ຊົມເຊີຍຜົນສໍາເລັດກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຢ່າງສຸດໃຈ ! ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າໝັ້ນຍືນ ! ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ X ຂອງພັກ ໃຫ້ປະກົດຜົນເປັນຈິງ ! ຫັນວິໄສທັດໃຫ້ເປັນຮູບປະທຳ ເພື່ອຄວາມເຂັ້ມແຂງຂອງປະຊາຄົມອາຊຽນ
a
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ການເຄື່ອນໄຫວການທູດຊ່ອງທາງທີ 2 ແລະ ການທູດປະຊາຊົນ ຂະຫຍາຍຕົວຢ່າງກວ້າງຂວາງ

 

ການເຄື່ອນໄຫວການທູດຊ່ອງທາງທີ 2 ແລະ ການທູດປະຊາຊົນ ຂະຫຍາຍຕົວຢ່າງກວ້າງຂວາງ

 

ເມື່ອເວົ້າເຖິງວຽກງານການທູດ ແມ່ນມີປະຫວັດການກຳເນີດ ແຕ່ສະໄໝບູຮານນະການ ແລະ ຂະຫຍາຍຕົວເປັນກ້າວໆມາເຖິງສະຕະວັດທີ XIX. ສຳລັບ ສປປ ລາວ, ການທູດ ແມ່ນຕິດພັນກັບການຂະຫຍາຍຕົວຂອງປະຫວັດສາດຂອງຊາດລາວ ໃນແຕ່ລະໄລຍະ, ເຖິງຈະບໍ່ທັນມີນະໂຍບາຍການຕ່າງປະເທດຂອງຕົນເປັນພື້ນຖານ, ແຕ່ການທູດໃນສະໄໝບູຮານ ແມ່ນເກີດມາຈາກຂະບວນການຕໍ່ສູ້ ເພື່ອຜົນປະໂຫຍດຂອງຊາດເປັນຫລັກ. ໃນສະຕະວັດທີ XX ໂດຍສະເພາະ ນັບແຕ່ສົງຄາມໂລກຄັ້ງທີ II ເປັນຕົ້ນມາ, ຕາໜ່າງການຄົມມະນາຄົມທາງອາກາດ ລະຫວ່າງບັນດາລັດຕ່າງໆໃນທົ່ວໂລກ ໄດ້ຕິດຕໍ່ເຊື່ອມໂຍງກັນຢ່າງສະດວກສະບາຍ ແລະ ວ່ອງໄວເຊິ່ງປະກອບສ່ວນເຮັດໃຫ້ການຕິດຕໍ່ພົວພັນທາງການທູດ ຍິ່ງໄດ້ຮັບການຂະຫຍາຍຕົວກວ້າງໄກອອກໄປ. ຕົກມາໃນສະຕະວັດທີ XXI ນີ້, ເຊິ່ງຖືວ່າເປັນໄລຍະທີ່ການພົວພັນການທູດກ້າວຂຶ້ນສູ່ລະດັບສູງ ແລະ ມີຫຼາຍສີສັນ ເຊິ່ງມີທັງການພົວພັນຮ່ວມມືກັນ ແລະ ແກ່ງແຍ່ງແຂ່ງຂັນກັນ ເພື່ອຜົນປະໂຫຍດຂອງຊາດໃຜລາວ. ການທູດໄດ້ຮັບການຂະຫຍາຍຕົວຈາກການທູດທີ່ເລັ່ງໃສການຮ່ວມມືທາງດ້ານການເມືອງເປັນຫລັກ ກໍໄດ້ມີການຂະຫຍາຍຕົວໄປສູ່ການທູດເສດຖະກິດ, ຄວາມໝັ້ນຄົງ, ວັດທະນະທຳ ແລະ ອື່ນໆອີກ. ເມື່ອການເຄື່ອນໄຫວການທູດຍິ່ງມີການຂະຫຍາຍຕົວກວ້າງຂວາງອອກໄປເທົ່າໃດ ມັນກໍມີຄວາມຮຽກຮ້ອງຕ້ອງ ການໃຫ້ມີການປະກອບສ່ວນຂອງຫລາຍພາກສ່ວນ, ໃນນັ້ນລວມທັງພາກລັດ ແລະ ເອກະຊົນ, ຈາກການທູດທາງການ ຫລື ທີ່ເອີ້ນວ່າ: ການທູດຊ່ອງທາງທີ 1 ກໍເກີດມີການທູດຫລາຍຊ່ອງທາງເກີດຂຶ້ນເຊັ່ນ: ການທູດຊ່ອງທາງທີ 2, ການທູດປະຊາຊົນ, ການທູດເສດຖະກິດ, ການທູດວັດທະນະທໍາ ແລະ ອື່ນໆ. ແຕ່ໃນບົດນີ້ພວກເຮົາຈະຍົກເອົາພຽງແຕ່ການເຄື່ອນໄຫວການທູດໃນຊ່ອງທາງທີ 2 ແລະ ການທູດປະຊາຊົນ ມາໃຫ້ທ່ານຜູ້ອ່ານໄດ້ຮູ້ຈັກ, ເຊິ່ງໃນນັ້ນ ຈະໄດ້ເວົ້າເຖິງປະຫວັດຄວາມເປັນມາ, ຄວາມໝາຍຄວາມສຳຄັນຂອງການທູດແຕ່ລະຊ່ອງທາງ ແລະ ຜົນສໍາເລັດໃນການເຄື່ອນ ໄຫວວຽກງານການທູດທັງສອງຊ່ອງທາງ.

