ພັກປະຊາຊົນ ປະຕິວັດລາວ ທີ່ມີກຽດສະຫງ່າ ໝັ້ນຍືນ! ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 65 ປີ ຢ່າງສຸດໃຈ! ຂໍ່ານັບຮັບຕ້ອນວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ; ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ; ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ; ກອງປະຊຸມໃຫຍ່ອົງຄະນະພັກ ຄັ້ງທີ IV ຂອງກະຊວງການຕ່າງປະເທດ ແລະ ວັນການທູດລາວ ຄົບຮອບ 77 ປີ.
ເຊື່ອມຕໍ່ເວັບໄຊພາຍໃນລາວ
Lao Government
Law Project
UN
Lao PDR Trade Portal

ທູດຕວັກກີ ປະຈຳ ລາວ ເຂົ້າຢ້ຽມອຳລາ ລັດຖະ​ມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດ

 

202025FMTurkyA

 

202025FMTurkyB

 

ໃນຕອນ​ເຊົ້າຂອງ​ວັນ​ທີ 05 ກຸມ​ພາ 2020, ທີ່ ກະ​ຊວງ​ການ​ຕ່າງ​ປະ​ເທດ, ທ່ານ​ ສະ​ເຫຼີມ​ໄຊ ກົມ​ມະ​ສິດ, ​ລັດຖະ​ມົນຕີ​ກະຊວງ​ການ​ຕ່າງ​ປະ​ເທດ, ໄດ້​ໃຫ້​ກຽດ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​​ອຳ​ລາຂອງ ທ່ານ ອາ​ເມັດ ໄອ​ເດມ ອາ​ຄາຍ (Ahmet Idem Akay), ເອກ​ອັກ​ຄະ​ລັດ​ຖະ​ທູດ​ ວິ​ສາ​ມັນຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສາ​ທາ​ລະ​ນະ​ລັດ ຕວັກ​ກີ ປະ​ຈຳ ສປປ ລາວ, ໃນໂອ​ກາດ​ທີ່​​ສຳ​ເລັດ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ທູດ​ ຢູ່ ສ​ປ​ປ ລາວ.

 

