ກອງປະຊຸມສາມັນປະຈຳປີ ຄັ້ງທີ 29 ລະຫວ່າງ ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ໄດ້ຈັດຂຶ້ນ ໃນວັນທີ 26 ທັນວາ 2019, ທີ່ ນະຄອນຫຼວງຮ່າໂນ້ຍ, ສສ. ຫວຽດນາມ. ຄະນະຜູ້ແທນຊາຍແດນຝ່າຍລາວ ນຳໂດຍ ສະຫາຍ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ແລະ ຝ່າຍຫວຽດນາມ ນຳໂດຍ ສະຫາຍ ເລ ຮວ່າຍ ຈຸງ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຜູ້ແທນຊາຍແດນ ຫວຽດນາມ-ລາວ. ຊຶ່ງມີບັນດາຮອງເຈົ້າແຂວງຂອງຄູ່ແຂວງ ທີ່ມີຊາຍແດນຕິດຈອດກັນ ແລະ ຜູ້ຕາງໜ້າຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງສູນກາງ ແລະ ທ້ອງຖິ່ນຂອງສອງປະເທດ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ທົບທວນຄືນການຈັດຕັ້ງປະຕິບັດສັນຍາ, ອານຸສັນຍາວ່າດ້ວຍລະບຽບການຊາຍແດນ ແລະ ດ່ານຊາຍແດນປະເທດ ລາວ-ຫວຽດນາມ ທີ່ໄດ້ລົງນາມຮ່ວມກັນ ໃນປີ 2016 ແລະ ປະຕິບັດຕາມບົດບັນທຶກກອງປະຊຸມ ຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ຄັ້ງທີ 28 ໃນໜຶ່ງປີຜ່ານມາ, ສອງຝ່າຍ ໄດ້ສັງເກດຕີລາຄາຄືນດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ຕ່າງໆ ກ່ຽວກັບ ການຮ່ວມມືວຽກງານການຄຸ້ມຄອງຊາຍແດນ ໃນ 01 ປີ ຜ່ານມາ ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ, ສະຫຼຸບການຈັດຕັ້ງປະຕິບັດຂໍ້ຕົກລົງ ວ່າດ້ວຍ ການແກ້ໄຂບັນຫາຜູ້ຍົກຍ້າຍຕັ້ງພູມລຳເນົາຕາມລຳພັງໃຈ ແລະ ສ້າງຄອບຄົວບໍ່ຖືກລະບຽບຢູ່ຕາມບໍລິເວນຊາຍແດນ ລາວ-ຫວຽດນາມ, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການປະຕິບັດໜ້າທີ່ຂອງອົງການຊາຍແດນ ແລະ ເຈົ້າໜ້າທີ່ຊາຍແດນ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ ທີ່ປະກອບສ່ວນເຂົ້າໃນວຽກງານຄຸ້ມຄອງຄວາມເປັນລະບຽບຮ້ອຍຢູ່ຕາມບໍລິເວນຊາຍແດນ ລະຫວ່າງສອງປະເທດ ແລະ ເຫັນດີເພີ່ມທະວີການສຶກສາອົບຮົມເຜີຍແຜ່ໃຫ້ປະຊາຊົນເຂົ້າໃຈ ກ່ຽວກັບ ລະບຽບການຊາຍແດນ, ຊຶ່ງໄດ້ເປັນການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫ່ຍທີ່ເປັນມູນເຊື້ອ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ. ທັງນີ້, ເພື່ອສ້າງຊາຍແດນຂອງສອງປະເທດ ໃຫ້ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືພັດທະນາ ແບບຍືນຍົງຕະຫຼອດການ.
ພ້ອມກັນນັ້ນ, ສອງຝ່າຍ ຍັງໄດ້ເປັນເອກະພາບກັນ ວາງທິດທາງແຜນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ກ່ຽວກັບ ວຽກງານການຄຸ້ມຄອງຊາຍແດນ ລະຫວ່າງສອງປະເທດ, ໂດຍຈະສຸມໃສ່ວຽກງານໂຄສະນາເຜີຍແຜ່ລະບຽບການຄຸ້ມຄອງຊາຍແດນ, ການປົກປັກຮັກສາຊາຍແດນ ແລະ ຫຼັກໝາຍຊາຍແດນປະເທດ. ໃຫ້ປະຊາຊົນຢູ່ຕາມບໍລິເວນຊາຍແດນເຂົ້າໃຈແຈ້ງ ກ່ຽວກັບ ເຂດອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັບຄົບຖ້ວນຂອງຊາດ. ສອງຝ່າຍ ຈະເພີ່ມທະວີບັນດາມາດຕະການຊຸກຍູ້ໃຫ້ເສດຖະກິດ, ການຄ້າ, ວັດທະນະທຳ, ການທ່ອງທ່ຽວ ຢູ່ຕາມບໍລິເວນຊາຍແດນ ໃຫ້ມີການຂະຫຍາຍຕົວ,ຂຶ້ນແຜນຍຸດທະສາດການຄຸ້ມຄອງພັດທະນາດ່ານ ແຕ່ນີ້ຮອດປີ 2030 ແລະ ວິໃສທັດຮອດປີ 2050, ກະກຽມການເປີດດ່ານ ແລະ ຍົກລະດັບດ່ານ ດາກຕະອ໊ອກ (ແຂວງເຊກອງ)-ນາມຢາງ (ແຂວງກວາງນາມ) ຂຶ້ນເປັນດ່ານສາກົນ ໃນໄຕມາດມາດທີ I ປີ 2020 ແລະ ດ່ານທ້ອງຖິ່ນປ່າຫ່າງ (ແຂວງຫົວພັນ)-ລອງເຊີບ (ແຂວງແທງຮວາ) ຂື້ນເປັນດ່ານສາກົນ ໃນປີ 2020, ກະກຽມຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ການເຮັດທົດລອງຮູບແບບການກວດກາ “ປະຕູດຽວຄັ້ງດຽວ” ຢູ່ຄູ່ດ່ານສາກົນແດນສະຫວັນ (ແຂວງສະຫວັນນະເຂດ)-ລາວບາວ (ກວາງນາມ).
ສອງຝ່າຍ ໄດ້ເປັນເອກະພາບກັນນຳເອົາເນື້ອໃນຈິດໃຈ ບົດບັນທຶກກອງປະຊຸມ ຄັ້ງທີ 29 ຂອງຄະນະຜູ້ແທນຊາຍແດນ ລາວ-ຫວຽດນາມ ນຳໄປຈັດຕັ້ງຜັນຂະຫຍາຍ ໃຫ້ໄດ້ຮັບປະສິດທິພາບສູງ.
ກອງປະຊຸມໄດ້ຈັດຂຶ້ນໃນທ່າມກາງບັນຍາກາດ ແຫ່ງ ສາຍພົວພັນມິດຕະພາບອັນຍິ່ງໃຫ່ຍ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໄດ້ຮັບການເພີ່ມພູນຄູນສ້າງ ແລະ ຂະຫຍາຍຕົວເຂົ້າສູ່ລວງເລິກ ແລະ ລວງກວ້າງ ຢ່າງບໍ່ຢຸດຢັ້ງ.