  1. 1.ການເຄື່ອນໄຫວການທູດຊ່ອງທາງທີ 2

         ການທູດຊ່ອງທາງທີ 2 ແມ່ນຫຍັງ? ການທູດຊ່ອງທາງທີ 2ແມ່ນການເຄື່ອນໄຫວຂອງກຸ່ມຄົນ ຫລື ນິຕິບຸກ ຄົນ ທີ່ບໍ່ເປັນທາງການ ແລະ ບໍ່ແມ່ນລັດຖະບານ, ໂດຍທົ່ວໄປແລ້ວແມ່ນກຸ່ມຄັງປັນຍາຂອງບັນດານັກຊ່ຽວຊານທີ່ມີຄວາມຮູ້ຄວາມສາມາດ ແລະ ປະສົບການໃນຫລາຍຂົງເຂດ, ໃນນັ້ນລວມມີ: ນັກວິຊາການ, ນັກຄົ້ນຄ້ວາ, ສາດສະດາຈານ, ພະນັກງານອາວຸໂສ(ອະດີດນາຍົກ, ລັດຖະມົນຕີ, ເອກອັກຄະລັດຖະທູດ,...), ຜູ້ຊົງຄຸນວຸດທິ, ບັນດາສະຖາບັນຄົ້ນຄວ້າ ແລະ ອື່ນໆ. ນອກຈາກນີ້ ອາດປະກອບມີສື່ມວນຊົນ ແລະ ນັກການເມືອງ, ເຊິ່ງການເຄື່ອນໄຫວການທູດຊ່ອງທາງທີສອງແມ່ນເພື່ອສົນທະນາປຶກສາຫາລື, ແລກປ່ຽນຄຳຄິດຄຳເຫັນ ແລະ ວິເຄາະ, ວິໄຈບັນຫາໃນແງ່ວິຊາການ ບໍ່ວ່າຈະເປັນ​​ດ້ານການເມືອງ-ຄວາມໝັ້ນຄົງ, ​ເສດຖະກິດ-​ສັງຄົມ ​ແລະ ການ​ພັດທະນາ​ຢູ່​ໃນໂລກ, ເຊິ່ງການປະກອບ​​ຄໍາຄິດຄໍາເຫັນແມ່ນໃນນາມສ່ວນບຸກຄົນ ທີ່ມີລັກສະນະສ້າງສັນ, ກົງໄປກົງມາ ເພື່ອຊອກຫາທາງອອກ ຫລື ວິທີແກ້ໄຂທີ່ເປັນຜົນດີໃຫ້ແກ່ທຸກຝ່າຍທີ່ກ່ຽວຂ້ອງ.