ໃນ​ໂອ​ກາດ​ດັ່ງ​ກ່າວ, ທ່ານ​ລັດ​ຖະ​ມົນ​ຕີ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ, ຊົມ​ເຊີຍ ແລະ ຕີ​ລາ​ຄາ​ສູງ ຕໍ່ການ​ພົວພັນ​ຮ່ວມ​ມື ລະ​ຫວ່າງລາວ-ຕວັກ​ກີ ໃນ​ໄລ​ຍະ​ທີ່​ຜ່ານ​ມາເຖິງປະ​ຈຸ​ບັນ. ພ້ອມ​ກັນ​ນັ້ນ, ກໍ່​ສະ​ແດ​ງ​ຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ ຕໍ່​ການ​ເອົາ​ໃຈ​ໃສ່​ປະກອບ​ສ່ວນ​ຢ່າງ​ຫ້າວ​ຫັນຂອງ​ທ່ານ​ທູດ ໃນ​ການ​ເພີ່ມ​ທະ​ວີ​ສາຍ​ພົວ​ພັນ​ມິດ​ຕ​ະ​ພາບ ແລະ ການ​ຮ່ວມ​ມື​ ລະຫວ່າງ ລາວ-ຕວັກ​ກີ ແໜ້ນ​ແຟ້ນ ແລະ ແຕກດອກ​ອອກ​ຜົນ​ຍິ່ງ​ຂຶ້ນ ​​ຕະຫຼອດ​ໄລ​ຍະ​ເວ​ລາ 2 ປີ ທີ່ທ່ານ ອາ​ເມັດ ໄອ​ເດມ ອາ​ຄາຍ ມາດຳ​ລົງ​ຕຳ​ແໜ່ງ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ແຫ່ງ ສາ​ທາ​ລະ​ນະ​ລັດ ຕວັກ​ກີ ປະ​ຈຳ​ ​ສປປ ລາວ ເປັນ​ຕົ້ນ​ແມ່ນ ​ໄດ້ປະ​ກອບ​ສ່ວນ​ຊຸກ​ຍູ້​​ໃຫ້​ມີ​ການ​ຢ້ຽມ​ຢາມ ສ​ປ​ປ ລາວ ແລະ ເປີດ​ສະ​ຖານ​ທູດ​ຕວັກ​ກີ ປະ​ຈຳ ລາວ ຢ່າງ​ເປັນ​ທາງ​ການ ຂອງ ທ່ານ Mevlüt Çavuşoğlu, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະເທດຕວັກ​ກີ, ໃນທ້າຍ​ປີ 2018, ມອບ​ລົດ​ຕູ້ (FORD TRANSIT) 1 ຄັນ ໃຫ້​ສະ​ພາ​ແຫ່ງ​ຊາດ, ມອບ​ເງິນ​ຊ່ວຍ​ເຫຼືອ​ບັນ​ເທົາ​ທຸກຈາກ​ໄພ​ພິ​ບັດ​ນ້ຳ​ຖ້ວມ​ຢູ່​ລາວ ໂດຍ​ຜ່ານ​ອົງການ UNDP ຈຳ​ນວນ 25.000 ໂດລາ ​ສະຫະ​ລັດ, ໃຫ້ທຶນ​ຝຶກ​ອົບ​ຮົມ​ນັກ​ການ​ທູດ​ໜຸ່ມ​ນ້ອຍ ຈຳ​ນວນ 1 ທຶນ/ປີ ແລະ ອື່ນ​ໆ. ໃນ​ຕອນ​ທ່ຽງ​ຂອງມື້​ດຽວກັນ​, ທ່ານ​​ລັດ​ຖະ​ມົນ​ຕີ ໄດ້​ໃຫ້​ກຽດ​ເປັນ​ເຈົ້າ​ພາບ​ຈັດ​ງານ​ລ້ຽງ​ອຳລາ ເພື່ອ​ເປັນ​ກຽດ​ໃຫ້​ແກ່​ທ່ານ​ທູດ ແລະ ພັນ​ລະ​ຍາ, ພ້ອມ​ທັງ​ອວຍ​ພອນ ​​ທ່ານ ອາ​ເມັດ ໄອ​ເດມ ອາ​ຄາຍ ​ມີ​ພະ​ລາ​ນາ​ໄມ​ສົມ​ບູນ, ມີ​ຄວາມ​ຜາ​ສຸກ, ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ໄປປະ​ຕິ​ບັດ​ໜ້າ​ທີ່​ໃໝ່ ແລະ ເດີນ​ທາງ​ກັບ​ຄືນ​ປະ​ເທດ ​ດ້ວຍ​ຄວາມ​ສະ​ຫວັດ​ດີ​ພາບ.

 

ໃນໂອກາດດຽວກັນນັ້ນ, ທ່ານ ອາເມັດ ໄອເດມ ອາຄາຍ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານລັດຖະມົນຕີ ທີ່ໄດ້ສະຫຼະເວລາໃຫ້ການຕ້ອນຮັບຢ່າງອົບອຸ່ນ​, ທັງເປັນເຈົ້າພາບຈັດງານລ້ຽງອຳລາໃຫ້ທ່ານທູດ ແລະພັນລະຍາ ໃນຄັ້ງນີ້, ທັງໄດ້​​ສະແດງຄວາມຂອບໃຈຢ່າງສູງ ຕໍ່ລັດຖະບານ ລາວ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນຊ່ວຍເຫຼືອ ແລະ ນວຍຄວາມສະດວກຕະຫຼອດໄລຍະເວລາທີ່​​​ຕົນປະຕິບັດໜ້າທີ່ການທູດ ຢູ່ ລາວ ຈົນປະສົບຜົນສຳເລັດເປັນຢ່າງດີ ແລະ ຈະສືບຕໍ່ປະກອບສ່ວນຊ່ວຍຊຸກຍູ້ສາຍພົວພັນແລະ ການຮ່ວມມື ຕວັກກີ-ລາວ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ ໃນຕໍ່ໜ້າ.

