ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ລາວ-ຫວຽດນາມ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

2327122019SLXVN1

 

2327122019SLXVN2

 

2327122019SLXVN3

 

ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສະ​ຫາຍ ຟ້າມ​ ບິ່ງ ​ມິງ, ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ, ສະ​ຫາຍ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ, ພ້ອມດ້ວຍພັນ​ລະ​ຍາ ແລະ​ ຄະ​ນະ ໄດ້ເດີນ​ທາງ​ໄປຢ້ຽມ​ຢາມ​ ສສ. ຫວຽດນາມ ຢ່າງ​ເປັນທາງ​ການ, ພ້ອມທັງເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຂັ້ລັດຖະມົນຕີລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 6 ປະຈໍາປີ 2019 ແລະ ເຂົ້າຮ່ວມກອງປະຊຸມສະໄໝສາມັນ ຄັ້ງທີ 29 ຂອງຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ປະຈຳປີ 2019, ທີ່ ສສ. ຫວຽດນາມ, ໃນລະຫວ່າງວັນ​ທີ 23-27 ທັນ​ວາ 2019, ເພື່ອເພີ່ມທະວີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ ໃຫ້ແຕກດອກອອກຜົນຍິ່ງໆຂຶ້ນ.

 

ກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ລັດຖະມົນຕີລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຄັ້ງທີ 6 ປະຈໍາປີ 2019, ໄດ້ຈັດຂຶ້ນ ​ໃນ​ວັນ​ທີ 25 ທັນ​ວາ 2019,ທີ່ ແຂວງກວາງນິ່ງ, ສສ. ຫວຽດນາມ, ​ໂດຍ​ການ​ເປັນ​ປະທານ​ຮ່ວມຂອງສະຫາຍສະ​ເຫຼີມ​ໄຊ ກົມ​ມະ​ສິດ,ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດ ແຫ່ງ ສປປ ລາວ ​ແລະສະຫາຍຟ້າ​ມ ບິ່ງ ມິ​ງ,ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ,ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດແຫ່ງ ສສ.ຫວຽດນາມ, ໂດຍມີຄະນະຜູ້ແທນຈາກ​ບັນດາ​ກົມ​ກ່ຽວຂ້ອງ ຂອງ​ສອງ​ກະຊວງ​ການ​ຕ່າງປະ​ເທດ​ເຂົ້າຮ່ວມ. ໃນກອງປະຊຸມຄັ້ງນີ້, ສອງຝ່າຍ ໄດ້ຮ່ວມກັນທົບທວນຄືນການຮ່ວມມືສອງຝ່າຍ ໃນທຸກຂົງເຂດໃນໄລຍະຜ່ານມາ, ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ແລະ ແລກປ່ຽນທັດສະນະ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ສອງຝ່າຍມີຄວາມສົນໃຈ.

 

ສອງຝ່າຍ ໄດ້ຕີລາຄາສູງທີ່ເຫັນວ່າ ຕະຫຼອດ 1 ປີ ຜ່ານມາ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ-ຫວຽດນາມ ທີ່ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານ ໂດຍສະເພາະການພົວພັນດ້ານການເມືອງ, ການປ້ອງກັນຊາດ-ປ້ອງກັນຄວາສະຫງົບ, ການຮ່ວມມືດ້ານການຄ້າ-ການລົງທຶນ, ດ້ານພະລັງງານ ແລະ ບໍ່ແຮ່, ວັດທະນະທຳ-ສັງຄົມ, ການແລກປ່ຽນການຢ້ຽມຢາມຂອງການນຳຂັ້ນສູງສອງປະເທດ ກໍຄື ຂັ້ນວິຊາການ ທັງສູນກາງ ແລະ ທ້ອງຖິ່ນ ໄດ້ມີຂຶ້ນຢ່າງເປັນປົກກະຕິ, ການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ແລະ ການຕົກລົງສອງຝ່າຍ ໄດ້ຮັບການເອົາໃຈໃສ່ ຢ່າງເປັນຮູບປະທຳ ແລະ ນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດຢ່າງແທ້ຈິງ. ການລົງທຶນຂອງຫວຽດນາມຢູ່ລາວ ແມ່ນຢູ່ໃນອັນດັບທີ 3 ຂອງບັນດາປະເທດທີ່ມາລົງທຶນຢູ່ລາວ, ນັກລົງທຶນຂອງລາວເອງ ກໍມີຄວາມສົນໃຈທີ່ຈະເລີ່ມໄປລົງທຶນຢູ່ຫວຽດນາມ, ທິດທາງໃນຕໍ່ໜ້າແມ່ນ ສອງຝ່າຍຈະໄດ້ສຸມໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ ລະຫວ່າງສອງປະເທດ ໃຫ້ນັບມື້ນັບເພີ່ມຂຶ້ນທັງປະລິມານ ແລະ ຄຸນນະພາບ, ຊຶ່ງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ກໍມີບົດບາດທີ່ສຳຄັນປະກອບສ່ວນເຂົ້າໃນວຽກງານນີ້ເຊັ່ນກັນ.