         ໃນ​ຍຸກ​ໂລກາ​ພິວັດ, ການ​ເປີດ​ກ້ວາງ​ເສດຖະກິດ​ແບບ​ເສລີຢູ່ຫລາຍປະເທດ ໄດ້ມີການຂະຫຍາຍຕົວ, ການພົວ ພັນ ແລະ ຮ່ວມມືດ້ານເສດຖະກິດ ແລະ ຄວາມໝັ້ນຄົງ ໃນພາກພື້ນ ແລະ ສາກົນກໍໄດ້ເພີ່ມຂຶ້ນ ແລະ ກ້າວໄປເຖິງການເພິ່ງພາອາໄສກັນຫລາຍຂຶ້ນ; ອັນໄດ້ເຮັດໃຫ້ເກີດມີບັນດາສະຖາບັນ (ຄັງປັນຍາ) ໃນຮູບແບບການພົວພັນຂ້າມຊາດຊຶ່ງເປັນທີ່ຮູ້ຈັກກັນມາເປັນເວລາອັນຍາວນານຢູ່ ສ.ອາເມລິກາ ແລະ ເອີຣົບ. ສ່ວນຢູ່ອາຊີ, ສະຖາບັນ ຫລື ຄັງປັນຍາໃນຮູບແບບດັ່ງກ່າວແມ່ນໄດ້ເລີ່ມເປັນທີ່ຮູ້ຈັກ ຫລື ກຳເນີດເກີດຂຶ້ນໃນຊຸມປີ 1980, ເຊິ່ງໄດ້ປະກົດຕົວຂຶ້ນພ້ອມໆກັບການຂະ ຫຍາຍຕົວທາງດ້ານເສດຖະກິດທີ່ໄວວາ ໃນອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້. ບັນດາຄັງປັນຍາດັ່ງກ່າວໄດ້ແຜ່ຂະຫຍາຍໃນສອງຂົງເຂດຄື: ເສດຖະກິດ ແລະ ຄວາມໝັ້ນຄົງ,ເຊິ່ງເປັນສອງຂົງເຂດທີ່ມີການພົວພັນກັນຢ່າງສະໜິດແໜ້ນອັນໄດ້ເຮັດໃຫ້ການທູດຊ່ອງທາງທີສອງ (Track II Diplomacy)ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການໃນປີ 1988​ ຫລື ເອີ້ນອີກຊື່ໜຶ່ງວ່າ: ສະຖາບັນຄົ້ນຄວ້າຍຸດທະສາດ ແລະ ສາກົນຂອງອາຊຽນ ຫຼື ອາຊຽນ-​ໄອຊິສ (ASEAN-ISIS).ສະຖາບັນດັ່ງກ່າວແມ່ນໄດ້ຖືກຮັບຮູ້ ແລະ ຈົດທະບຽນນຳກອງເລຂາອາຊຽນ ທີ່ນະຄອນຫຼວງຈາກາກຕາ, ອິນໂດເນເຊຍ, ເຊິ່ງໃນເບື້ອງຕົ້ນປະກອບດ້ວຍ 5 ສະຖາບັນທີ່ເປັນສະມາຊິກຄື: ສູຄົ້ນຄວ້າຍຸດທະສາດແລະສາກົນຂອງອິນໂດເນເຊຍ (CSIS), ສະຖາບັນຄົ້ນຄວ້າຍຸດທະສາດແລະສາກົນຂອງມາເລເຊຍ (ISIS), ສະຖາບັນສິງກະໂປເພື່ອກິດຈະການສາກົນ​ (SIIA), ສະຖາບັນດ້ານຄວາມໝັ້ນຄົງແລະສາກົນຂອງໄທ (ISIS) ​ແລະສະຖາບັນຄົ້ນຄ້ວາຍຸດທະສາດແລະການພັດທະນາຂອງຟີລິບປີນ (ISDS). ເພື່ອເຮັດໃຫ້ສະຖາບັນອາຊຽນ-ໄອຊິສ ກາຍມາເປັນສະຖາບັນຄົ້ນຄວ້ານະ​​ໂຍບາຍໃຫ້ແກ່ອາຊຽນຢ່າງແທ້ຈິງ, ໃນຊຸມປີ 1990, ອາຊຽນ-​ໄອຊິດໄດ້ຂະຫຍາຍສະມາຊິກຂອງຕົນໄປພ້ອມໆກັບການຂະຫຍາຍສະມາຊິກອາຊຽນ, ​ໂດຍໄດ້ຮັບເອົາອີກ 5ສະຖາບັນເຂົ້າເປັນສະມາຊິກ ລວມທັງ ສປປ ລາວ ຄື: ສະຖາບັນພົວພັນສາກົນຂອງຫວຽດນາມ (IIR) ໃນປີ 1995,ສະຖາບັນກໍາປູເຈຍເພື່ອການຮ່ວມມືແລະສັນຕິພາບຂອງກໍາປູເຈຍ (CICP) ໃນປີ 1997, ສະຖາບັນການຕ່າງປະເທດຂອງ ສປປ ລາວ (IFA)ໃນປີ 1999, ສະຖາບັນບຣູໄນເພື່ອຄົ້ນຄວ້ານະໂຍບາຍແລະຍຸດທະສາດ (BDIPSS) ​ໃນປີ 2000, ແລະ ສະຖາບັນເພື່ອການຄົ້ນຄວ້າຍຸດທະສາດ ແລະ ສາກົນມຽນມາ (ISIS).

