ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ສະຫະພັນແມ່ຍິງກະຊວງການຕ່າງປະເທດ ມອບເຄື່ອງຊ່ວຍເຫລືອ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ

20200121 Woman1

 

ໃນວັນທີ 21 ມັງກອນ 2020, ຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ ນຳໂດຍ ທ່ານ ນາງ ອາລູນີ ກົມມະສິດ, ພັນລະຍາລັດຖະມົນຕີ, ປະທານກິດຕິມະສັກສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ນຳເອົາວັດຖຸ ແລະ ປັດໃຈ ເຊິ່ງໃນນັ້ນລວມມີ ເຄື່ອງບໍລິໂພກ ຈໍານວນໜຶ່ງ ແລະ ເງິນສົດ ລວມເປັນມູນຄ່າທັງໝົດ 6.150.000 ກີບ ມອບໃຫ້ແກ່ສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ເພື່ອປະກອບສ່ວນຊຸກຍູ້ ແລະ ເປັນກຳລັງໃຈ ນຳໄປມອບໃຫ້ອ້າຍນ້ອງ, ນາຍ ແລະ ພົນທະຫານ ກະຊວງປ້ອງກັນປະເທດ ທີ່ປະຕິບັດໜ້າທີ່ຢູ່ແນວໜ້າ ເຂດຊົນນະບົດ, ທຸລະກັນດານ ແລະ ຫ່າງໄກສອກຫລີກ ໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 71 ປີ.

ໃນພິທີມອບ-ຮັບ, ທ່ານ ນາງ ວັນເພັງ ໄຊຊົມພູ, ຕາງໜ້າຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ກ່າວມອບປັດໃຈດັ່ງກ່າວ ໂດຍການກ່າວຮັບຂອງ ທ່ານ ພັອ ນາງ ໄພວອນ ອິນທະບຸດ, ຫົວໜ້າຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ແລະ ເປັນກຽດມອບ-ຮັບ ໂດຍ ທ່ານ ນາງ ອາລູນີ ກົມມະສິດ ແລະ ທ່ານ ພັທ ນາງ ໄພວັນ ເລືອງບຸນມີ, ພັນລະຍາຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຊິ່ງມີຄະນະສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ ເຂົ້າຮ່ວມເປັນສັກຂີພະຍານ.

ໃນໂອກາດນີ້, ຄະນະສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ສະແດງຄວາມຊົມເຊີຍເອື້ອຍນ້ອງແມ່ຍິງກະຊວງປ້ອງກັນປະເທດ ທີ່ໄດ້ເປັນກຳລັງແຮງ, ອົດທົນຜ່ານຜ່າ ແລະ ຍູ້ໜູນອ້າຍນ້ອງຊາຍ ຕະຫລອດໄລຍະທີ່ຜ່ານມາ. ສະແດງຄວາມຮູ້ບຸນຄຸນ ແລະ ຝາກຄວາມຊົມເຊີຍ ໄປຍັງຄະນະນຳກະຊວງປ້ອງກັນປະເທດ, ນາຍ ແລະ ພົນທະຫານ, ນັກຮົບ ແລະ ສະມາຊິກຄອບຄົວທຸກຖ້ວນໜ້າ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ນັບມື້ມີຄວາມຈະເລີນຮຸ່ງເຮື່ອງຍິ່ງໆຂຶ້ນ.

ໃນໂອກາດດຽວກັນ, ຄະນະສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ແລະ ໄດ້ກ່າວເນັ້ນເຖິງຄວາມໝາຍຄວາມສໍາຄັນຂອງວັນສ້າງຕັ້ງກອງທັບປະຊາຊົນລາວ ລວມເຖິງການປະກອບສ່ວນເຂົ້າໃນວຽກງານປ້ອງກັນປະເທດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ຂອງອ້າຍນ້ອງ, ນາຍ ແລະ ພົນທະຫານ ເວົ້າລວມ, ເວົ້າສະເພາະ ເອື້ອຍນ້ອງຍິງ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484382
ມື້ນີ້86
ມື້ວານ273
ອາທິດນີ້820
ເດືອນນີ້3687