ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ທ່ານທູດໄທ

 

AwardedThaiEm1 AwardedThaiEm2

 

ໃນວັນທີ 19 ກັນຍາ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ​, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງ ທ່ານ ກຽດຕິຄຸນ ຊາດປຣະເສີດ, ເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ, ໃນໂອກາດທີ່ສຳເລັດໜ້າທີ່ການທູດຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານເອກອັກຄະຣາຊະທູດ ກຽດຕິຄຸນ ຊາດປຣະເສີດ ທີ່ໄດ້ສຳເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຕະຫຼອດໄລຍະເວລາ 1 ປີກວ່າ, ພ້ອມຕີລາຄາສູງຕໍ່ສາຍພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ ລາວ-ໄທ ຕະຫຼອດໄລຍະເກືອບ 7 ທົດສະວັດ ຜ່ານມາ ທີ່ນັບມື້ໄດ້ຮັບການເສີມຂະຫຍາຍຢ່າງກວ້າງຂວາງ ແລະ ມີຜົນສໍາເລັດຕົວຈິງ, ຊຶ່ງເຫັນໄດ້ຈາກ ສອງປະເທດໄດ້ມີການແລກປ່ຽນການຢ້ຽມຢາມ ລະຫວ່າງ ການນໍາຂັ້ນສູງຂອງສອງປະເທດ ຢ່າງເປັນປົກກະຕິ ແລະ ມີການຮ່ວມມືທີ່ດີນໍາກັນໃນດ້ານຕ່າງໆ ເປັນຕົ້ນແມ່ນ ດ້ານການຄ້າ, ການລົງທຶນ, ການສຶກສາ, ສາທາລະນະສຸກ ແລະ ອື່ນໆ. ໃນໄລຍະທີ່ ທ່ານທູດ ກຽດຕິຄຸນ ຊາດປຣະເສີດ ປະຕິບັດໜ້າທີ່ການທູດນີ້ ທ່ານໄດ້ເຄື່ອນໄຫວປະຕິບັດໜ້າທີ່ຢ່າງຫ້າວຫັນ ປະກອບສ່ວນອັນສຳຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືທີ່ດີຖານບ້ານໃກ້ເຮືອນຄຽງ ເປັນຕົ້ນແມ່ນ ເອົາໃຈໃສ່ຊຸກຍູ້ການຈັດຕັ້ງປະຕິບັດຜົນການຕົກລົງຂອງກອງປະຊຸມ JC ລາວ-ໄທ ຄັ້ງທີ 21 ແລະ ເຮັດໃຫ້ການຈັດ ກອງປະຊຸມຮ່ວມນາຍົກລັດຖະມົນຕີ ແລະ ລັດຖະມົນຕີ ລາວ-ໄທ ແບບບໍ່ເປັນທາງການ (JCR) ຄັ້ງທີ 3 ທີ່ ນະຄອນຫຼວງວຽງຈັນ ໄດ້ຮັບຜົນສໍາເລັດຢ່າງເປັນຮູບປະທໍາ, ໄດ້ຂົນຂວາຍບັນດານັກທຸລະກິດໄທ ມາຢ້ຽມຢາມ ແລະ ລົງທຶນຢູ່ ສປປ ລາວ, ຊຸກຍູ້ການຮ່ວມມືໃນບັນດາໂຄງການ: ການພັດທະນາພື້ນຖານໂຄງລ່າງເຊື່ອມໂຍງເສັ້ນທາງຄົມມະນາຄົມຂົນສົ່ງ, ດ້ານການສຶກສາ ແລະ ສາທາລະນະສຸກ, ຊຶ່ງມີຫຼາຍໂຄງການສຳເລັດ ແລະ ຫຼາຍໂຄງການກໍ່ກຳລັງດຳເນີນການຢ່າງມີຄວາມຄືບໜ້າ, ປະສານສົມທົບ ເພື່ອນຳເອົາການຊ່ວຍເຫຼືອຈາກ ສົມເດັດພະເຈົ້າມະຫາຊີວິດ ແລະ ພະບໍລົມວົງສານຸວົງ ແລະ ລະດົມການຊ່ວຍເຫຼືອຈາກທຸກພາກສ່ວນຂອງໄທ ທັງພາກລັດ ແລະ ເອກະຊົນ ມາໃຫ້ແກ່ປະຊາຊົນລາວ ຜູ້ທີ່ປະສົບເຄາະຮ້າຍຈາກໄພພິບັດນ້ຳຖ້ວມ ທີ່ເມືອງສະໜາມໄຊ, ແຂວງອັດຕະປື ໃນປີຜ່ານມາ, ຊຶ່ງເຮັດໃຫ້ຜູ້ທີ່ໄດ້ຮັບເຄາະຮ້າຍສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ຟື້ນຟູຊີວິດການເປັນຢູ່ ໃຫ້ກັບຄືນສູ່ສະພາບປົກກະຕິໄດ້ໄວ້ຂຶ້ນ, ພິເສດ ທ່ານທູດ ຍັງໄດ້ເອົາໃຈໃສ່ຊຸກຍູ້ ແລະ ປະສານງານໃຫ້ແກ່ການກະກຽມຕ້ອນຮັບ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ທີ່ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນເດືອນພະຈິກ 2019 ນີ້ ແລະ ໄດ້ຮ່ວມປຶກສາຫາລືຂັ້ນພື້ນຖານໃນການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ໄທ ຄົບຮອບ 70 ປີ ໃນປີ 2020 ແລະ ການເຄື່ອນໄຫວອື່ນໆ.

ໃນໂອກາດດຽວກັນນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າ ລັດຖະບານ ແລະ ປະຊາຊົນລາວ ປະດັບຫຼຽນກາມິດຕະພາບ ໃຫ້ແກ່ ທ່ານທູດ ກຽດຕິຄຸນ ຊາດປຣະເສີດ ເພື່ອສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຈາລຶກຜົນງານຄຸນງາມຄວາມດີທີ່ທ່ານໄດ້ອຸທິດສຸມເຫື່ອແຮງ ແລະ ສະຕິປັນຍາ ເພື່ອປະກອບສ່ວນຢ່າງຫ້າວຫັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ຂອງສອງປະເທດ ລາວ-ໄທ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ ຕະຫຼອດໄລຍະການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.

ໃນຂະນະດຽວກັນ, ທ່ານທູດ ກຽດຕິຄຸນ ຊາດປຣະເສີດ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວປະຕິບັດວຽກງານການທູດຂອງຕົນ ຢູ່ ສປປ ລາວ ຢ່າງມີປະສິດທິຜົນ, ສະແດງຄວາມຮູ້ບຸນຄຸນຢ່າງສູງ ມາຍັງ ລັດຖະບານ ແລະ ປະຊາຊົນລາວ ທີ່ໄດ້ມອບຫຼຽນກາມິດຕະພາບອັນສົມກຽດ ໃຫ້ແກ່ທ່ານ ແລະ ຢືນຢັນຈະສືບຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໄທ-ລາວ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ.

ບົດຂ່າວອື່ນໆ

ແຈ້ງການ

   

* ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ຈະນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ທີ່ ຣາຊະອານາຈັກກໍາປູເຈຍ (19 ເມສາ 2024)

    

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484552
ມື້ນີ້68
ມື້ວານ188
ອາທິດນີ້990
ເດືອນນີ້3857