ສະຖາບັນການຕ່າງປະເທດໄດ້ເຂົ້າເປັນສະມາຊິກຂອງອາຊຽນ-ໄອຊິສໃນປີ 1999 ພາຍຫຼັງທີ່ສປປລາວໄດ້ເຂົ້າເປັນສະມາຊິກຂອງອາຊຽນພຽງແຕ່ 2 ປີແລະ ໄດ້ກາຍເປັນຈຸດເລີ້ມຕົ້ນຂອງການເຄື່ອນໄຫວວຽກງານການທູດຊ່ອງທາງທີສອງ. ຕະຫລອດໄລຍະ 20 ປີ ທີ່ຜ່ານມາ, ສະຖາບັນການຕ່າງປະເທດໄດ້ປະກອບສ່ວນຢ່າງຕັ້ງໜ້າໃນການເຂົ້າຮ່ວມກິດຈະກໍາຕ່າງໆຂອງເຄືອຂ່າຍກໍຄືການພົບປະແລກປ່ຽນຄໍາຄິດຄໍາເຫັນລະຫວ່າງບັນດາຫົວໜ້າສະຖາບັນອາ ຊຽນ-ໄອຊິສແລະເຄື່ອນໄຫວວຽກງານຕ່າງໆໃນແຕ່ລະປີທີ່ອາຊຽນ-ໄອຊິສຈັດຂຶ້ນເປັນຕົ້ນແມ່ນ: 1. ກອງປະຊຸມໂຕະ ມົນອາຊີ-ປາຊີຟິກ (APR) ແລະໃນປີ 2006,ໃນໂອກາດຄົບຮອບ 20 ປີຂອງການຈັດຕັ້ງກອງປະຊຸມດັ່ງກ່າວ, ສະຖາບັນການຕ່າງປະເທດໄດ້ຖືກຮອບວຽນເປັນປະທານກອງປະຊຸມດັ່ງກ່າວ; 2. ກອງປະຊຸມອາຊຽນ-ໄອຊິດວ່າດ້ວຍສິດທິມະນຸດ (AICOHR) ເຊິ່ງແມ່ນໄອຊິສຟິລິບປິນ ເປັນເຈົ້າພາບໃນແຕ່ລະປີ; 3. ກອງປະຊຸມສະມັດຊາປະຊາຊົນອາຊຽນ (APA). ນອກຈາກນັ້ນ, ສະຖາບັນການຕ່າງປະເທດຍັງໄດ້ມີການຮ່ວມມືກັບບັນດາສະຖາບັນອາຊຽນ-ໄອຊິສແລະສະຖາບັນພົວພັນສາກົນອື່ນໆໃນພາກພື້ນໃນການແລກປ່ຽນຂໍ້ມູນຂ່າວສານ, ຄວາມຮູ້ແລະການຄົ້ນຄວ້າບັນຫາຕ່າງໆເຊິ່ງໄດ້ຮັບຜົນສຳເລັດໃນຫລາຍດ້ານ ເປັນຕົ້ນແມ່ນຜົນສຳເລັດໃນການຈັດກອງປະຊຸມໃນຫົວຂໍ້ສຳຄັນຕ່າງໆ ທີ່ ນະຄອນຫລວງວຽງຈັນ ໃນປີ 2000, 2003, 2004; ແລະ ໃນລະຫວ່າງປີ 2006 ເຖິງ 2007, ສະຖາບັນການຕ່າງປະເທດ, ໃນນາມເປັນປະທານກອງປະຊຸມອາຊຽນ-ໄອຊິສ, ໄດ້ຈັດກອງປະຊຸມເຄືອຂ່າຍຂຶ້ນ ໃນເດືອນກຸມພາ 2007 ພາຍໃຕ້ຫົວຂໍ້: “ການຫຼຸດຜ່ອນຄວາມແຕກໂຕນກັນທາງດ້ານການພັດທະນາຢູ່ອາຊຽນ: ສິ່ງທ້າທາຍຕ່າງໆ ເພື່ອການນໍາໄປສູ່ການສ້າງປະຊາຄົມອາຊຽນໃຫ້ປະກົດຜົນເປັນຈິງ(Bridging Development Gaps in ASEAN: Key Challenges towards a Realization of ASEAN Community)”ແລະ ເດືອນມິຖຸນາ 2007, ກໍໄດ້ຕາງໜ້າໃຫ້ເຄືອຂ່າຍເຂົ້າຮ່ວມກອງປະຊຸມໜ່ວຍງານ ລະຫວ່າງ ກາງສະໄໝຂອງເວທີປຶກສາຫາລືພາກພື້ນອາຊຽນວ່າດ້ວຍມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈແລະການທູດປ້ອງກັນເຫດ(ASEAN Regional Forum Inter-Sessional Support Group on Confidence-Building Measures and Preventive Diplomacy)” ທີ່ເຮັນຊິງກິ,ປະເທດແຟັງລັງເຊິ່ງກອງປະຊຸມດັ່ງກ່າວເປັນກອງປະຊຸມໃນຂອບຊ່ອງທາງທີ່ໜຶ່ງ.ນອກຈາກນີ້ແລ້ວ, ສະຖາບັນການຕ່າງປະເທດ ຍັງເປັນຈຸດປະສານງານເຄືອຂ່າຍຄັງປັນຍາອາຊີຕາເວັນອອກ(Network of East Asian Think Tank: NEAT)ແລະຍັງໄດ້ປະສານງານຮ່ວມມືກັບໜ່ວຍງານທີ່ກ່ຽວຂ້ອງຂອງບັນດາສະຖາບັນອາຊຽນ+3 ໃນການສະເໜີຄັດເລືອກເອົາຜູ້ທີ່ຈະມາເຂົ້າຮ່ວມກອງປະຊຸມດັ່ງກ່າວ. ປີ 2017, ສະຖາບັນການຕ່າງປະເທດ ໄດ້ເຂົ້າເປັນສະມາຊິກຂອງສູນຄົ້ນຄວ້າແມ່ນໍ້າຂອງສາກົນ (Global Center for Mekong Studies-GCMS), ເຊິ່ງເປັນຄັງປັນຍາ ຫລື ກົນໄກໃຫ້ແກ່ຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ໃນເດືອນມິຖຸນາ 2018, ສູນ GCMS ກໍໄດ້ເປີດຢ່າງເປັນທາງການ ທີ່ສະຖາບັນການຕ່າງປະເທດ, ເຊິ່ງສູນ GCMS ຂອງລາວ ໄດ້ປະກອບສ່ວນເຄື່ອນໄຫວຢ່າງຫ້າວຫັນ ຮ່ວມກັບບັນດາປະເທດສະມາຊິກ ເປັນຕົ້ນແມ່ນການເຮັດບົດຄົ້ນຄວ້າຮ່ວມ, ເຂົ້າຮ່ວມ ແລະ ຈັດກອງປະຊຸມຕ່າງໆທີ່ກ່ຽວຂ້ອງ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດຄໍາເຫັນກັບບັນດາປະເທດສະມາຊິກຂອງສູນ ແລະ ລາຍງານ ພ້ອມທັງນໍາສະເໜີແນະໃຫ້ແກ່ລັດຖະບານໃນຂອບການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ໂດຍຜ່ານກອງເລຂາແຫ່ງຊາດ. ນອກຈາກນີ້, ເດືອນພຶດສະພາ 2018 ສະຖາບັນການຕ່າງປະເທດກໍໄດ້ຖືກຮັບເຂົ້າເປັນສະມາຊິກ ສະພາການຮ່ວມມືດ້ານຄວາມໝັ້ນຄົງອາຊີ-ປາຊີຟິກ (CSCAP) ພາຍຫຼັງທີ່ໄດ້ເຂົ້າເປັນຜູ້ສັງເກດການມາຫຼາຍປີ, ເຊິ່ງສະຖາບັນກໍໄດ້ເຄື່ອນໄຫວຢ່າງຫ້າວຫັນປະກອບສ່ວນໃຫ້ແກ່ການຮ່ວມມືດັ່ງກ່າວ. ຜ່ານການປະກອບສ່ວນເຄື່ອນໄຫວຢ່າງຫ້າວຫັນຕະຫຼອດໄລຍະຫຼາຍປີຜ່ານມາ ເຊິ່ງໄດ້ຮັບຜົນສໍາເລັດໃນຫຼາຍດ້ານ ອັນໄດ້ເຮັດໃຫ້ພາລະບົດບາດຂອງສະຖາບັນ ນັບມື້ນັບສູງເດັ່ນຂຶ້ນ ໃນຂອບການເຄື່ອນໄຫວການທູດຊ່ອງທາງທີ 2.

