ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ພິທີສະເຫຼີມສະຫຼອງຄົບຮອບ 45 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ສປປ ລາວ ແລະ ສ.ກູບາ

20200121-lao-cuba1

20200121-lao-cuba2

ໃນຕອນຄໍ່າຂອງວັນທີ 21 ມັງກອນ 2020 ທີ່ຜ່ານມາ, ໄດ້ມີພິທີສະເຫຼີມສະຫຼອງຄົບຮອບ 45 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ກູບາ ຂຶ້ນຢ່າງເປັນທາງການ ທີ່ ນະຄອນຫຼວງວຽງຈັນ.

ເຂົ້າຮ່ວມເປັນກຽດໃນພິທີດັ່ງກ່າວມີ ທ່ານ ພັນຄໍາ ວິພາວັນ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໃນຖານະແຂກກິດຕິມະສັກ ແລະ ທ່ານ ສະເຫຼີມໄຊ ກົມມະສິດ, ກໍາມະການສູນກາງພັກ, ລັດຖະມົນຕີກະຊວງການຕ່າງປະເທດ ໃນນາມຕາງໜ້າໃຫ້ແກ່ລັດຖະບານລາວ; ຕາງໜ້າໃຫ້ລັດຖະບານກູບາ ແມ່ນ ທ່ານ Pablo Antonio RodriguezVidal, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສ.ກູບາ ປະຈໍາ ສປປ ລາວ. ນອກຈາກນັ້ນ, ກໍ່ຍັງມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າໜ້າທີ່ຂັ້ນສູງຂອງລາວ, ບັນດາທູຕະນຸທູດປະຈໍາລາວຈໍານວນໜຶ່ງ ແລະ ແຂກຖືກເຊີນຈາກພາກສ່ວນຕ່າງໆ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີທີ່ມີຄວາມໝາຍຄວາມສໍາຄັນນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງ ປະເທດ ໄດ້ຂຶ້ນກ່າວຄໍາເຫັນ ເຊິ່ງມີບາງຕອນຊີ້ໃຫ້ເຫັນວ່າ: ຕະຫຼອດໄລຍະ 45 ປີ ທີ່ຜ່ານມາ, ບໍ່ວ່າໃນໄລຍະຕໍ່ສູ້ປົດປ່ອຍຊາດ ກໍ່ຄື ໄລຍະແຫ່ງການສ້າງສາພັດທະນາປະເທດຊາດ ສອງພັກ, ສອງລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ກູບາ ໄດ້ພ້ອມກັນເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານອ້າຍນ້ອງ ໃຫ້ນັບມື້ນັບກວ້າງຂວາງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ. ຄຽງຄູ່ກັນນັ້ນ, ກໍ່ໄດ້ຕີລາຄາສູງສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານອ້າຍນ້ອງ ອັນເປັນມູນເຊື້ອອັນຍາວນານ ລະຫວ່າງ ສອງປະເທດ ແລະ ໄດ້ສະແດງຄວາມຮູ້ບຸນຄຸນເປັນຢ່າງສູງ ຕໍ່ ພັກ, ລັດຖະບານ ແລະ ປະຊາຊົນກູບາ ອ້າຍນ້ອງ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ການຊ່ວຍເຫຼືອອັນລໍ້າຄ່າ ແກ່ພາລະກິດປະຕິວັດຊາດປະຊາທິປະໄຕໃນເມື່ອກ່ອນ ກໍ່ຄື ການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງ ສປປ ລາວ ໃນປະຈຸບັນ.

ໃນໂອກາດດຽວກັນນີ້, ທ່ານ Pablo Antonio Rodriguez Vidal, ເອກອັກຄະລັດຖະທູດ ແຫ່ງ ສ.ກູບາ ປະຈໍາ ສປປ ລາວ ກໍ່ໄດ້ກ່າວຄໍາເຫັນ ໂດຍຕີລາຄາສູງຕໍ່ມູນເຊື້ອແຫ່ງສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານອ້າຍນ້ອງ ລະຫວ່າງ ສອງປະເທດໃນໄລຍະຜ່ານມາ ແລະ ຢືນຢັນທີ່ຈະສືບຕໍ່ຮ່ວມມືກັບຝ່າຍລາວ ເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືດັ່ງກ່າວ ໃຫ້ເຂັ້ມແຂງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ, ພ້ອມທັງ ຈະສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອເທົ່າທີ່ເປັນໄປໄດ້ແກ່ ສປປ ລາວ ໃນຂົງເຂດຕ່າງໆໃນອະນາຄົດ.

   ພິທີສະເຫຼີມສະຫຼອງຄົບຮອບ 45 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ກູບາ ໄດ້ດໍາເນີນໄປພາຍໃຕ້ບັນຍາກາດອັນອົບອຸ່ນຖານມິດສະຫາຍອ້າຍນ້ອງອັນສະໜິດສະໜົມ ແລະ ສ້າງສັນແຕ່ຕົ້ນຕະຫຼອດປາຍ.

ບົດຂ່າວອື່ນໆ

ແຈ້ງການ

* ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກຳປູເຈຍ ຈະເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ (21 ມີນາ 2024)

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
480260
ມື້ນີ້90
ມື້ວານ157
ອາທິດນີ້658
ເດືອນນີ້6491