 

ນອກນີ້, ສອງຝ່າຍ ຍັງໄດ້ຕີລາຄາສູງ ແລະ ທົບທວນຄືນຜົນການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ໃນຊຸມປີຜ່ານມາ, ໂດຍສະເພາະແມ່ນ ການເປັນເສນາທິການໃຫ້ແກ່ຂັ້ນເທິງ ໃນການພົວພັນສອງຝ່າຍ, ເປັນໃຈກາງສຳຄັນໃນການຊຸກຍູ້ການຈັດຕັ້ງປະຕິບັດ ບັນດາຂໍ້ຕົກລົງຂອງການນຳຂັ້ນສູງຕ່າງໆ ໃຫ້ປະກົດຜົນເປັນຈິງ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດ, ການຮ່ວມມືລະຫວ່າງກົມຕໍ່ກົມ ໄດ້ຮັບການເສີມຂະຫຍາຍຢ່າງໃກ້ຊິດ ສືບຕໍ່ຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ພະນັກງານທີ່ເປັນລຸ້ນສືບທອດຂັ້ນກົມ ແລະ ຂັ້ນວິຊາການຂອງສອງກະຊວງ ໃຫ້ມີໂອກາດພົບປະໄປມາຫາສູ່ກັນ, ແລກປ່ຽນທັດສະນະ ແລະ ຖອດຖອນບົດຮຽນນຳກັນເພື່ອສ້າງຄວາມຕໍ່ເນື່ອງ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມສະໜິດສະໜົມຮັກແພງ ແລະ ພ້ອມກັນຍົກສູງຄຸນນະພາບວຽກງານຂອງຕົນ ໃຫ້ສູງຂື້ນເລື້ອຍໆ. ສອງຝ່າຍ ຕີລາຄາສູງການຮ່ວມມືດ້ານວຽກງານຊາຍແດນທີ່ສອງຝ່າຍ ໄດ້ເອົາໃຈໃສ່ຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ຮອບດ້ານ ເພື່ອເຮັດໃຫ້ເຂດຊາຍແດນ ລາວ-ຫວຽດນາມ ເປັນຊາຍແດນແຫ່ງສັນຕິພາບ, ມີການພັດທະນາແບບຮອບດ້ານ ແລະ ຍືນຍົງ ກໍຄືການຮ່ວມກັນແກ້ໄຂບັນຫາຄົງຄ້າງຕ່າງໆ ແລະ ໃນວັນທີ 26 ທັນວາ 2019 ນີ້ ທັງສອງຝ່າຍ ກໍຈະໄດ້ມີກອງປະຊຸມສາມັນປະຈໍາປີ ຄັ້ງທີ 29 ຂອງຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ເພື່ອສະຫຼຸບການຈັດຕັ້ງປະຕິບັດວຽກງານຊາຍແດນໃນໜຶ່ງປີຜ່ານມາ ກໍຄືການຈັດຕັ້ງປະຕິບັດວຽກງານການເຄື່ອນຍ້າຍ ແລະ ແຕ່ງດອງບໍ່ຖືກຕ້ອງຕາມລະບຽບກົດໝາຍຢູ່ຕາມບໍລິເວນຊາຍແດນ. ນອກນີ້, ສອງຝ່າຍ ກໍຍັງໄດ້ຮ່ວມກັນຈັດກອງປະຊຸມສໍາມະນາ ໃນຫົວຂໍ້ ວຽກງານການທູດເສດຖະກິດຂອງ ຫວຽດນາມ-ລາວ ພາຍໃຕ້ສະພາບການໃໝ່ ແລະ ໄດ້ຮ່ວມກັນລົງນາມໃນແຜນປະຕິບັດງານຮ່ວມມືດ້ານການທູດເສດຖະກິດໄລຍະປີ 2020-2025,ຊຶ່ງຈະເປັນພື້ນຖານອັນດີ ໃຫ້ແກ່ການຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ໃນໄລຍະໃໝ່.

 

ໃນໄລຍະການຢ້ຽມຢາມຄັ້ງນີ້, ສະຫາຍ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂໍ່ນັບ ສະຫາຍ ຫງວຽນ ຊວັນ ຟຸກ, ນາຍົກລັດຖະມົນຕີ, ທີ່ ຫ້ອງວ່າການລັດຖະບານ; ແລະ ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ຫງວຽນ ທິ ກິມ ເງິນ, ປະທານສະພາແຫ່ງຊາດ, ທີ່ ສະພາແຫ່ງຊາດ, ຊຶ່ງການນຳຂັ້ນສູງຂອງຫວຽດນາມ ໄດ້ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍ ບົດບາດຂອງສອງກະຊວງການຕ່າງປະເທດ ທີ່ໄດ້ເອົາໃຈໃສ່ເຮັດວຽກຮ່ວມກັນຢ່າງໃກ້ຊິດ ປະກອບສ່ວນສຳຄັນໃຫ້ແກ່ການເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ຕະຫຼອດໄລຍະຜ່ານມາ ແລະ ໃນຊຸມປີຕໍ່ໜ້າ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480418
ມື້ນີ້76
ມື້ວານ172
ອາທິດນີ້816
ເດືອນນີ້6649