2. ການເຄື່ອນໄຫວການທູດປະຊາຊົນໃນ ສປປ ລາວ

ດັ່ງທີ່ໄດ້ກ່າວມາຂ້າງເທິງ, ຍ້ອນການພົວພັນການທູດໄດ້ເປີດກວ້າງ ແລະ ຂະຫຍາຍຕົວສູງ, ສະນັ້ນ ເພື່ອຊ່ວຍໃຫ້ການເຄື່ອນໄຫວການທູດ ຂອງລັດຖະບານ ບັນລຸໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍ ຈຶ່ງໄດ້ມີຄວາມຈຳເປັນຫັນເອົາການພົວພັນການທູດລົງສູ່ພາກປະຊາຊົນ ໂດຍເອີ້ນວ່າ ການທູດປະຊາຊົນ”. ການທູດປະຊາຊົນ ປະກອບມີ 2 ຄໍາສັບຕິດກັນຄື: ການທູດແລະ ປະຊາຊົນ”. ການທູດ ແມ່ນການເຄື່ອນໄຫວພົບປະເຈລະຈາ ລະຫວ່າງລັດກັບລັດ ແລະ ລະຫວ່າງ ລັດໜຶ່ງກັບອົງການຈັດຕັ້ງສາກົນ ໃນຮູບແບບສອງຝ່າຍ ຫຼື ຫລາຍຝ່າຍ. ສ່ວນຄໍາວ່າ ປະຊາຊົນ ແມ່ນພົນລະເມືອງທີ່ນອນຢູ່ໃນການຈັດຕັ້ງທາງສັງຄົມ (Civil Society) ເຊັ່ນ: ສະມາຄົມ, ສະຫະພັນ, ມູນນິທິ, ຊຸມຊົນ ດັ່ງນີ້ເປັນຕົ້ນ ທີ່ບໍ່ແມ່ນອົງການຈັດຕັ້ງຂອງລັດຖະບານ. ຖ້າເອົາການທູດ ແລະ ປະຊາຊົນ ປະສົມເຂົ້າກັນ ກໍກາຍເປັນ ການທູດປະຊາຊົນ ຈຶ່ງມີຄວາມໝາຍວ່າ: ວິທີເຄື່ອນໄຫວຍາດແຍ່ງທາງການເມືອງ ໂດຍນໍາໃຊ້ບັນດາອົງການຈັດຕັ້ງພາກປະຊາຊົນ ຫຼື ກຸ່ມຄົນທີ່ບໍ່ສັງກັດລັດຖະບານ. ສປປ ລາວ ໄດ້ໃຫ້ຄວາມໝາຍຂອງການທູດປະຊາຊົນ ຢູ່ໃນກົດໝາຍ ວ່າດ້ວຍແນວລາວສ້າງຊາດວ່າ ເປັນການສ້າງສາຍພົວພັນທີ່ດີຂອງປະຊາຊົນລະຫວ່າງປະເທດ.