ບົດຂ່າວອື່ນໆ

ແຈ້ງການ

 

* ເຊີນເຂົ້າຮ່ວມ ການແຂ່ງຂັນອອກແບບໂລໂກແອັກແມັກ (ACMECS) (28 ກຸມພາ 2024)

   

* ແຈ້ງການ ກ່ຽວກັບ ການປັບປຸງຄ່າທຳນຽມ ແລະ ຄ່າບໍລິການອອກໜັງສືຜ່ານແດນທົ່ວໄປ (ວັນທີ 22 ກຸມພາ 2024)

  

* ກະຊວງການຕ່າງປະເທດ ເປີດຮັບສະໝັກລັດຖະກອນໃໝ່ ປະຈໍາປີ 2024(January 29th, 2024)

  

 *ASEAN FOREIGN MINISTERS’ STATEMENT ON THE EARTHQUAKE IN JAPAN (January 4th, 2024)

  

*ເວັບໄຊທາງການ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (17 ພະຈິກ 2023)

  

*ຄໍາຂວັນ ແລະ ກາໝາຍ ການເປັນປະທານອາຊຽນ ປີ 2024 ຂອງ ສປປ ລາວ (8 ພະຈິກ 2023)

  

* ຂໍ້ມູນ: ການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024

  

* ກົມກົງສຸນ ອອກບົດຖະແຫຼງຂ່າວ ກ່ຽວກັບ ການອອກໜັງສືຜ່ານແດນ

   

* ຖະແຫຼງການ ຂອງກະຊວງການຕ່າງປະເທດ ກ່ຽວກັບ ສະຖານະການຄວາມຮຸນແຮງ ລະຫວ່າງ ອິດສະຣາແອນ ແລະ ປາແລັດສະຕິນ (10 ຕຸລາ 2023)

* ຖະແຫຼງການຂອງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ກັບການນຳໃຊ້ລະເບີດລູກຫວ່ານ. (10 ກໍລະກົດ 2023)

* ການປັບປຸງຂໍ້ມູນໃໝ່ ກ່ຽວກັບ ດ່ານສາກົນໃນຂອບເຂດທົ່ວປະເທດລາວ. (ອັບເດດ 19 ເມສາ 2023)

* ການຈັດຕັ້ງປະຕິບັດ ສັນຍາຍົກເວັ້ນວີຊາ ສໍາລັບ ຜູ້ຖືໜັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຊອກຊີ (Georgia).

* ຮ່າງກົດໝາຍ ວ່າດ້ວຍໜັງສືຜ່ານແດນ ແລະ ຮ່າງດຳລັດ ວ່າດ້ວຍການເຄື່ອນໄຫວຂອງສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ.

* ການຈັດຕັ້ງປະຕິບັດສັນຍາຍົກເວັ້ນວີຊາ ສຳລັບຜູ້ຖືຫນັງສືຜ່ານແດນການທູດ ແລະ ລັດຖະການ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກ ມາຣົກ.

ແຈ້ງການ ກ່ຽວກັບ ການເອົາສຳນວນຄຳຮ້ອງຟ້ອງ ທີ່ກ່ຽວພັນກັບຄົນຕ່າງປະເທດ ມາສະເໜີຜ່ານ ກະຊວງການຕ່າງປະເທດ.

ກົດໝາຍ ວ່າດ້ວຍ ຊັ້ນການທູດ ແຫ່ງ ສປປ ລາວ.

Lao Government
ສາລະຄະດີ 70ປີ ວັນການທູດລາວ

ຈຳນວນຜູ້ເຂົ້າຊົມ
484216
ມື້ນີ້193
ມື້ວານ147
ອາທິດນີ້654
ເດືອນນີ້3521