ່ຄົນລຸ້ນຫລັງໄດ້ຈາລຶກ, ເຊິ່ງທັງໝົດນັ້ນ ໄດ້ສະແດງໃຫ້ເຫັນເຖິງສາຍພົວພັນແຫ່ງໄມຕີຈິດມິດຕະພາບອັນສະໜິດສະໜົມຂອງການນຳສອງປະເທດ ກໍ່ຄືປະຊາຊົນສອງຊາດລາວ ແລະ ສ.ເກົາຫລີ.

ການເດີນທາງມາຢ້ຽມຢາມທາງລັດຖະກິດ ຂອງພະນະທ່ານ ມູນ ແຈ ອິນ, ປະທານາທິບໍດີ ສ.ເກົາຫຼີ ໃນຄັ້ງນີີ້ໄດ້ຖືກຮັບຕ້ອນຢ່າງສົມກຽດ, ມີກ້ອນມວນຊົນທັງ ຊາວລາວ ແລະ ເກົາຫລີ ທີ່ດໍາລົງຊີວິດຢູ່ນະຄອນຫລວງວຽງຈັນໄດ້ເຂົ້າມາໃຫ້ການຕ້ອນຮັບເປັນຈຳນວນຫລວງຫລາຍ. ການຢ້ຽມຢາມໄດ້​ດຳ​ເນີນ​ໄປດ້ວຍ​ບັນ​ຍາ​ກາ​ດ​ອັນ​ອົບອຸ່ນ, ເຕັມ​ໄປ​ດ້ວຍ​ໄມ​ຕີ​ຈິດ-ມິ​ດ​ຕະ​ພາບ, ໂດຍສອງຝ່າຍ ໄດ້​ຮ່ວມ​ກັນ​ປຶກ​ສາ​ຫາ​ລືແລກ​ປ່ຽນ​ຄຳ​ຄິດ​ຄຳ​ເຫັນຢ່າງ​ຈິງ​ໃຈ ແລະ ກົງ​ໄປ​ກົງ​ມາໃນ​​ບັນ​ຫາທີ່ປິ່ນອ້ອມການພົວພັນຮ່ວມມືລະຫວ່າງສອງປະເທດ ດ້ວຍຜົນສໍາເລັດຢ່າງຈົບງາມ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480279
ມື້ນີ້109
ມື້ວານ157
ອາທິດນີ້677
ເດືອນນີ້6510