ການທູດປະຊາຊົນ ຢູ່ ສປປ ລາວ ກໍແມ່ນວຽກງານທີ່ສຳຄັນໜຶ່ງທີ່ບໍ່ສາມາດຕັດແຍກອອກຈາກການເຄື່ອນ ໄຫວການທູດຂອງພັກ ແລະ ລັດຖະບານໄດ້ ເພາະມັນແມ່ນການປຸກລະດົມບັນດາຊັ້ນຄົນພາຍໃນປະເທດ ໃຫ້ປະຕິບັດຕາມແນວທາງນະໂຍບາຍການຕ່າງປະເທດ ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມືຂອງ ສປປ ລາວ ເຮົາກັບປະຊາຊົນປະເທດຕ່າງໆ. ພ້ອມດຽວກັນ, ກໍເປັນການຂົນຂວາຍເອົາຄວາມເປັນໃຈຈາກປະຊາຊົນທັງພາຍໃນຊາດ ແລະ ປະຊາຊົນປະເທດເພື່ອນມິດຕ່າງໆ ເພື່ອມາສະໜັບສະໜູນເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ຂອງພັກ ແລະ ລັດຖະບານ ໃຫ້ບັນລຸເປົ້າໝາຍທີ່ວາງໄວ້ ລວມທັງການຕໍ່ສູ້ຍາດເອົາເອກະລາດ, ການປະຕິວັດຊາດປະຊາທິປະໄຕໃນເມື່ອກ່ອນ ກໍຄືການປະຕິບັດສອງໜ້າທີ່ຍຸດທະສາດຂອງປະເທດຊາດ ຄື: ການປົກປັກຮັກສາ ແລະ ການສ້າງສາພັດທະນາປະເທດຊາດ ໃນປັດຈຸບັນ ແລະ ອານາຄົດ. ໃນປະຫວັດສາດ, ການພົວພັນການທູດ ລະຫວ່າງປະຊາຊົນລາວກັບປະຊາຊົນຂອງປະເທດເພື່ອນມິດຍຸດທະສາດ, ປະຊາຊົນຂອງປະເທດບ້ານໃກ້ເຮືອນຄຽງ ແລະ ປະຊາຊົນຂອງປະເທດເພື່ອນມິດຕ່າງໆໃນທົ່ວໂລກ ແມ່ນໄດ້ຮັບການຂະຫຍາຍຕົວແຮງນັບແຕ່ມີແນວທາງການປ່ຽນແປງໃໝ່ຂອງພັກ ແລະ ລັດຖະບານ ໃນປີ 1986.

ໂດຍເຫັນໄດ້ຄວາມສຳຄັນ ແລະ ເພື່ອຊຸກຍູ້, ສົ່ງເສີມການເຄື່ອນໄຫວການທູດປະຊາຊົນຂອງ ສປປ ລາວ ກໍຄື ຂອງບັນດາອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງທາງສັງຄົມ ແລະ ອື່ນໆໃນການປະກອບສ່ວນເປັນຄູ່ຮ່ວມພັດທະ ນາຂອງລັດຖະບານ, ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໄດ້ອອກນິຕິກຳທີ່ກ່ຽວຂ້ອງຕ່າງໆ ເພື່ອເປັນບ່ອນອີງໃນການສ້າງຕັ້ງອົງການ, ການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ເຄື່ອນໄຫວຖືກຕ້ອງຕາມກົດໝາຍຂອງ ສປປ ລາວ. ໃນໄລ ຍະຜ່ານມາ, ການເຄື່ອນໄຫວການທູດປະຊາຊົນຂອງບັນດາອົງການຈັດຕັ້ງພາກປະຊາຊົນ ເປັນຕົ້ນຄະນະສັນຕິພາບ ແລະ ສາມັກຄີຂອງລາວ, ສະມາຄົມມິດຕະພາບລາວກັບຕ່າງປະເທດ, ສະຫະພັນແມ່ຍິງລາວ, ຊາວໜຸ່ມປະຊາຊົນປະຕິວັດລາວ, ສະຫະພັນກໍາມະບານລາວ, ແນວລາວສ້າງຊາດ, ອົງການພຸດທະສາສະໜາສໍາພັນລາວ, ສະມາຄົມ, ມູນນິທິ ແລະ ອື່ນໆ ຢູ່ໃນເວທີພາກພື້ນ ແລະ ສາກົນ ເຊັ່ນ: ກອງປະຊຸມເວທີພາກປະຊາຊົນອາຊຽນ (ASEAN People’s Forum - APF), ກອງປະຊຸມເວທີພາກປະຊາຊົນອາຊີ-ເອີລົບ (Asia-Europe People’s Forum - AEPF) ແລະ ກອງປະຊຸມສາກົນອື່ນໆ ໄດ້ມີຄະນະຜູ້ແທນຂອງ ສປປ ລາວ ເຂົ້າຮ່ວມ ແລະ ເຄື່ອນໄຫວຢ່າງຫ້າວຫັນໃນການໂຄສະນາເຜີຍແຜ່ ລວມທັງຊີ້ແຈງ ແລະ ອະທິບາຍ ຕໍ່ກັບບັນດາແນວທາງນະໂຍບາຍຂອງພັກ ແລະ ລັດຖະບານໃນການພັດທະນາເສດຖະກິດ-ສັງຄົມໃນແຕ່ລະໄລຍະ ໃຫ້ສາກົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ເພື່ອແນໃສ່ດຶງດູດເອົາການສະໜັບສະໜູນ, ຊ່ວຍເຫລືອ, ການລົງທຶນ ແລະ ຜົນປະໂຫຍດຕ່າງໆມາໃຫ້ປະເທດຊາດ ແລະ ປະຊາຊົນລາວ. ສ່ວນຢູ່ພາຍໃນປະເທດ, ບັນດາອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງຊຸມຊົນ, ສະຫະກອນ ແລະ ອື່ນໆ ກໍເຊັ່ນດຽວກັນແມ່ນໄດ້ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ເວົ້າລວມ, ເວົ້າສະເພາະ ກໍແມ່ນໄດ້ນຳເອົາແນວທາງ, ນະໂຍບາຍ, ແຜນພັດທະນາ ໄປຈັດຕັ້ງຜັນຂະຫຍາຍໃນຮູບແບບຕ່າງໆ ເຊັ່ນ: ຂົນຂວາຍລະດົມທຶນ ແລະ ເຕັກນິກວິຊາການຈາກພາກສ່ວນຕ່າງໆທັງພາຍໃນ ແລະ ຕ່າງປະເທດ ເພື່ອມາຊ່ວຍເຫລືອດ້ານການສຶກສາ, ກິລາ,ສາທາລະນະສຸກ, ມະນຸດສະທຳ, ການພັດທະນາຊົນນະບົດ, ກະສິກຳ ແລະ ປ່າໄມ້, ການປົກປັກຮັກສາສະພາບເວດລ້ອມ ແລະ ຂົງເຂດອື່ນໆ. ພ້ອມດຽວກັນ, ກໍໄດ້ສ້າງວຽກເຮັດງານທຳໃຫ້ປະຊາຊົນໃນທ້ອງຖິ່ນ ໄດ້ມີລາຍໄດ້, ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ຄວາມທຸກຍາກໄດ້ຮັບການແກ້ໄຂເປັນກ້າວໆ. ນອກຈາກນັ້ນ, ຍັງມີອົງການຈັດຕັ້ງມະຫາຊົນຈຳນວນບໍ່ໜ້ອຍ ທີ່ໄດ້ມີການເຄື່ອນໄຫວຢ່າງຫ້າວຫັນ ແລະ ຮ່ວມມືກັບບັນດາອົງການຈັດຕັ້ງສາກົນຕ່າງໆ ເພື່ອແນໃສ່ຊຸກຍູ້ ແລະ ສົ່ງເສີມການພົວພັນລະຫວ່າງປະຊາຊົນ ແລະ ປະຊາຊົນໃຫ້ນັບມື້ນັບດີຂຶ້ນ ເຊັ່ນ: ການຮ່ວມມືໃນຂອບອົງການສັນຕິພາບໂລກ.

ໃນການເຄື່ອນໄຫວວຽກງານການທູດປະຊາຊົນ ຍັງມີຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດ ໄດ້ຫັນມາຮ່ວມສ້າງສາພັດທະນາປະເທດຊາດ ແລະ ກັບຄືນສູ່ຜືນແຜ່ນດິນເກີດ ດ້ວຍຫຼາຍຮູບແບບ ເຊິ່ງລັດຖະບານກໍໄດ້ມີການໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກ່ຽວກັບການສ້າງສາພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ ແລະ ມີນະໂຍບາຍຕໍ່ຄົນເຊື້ອຊາດລາວທີ່ອາໄສຢູ່ຕ່າງປະເທດ ເປັນຕົ້ນ ນະໂຍບາຍວ່າດ້ວຍການຍົກເວັ້ນຄ່າທຳນຽມວີຊາ, ນະໂຍບາຍວ່າດ້ວຍການຂໍຢູ່ລາວຢ່າງຖາວອນ ແລະ ນະໂຍບາຍວ່າດ້ວຍການແຕ່ງດອງ. ນອກຈາກນີ້, ຍັງໄດ້ສ້າງກິດຈະກໍາຕ່າງໆ ເພື່ອດຶງດູດໃຫ້ຄົນເຊື້ອຊາດລາວໄດ້ເຂົ້າມາຢ້ຽມຢາມ ສປປ ລາວ ເຊັ່ນ: ຮ່ວມງານວັນສຳຄັນຕ່າງໆຂອງຊາດ, ບຸນປະເພນີຕ່າງໆ,ບຸນກັນຖິນສາມັກຄີ ເປັນຕົ້ນ ແລະ ອອກສື່ຕ່າງໆຜ່ານທາງໂທລະພາບ ແລະ ວິທະ ຍຸ ໃຫ້ປະຊາຊົນລາວທີ່ຕ່າງປະເທດໄດ້ຮັບຊົມເຊັ່ນ: ລາຍການເພງບ້ານເກີດທີ່ອອກອາກາດທາງໂທລະພາບລາວສະຕາຣ ໃນເວລາ 7:30-8:00 ໂມງ ຂອງທຸກໆເຊົ້າວັນເສົາ, ລາຍການບ້ານແມ່ເຮົາ ອອກອາກາດທາງໂທລະພາບແຫ່ງຊາດລາວ ຊ່ອງ 3 ໃນທຸກໆຕອນເຊົ້າວັນອາທິດ ເວລາ 8:35-8:50 ໂມງ ແລະ ລາຍການຮັກແຜ່ນດິນແມ່ ອອກອາກາດທາງວິທະຍຸກະຈາຍສຽງແຫ່ງຊາດ ໃນທຸກວັນເສົາ ເວລາ 19:30-20:00 ໂມງ.

ຜ່ານການເຄື່ອນໄຫວການທູດປະຊາຊົນ, ການທູດຊ່ອງທາງທີ 2 ໄປຄຽງຄູ່ກັນກັບຂະແໜງການຕ່າງປະເທດ ຂອງກະຊວງການຕ່າງປະເທດ, ການທູດເສດຖະກິດ ແລະ ການທູດຂະແໜງການອື່ນໆ ໄດ້ເຮັດໃຫ້ປະເທດລາວເຮົາ ສືບຕໍ່ໄດ້ຮັບການຍົກລະດັບ ແລະ ມີໝາກຜົນສຳເລັດອັນໃໝ່ໃນເວທີພາກພື້ນ ແລະ ສາກົນ ຢ່າງສະເໝີຕົ້ນສະເໝີ ປາຍ; ປະເທດຊາດສືບຕໍ່ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ມີບາດກ້າວ ແລະ ເຂັ້ມແຂງ, ສັງຄົມມີຄວາມສະຫງົບ ແລະ ຍຸຕິທໍາ, ການເມືອງມີຄວາມເຂັ້ມແຂງ, ເສດຖະກິດໄດ້ຮັບການພັດທະນາຂຶ້ນເປັນກ້າວໆ ແລະ ທີ່ຕັ້ງບົດບາດຂອງປະເທດຊາດ ກໍນັບມື້ນັບໄດ້ຮັບການຍົກສູງຂຶ້ນເລື້ອຍໆໃນເວທີພາກພື້ນ ແລະ ສາກົນ.

ບົດຂ່າວອື່ນໆ

a
ແຈ້ງການ

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ລາວ - ຮົງກາລີ.

* ຖະແຫຼງການຂອງກະຊວງການຕ່າງປະເທດ ກ່ຽວກັບ ສະພາບການປະທ້ວງຢູ່ເຂດປົກຄອງພິເສດຮົງກົງ

* ປະກາດ ຄັດເລືອກບຸກຄົນ ຫລື ອົງການຈັດຕັ້ງ ເພື່ອແຂ່ງຂັນຊິງລາງວັນອາຊຽນປະຈຳປີ 2019

* ແຈ້ງການຂອງກະຊວງການຕ່າງປະເທດ ກ່ຽວກັບ ການຂະຫຍາຍເວລາພັກເຊົາຂອງພົນລະເມືອງລາວ ແລະ ບຣູໄນ ທີ່ຖືໜັງສືຜ່ານແດນການທູດ, ລັດຖະການ ແລະ ທໍາມະດາ.

* ແຈ້ງການຂອງກະຊວງການຕ່າງປະເທດ ກ່ຽວກັບ ການຍົກເວັ້ນວີຊາຝ່າຍດຽວໃຫ້ແກ່ພົນລະເມືອງ ທີ່ຖືໜັງສືຜ່ານແດນທຳມະດາຂອງປະເທດ ດານມາກ, ນອກແວ, ແຟງລັງ ແລະ ຊູແອດ.

* ແຈ້ງການຂອງກະຊວງການຕ່າງປະເທດ ກ່ຽວກັບ ການມີຜົນບັງຄັບໃຊ້ ແລະ ຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນການທູດ ລະຫວ່າງ ລາວ ແລະ ອາແຊກບາຍຊານ.

* ແຈ້ງການຂອງກະຊວງການຕ່າງປະເທດ ກ່ຽວກັບ ການມີຜົນບັງຄັບໃຊ້ ແລະ ຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືໜັງສືຜ່ານແດນທຳມະດາ ລະຫວ່າງ ສປປ ລາວ ແລະ ສະຫະພັນ ຣັດເຊຍ.

Lao Government
a
ສາລະຄະດີ 70ປີ ວັນການທູດລາວ

a
ຈຳນວນຜູ້ເຂົ້າຊົມ
191703
ມື້ນີ້74
ມື້ວານ105
ອາທິດນີ້47
ເດືອນນີ້883
a
ຈຳນວນຜູ້ເຂົ້າຊົມຕັ້ງແຕ່ 16 ມີນາ 2015

ຜູ້ເຂົ້າຊົມ: 225710